ນິດເທສະແຫ່ງໄຕຣສິກຂາເພື່ອປຽບທຽບ
ທໍາໃນທີສຸດ
ພິກຂຸ ທ. ! ສິກຂາ ໓ ຢ່າງ ເຫຼົ່ານີ້ ມີຢູ່. ສາມຢ່າງແນວໃດໜໍ ? ສາມຢ່າງຄື ອະທິສີລະສິກຂາ ອະທິຈິຕຕະສິກຂາ ອະທິປັນຍາສິກຂາ.
ພິກຂຸ ທ. ! ອະທິສີລະສິກຂາ ເປັນແນວໃດໜໍ ? ພິກຂຸ ທ. ! ພິກຂຸໃນກໍລະນີນີ້ ເປັນຜູ້ມີສີລ ສັງລວມດ້ວຍປາຕິໂມກຂະສັງວອນ ສົມບູນດ້ວຍມາລະຍາດແລະໂຄຈອນ ມີປົກກະຕິເຫັນເປັນພັຍໃນໂທດທັງຫຼາຍ ເຖິງແມ່ນວ່າເປັນໂທດເລັກນ້ອຍ ສະມາທານສຶກສາຢູ່ ໃນສິກຂາບົດທັງຫຼາຍ. ພິກຂຸ ທ. ! ນີ້ເຮົາກ່າວວ່າອະທິສີລະສິກຂາ.
ພິກຂຸ ທ. ! ອະທິຈິຕຕະສິກຂາ ເປັນແນວໃດໜໍ ? ພິກຂຸ ທ. ! ພິກຂຸໃນກໍລະນີນີ້ ສະງັດຈາກກາມທັງຫຼາຍ ສະງັດຈາກອະກຸສົລທັມທັງຫຼາຍ ເຂົ້າເຖິງປະຖົມມະຊານ ອັນມີວິຕົກມີວິຈາຣ ມີປີຕິແລະສຸຂ ອັນເກີດຈາກວິເວກແລ້ວແລຢູ່;ເພາະຄວາມທີ່ວິຕົກວິຈາຣທັງສອງ ລະງັບລົງ ເຂົ້າເຖິງ ທຸຕິຍະຊານ ເປັນເຄື່ອງຜ່ອງໃສແຫ່ງໃຈໃນພາຍໃນ ໃຫ້ສະມາທິ ເປັນທັມອັນເອກຜຸດມີຂຶ້ນ ບໍ່ມີວິຕົກ ບໍ່ມີວິຈາຣ ມີແຕ່ປີຕິແລະສຸຂ ອັນເກີດຈາກສະມາທິແລ້ວແລຢູ່; ອັນໜຶ່ງ ເພາະຄວາມຈາງຄາຍໄປແຫ່ງປີຕິ ຍ່ອມເປັນຜູ້ຢູ່ອຸເປກຂາ ມີສະຕິແລະສັມປະຊັນຍະ ແລະຍ່ອມສະເຫວີຍຄວາມສຸຂດ້ວຍນາມກາຍ ຊະນິດທີ່ພຣະອະຣິຍະເຈົ້າທັງຫຼາຍ ຍ່ອມກ່າວສັນເສີນຜູ້ນັ້ນວ່າ “ເປັນຜູ້ຢູ່ອຸເປກຂາ ມີສະຕິ ຢູ່ເປັນປົກກະຕິສຸຂ” ດັ່ງນີ້ ເຂົ້າເຖິງ ຕະຕິຍະຊານ ແລ້ວແລຢູ່; ເພາະລະສຸຂເສຍໄດ້ ແລະເພາະລະທຸກຂ໌ເສຍໄດ້ ເພາະຄວາມດັບໄປແຫ່ງໂສມະນັດສະ ແລະໂທມະນັດສະທັງສອງໃນກາລກ່ອນ, ເຂົ້າເຖິງ ຈະຕຸຕຖະຊານ ບໍ່ມີທຸກຂ໌ ບໍ່ມີສຸຂ ມີແຕ່ຄວາມທີ່ສະຕິເປັນທັມມະຊາດບໍຣິສຸດ ເພາະອຸເປກຂາແລ້ວແລຢູ່. ພິກຂຸ ທ. ! ນີ້ເຮົາກ່າວວ່າ ອະທິຈິຕຕະສິກຂາ.
ພິກຂຸ ທ. ! ອະທິປັນຍາສິກຂາ ເປັນແນວໃດໜໍ ? ພິກຂຸ ທ. ! ພິກຂຸໃນກໍລະນີນີ້ ຍ່ອມຮູ້ແຈ່ມແຈ້ງຕາມເປັນຈິງວ່າ “ນີ້ທຸກຂ໌, ນີ້ເຫຕໃຫ້ເກີດແຫ່ງທຸກຂ໌, ນີ້ຄວາມດັບບໍ່ເຫຼືອແຫ່ງທຸກຂ໌, ນີ້ທາງໃຫ້ເຖິງຄວາມດັບບໍ່ເຫຼືອແຫ່ງທຸກຂ໌” ດັ່ງນີ້.ພິກຂຸ ທ. ! ນີ້ເຮົາກ່າວວ່າ ອະທິປັນຍາສິກຂາ.
ພິກຂຸ ທ. ! ເຫຼົ່ານີ້ແລ ສິກຂາ ໓ ຢ່າງ.
- ຕິກ. ອັງ. ໒໐/໓໐໓/໕໒໙.
ນິດເທສະແຫ່ງໄຕຣສິກຂາ (ອີກນັຍໜຶ່ງ)
ພິກຂຸ ທ. ! ສິກຂາສາມຢ່າງເຫຼົ່ານີ້ ມີຢູ່, ສາມຢ່າງແນວໃດໜໍ ? ສາມຢ່າງຄື ອະທິສີລະສິກຂາ ອະທິຈິຕຕະສິກຂາ ອະທິປັນຍາສິກຂາ.
ພິກຂຸ ທ. ! ອະທິສີລະສິກຂາ ເປັນແນວໃດໜໍ ? ພິກຂຸ ທ. ! ພິກຂຸໃນກໍລະນີນີ້ ເປັນຜູ້ມີສີລ ສັງລວມດ້ວຍປາຕິໂມກຂະສັງວອນ....ຯລຯ.... ສະມາທານສຶກສາຢູ່ ໃນສິກຂາບົດທັງຫຼາຍ. ພິກຂຸ ທ. ! ນີ້ເຮົາກ່າວວ່າ ອະທິສີລະສິກຂາ.
ພິກຂຸ ທ. ! ອະທິຈິຕຕະສິກຂາ ເປັນແນວໃດໜໍ ? ພິກຂຸ ທ. ! ພິກຂຸໃນກໍລະນີນີ້ ສະງັດຈາກກາມທັງຫຼາຍ.... ເຂົ້າເຖິງປະຖົມຊານ....ຯລຯ....ທຸຕິຍະຊານ....ຯລຯ.... ຕະຕິຍະຊານ....ຯລຯ....ຈະຕຸຕຖະຊານ....ແລ້ວແລຢູ່. ພິກຂຸ ທ. ! ນີ້ເຮົາກ່າວວ່າ ອະທິຈິຕຕະສິກຂາ.
ພິກຂຸ ທ. ! ອະທິປັນຍາສິກຂາ ເປັນແນວໃດໜໍ ? ພິກຂຸ ທ. ! ພິກຂຸໃນກໍລະນີນີ້ ເຮັດໃຫ້ແຈ້ງຊຶ່ງເຈໂຕວິມຸຕຕິ ປັນຍາວິມຸຕຕິ ອັນຫາອາສະວະບໍ່ໄດ້ ເພາະຄວາມສິ້ນໄປ ແຫ່ງອາສະວະທັງຫຼາຍ ດ້ວຍປັນຍາອັນຍິ່ງເອງ ໃນທິຕຖະທັມນີ້ ເຂົ້າເຖິງແລ້ວແລຢູ່. ພິກຂຸ ທ. ! ນີ້ເຮົາກ່າວວ່າ ອະທິປັນຍາສິກຂາ.
ພິກຂຸ ທ. ! ເຫຼົ່ານີ້ແລ ສິກຂາ ໓ ຢ່າງ.
(ຄາຖາຜະນວກທ້າຍພຣະສູຕ)
ຈົ່ງເປັນຜູ້ມີຄວາມພຽນ ມີກໍາລັງ ມີຄວາມຕັ້ງໝັ້ນ ມີຄວາມເພັ່ງ ມີສະຕິສັງລວມອິນຊີ ປະພຶດອະທິສີລ ອະທິຈິຕ ແລະອະທິປັນຍາເຖີ້ນ ຈົ່ງແຜ່ຈິຕສຸບງໍາທິດທັງປວງ ດ້ວຍສະມາທິອັນຫາປະມານບໍ່ໄດ້ ເຊັ່ນດຽວກັນທັງເບື້ອງໜ້າເບື້ອງຫຼັງ ທັງເບື້ອງຫຼັງເບື້ອງໜ້າ ເຊັ່ນດຽວກັນທັງເບື້ອງຕໍ່າເບື້ອງສູງ ທັງເບື້ອງສູງເບື້ອງຕໍ່າ ເຊັ່ນດຽວກັນທັງກາງເວັນກາງຄືນ ທັງກາງຄືນກາງເວັນ. ນັ້ນທ່ານກ່າວກັນວ່າ ເປັນເສຂະປະຕິປະທາ ຫຼືການປະພຶດທັມໝົດຈົດດ້ວຍດີ. ນັ້ນທ່ານກ່າວກັນວ່າ ເປັນຜູ້ຮູ້ພ້ອມໃນໂລກ ມີປັນຍາ ເຖິງທີ່ສຸດແຫ່ງການປະຕິບັຕ.
ວິໂມກຂ໌ແຫ່ງຈິຕ ຍ່ອມມີແກ່ບຸຄຄົລນັ້ນຜູ້ຫຼຸດພົ້ນແລ້ວ ເພາະດັບສິ້ນຕັນຫາເພາະຄວາມດັບສະນິດແຫ່ງວິນຍານ ເໝືອນຄວາມດັບສະນິດແຫ່ງໄຟສະນັ້ນ.
- ຕິກ. ອັງ. ໒໐/໓໐໓/໕໓໐.