ເວທະນາຄືທາງຈອນແຫ່ງຈິດຂອງສັດ

ອະຣິຍະສັດ 4

0:00/0:00
ພິກຂຸ ທ. ! ຄໍາທີ່ເຮົາ ກ່າວວ່າ “ຕ້ອງຮູ້ຈັກທາງຈອຣ (ແຫ່ງຈິຕ) ຂອງສັຕ ໓໖ ຢ່າງ” ດັ່ງນີ້ ນັ້ນ, ຂໍ້ນັ້ນ ເຮົາກ່າວອາໄສຫຼັກເກນອັນໃດໜໍ ? ພິກຂຸ ທ. ! ຂໍ້ນັ້ນ ເຮົາກ່າວອາໄສຫຼັກເກນ ຄືຄວາມໂສມະນັດສະ ເນື່ອງດ້ວຍເຢົ້າເຮືອນ ໖ ຢ່າງ,ຄວາມໂສມະນັດສະ ເນື່ອງດ້ວຍການຫຼີກອອກຈາກເຢົ້າເຮືອນ ໖ ຢ່າງ, ຄວາມໂທມະນັດສະ ເນື່ອງດ້ວຍເຢົ້າເຮືອນ ໖ ຢ່າງ, ຄວາມໂທມະນັດສະ ເນື່ອງດ້ວຍການຫຼີກອອກຈາກເຢົ້າເຮືອນ ໖ ຢ່າງ, ອຸເປກຂາ ເນື່ອງດ້ວຍເຢົ້າເຮືອນ ໖ ຢ່າງ, ອຸເປກຂາ ເນື່ອງດ້ວຍການຫຼີກອອກຈາກເຢົ້າເຮືອນ ໖ ຢ່າງ.

ພິກຂຸ ທ. ! ໃນເວທະນາທັງຫຼາຍເຫຼົ່ານັ້ນ, ຄວາມໂສມະນັດສະ ເນື່ອງດ້ວຍເຢົ້າເຮືອນ ໖ ຢ່າງ ເປັນແນວໃດໜໍ ? ພິກຂຸ ທ. ! ເມື່ອຄົນເຮົາມອງເຫັນການໄດ້ຊຶ່ງຮູບ ອັນໜ້າປາຖະໜາ ໜ້າຮັກໃຄ່ ໜ້າພໍໃຈ ໜ້າຊື່ນບານໃຈ ອັນເນື່ອງໃນຄວາມເປັນເຫຍື່ອໂລກໃນທາງຕາ ວ່າເປັນສິ່ງທີ່ຕົນກໍາລັງໄດ້ຢູ່ກໍຕາມ, ຫຼືວ່າເມື່ອລະລຶກເຖິງຮູບເຊັ່ນນັ້ນ ອັນຕົນເຄີຍໄດ້ແລ້ວແຕ່ກາລກ່ອນ ຊຶ່ງລ່ວງແລ້ວດັບສິ້ນ ແປປ່ຽນໄປແລ້ວກໍຕາມ ແລ້ວເກີດຄວາມໂສມະນັດສະຂຶ້ນ. ຄວາມໂສມະນັດສະໃດ ມີລັກສະນະເຊັ່ນນີ້ ຄວາມໂສມະນັດສະນີ້ ເອີ້ນວ່າ ຄວາມໂສມະນັດສະ ເນື່ອງດ້ວຍເຢົ້າເຮືອນ (ເຄຫະສິຕະໂສມະນັສ). (ໃນກໍລະນີທີ່ກ່ຽວກັບ ສຽງ ກິ່ນ ຣົສ ໂຜຕຖັພພະ ແລະທັມມາຣົມ ອີກ ໕ ຢ່າງ ກໍຕຣັດດັ່ງດຽວກັບຂໍ້ວ່າດ້ວຍຮູບ ຜິດກັນແຕ່ຊື່ເທົ່ານັ້ນ). ພິກຂຸ ທ. ! ເຫຼົ່ານີ້ ຄືຄວາມໂສມະນັດສະ ເນື່ອງດ້ວຍເຢົ້າເຮືອນ ໖ ຢ່າງ.

ພິກຂຸ ທ. ! ໃນເວທະນາທັງຫຼາຍເຫຼົ່ານັ້ນ, ຄວາມໂສມະນັດສະ ເນື່ອງດ້ວຍການຫຼີກອອກຈາກເຢົ້າເຮືອນ ໖ ຢ່າງ ເປັນແນວໃດໜໍ ? ພິກຂຸ ທ. ! ເມື່ອຄົນເຮົາຮູ້ແຈ້ງ ເຖິງຄວາມເປັນຂອງບໍ່ທ່ຽງຂອງຮູບທັງຫຼາຍ ຄວາມແປປ່ຽນ ຄວາມຈາງຄາຍ ຄວາມກໍາໜັດຍິນດີ ແລະຄວາມດັບບໍ່ເຫຼືອຂອງຮູບທັງຫຼາຍ ເຫັນຢູ່ດ້ວຍປັນຍາອັນຊອບ ຕົງຕາມທີ່ເປັນຈິງ ເຊັ່ນນີ້ວ່າ “ຮູບທັງຫຼາຍໃນກາລກ່ອນ ຫຼືໃນບັດນີ້ກໍຕາມ ຮູບທັງໝົດເຫຼົ່ານັ້ນ ເປັນຂອງບໍ່ທ່ຽງ ເປັນທຸກຂ໌ ມີຄວາມແປປ່ຽນເປັນທັມມະດາ” ດັ່ງນີ້ ແລ້ວເກີດຄວາມໂສມະນັດສະຂຶ້ນ. ຄວາມໂສມະນັດສະໃດ ມີລັກສະນະເຊັ່ນນີ້ ຄວາມໂສມະນັດສະນີ້ ເອີ້ນວ່າ ຄວາມໂສມະນັດສະ ເນື່ອງດ້ວຍການຫຼີກອອກຈາກເຢົ້າເຮືອນ (ເນກຂັມມະສິຕະໂສມະນັດສະ). (ໃນກໍລະນີ ທີ່ກ່ຽວກັບສຽງ ກິ່ນ ຣົສ ໂຜຕຖັພພະ ແລະທັມມາຣົມອີກ ໕ ຢ່າງ ກໍຕຣັດດັ່ງດຽວກັບຂໍ້ວ່າດ້ວຍຮູບ ຜິດກັນແຕ່ຊື່ເທົ່ານັ້ນ). ພິກຂຸ ທ. ! ເຫຼົ່ານີ້ ຄືຄວາມໂສມະນັດສະ ເນື່ອງດ້ວຍການຫຼີກອອກຈາກເຢົ້າເຮືອນ ໖ ຢ່າງ.

ພິກຂຸ ທ. ! ໃນເວທະນາທັງຫຼາຍເຫຼົ່ານັ້ນ, ຄວາມໂທມະນັດສະ ເນື່ອງດ້ວຍເຢົ້າເຮືອນ ໖ ຢ່າງ ເປັນແນວໃດໜໍ ? ພິກຂຸ ທ. ! ເມື່ອຄົນເຮົາມອງເຫັນ ການບໍ່ໄດ້ຊຶ່ງຮູບອັນໜ້າປາຖະໜາ ໜ້າຮັກໃຄ່ ໜ້າພໍໃຈ ໜ້າຊື່ນບານໃຈ ອັນເນື່ອງໃນຄວາມເປັນເຫຍື່ອໂລກ ໃນທາງຕາ ວ່າເປັນສິ່ງທີ່ຕົນບໍ່ໄດ້ກໍຕາມ, ຫຼືວ່າເມື່ອລະລຶກເຖິງຮູບເຊັ່ນນັ້ນ ອັນຕົນຍັງບໍ່ເຄີຍໄດ້ແຕ່ກາລກ່ອນ ຊຶ່ງລ່ວງລັບດັບສິ້ນ ແປປ່ຽນໄປແລ້ວກໍຕາມ ແລ້ວເກີດຄວາມໂທມະນັດສະຂຶ້ນ. ຄວາມໂທມະນັດສະໃດ ມີລັກສະນະເຊັ່ນນີ້ ຄວາມໂທມະນັດສະນີ້ ເອີ້ນວ່າ ຄວາມໂທມະນັດສະ ເນື່ອງດ້ວຍເຢົ້າເຮືອນ (ເຄຫະສິຕະໂທມະນັດສະ). (ໃນກໍລະນີ ທີ່ກ່ຽວກັບ ສຽງ ກິ່ນ ຣົສ ໂຜຕຖັພພະ ແລະທັມມາຣົມອີກ ໕ ຢ່າງ ກໍຕຣັດດັ່ງດຽວກັບຂໍ້ວ່າດ້ວຍຮູບ ຜິດກັນແຕ່ຊື່ເທົ່ານັ້ນ). ພິກຂຸ ທ. ! ເຫຼົ່ານີ້ ຄືຄວາມໂທມະນັດສະ ເນື່ອງດ້ວຍເຢົ້າເຮືອນ ໖ ຢ່າງ.

ພິກຂຸ ທ. ! ໃນເວທະນາທັງຫຼາຍເຫຼົ່ານັ້ນ, ຄວາມໂທມະນັສ ເນື່ອງດ້ວຍການຫຼີກອອກຈາກເຢົ້າເຮືອນ ໖ ຢ່າງ ເປັນແນວໃດໜໍ ? ພິກຂຸ ທ. ! ເມື່ອຄົນເຮົາຮູ້ແຈ້ງ ເຖິງຄວາມເປັນຂອງບໍ່ທ່ຽງຂອງຮູບທັງຫຼາຍ ຄວາມແປປ່ຽນ ຄວາມຈາງຄາຍ ຄວາມກໍາໜັດຍິນດີ ແລະຄວາມດັບບໍ່ເຫຼືອຂອງຮູບທັງຫຼາຍ ເຫັນຢູ່ດ້ວຍປັນຍາອັນຊອບ ຕົງຕາມທີ່ເປັນຈິງ ເຊັ່ນນີ້ວ່າ “ຮູບທັງຫຼາຍໃນກາລກ່ອນ ຫຼືໃນບັດນີ້ກໍຕາມ ຮູບທັງໝົດເຫຼົ່ານັ້ນ ເປັນຂອງບໍ່ທ່ຽງ ເປັນທຸກຂ໌ ມີຄວາມແປປ່ຽນເປັນທັມມະດາ” ດັ່ງນີ້ ແລ້ວເຂົາຍ່ອມເຂົ້າໄປຕັ້ງໄວ້ ຊຶ່ງຄວາມເຝົ້າຫວັງໄດ້ ໃນອະນຸດຕະຣະວິໂມກຂ໌ທັງຫຼາຍ ວ່າ “ເມື່ອໃດໜໍ ! ເຮົາຈະເຂົ້າເຖິງ ຊຶ່ງອາຍະຕະນະນັ້ນ ແລ້ວແລຢູ່ ອັນເປັນອາຍະຕະນະ ທີ່ພຣະອະຣິຍະເຈົ້າທັງຫຼາຍເຂົ້າເຖິງ ຊຶ່ງອາຍະຕະນະນັ້ນ ແລ້ວແລຢູ່ ໃນບັດນີ້” ດັ່ງນີ້. ເມື່ອເຂົາເຂົ້າໄປຕັ້ງໄວ້ ຊຶ່ງຄວາມເຝົ້າຫວັງໄດ້ ໃນອະນຸດຕະຣະວິໂມກຂ໌ທັງຫຼາຍຢູ່ ດັ່ງນີ້ ຍ່ອມເກີດຄວາມໂທມະນັດສະຂຶ້ນ ເພາະຄວາມເຝົ້າຫວັງໄດ້ ນັ້ນເປັນປັຈຈັຍ. ຄວາມໂທມະນັດສະໃດ ມີລັກສະນະເຊັ່ນນີ້ ຄວາມໂທມະນັດສະນີ້ ເອີ້ນວ່າ ຄວາມໂທມະນັດສະ ເນື່ອງດ້ວຍການຫຼີກອອກຈາກເຢົ້າເຮືອນ (ເນກຂັມມະສິຕໂທມະນັສ) (ໃນກໍລະນີ ທີ່ກ່ຽວກັບ ສຽງ ກິ່ນ ຣົສ ໂຜຕຖັພພະ ແລະທັມມາຣົມອີກ ໕ ຢ່າງ ກໍຕຣັດດັ່ງດຽວກັບຂໍ້ວ່າດ້ວຍຮູບ ຜິດກັນແຕ່ຊື່ເທົ່ານັ້ນ). ພິກຂຸ ທ. ! ເຫຼົ່ານີ້ ຄືຄວາມໂທມະນັດສະ ເນື່ອງດ້ວຍການຫຼີກອອກຈາກເຢົ້າເຮືອນ ໖ ຢ່າງ.

ພິກຂຸ ທ. ! ໃນເວທະນາທັງຫຼາຍເຫຼົ່ານັ້ນ, ອຸເປກຂາເນື່ອງດ້ວຍເຢົ້າເຮືອນ (ເຄຫະສິຕອຸເປກຂາ) ໖ ຢ່າງ ເປັນແນວໃດໜໍ ? ພິກຂຸ ທ. ! ເພາະເຫັນຮູບດ້ວຍຕາ ແລ້ວອຸເປກຂາກໍເກີດຂຶ້ນແກ່ຄົນພານຜູ້ຫຼົງ ຜູ້ໂງ່ງ່າວ ຜູ້ປຸຖຸຊົນ ຜູ້ຍັງບໍ່ຊະນະກິເລສ ຜູ້ຍັງບໍ່ຊະນະວິບາກ ຜູ້ບໍ່ເຫັນໂທດ ຜູ້ບໍ່ໄດ້ຍິນໄດ້ຟັງ. ອຸເປກຂາໃດຊຶ່ງເປັນອຸເປກຂາຂອງປຸຖຸຊົນ ອຸເປກຂານັ້ນ ບໍ່ອາດຈະເປັນໄປຂ້າມ (ພົ້ນ) ຊຶ່ງວິໄສແຫ່ງຮູບ ເພາະເຫຕນັ້ນ ເຮົາເອີ້ນ ອຸເປກຂານັ້ນ ວ່າ ອຸເປກຂາເນື່ອງດ້ວຍເຢົ້າເຮືອນ. (ໃນກໍລະນີ ທີ່ກ່ຽວກັບສຽງ ກິ່ນ ຣົສ ໂຜຕຖັພພະ ແລະທັມມາຣົມອີກ ໕ ຢ່າງກໍຕຣັດດັ່ງດຽວກັບຂໍ້ວ່າດ້ວຍຮູບ ຜິດກັນແຕ່ຊື່ເອີ້ນເທົ່ານັ້ນ). ພິກຂຸ ທ. ! ເຫຼົ່ານີ້ ຄືອຸເປກຂາເນື່ອງດ້ວຍເຢົ້າເຮືອນ ໖ ຢ່າງ.

ພິກຂຸ ທ. ! ໃນເວທະນາທັງຫຼາຍເຫຼົ່ານັ້ນ, ອຸເປກຂາ ເນື່ອງດ້ວຍການຫຼີກອອກຈາກເຢົ້າເຮືອນ ໖ ຢ່າງ ເປັນແນວໃດໜໍ ? ພິກຂຸ ທ. ! ເມື່ອຄົນເຮົາຮູ້ແຈ້ງເຖິງຄວາມເປັນຂອງບໍ່ທ່ຽງຂອງຮູບທັງຫຼາຍ ຄວາມແປປ່ຽນ ຄວາມຈາງຄາຍຄວາມກໍາໜັດຍິນດີ ແລະຄວາມດັບບໍ່ເຫຼືອຂອງຮູບທັງຫຼາຍ ເຫັນຢູ່ດ້ວຍປັນຍາອັນຊອບ ຕົງຕາມທີ່ເປັນຈິງ ເຊັ່ນນີ້ ວ່າ “ຮູບທັງຫຼາຍໃນກາລກ່ອນ ຫຼືໃນບັດນີ້ກໍຕາມ ຮູປທັງໝົດເຫຼົ່ານັ້ນ ເປັນຂອງບໍ່ທ່ຽງ ເປັນທຸກຂ໌ ມີຄວາມແປປ່ຽນເປັນທັມມະດາ” ດັ່ງນີ້ ແລ້ວເກີດອຸເປກຂາຂຶ້ນ. ອຸເປກຂາໃດ ມີລັກສະນະເຊັ່ນນີ້ ອຸເປກຂານັ້ນ ບໍ່ອາດຈະເປັນໄປຂ້າມ (ພົ້ນ) ຊຶ່ງວິໄສແຫ່ງຮູບ ເພາະເຫຕນັ້ນ ເຮົາເອີ້ນ ອຸເປກຂານັ້ນ ວ່າ ອຸເປກຂາ ເນື່ອງດ້ວຍການຫຼີກອອກຈາກເຢົ້າເຮືອນ (ເນກຂັມມະສິຕະອຸເປກຂາ). (ໃນກໍລະນີ ທີ່ກ່ຽວກັບ ສຽງ ກິ່ນ ຣົສ ໂຜຕຖັພພະ ແລະທັມມາຣົມອີກ ໕ ຢ່າງ ກໍຕຣັດດັ່ງດຽວກັບຂໍ້ວ່າດ້ວຍຮູບ ຜິດກັນແຕ່ຊື່ເອີ້ນເທົ່ານັ້ນ).

ພິກຂຸ ທ. ! ເຫຼົ່ານີ້ ຄືອຸເປກຂາ ເນື່ອງດ້ວຍການຫຼີກອອກຈາກເຢົ້າເຮືອນ ໖ ຢ່າງແລ.

ພິກຂຸ ທ. ! ຄໍາໃດ ທີ່ເຮົາກ່າວ ວ່າ “ຕ້ອງຮູ້ຈັກທາງຈອຣ (ແຫ່ງຈິຕ) ຂອງສັຕ ໓໖ ຢ່າງ” ດັ່ງນີ້ ນັ້ນ, ຄໍານັ້ນ ເຮົາກ່າວອາໄສຄວາມຂໍ້ນີ້ ແລ.

- ອຸປຣິ. ມ. ໑໔/໔໐໒-໔໐໕/໖໒໔-໖໓໐.
ພຣະສູດຄົ້ນຫາປຶ້ມຖືກໃຈປື້ມVideoປະຕິທິນພຣະທັມ