ອານາປານະສະຕິເປັນເຫດໃຫ້ໄດ້ສະມາທິໃນລະດັບຣູປະສັນຍາທັງສີ່

ອານາປານະສະຕິ

0:00/0:00
ພິກຂຸທັງຫຼາຍ ! ເພາະເຫດນັ້ນໃນເລື່ອງນີ້ ຖ້າພິກຂຸປາຖະໜາ ວ່າ “ເຮົາຈົ່ງເປັນຜູ້ສະງົບຈາກກາມທັງຫຼາຍ ສະງົບຈາກອະກຸ ສົນທັມທັງຫຼາຍ ເຂົ້າເຖິງ ປະຖົມມະຊານ ອັນມີວິຕົກວິຈາຣ ມີປີຕິແລະສຸຂ ອັນເກີດຈາກວິເວກແລ້ວແລຢູ່ເຖີ້ນ” ດັ່ງນີ້ແລ້ວ ນັ້ນ
ອານາປານະສະຕິນີ້ແຫຼະ ອັນພິກຂຸນັ້ນຕ້ອງຕັ້ງໄວ້ໃນໃຈໃຫ້ເປັນຢ່າງດີ.
ພິກຂຸທັງຫຼາຍ ! ເພາະເຫດນັ້ນໃນເລື່ອງນີ້ ຖ້າພິກຂຸປາຖະໜາວ່າ “ເພາະວິຕົກວິຈາຣລະງັບໄປ ເຮົາຍ່ອມເຂົ້າເຖິງ ທຸຕິຢະຊານ ອັນເປັນເຄື່ອງຜ່ອງໃສແຫ່ງຈິຕໃນພາຍໃນ ເພາະ ທັມອັນເອກຄື ສະມາທິຜຸດມີຂຶ້ນ ບໍ່ມີວິຕົກ ບໍ່ມີວິຈາຣ ມີປີຕິແລະສຸຂອັນເກີດຈາກສະມາທິແລ້ວແລຢູ່ເຖີ້ນ” ດັ່ງນີ້ແລ້ວນັ້ນ
ອານາປານະສະຕິນີ້ແຫຼະ ອັນພິກຂຸນັ້ນຕ້ອງຕັ້ງໄວ້ໃນໃຈໃຫ້ເປັນຢ່າງດີ.
ພິກຂຸທັງຫຼາຍ ! ເພາະເຫດນັ້ນໃນເລື່ອງນີ້ ຖ້າພິກຂຸປາຖະໜາ ວ່າ “ເພາະຄວາມຈາງຄາຍໄປແຫ່ງປີຕິ ເຮົາຈົ່ງເປັນຜູ້ຢູ່ອຸເປກຂາ ມີສະຕິສັມປະຊັນຍະ ສະເຫວີຍສຸຂດ້ວຍກາຍ (ສຸຂັນຈະ ກາເຢນະ) ຊະນິດທີ່ພຣະອະຣິຍະເຈົ້າກ່າວວ່າ ຜູ້ນັ້ນເປັນຜູ້ຢູ່ອຸເປກຂາ ມີສະຕິ ມີການຢູ່ເປັນສຸຂ ເຂົ້າເຖິງ ຕະຕິຢະຊານ ແລ້ວແລຢູ່ເຖີ້ນ” ດັ່ງນີ້ແລ້ວ ນັ້ນ

ອານາປານະສະຕິນີ້ແຫຼະ ອັນພິກຂຸນັ້ນຕ້ອງຕັ້ງໄວ້ໃນໃຈໃຫ້ເປັນຢ່າງດີ.
ພິກຂຸທັງຫຼາຍ ! ເພາະເຫດນັ້ນໃນເລື່ອງນີ້ ຖ້າພິກຂຸປາຖະໜາ ວ່າ “ເພາະລະສຸຂແລະທຸກຂ໌ເສຍໄດ້ ເພາະຄວາມດັບໄປແຫ່ງໂສມະນັດສະແລະໂທມະນັດສະໃນກາລກ່ອນ ເຮົາຈົ່ງເຂົ້າເຖິງ ຈະຕຸຕຖະຊານ ອັນບໍ່ມີທຸກຂ໌ບໍ່ມີສຸຂ ມີແຕ່ຄວາມບໍຣິສຸດແຫ່ງສະຕິ ເພາະອຸເປກຂາແລ້ວແລຢູ່ເຖີ້ນ” ດັ່ງນີ້ແລ້ວ ນັ້ນ
ອານາປານະສະຕິສະມາທິນີ້ແຫຼະ ອັນພິກຂຸນັ້ນຕ້ອງຕັ້ງໄວ້ໃນໃຈໃຫ້ເປັນຢ່າງດີ.

ເປັນເຫດໃຫ້ໄດ້ສະມາທິໃນລະດັບອະຣູປະສັນຍາທັງສີ່
ພິກຂຸທັງຫຼາຍ ! ເພາະເຫດນັ້ນໃນເລື່ອງນີ້ ຖ້າພິກຂຸປາຖະໜາ ວ່າ “ເພາະກ້າວຂ້າມຣູປະສັນຍາເສຍໂດຍປະການທັງປວງ ເພາະຄວາມດັບໄປແຫ່ງປະຕິຄະສັນຍາທັງຫຼາຍ ເພາະການບໍ່ເຮັດໃນໃຈເຊິ່ງນານັຕຕະສັນຍາ ມີປະການຕ່າງໆ ເຮົາຈົ່ງເຂົ້າເຖິງ ອາກາສານັນຈາຢະຕະນະ ອັນມີການເຮັດໃນໃຈວ່າອາກາດບໍ່ມີທີ່ສຸດ ດັ່ງນີ້ແລ້ວແລຢູ່ເຖີ້ນ” ດັ່ງນີ້ແລ້ວນັ້ນ
ອານາປານະສະຕິນີ້ແຫຼະ ອັນພິກຂຸນັ້ນຕ້ອງຕັ້ງໄວ້ໃນໃນໃຈໃຫ້ເປັນຢ່າງດີ.

ພິກຂຸທັງຫຼາຍ ! ເພາະເຫດນັ້ນໃນເລື່ອງນີ້ ຖ້າພິກຂຸປາຖະໜາວ່າ “ເຮົາຈົ່ງກ້າວຂ້າມອາກາສານັນຈາຢະຕະນະໂດຍປະການທັງປວງ ເສຍແລ້ວ ຈົ່ງເຂົ້າເຖິງ ວິນຍານັນຈາຢະຕະນະ ອັນມີການເຮັດໃນໃຈວ່າ ວິນຍານບໍ່ມີທີ່ສຸດ ດັ່ງນີ້ແລ້ວແລຢູ່ເຖີ້ນ” ດັ່ງນີ້ແລ້ວ ນັ້ນ
ອານາປານະສະຕິນີ້ແຫຼະ ອັນພິກຂຸນັ້ນຕ້ອງຕັ້ງໄວ້ໃນໃຈໃຫ້ເປັນຢ່າງດີ.
ພິກຂຸທັງຫຼາຍ ! ເພາະເຫດນັ້ນໃນເລື່ອງນີ້ ຖ້າພິກຂຸປາຖະໜາວ່າ “ເຮົາຈົ່ງກ້າວຂ້າມວິນຍານັນຈາຢະຕະນະເສຍໂດຍປະການທັງປວງ ເຂົ້າເຖິງ ອາກິນຈັນຍາຢະຕະນະ ອັນມີການເຮັດໃນໃຈວ່າບໍ່ມີອັນໃດ ແລ້ວແລຢູ່ເຖີ້ນ” ດັ່ງນີ້ແລ້ວ ນັ້ນ
ອານາປານະສະຕິນີ້ແຫຼະ ອັນພິກຂຸນັ້ນຕ້ອງຕັ້ງໄວ້ໃນໃຈໃຫ້ເປັນຢ່າງດີ.
ພິກຂຸທັງຫຼາຍ ! ເພາະເຫດນັ້ນໃນເລື່ອງນີ້ ຖ້າພິກຂຸປາຖະໜາວ່າ “ເຮົາຈົ່ງກ້າວຂ້າມອາກິນຈັນຍາຢະຕະນະເສຍໂດຍປະການທັງປວງ ເຂົ້າເຖິງ ເນວະສັນຍານາສັນຍາຢະຕະນະ ແລ້ວແລຢູ່ເຖີ້ນ” ດັ່ງນີ້ແລ້ວ ນັ້ນ
ອານາປານະສະຕິສະມາທິນີ້ແຫຼະ ອັນພິກຂຸນັ້ນຕ້ອງຕັ້ງໄວ້ໃນໃຈໃຫ້ເປັນຢ່າງດີ.

ເປັນເຫດໃຫ້ໄດ້ສັນຍາເວທະຢິຕະນິໂຣດ

ພິກຂຸທັງຫຼາຍ ! ເພາະເຫດນັ້ນໃນເລື່ອງນີ້ ຖ້າພິກຂຸປາຖະໜາວ່າ “ເຮົາຈົ່ງກ້າວຂ້າມເຊິ່ງເນວະສັນຍານາສັນຍາຢະຕະນະເສຍໄດ້ໂດຍປະການທັງປວງ ເຂົ້າເຖິງ ສັນຍາເວທະຢິຕະນິໂຣດ ແລ້ວແລຢູ່ເຖີ້ນ” ດັ່ງນີ້ແລ້ວ ນັ້ນ
ອານາປານະສະຕິສະມາທິນີ້ແຫຼະ ອັນພິກຂຸນັ້ນຕ້ອງຕັ້ງໄວ້ໃນໃຈໃຫ້ເປັນຢ່າງດີ.

- ບາລີ ມຫາວາຣ. ສັງ. ໑໙/໔໐໐-໔໐໔/໑໓໒໗-໑໓໔໗.
ພຣະສູດຄົ້ນຫາປຶ້ມຖືກໃຈປື້ມVideoປະຕິທິນພຣະທັມ