ວິທີຈະເລີນອິທິບາດ 4

ອິທິບາດ 4

0:00/0:00
ດູຣາພິກຂຸທັງຫຼາຍ ! ອິທທິບາທ 4 ຢ່າງເຫຼົ່ານີ້ ອັນພິກຂຸຈະ ເຣີນແລ້ວ ປະຕິບັດໃຫ້ຫຼາຍແລ້ວ ຍ່ອມມີຜົລຫຼາຍ ມີອານິສົງຄາຫຼາຍ ກໍອິທທິບາທ ໔ ອັນພິກຂຸຈະເຣີນແລ້ວແນວໃດຫນໍ ? ປະຕິບັດໃຫ້ ຫຼາຍແລ້ວແນວໃດຫນໍ ? ຈຶ່ງມີຜົລຫຼາຍ ມີອານິສົງຄ໌ຫຼາຍ ?

ພິກຂຸໃນທັມວິນັຍນີ້ ຍ່ອມຈະເຣີນອິທທິບາທ ອັນປະກອບດ້ວຍ ສັນທະສະມາທິ ແລະ ປະທານສັງຂາຣ ດັ່ງນີ້ວ່າ:

ສັນທະຂອງເຮົາຈັກ ບໍ່ຫຍ່ອນຍານເກີນໄປ ບໍ່ຕ້ອງປະຄອງເກີນໄປ ບໍ່ຫົດຫູ່ໃນພາຍໃນ, ບໍ່ ຟຸ້ງຊ່ານໄປໃນພາຍນອກ, ແລະ ເຈົ້າມີຄວາມສໍາຄັນໃນເບື້ອງຫຼັງ ແລະ ເບື້ອງຫນ້າຢູ່ວ່າ ເບື້ອງຫນ້າສັນໃດເບື້ອງຫຼັງກໍສັນນັ້ນ ເບື້ອງຫຼັງ ສັນໃດເບື້ອງຫນ້າກໍສັນນັ້ນ, ເບື້ອງລຸ່ມສັນໃດ ເບື້ອງເທິງກໍສັນນັ້ນ ເບື້ອງເທິງສັນໃດ ເບື້ອງລຸ່ມກໍສັນນັ້ນ, ກາງເວັນສັນໃດ ກາງຄືນກໍສັນ ນັ້ນ ກາງຄືນສັນໃດ ກາງເວັນກໍສັນນັ້ນ ເຈົ້າມີໃຈເປີດເຜີຍບໍ່ມີອັນ ໃດຫໍ່ຫຸ້ມ ອົບຮົມຈິດໃຫ້ສະຫວ່າງຢູ່.

ຍ່ອມຈະເຣີນອິທທິບາທ ອັນປະກອບດ້ວຍ ວິຣິຍະສະມາທິ ແລະ ປະທານສັງຂາຣ ດັ່ງນີ້ວ່າ:

ວິຣິຍະຂອງເຮົາຈັກບໍ່ຫຍ່ອນຍານເກີນໄປ, ບໍ່ຕ້ອງປະຄອງເກີນໄປ, ບໍ່ຫົດຫູ່ໃນພາຍໃນ, ບໍ່ຟຸ້ງຊ່ານໄປໃນພາຍ ນອກ, ແລະ ເຈົ້າມີຄວາມສໍາຄັນໃນເບື້ອງຫຼັງ ແລະ ເບື້ອງຫນ້າຢູ່ວ່າ ເບື້ອງຫນ້າສັນໃດເບື້ອງຫຼັງກໍສັນນັ້ນ ເບື້ອງຫຼັງສັນໃດເບື້ອງຫນ້າກໍສັນ ນັ້ນ, ເບື້ອງລຸ່ມສັນໃດ ເບື້ອງເທິງກໍສັນນັ້ນ ເບື້ອງເທິງສັນໃດ ເບື້ອງລຸ່ມກໍສັນນັ້ນ, ກາງເວັນສັນໃດ ກາງຄືນກໍສັນນັ້ນ ກາງຄືນ ສັນໃດ ກາງເວັນກໍສັນນັ້ນ ເຈົ້າມີໃຈເປີດເຜີຍບໍ່ມີອັນໃດຫໍ່ຫຸ້ມ ອົບຮົມ ຈິຕໃຫ້ສະຫວ່າງຢູ່.

ຍ່ອມຈະເຣີນອິທທິບາທ ອັນປະກອບດ້ວຍ ຈິຕຕະສະມາທິ ແລະ ປະທານສັງຂາຣ ດັ່ງນີ້ວ່າ:

ຈິຕຕະຂອງເຮົາຈັກບໍ່ຫຍ່ອນຍານເກີນໄປ ບໍ່ຕ້ອງປະຄອງເກີນໄປ, ບໍ່ຫົດຫູ່ໃນພາຍໃນ, ບໍ່ຟຸ້ງຊ່ານໄປໃນພາຍ ນອກ, ແລະ ເຈົ້າມີຄວາມສໍາຄັນໃນເບື້ອງຫຼັງ ແລະເບື້ອງຫນ້າຢູ່ວ່າ ເບື້ອງຫນ້າສັນໃດເບື້ອງຫຼັງກໍສັນນັ້ນ ເບື້ອງຫຼັງສັນໃດເບື້ອງຫນ້າກໍສັນ ນັ້ນ, ເບື້ອງລຸ່ມສັນໃດ ເບື້ອງເທິງກໍສັນນັ້ນ ເບື້ອງເທິງສັນໃດ ເບື້ອງລຸ່ມກໍສັນນັ້ນ, ກາງເວັນສັນໃດ ກາງຄືນກໍສັນນັ້ນ ກາງຄືນ ສັນໃດ ກາງເວັນກໍສັນນັ້ນ ເຈົ້າມີໃຈເປີດເຜີຍບໍ່ມີອັນໃດຫໍ່ຫຸ້ມ ອົບຮົມ ຈິຕໃຫ້ສະຫວ່າງຢູ່.

ຍ່ອມຈະເຣີນອິທທິບາທ ອັນປະກອບດ້ວຍ ວິມັງສາສະມາທິ ແລະ ປະທານສັງຂາຣ ດັ່ງນີ້ວ່າ:

ວິມັງສາຂອງເຮົາຈັກບໍ່ຫຍ່ອນຍານ ເກີນໄປ, ບໍ່ຕ້ອງປະຄອງເກີນໄປ, ບໍ່ຫົດຫູ່ໃນພາຍໃນ, ບໍ່ຟຸ້ງຊ່ານໄປ ໃນພາຍນອກ, ແລະ ເຈົ້າມີຄວາມສໍາຄັນໃນເບື້ອງຫຼັງ ແລະ ເບື້ອງ ຫນ້າຢູ່ວ່າ ເບື້ອງຫນ້າສັນໃດເບື້ອງຫຼັງກໍສັນນັ້ນ ເບື້ອງຫຼັງສັນໃດເບື້ອງ ຫນ້າກໍສັນນັ້ນ, ເບື້ອງລຸ່ມສັນໃດ ເບື້ອງເທິງກໍສັນນັ້ນ ເບື້ອງເທິງ ສັນໃດ ເບື້ອງລຸ່ມກໍສັນນັ້ນ, ກາງເວັນສັນໃດ ກາງຄືນກໍສັນນັ້ນ ກາງ ຄືນສັນໃດ ກາງເວັນກໍສັນນັ້ນ ເຈົ້າມີໃຈເປີດເຜີຍບໍ່ມີອັນໃດຫໍ່ຫຸ້ມ ອົບ ຮົມຈິຕໃຫ້ສະຫວ່າງຢູ່.

1. ດູຣາພິກຂຸທັງຫຼາຍ ! ສັນທະ ທີ່ຍ່ອນຍານເກີນໄປ ນັ້ນເປັນແນວໃດຫນໍ?
ຄື:ສັນທະທີ່ປະກອບດ້ວຍຄວາມກຽດຄ້ານ ສັມປະຍຸດ ດ້ວຍຄວາມ ກຽດຄ້ານ ນີ້ເອີ້ນວ່າ: ສັນທະ ທີ່ຍ່ອນຍານເກີນໄປ.

2. ກໍສັນທະ ທີ່ຕ້ອງປະຄອງເກີນໄປ ນັ້ນເປັນແນວໃດນໍ?
ຄື: ສັນທະທີ່ປະກອບດ້ວຍອຸທທັຈຈະ ສັມປະຍຸຕດ້ວຍອຸທທັຈຈະ
ນີ້ເອີ້ນວ່າ: ສັນທະ ທີ່ຕ້ອງປະຄອງເກີນໄປ.

3. ກໍສັນທະ ທີ່ຫົດຫູ່ໃນພາຍໃນນັ້ນເປັນແນວໃດ?
ຄື: ສັນທະທີ່ປະກອບດ້ວຍຖີນະວິທທະ ສັມປະຍຸຕດ້ວຍຖີນະ ວິທທະ
ນີ້ເອີ້ນວ່າ: ສັນທະ ທີ່ຫົດຫູ່ໃນພາຍໃນ.

4. ກໍສັນທະ ທີ່ຟຸ້ງຊ່ານໄປໃນພາຍນອກນັ້ນເປັນແນວໃດຫນໍ?
ຄື: ສັນທະຟຸ້ງຊ່ານໄປ ປັ່ນປ່ວນໄປ ປາລົບກາມະຄຸນ 5 ໃນພາຍ ນອກ
ນີ້ເອີ້ນວ່າ: ສັນທະ ທີ່ຟຸ້ງຊ່ານໄປໃນພາຍນອກ.

5. ພິກຂຸສໍາຄັນໃນເບື້ອງຫນ້າ ແລະ ເບື້ອງຫຼັງຢູ່ວ່າ ເບື້ອງຫນ້າ ສັນໃດເບື້ອງຫຼັງກໍສັນນັ້ນ, ເບື້ອງຫຼັງສັນໃດເບື້ອງຫນ້າກໍສັນນັ້ນ ເປັນ ແນວໃດຫນໍ?

ຄື:ຄວາມສໍາຄັນໃນເບື້ອງຫຼັງ ແລະ ເບື້ອງຫນ້າ ອັນພິກຂຸໃນທັມວິ ນັຍນີ້ ຍືດໄວ້ດີແລ້ວ ກະທໍາໄວ້ໃນໃຈດີແລ້ວ ຊົງໄວ້ດີແລ້ວ ແທງ ຕະຫຼອດດີແລ້ວ ດ້ວຍປັນຍາ
ພິກຂຸນີ້ຊື່ວ່າ: ມີຄວາມສໍາຄັນໃນເບື້ອງ ຫນ້າ ແລະ ເບື້ອງຫຼັງຢູ່ວ່າ ເບື້ອງຫນ້າສັນໃດເບື້ອງຫຼັງກໍສັນນັ້ນ, ເບື້ອງຫຼັງສັນໃດເບື້ອງຫນ້າກໍສັນນັ້ນ ເປັນຢ່າງນີ້ແລ.

6. ກໍພິກຂຸມີຄວາມສໍາຄັນຢູ່ວ່າ ເບື້ອງລຸ່ມສັນໃດ ເບື້ອງເທິງກໍສັນ
ນັ້ນ, ເບື້ອງເທິງສັນໃດ ເບື້ອງລຸ່ມກໍສັນນັ້ນ
ເປັນແນວໃດຫນໍ?

ຄື:ພິກຂຸໃນທັມວິນັຍນີ້ ຍ່ອມພິຈາຣະນາຮ່າງກາຍນີ້ ເບື້ອງເທິງແຕ່ ພື້ນບາທາຂຶ້ນມາ ເບື້ອງລຸ່ມແຕ່ປາຍຜົມລົງໄປ ມີຫນັງຫຸ້ມຢູ່ໂດຍຮອບ ເຕັມໄປດ້ວຍຂອງບໍ່ສະອາດ ມີປະການຕ່າງໆວ່າ: ໃນກາຍນີ້ມີຜົນ, ຂົນ, ເລັບ, ແຂ້ວ, ຫນັງ, ຊິ້ນ, ເອັນ, ກະດູກ, ເຍື່ອໃນກະດູກ, ມ້າມ, ຫົວໃຈ, ຕັບ, ພັງຜືດ, ໄຕ, ປອດ, ໄສ້ໃຫຍ່, ໄສ້ນ້ອຍ, ອາຫາຣໃຫມ່, ອາຫາຣເກົ່າ, ນໍ້າບີ, ສະເລດ, ນ້ໍາຫນອງ, ນ້ໍາເລືອດ, ນໍ້າເຫື່ອ, ນໍ້າມັນຂຶ້ນ, ນໍ້າຕາ, ນໍ້າມັນເຫຼວ, ນໍ້າລາຍ, ນ້ໍາມູກ, ໄຂຂໍ້, ນ້ໍາມູຕ ພິກຂຸນີ້ຊື່ວ່າ: ມີຄວາມສໍາຄັນຢູ່ວ່າ ເບື້ອງລຸ່ມສັນໃດ ເບື້ອງເທິງກໍສັນ ນັ້ນ, ເບື້ອງເທິງສັນໃດ ເບື້ອງລຸ່ມກໍສັນນັ້ນ ເປັນຢ່າງນີ້ແລ.

7. ກໍພິກຂຸມີຄວາມສໍາຄັນວ່າ ກາງເວັນສັນໃດ ກາງຄືນກໍສັນນັ້ນ, ກາງຄືນສັນໃດ ການເວັນກໍສັນນັ້ນ ນັ້ນເປັນແນວໃດຫນໍ?

- ຄື: ພິກຂຸໃນທັມວິນັຍນີ້ ຍ່ອມຈະເຣີນອິທທິບາທ ອັນປະກອບດ້ວຍ ສັນທະສະມາທິ ແລະ ປະທານສັງຂາຣໃນກາງເວັນ ດ້ວຍອາການ ເຫຼົ່າໃດ ດ້ວຍເພສເຫຼົ່າໃດ ດ້ວຍນິມິຕເຫຼົ່າໃດ ເຈົ້າຍ່ອມຈະ ເຣີນອິທທິບາທ ອັນປະກອບດ້ວຍ ສັນທະສະມາທິ ແລະ ປະທານສັງ ຂາຣໃນກາງຄືນ ດ້ວຍອາການເຫຼົ່ານັ້ນ ດ້ວຍເພສເຫຼົ່ານັ້ນ ດ້ວຍນິ ມິຕເຫຼົ່ານັ້ນ,

- ອີກຢ່າງຫນຶ່ງ ພິກຂຸຍ່ອມຈະເຣີນອິທທິບາທ ອັນປະກອບດ້ວຍ ສັນທະສະມາທິ ແລະ ປະທານສັງຂາຣ ໃນກາງຄືນ ດ້ວຍອາການເຫຼົ່າໃດ ດ້ວຍເພສເຫຼົ່າໃດ ດ້ວຍນິມິຕເຫຼົ່າໃດ ເຈົ້າຍ່ອມ ຈະເຣີນອິທທິບາທ ອັນປະກອບດ້ວຍ ສັນທະສະມາທິ ແລະ ປະທານ ສັງຂາຣ ໃນກາງເວັນດ້ວຍອາການເຫຼົ່ານັ້ນ ດ້ວຍເພສເຫຼົ່ານັ້ນ ດ້ວຍ ນິມິຕເຫຼົ່ານັ້ນ

ພິກຂຸນີ້ມີຄວາມສໍາຄັນຢູ່ວ່າ ກາງເວັນສັນໃດ ກາງຄືນ ສັນນັ້ນ ກາງຄືນສັນໃດ ການເຫັນກໍສັນນັ້ນ ເປັນຢ່າງນີ້ແລ.

8. ກໍພິກຂຸມີຈິຕເປິດເຜີຍ ບໍ່ມີອັນໃດຫໍ່ຫຸ້ມ ອົມຮົມຈິດໃຫ້ ສະຫວ່າງຢູ່ ນັ້ນເປັນແນວໃດຫນໍ?

ຄື:ອາໂລກສັນຍາ ພິກຂຸໃນທັມວິນັຍນີ້ ຍືດໄວ້ດີແລ້ວ ຄວາມສໍາຄັນ ວ່າກາງເວັນ ຕັ້ງຫມັ້ນດີແລ້ວ ພິກຂຸມີຈິຕເປີດເຜີຍບໍ່ມີອັນໃດຫໍ່ຫຸ້ມ ອົມຮົມຈິຕໃຫ້ສະຫວ່າງຢູ່ນັ້ນເປັນຢ່າງນີ້ແລ.

(ວິຣິຍະ,ຈິດຕະ ແລະ ວິມັງສາ ກໍຕຣັດໄວ້ຢ່າງດຽວກັນທຸກປະການ)

ດູຣາພິກຂຸທັງຫຼາຍ ! ອິທທິບາທ 4 ອັນບຸກຄົນຈະເຣີນແລ້ວຢ່າງ ນີ້ ປະຕິບັດໃຫ້ຫຼາຍແລ້ວຢ່າງນີ້ ຍ່ອມມີຜົລຫຼາຍ ມີອານິສົງຫຼາຍ.
ດູຣາພິກຂຸທັງຫຼາຍ ! ພິກຂຸຈະເຣີນປະຕິບັດໃຫ້ຫຼາຍເຊິ່ງ ອິທທິບາທ ໔ ຢ່າງນີ້ແລ ຍ່ອມສະແດງລິດໄດ້ຫຼາຍຢ່າງ ຄື: ຄົນດຽວ ເປັນຫຼາຍຄົນກໍໄດ້ ຫຼາຍຄົນເປັນຄົນດຽວກໍໄດ້ ລະ ໃຊ້ອໍານາຈທາງ ກາຍໄປຕະຫຼອດພຣົມມະໂລກກໍໄດ້.

ດູຣາພິກຂຸທັງຫຼາຍ ! ພິກຂຸຈະເຣີນປະຕິບັຕໃຫ້ຫຼາຍ ເຊິ່ງ ອິທທິບາທ ໔ ຢ່າງນີ້ແລ ຍ່ອມເຮັດໃຫ້ແຈ້ງເຊິ່ງເຈໂຕວິມຸຕິ ປັນຍາວິ ມຸຕິ ອັນຫາອາສະວະບໍ່ໄດ້ ເພາະອາສະວະທັງຫຼາຍສິ້ນໄປ ດ້ວຍ ປັນຍາອັນຍິ່ງເອງ ໃນປັຈຈຸບັນນີ້ເຂົ້າເຖິງຢູ່.

ສະບັບຫຼວງ ໑໙໒໘໗/໑໑໗໙-໑໒໐໔
ພຣະສູດຄົ້ນຫາປຶ້ມຖືກໃຈປື້ມVideoປະຕິທິນພຣະທັມ