ເຫດໃຫ້ແມ່ຍິງມີຜິວພັນງາມ ຮູບງາມ ຍາກຈົນ ແລະ ຖານະຕໍ່າ
ສະຕຣີ
ແມ່ຍິງບາງຄົນໃນໂລກນີ້ ບໍ່ເປັນຜູ້ມັກໂກດ ບໍ່ມາກໄປດ້ວຍຄວາມຄັບແຄ້ນໃຈ ຖືກວ່າແມ້ມາກກໍບໍ່ຂັດເຄືອງ ບໍ່ສຸນສຽວ ບໍ່ກະຟັດກະເຟັຍ ບໍ່ກະດ້າງກະເດື່ອງ ບໍ່ສະແດງຄວາມໂກດຄວາມຂັດເຄືອງແລະຄວາມບໍ່ພໍໃຈໃຫ້ປະກົດ
ແຕ່ເປັນຜູ້ບໍ່ໃຫ້ທານ ຄື ເຂົ້າ ນ້ຳ ຜ້າ ຍານພາຫະນະ ຂອງປະດັບ ຂອງຫອມ ເຄື່ອງລູບໄລ້ ທີ່ນອນ ທີ່ຢູ່ອາໄສ ແລະໂຄມໄຟແກ່ສະມະນະ ຫຼື ພະລະຫະມັນ
ແລະເປັນຜູ້ມີໃຈຫິດສາໃນລາບ ສັກການະ ຄວາມເຄົາລົບນັບຖື ການໄຫວ້ແລະການບູຊາຂອງຜູ້ອື່ນ ຢ່ຽດແຍ່ງກັນ ຕັດຮອນ ຜູກຄວາມຫິດສາ
ຖ້າແມ່ຍິງນັ້ນຕາຍຈາກລຸ່ມກາຍນັ້ນແລ້ວ ມາສູ່ຄວາມເປັນແນວນີ້ ກັບມາເກີດໃນຊາດໃດໆ ຍ່ອມເປັນຜູ້ມີຮູບງາມ ໜ້າເບິ່ງ ໜ້າຊົມ ປະກອບດ້ວຍຄວາມເປັນຜູ້ມີຜິວພັນງາມຍິ່ງນັກ ແຕ່ເປັນຄົນເຂັນໃຈ ຍາກຈົນ ຂັດສົນ ແລະຖານະຕໍ່າ