ຄວາມສັນໂດດເປັນໜຶ່ງໃນທັມທີ່ກະທຳທີ່ເພິ່ງ

ທາງສາຍກາງ

0:00/0:00
ພິກຂຸທັງຫລາຍ! ພວກເຈົ້າທັງຫລາຍຈົ່ງເປັນຜູ້ມີທີ່ເພິ່ງຢູ່ເຖີດ ຢ່າເປັນຜູ້ບໍ່ມີທີ່ເພິ່ງຢູ່ເລີຍ ບຸຄຄົລຜູ້ບໍ່ມີທີ່ເພິ່ງຍ່ອມຢູ່ເປັນທຸກຂ໌.

ພິກຂຸທັງຫລາຍ! ທັມທີ່ກະທຳທີ່ເພິ່ງ ໑໐ ປະກາຣນີ້, ໑໐ ປະກາຣເປັນຢ່າງໃດ?

ພິກຂຸທັງຫລາຍ! ພິກຂຸໃນທັມວິນັຍນີ້ ເປັນຜູ້ມີສີລ ສັງຣວມໃນປາຕິໂມກຂ໌ ເຖິງພ້ອມດ້ວຍອາຈາຣະແລະໂຄຈອຣ ມີປົກກະຕິເຫັນພັຍໃນໂທສແມ່ນພຽງເລັກນ້ອຍ ສະມາທານສຶກສາຢູ່ໃນສິກຂາບົທທັງຫລາຍ. ພິກຂຸທັງຫລາຍ ຂໍ້ທີ່ພິກຂຸເປັນຜູ້ມີສີລ ສັງຣວມໃນປາຕິໂມກຂ໌ ເຖິງພ້ອມດ້ວຍອາຈາຣະແລະໂຄຈອຣ ມີປົກກະຕິເຫັນພັຍໃນໂທສແມ່ນພຽງເລັກນ້ອຍ ສະມາທານສຶກສາຢູ່ໃນສິກຂາບົທທັງຫລາຍ ນີ້ເປັນທັມທີ່ກະທຳທີ່ເພິ່ງ.

ພິກຂຸທັງຫລາຍ! ອີກປະກາຣໜຶ່ງ ພິກຂຸເປັນພະຫູສູຕ ຊົງສຸຕະ ສັ່ງສົມສຸຕະ ເປັນຜູ້ໄດ້ຍິນໄດ້ຟັງຫລາຍ ຊົງໄວ້ ຄ່ອງປາກ ຂຶ້ນໃຈ ແທງຕລອດດ້ວຍດີດ້ວຍທິຕຖິເຊິ່ງທັມທັງຫລາຍອັນງາມໃນເບື້ອງຕົ້ນ ງາມໃນທ່າມກາງ ງາມໃນທີ່ສຸດ ປະກາສ ພຣົມມະຈັນຍ໌ ພ້ອມທັງອັຕຖະ ພ້ອມທັງພະຍັນຊະນະ ບໍຣິສຸທ ບໍຣິບູນສິ້ນເຊິງ. ພິກຂຸທັງຫລາຍ ຂໍ້ທີ່ພິກຂຸເປັນພະຫູສູຕ ຊົງສຸຕະ ສັ່ງສົມສຸຕະ ເປັນຜູ້ໄດ້ຍິນໄດ້ຟັງຫລາຍ ຊົງໄວ້ ຄ່ອງປາກ ຂຶ້ນໃຈ ແທງຕລອດດ້ວຍດີດ້ວຍທິຕຖິເຊິ່ງທັມທັງຫລາຍອັນງາມໃນເບື້ອງຕົ້ນ ງາມໃນທ່າມກາງ ງາມໃນທີ່ສຸດ ປະກາສພຣົມມະຈັນຍ໌ ພ້ອມທັງອັຕຖະ ພ້ອມທັງພະຍັນຊະນະ ບໍຣິສຸທ ບໍຣິບູນສິ້ນເຊິງ ນີ້ເປັນທັມທີ່ກະທຳທີ່ເພິ່ງ.

ພິກຂຸທັງຫລາຍ! ອີກປະກາຣໜຶ່ງ ພິກຂຸເປັນຜູ້ມີມິຕດີ ມີສະຫາຍດີ ມີເພື່ອນດີ. ພິກຂຸທັງຫລາຍ ຂໍ້ທີ່ພິກຂຸເປັນຜູ້ມີມິຕດີ ມີສະຫາຍດີ ມີເພື່ອນດີ ນີ້ເປັນທັມທີ່ກະທຳທີ່ເພິ່ງ.
ພິກຂຸທັງຫລາຍ! ອີກປະກາຣໜຶ່ງ ພິກຂຸເປັນຜູ້ວ່າງ່າຍ ປະກອບດ້ວຍທັມທີ່ກະທຳໃຫ້ເປັນຜູ້ວ່າງ່າຍ ເປັນຜູ້ອົດທົນ ຮັບອະນຸສາສນີໂດຍເຄົາຣົພ. ພິກຂຸທັງຫລາຍ ຂໍ້ທີ່ພິກຂຸເປັນຜູ້ວ່າງ່າຍ ປະກອບດ້ວຍທັມທີ່ກະທຳໃຫ້ເປັນຜູ້ວ່າງ່າຍ ເປັນຜູ້ອົດທົນ ຮັບອະນຸສາສນີໂດຍເຄົາຣົພ ນີ້ເປັນທັມທີ່ກະທຳທີ່ເພິ່ງ.

ພິກຂຸທັງຫລາຍ! ອີກປະກາຣໜຶ່ງ ພິກຂຸເປັນຜູ້ຂະຫຍັນ ບໍ່ກຽດຄ້ານໃນກິຈທີ່ຄວນກະທຳທັງສູງທັງຕ່ຳຂອງເພື່ອນພຣົມມະຈັນຍ໌ທັງຫລາຍ ປະກອບດ້ວຍປັນຍາເປັນເຄື່ອງພິຈາຣະນາອັນເປັນອຸບາຍໃນກິຈນັ້ນ ສາມາດກະທຳ ສາມາດຈັດກາຣໄດ້. ພິກຂຸທັງຫລາຍ ຂໍ້ທີ່ພິກຂຸເປັນຜູ້ຂະຫຍັນ ບໍ່ກຽດຄ້ານໃນກິຈທີ່ຄວນກະທຳທັງສູງທັງຕ່ຳຂອງເພື່ອນພຣົມມະຈັນຍ໌ທັງຫລາຍ ປະກອບດ້ວຍປັນຍາເປັນເຄື່ອງພິຈາຣະນາອັນເປັນອຸບາຍໃນກິຈນັ້ນ ສາມາດກະທຳ ສາມາດຈັດກາຣໄດ້ ນີ້ເປັນທັມທີ່ກະທຳທີ່ເພິ່ງ.

ພິກຂຸທັງຫລາຍ! ອີກປະກາຣໜຶ່ງ ພິກຂຸເປັນຜູ້ຮັກໃຄ່ໃນທັມ ເປັນຜູ້ຟັງແລະເປັນຜູ້ສະແດງທັມອັນເປັນທີ່ຮັກ ມີຄວາມປາໂມທຢ່າງຍິ່ງໃນທັມອັນຍິ່ງ ໃນວິນັຍອັນຍິ່ງ. ພິກຂຸທັງຫລາຍ ຂໍ້ທີ່ພິກຂຸເປັນຜູ້ຮັກໃຄ່ໃນທັມ ເປັນຜູ້ຟັງແລະເປັນຜູ້ສະແດງທັມອັນເປັນທີ່ຮັກ ມີຄວາມປາໂມທຢ່າງຍິ່ງໃນທັມອັນຍິ່ງ ໃນວິນັຍອັນຍິ່ງ ນີ້ເປັນທັມທີ່ກະທຳທີ່ເພິ່ງ.

ພິກຂຸທັງຫລາຍ! ອີກປະກາຣໜຶ່ງ ພິກຂຸເປັນຜູ້ປຣາຣົພຄວາມພຽນເພື່ອລະອະກຸສົລທັມທັງຫລາຍ ເພື່ອຄວາມເຖິງພ້ອມແຫ່ງກຸສົລທັມທັງຫລາຍ ເປັນຜູ້ມີກຳລັງ ມີຄວາມບາກບັ່ນໝັ້ນຄົງ ບໍ່ປະຖິ້ມທຸຣະໃນກຸສົລທັມທັງຫລາຍ. ພິກຂຸທັງຫລາຍ ຂໍ້ທີ່ພິກຂຸເປັນຜູ້ປຣາຣົພຄວາມພຽນເພື່ອລະອະກຸສົລທັມທັງຫລາຍ ເພື່ອຄວາມເຖິງພ້ອມແຫ່ງກຸສົລທັມທັງຫລາຍ ເປັນຜູ້ມີກຳລັງ ມີຄວາມບາກບັ່ນໝັ້ນຄົງ ບໍ່ປະຖິ້ມທຸຣະໃນກຸສົລທັມທັງຫລາຍ ນີ້ເປັນທັມທີ່ກະທຳທີ່ເພິ່ງ.

ພິກຂຸທັງຫລາຍ! ອີກປະກາຣໜຶ່ງ ພິກຂຸເປັນຜູ້ສັນໂດດດ້ວຍຈີວອຣ ບິນທະບາຕ ເສນາສະນະ ແລະຄິລານະປັຈຈັຍເພສັຊບໍຣິຂາຣຕາມມີຕາມໄດ້. ພິກຂຸທັງຫລາຍ ຂໍ້ທີ່ພິກຂຸເປັນຜູ້ສັນໂດດດ້ວຍຈີວອຣ ບິນທະບາຕ ເສນາສະນະ ແລະຄິລານະປັຈຈັຍເພສັຊບໍຣິຂາຣຕາມມີຕາມໄດ້ ນີ້ເປັນທັມທີ່ກະທຳທີ່ເພິ່ງ.

ພິກຂຸທັງຫລາຍ! ອີກປະກາຣໜຶ່ງ ພິກຂຸເປັນຜູ້ມີສະຕິ ປະກອບດ້ວຍສະຕິເປັນເຄື່ອງຮັກສາຕົນຢ່າງຍິ່ງ ຍ່ອມຕາມຣະນຶກເຖິງສິ່ງທີ່ເຄີຍທຳ ຄຳທີ່ເຄີຍເວົ້າແມ່ນແຕ່ນານໄດ້. ພິກຂຸທັງຫລາຍ ຂໍ້ທີ່ພິກຂຸເປັນຜູ້ມີສະຕິ ປະກອບດ້ວຍສະຕິເປັນເຄື່ອງຮັກສາຕົນຢ່າງຍິ່ງ ຍ່ອມຕາມຣະນຶກເຖິງສິ່ງທີ່ເຄີຍທຳ ຄຳທີ່ເຄີຍເວົ້າແມ່ນແຕ່ນານໄດ້ ນີ້ເປັນທັມທີ່ກະທຳທີ່ເພິ່ງ.

ພິກຂຸທັງຫລາຍ! ອີກປະກາຣໜຶ່ງ ພິກຂຸເປັນຜູ້ມີປັນຍາ ປະກອບດ້ວຍປັນຍາເຄື່ອງກຳນົດຮູ້ຄວາມເກີດແລະຄວາມດັບອັນເປັນອະຣິຍະ ເປັນເຄື່ອງຊຳແຣກກິເລສໃຫ້ເຖິງຄວາມສິ້ນທຸກຂ໌ໂດຍຊອບ. ພິກຂຸທັງຫລາຍ ຂໍ້ທີ່ພິກຂຸເປັນຜູ້ມີປັນຍາ ປະກອບດ້ວຍປັນຍາເຄື່ອງກຳນົດຮູ້ຄວາມເກີດແລະຄວາມດັບອັນເປັນອະຣິຍະ ເປັນເຄື່ອງຊຳແຣກກິເລສໃຫ້ເຖິງຄວາມສິ້ນທຸກຂ໌ໂດຍຊອບ ນີ້ເປັນທັມທີ່ກະທຳທີ່ເພິ່ງ.

ພິກຂຸທັງຫລາຍ! ພວກເຈົ້າທັງຫລາຍຈົ່ງເປັນຜູ້ມີທີ່ເພິ່ງຢູ່ເຖີດ ຢ່າເປັນຜູ້ບໍ່ມີທີ່ເພິ່ງຢູ່ເລີຍ ບຸຄຄົລຜູ້ບໍ່ມີທີ່ເພິ່ງຍ່ອມຢູ່ເປັນທຸກຂ໌. ພິກຂຸທັງຫລາຍ ທັມທີ່ກະທຳທີ່ເພິ່ງ ໑໐ ປະກາຣນີ້ແລ.

ອັງຄຸຕຕະຣະນິກາຍ ທະສະກະ-ເອກາທະສະກະນິບາຕ ໒໔/໒໓-໒໕/໑໗
ພຣະສູດຄົ້ນຫາປຶ້ມຖືກໃຈປື້ມVideoປະຕິທິນພຣະທັມ