ເວທະນາທຸກຊະນິດ ກ້າວໄປສູ່ຄວາມດັບ

ຂັນ 5

0:00/0:00
ພິກຂຸອົງຄ໌ໜຶ່ງຂາບທູນວ່າ :-

“ຂ້າແຕ່ພຣະອົງຄ໌ຜູ້ຈະເຣີນ ! ເມື່ອຂ້ານ້ອຍ ອອກສູ່ປະວິເວກຢູ່ ໄດ້ເກີດການໃຄ່ຄວນຂຶ້ນໃນໃຈວ່າ ‘ພຣະຜູ້ມີພຣະພາຄໄດ້ຕຣັດເວທະນາໄວ້ ໓ ຢ່າງ ຄືສຸຂະເວທະນາ ທຸກຂະເວທະນາ ອະທຸກຂະມະ ສຸຂະເວທະນາ’. ກໍພຣະຜູ້ມີພຣະພາຄເຈົ້າ ໄດ້ຕຣັດຄໍານີ້ໄວ້ວ່າ ‘ເວທະນາໃດໆ ກໍຕາມ ເວທະນານັ້ນໆ ປະມວນລົງໃນຄວາມທຸກຂ໌’ ດັ່ງນີ້ ຂໍ້ທີ່ພຣະອົງຄ໌ຕຣັດວ່າ ‘ເວທະນາໃດໆ ກໍຕາມ ເວທະນານັ້ນໆ ປະມວນລົງໃນຄວາມທຸກຂ໌’ ດັ່ງນີ້ ຊົງໝາຍເຖິງອັນໃດໜໍ ?”

ພິກຂຸ ! ດີແລ້ວ ດີແລ້ວ. ເຮົາກ່າວເວທະນາໄວ້ ໓ ຢ່າງ ເຫຼົ່ານີ້ຄື ສຸຂະເວທະນາ ທຸກຂະເວທະນາ ອະທຸກຂະມະສຸຂະເວທະນາຈິງແທ້; ແລະຍັງໄດ້ກ່າວວ່າ “ເວທະນາໃດໆກໍຕາມ ເວທະນານັ້ນໆ ປະມວນລົງໃນຄວາມທຸກຂ໌”. ຂໍ້ນີ້ເຮົາກ່າວໝາຍເຖິງ ຄວາມເປັນຂອງບໍ່ທ່ຽງ ແຫ່ງສັງຂາຣທັງຫຼາຍນັ້ນເອງ, ແລະເຮົາຍັງກ່າວໝາຍເຖິງ ຄວາມເປັນຂອງດັບສິ້ນໄປເປັນທັມມະດາ ຄວາມເປັນຂອງເສື່ອມໄປເປັນທັມມະດາ ຄວາມເປັນຂອງຈາງຄາຍໄປເປັນທັມມະດາ ຄວາມເປັນຂອງດັບບໍ່ເຫຼືອເປັນທັມມະດາ ຄວາມເປັນຂອງແປປ່ຽນເປັນທັມມະດາ ຂອງສັງຂາຣທັງຫຼາຍນັ້ນແຫຼະ ທີ່ໄດ້ກ່າວວ່າ “ເວທະນາໃດໆ ກໍຕາມ ເວທະນານັ້ນໆປະມວນລົງໃນຄວາມທຸກຂ໌” ດັ່ງນີ້.

- ສະລາ. ສັງ. ໑໘/໒໖໘/໓໙໑.
ພຣະສູດຄົ້ນຫາປຶ້ມຖືກໃຈປື້ມVideoປະຕິທິນພຣະທັມ