ທຳທີ່ຄວນຈະເລີນໃນພຣົມມະຈັນນີ້

ທໍາໃນທ່າມກາງ

0:00/0:00
ຄັ້ງນັ້ນ ພຣະຜູ້ມີພຣະພາຄສະເດັຈເຂົ້າໄປຍັງອຸປັຕຖານສາລາ ປະທັບນັ່ງເທິງອາສະນະທີ່ເຂົາຈັດຖວາຍ ເມື່ອພຣະຜູ້ມີພຣະພາຄປະທັບນັ່ງແລ້ວ ໄດ້ຕຣັສກັບພິກຂຸທັງຫລາຍວ່າ:

ພິກຂຸທັງຫລາຍ! ທັມເຫລົ່າໃດທີ່ເຮົາສະແດງແລ້ວດ້ວຍປັນຍາອັນຍິ່ງ ທັມເຫລົ່ານັ້ນ ພວກເຈົ້າທັງຫລາຍຮຽນແລ້ວ ຄວນຊ້ອງເສບ ຄວນຈະເຣີນ ຄວນກະທໍາໃຫ້ຫລາຍດ້ວຍດີ ໂດຍປະກາຣທີ່ພຣົມມະຈັນຍ໌ນີ້ຈະຍືນຍົງຢູ່ໄດ້ນານ ເພື່ອປະໂຍຊນ໌ແກ່ພະຫຸຊົນ ເພື່ອຄວາມສຸກແກ່ພະຫຸຊົນ ເພື່ອອະນຸເຄາະໂລກ ເພື່ອປະໂຍຊນ໌ເກື້ອກູນ ເພື່ອຄວາມສຸກແກ່ເທວະດາແລະມະນຸສທັງຫລາຍ.

ພິກຂຸທັງຫລາຍ! ກໍທັມເຫລົ່າໃດທີ່ເຮົາສະແດງແລ້ວດ້ວຍປັນຍາອັນຍິ່ງ ທັມເຫລົ່ານັ້ນ ພວກເຈົ້າທັງຫລາຍຮຽນແລ້ວ ຄວນຊ້ອງເສພ ຄວນຈະເຣີນ ຄວນກະທໍາໃຫ້ຫລາຍດ້ວຍດີ ໂດຍປະກາຣທີ່ພຣົມມະຈັນຍ໌ນີ້ຈະຍືນຍົງຢູ່ໄດ້ນານ ເພື່ອປະໂຍຊນ໌ແກ່ພະຫຸຊົນ ເພື່ອຄວາມສຸກແກ່ພະຫຸຊົນ ເພື່ອອະນຸເຄາະໂລກ ເພື່ອປະໂຍຊນ໌ເກື້ອກູນ ເພື່ອຄວາມສຸກແກ່ເທວະດາແລະມະນຸສທັງຫລາຍເປັນຢ່າງໃດ? ຄື: ສະຕິປັຕຖານ ໔,ສັມມັບປະທານ ໔, ອິທິບາທ ໔, ອິນຊີ ໕,ພະລະ ໕, ໂພຊຊົງຄ໌ ໗, ອະຣິຍະມັຄປະກອບດ້ວຍອົງຄ໌ ໘.

ພິກຂຸທັງຫລາຍ! ທັມເຫລົ່ານີ້ແລ ທີ່ເຮົາສະແດງແລ້ວດ້ວຍປັນຍາອັນຍິ່ງ ທັມເຫລົ່ານັ້ນ ພວກເຈົ້າທັງຫລາຍຮຽນແລ້ວ ຄວນຊ້ອງເສພ ຄວນຈະເຣີນ ຄວນກະທໍາໃຫ້ຫລາຍດ້ວຍດີ ໂດຍປະກາຣທີ່ພຣົມມະຈັນຍ໌ນີ້ຈະຍືນຍົງຢູ່ໄດ້ນານ ເພື່ອປະໂຍຊນ໌ແກ່ພະຫຸຊົນ ເພື່ອຄວາມສຸກແກ່ພະຫຸຊົນ ເພື່ອອະນຸເຄາະໂລກ ເພື່ອປະໂຍຊນ໌ເກື້ອກູນ ເພື່ອຄວາມສຸກແກ່ເທວະດາແລະມະນຸສທັງຫລາຍ.

--------------------------------------------------------
ທີຄະນິກາຍ ມະຫາວັກ ໑໐/໙໙/໑໐໗
ພຣະສູດຄົ້ນຫາປຶ້ມຖືກໃຈປື້ມVideoປະຕິທິນພຣະທັມ