ພົບພູມທີ່ບໍຣິໂພກທານໄດ້

ພົບພູມ

0:00/0:00
- ບາລີ ທສກ. ອັງ. ໒໔/໒໙໐/໑໖໖.

ພຣະໂຄດົມຜູ້ຈະເຣີນ ! ຂ້າພະເຈົ້າ ໄດ້ນາມວ່າເປັນພຣາມ ຍ່ອມໃຫ້ທານ ຍ່ອມປູກຄວາມເຊື່ອວ່າ ທານນີ້ຕ້ອງສໍາເລັດແກ່ຍາດສາຍໂລຫິຕຜູ້ລ່ວງລັບໄປແລ້ວ ຂໍຍາດສາຍໂລຫິຕຜູ້ລ່ວງລັບໄປແລ້ວຈົ່ງບໍຣິໂພຄທານນີ້ (ອິທັງ ທານັງ ເປຕາ ຍາຕິສາໂລຫິຕາ ປະຣິພຸນຊັນຕິ).
ພຣະໂຄດົມຜູ້ຈະເຣີນ ! ທານນັ້ນຍ່ອມສໍາເລັດແກ່ຍາດສາຍໂລຫິຕ ຜູ້ລ່ວງລັບໄປແລ້ວ ຫຼືຍາດສາຍໂລຫິຕຜູ້ລ່ວງລັບໄປແລ້ວເຫຼົ່ານັ້ນ ຍ່ອມໄດ້ບໍຣິໂພກທານນັ້ນຫຼືບໍ່ ?
ພຣາມ ! ທານນັ້ນ ຍ່ອມສໍາເລັດໃນຖານະ໑ ແລະຍ່ອມບໍ່ສໍາເລັດໃນອະຖານະ.໒
ພຣະໂຄດົມຜູ້ຈະເຣີນ ! ຖານະ ເປັນແນວໃດໜໍ ? ອະຖານະ ເປັນແນວໃດໜໍ ?
ພຣາມ ! ບຸກຄົນບາງຄົນໃນໂລກນີ້ ເປັນຜູ້ຂ້າສັຕ ລັກຊັບ ປະພຶດຜິດໃນກາມ ເວົ້າຕົວະ ເວົ້າສໍ່ສຽດ ເວົ້າຄໍາຫຍາບ ເວົ້າໂລເລ ມີຄວາມຢາກໄດ້ຂອງຜູ້ອື່ນ ມີຈິຕປອງຮ້າຍ ມີຄວາມເຫັນຜິດ ບຸກຄົນນັ້ນເມື່ອຕາຍໄປ ຍ່ອມເຂົ້າເຖິງນະຣົກ ເຂົາຍ່ອມລ້ຽງອັຕຕະພາບຢູ່ໃນນະຣົກນັ້ນ ຍ່ອມຕັ້ງຢູ່ໃນນະຣົກນັ້ນ
ດ້ວຍອາຫາຣຂອງສັຕນະຣົກ.
ພຣາມ ! ຖານະອັນເປັນທີ່ບໍ່ເຂົ້າໄປສໍາເລັດແຫ່ງທານ ແກ່ສັຕຜູ້ຕັ້ງຢູ່ນີ້ແລ ເປັນອະຖານະ.

໑. ໂອກາດທີ່ເປັນໄດ້ (ສະຖານະພາບໃນພົບນັ້ນທີ່ຍັງຄວາມສຳເລັດປະໂຍຊນ໌ໃຫ້ເກີດຂຶ້ນໄດ້)
໒. ໂອກາດທີ່ເປັນໄປບໍ່ໄດ້ (ສະພາບໃນພົບນັ້ນທີ່ຍັງຄວາມສຳເລັດປະໂຍຊນ໌ໃຫ້ເກີດຂຶ້ນບໍ່ໄດ້)

ພຣາມ ! ບຸກຄົນບາງຄົນໃນໂລກນີ້ ເປັນຜູ້ຂ້າສັຕ... ມີຄວາມເຫັນຜິດ ບຸກຄົນນັ້ນເມື່ອຕາຍໄປ ຍ່ອມເຂົ້າເຖິງກໍາເນີດເດຣັດສານ ເຂົາຍ່ອມລ້ຽງອັຕຕະພາບຢູ່ໃນກໍາເນີດເດຣັດສານນັ້ນ ຍ່ອມຕັ້ງຢູ່ໃນກໍາເນີດເດຣັດສານນັ້ນ ດ້ວຍອາຫາຣຂອງສັຕເດຣັດສານ.
ພຣາມ ! ແມ່ນວ່າຖານະອັນເປັນທີ່ບໍ່ເຂົ້າໄປສໍາເລັດແຫ່ງທານແກ່ສັຕຜູ້ຕັ້ງຢູ່ນີ້ແລ ກໍເປັນອະຖານະ.

ພຣາມ ! ບຸກຄົນບາງຄົນໃນໂລກນີ້ ເປັນຜູ້ເວັ້ນຂາດຈາກການຂ້າສັຕ... ມີຄວາມເຫັນຖືກ ບຸກຄົນນັ້ນເມື່ອຕາຍໄປຍ່ອມເຂົ້າເຖິງຄວາມເປັນສະຫາຍຂອງມະນຸສ ເຂົາຍ່ອມລ້ຽງອັຕຕະພາບຢູ່ໃນມະນຸສະໂລກນັ້ນ ຍ່ອມຕັ້ງຢູ່ໃນມະນຸສະໂລກນັ້ນ ດ້ວຍອາຫາຣຂອງມະນຸສ.
ພຣາມ ! ແມ່ນວ່າຖານະອັນເປັນທີ່ບໍ່ເຂົ້າໄປສໍາເລັດແຫ່ງທານແກ່ສັຕຜູ້ຕັ້ງຢູ່ນີ້ແລ ກໍເປັນອະຖານະ.

ພຣາມ ! ບຸກຄົນບາງຄົນໃນໂລກນີ້ ເປັນຜູ້ເວັ້ນຂາດຈາກການຂ້າສັຕ... ມີຄວາມເຫັນຖືກ ບຸກຄົນນັ້ນເມື່ອຕາຍໄປຍ່ອມເຂົ້າເຖິງຄວາມເປັນສະຫາຍຂອງເທວະດາ ເຂົາຍ່ອມລ້ຽງອັຕຕະພາບຢູ່ໃນເທວະໂລກນັ້ນ ຍ່ອມຕັ້ງຢູ່ໃນເທວະໂລກນັ້ນ ດ້ວຍອາຫາຣຂອງເທວະດາ.
ພຣາມ ! ແມ່ນວ່າຖານະອັນເປັນທີ່ບໍ່ເຂົ້າໄປສໍາເລັດແຫ່ງທານແກ່ສັຕຜູ້ຕັ້ງຢູ່ນີ້ແລ ກໍເປັນອະຖານະ.

ພຣາມ ! ບຸກຄົນບາງຄົນໃນໂລກນີ້ ເປັນຜູ້ຂ້າສັຕ...ມີຄວາມເຫັນຜິດ ບຸກຄົນນັ້ນເມື່ອຕາຍໄປ ຍ່ອມເຂົ້າເຖິງເປຕະວິສັຍ ເຂົາຍ່ອມລ້ຽງອັຕຕະພາບຢູ່ໃນເປຕະວິສັຍນັ້ນ ດ້ວຍອາຫາຣຂອງສັຕຜູ້ເກີດໃນເປຕະວິສັຍ ຫຼືວ່າມິຕອາມາດ ຫຼືຍາດສາຍໂລຫິດຂອງເຂົາ ຍ່ອມອຸທິສທານໃຫ້ ເຂົາຍ່ອມລ້ຽງອັຕພາບຢູ່ໃນເປຕະວິສັຍນັ້ນ ຍ່ອມຕັ້ງຢູ່ໃນເປຕະວິສັຍນັ້ນ ດ້ວຍທານນັ້ນ.
ພຣາມ ! ຖານະອັນເປັນທີ່ເຂົ້າໄປສໍາເລັດແຫ່ງທານແກ່ສັຕຜູ້ຕັ້ງຢູ່ນີ້ແລ ເປັນຖານະ.

ທ່ານໂຄດົມຜູ້ຈະເຣີນ ! ກໍຖ້າຍາດສາຍໂລຫິຕຜູ້ລ່ວງລັບໄປແລ້ວນັ້ນ ບໍ່ເຂົ້າເຖິງຖານະນັ້ນ ໃຜໜໍຈະບໍຣິໂພກທານນັ້ນ ?

ພຣາມ ! ຍາດສາຍໂລຫິຕຜູ້ລ່ວງລັບໄປແລ້ວ ແມ່ນວ່າກຸ່ມອື່ນຂອງທາຍົກນັ້ນ ທີ່ເຂົ້າເຖິງຖານະນັ້ນ ມີຢູ່ ຍາດສາຍໂລຫິຕເຫຼົ່ານັ້ນຍ່ອມບໍຣິໂພກທານນັ້ນ.

ທ່ານໂຄດົມຜູ້ຈະເຣີນ ! ກໍຖ້າຍາດສາຍໂລຫິຕຜູ້ລ່ວງລັບໄປແລ້ວນັ້ນບໍ່ເຂົ້າເຖິງຖານະນັ້ນ ແລະຍາດສາຍໂລຫິຕຜູ້ລ່ວງລັບໄປແລ້ວແມ່ນວ່າກຸ່ມອື່ນຂອງທາຍົກນັ້ນ ກໍບໍ່ເຂົ້າເຖິງຖານະນັ້ນ ໃຜໜໍຈະບໍຣິໂພກທານນັ້ນ ?

ພຣາມ ! ຖານະທີ່ຈະຫວ່າງຈາກຍາດສາຍໂລຫິຕ ຜູ້ລ່ວງລັບໄປແລ້ວໂດຍກາລະດົນນານເຊັ່ນນີ້ ບໍ່ແມ່ນຖານະ ບໍ່ແມ່ນ
ໂອກາດທີ່ຈະມີໄດ້.

ພຣາມ ! ອີກປະການໜຶ່ງ ແມ່ນວ່າທາຍົກກໍເປັນຜູ້ບໍ່ຂາດຜົລ.

ທ່ານໂຄດົມຜູ້ຈະເຣີນ ! ຍ່ອມຕຣັດກໍານົດແມ່ນໃນອະຖານະ ຫຼື ?

ພຣາມ ! ເຮົາກ່າວກໍານົດແມ່ນໃນ ອະຖານະ.

ພຣາມ ! ບຸກຄົນບາງຄົນໃນໂລກນີ້ ເປັນຜູ້ຂ້າສັຕ... ມີຄວາມເຫັນຜິດ ແຕ່ເຂົາຍັງໃຫ້ເຂົ້າ ນໍ້າ ຜ້າ ຍານພາຫະນະ ດອກໄມ້ ຂອງຫອມ ເຄື່ອງລູບທາ ທີ່ນອນ ທີ່ຢູ່ອາໄສແລະເຄື່ອງເຕີມປະທີບແກ່ສະມະນະຫຼືພຣາມ ບຸກຄົນນັ້ນເມື່ອຕາຍໄປ ຍ່ອມເຂົ້າເຖິງຄວາມເປັນສະຫາຍຂອງຊ້າງ ແຕ່ເຂົາຍັງໄດ້ເຂົ້າ ນໍ້າ ມາລາ ແລະເຄື່ອງປະດັບຕ່າງໆ ໃນກໍາເນີດຊ້າງນັ້ນ.
ພຣາມ ! ຂໍ້ທີ່ບຸກຄົນເປັນຜູ້ຂ້າສັຕ... ມີຄວາມເຫັນຜິດ ດ້ວຍກັມນັ້ນ ເມື່ອຕາຍໄປ ຍ່ອມເຂົ້າເຖິງຄວາມເປັນສະຫາຍຂອງຊ້າງ ແລະຂໍ້ທີ່ຜູ້ນັ້ນເປັນຜູ້ໃຫ້ເຂົ້າ... ເຄື່ອງເຕີມປະທີບ ແກ່ສະມະນະຫຼືພຣາມ ດ້ວຍກັມນັ້ນ ເຂົາຍ່ອມໄດ້ເຂົ້າ ນໍ້າ ມາລາແລະເຄື່ອງປະດັບຕ່າງໆ ໃນກໍາເນີດຊ້າງນັ້ນ.

... ຍ່ອມເຂົ້າເຖິງຄວາມເປັນສະຫາຍຂອງມ້າ....
... ຍ່ອມເຂົ້າເຖິງຄວາມເປັນສະຫາຍຂອງງົວ....
... ຍ່ອມເຂົ້າເຖິງຄວາມເປັນສະຫາຍຂອງໝາ....

ພຣາມ ! ບຸກຄົນບາງຄົນໃນໂລກນີ້ ເປັນຜູ້ເວັ້ນຂາດຈາກການຂ້າສັຕ... ມີຄວາມເຫັນຖືກ ແລະເຂົາຍັງໃຫ້ເຂົ້າ...ເຄື່ອງເຕີມປະທີບແກ່ສະມະນະຫຼືພຣາມ ບຸກຄົນນັ້ນເມື່ອຕາຍໄປຍ່ອມເຂົ້າເຖິງຄວາມເປັນສະຫາຍຂອງມະນຸສ ແລະເຂົາຍ່ອມໄດ້ ເບັນຈະກາມະຄຸນ ອັນເປັນຂອງມະນຸສນັ້ນ.
ພຣາມ ! ຂໍ້ທີ່ບຸກຄົນເປັນຜູ້ເວັ້ນຂາດຈາກການຂ້າສັຕ... ມີຄວາມເຫັນຖືກ ດ້ວຍກັມນັ້ນ ເມື່ອຕາຍໄປຍ່ອມເຂົ້າເຖິງຄວາມເປັນສະຫາຍຂອງມະນຸສ ແລະຂໍ້ທີ່ຜູ້ນັ້ນເປັນຜູ້ໃຫ້ເຂົ້າ... ເຄື່ອງເຕີມປະທີບແກ່ສະມະນະຫຼືພຣາມ ດ້ວຍກັມນັ້ນ ເຂົາຍ່ອມໄດ້ເບັນຈະກາມະຄຸນອັນເປັນຂອງມະນຸສນັ້ນ.

ພຣາມ ! ອັນໜຶ່ງ ບຸກຄົນບາງຄົນໃນໂລກນີ້ ເປັນຜູ້ເວັ້ນຂາດຈາກການຂ້າສັຕ... ມີຄວາມເຫັນຖືກ ແລະເຂົາຍັງໃຫ້ເຂົ້າ... ເຄື່ອງເຕີມປະທີບແກ່ສະມະນະຫຼືພຣາມ ບຸກຄົນນັ້ນເມື່ອຕາຍໄປ ຍ່ອມເຂົ້າເຖິງຄວາມເປັນສະຫາຍຂອງເທວະດາ ເຂົາຍ່ອມໄດ້ເບັນຈະກາມະຄຸນອັນເປັນທິບໃນເທວະໂລກນັ້ນ.
ພຣາມ ! ຂໍ້ທີ່ບຸກຄົນເປັນຜູ້ເວັ້ນຂາດຈາກການຂ້າສັຕ... ມີຄວາມເຫັນຖືກ ດ້ວຍກັມນັ້ນ ເມື່ອຕາຍໄປຍ່ອມເຂົ້າເຖິງຄວາມເປັນສະຫາຍຂອງເທວະດາ ແລະຂໍ້ທີ່ຜູ້ນັ້ນ

ພຸດທະວະຈະນະ - ໝວດທັມ

ເປັນຜູ້ໃຫ້ເຂົ້າ... ເຄື່ອງເຕີມປະທີບແກ່ສະມະນະຫຼືພຣາມ ດ້ວຍກັມນັ້ນ ເຂົາຍ່ອມໄດ້ເບັນຈະກາມະຄຸນອັນເປັນທິບໃນເທວະໂລກນັ້ນ.

ພຣາມ ! (ດ້ວຍເຫດດັ່ງນີ້) ແມ່ນວ່າທາຍົກ ກໍເປັນ ຜູ້ບໍ່ຂາດຜົລ.

ຂ້າແຕ່ພຣະໂຄດົມຜູ້ຈະເຣີນ ! ໜ້າອັດສະຈັນ ບໍ່ເຄີຍມີແລ້ວ. ຂ້າແຕ່ພຣະໂຄດົມຜູ້ຈະເຣີນ ! ຂໍ້ທີ່ແມ່ນແຕ່ທາຍົກກໍເປັນຜູ້ບໍ່ຂາດຜົລນີ້ ເປັນຂອງຄວນເພື່ອໃຫ້ທານໂດຍແທ້ ເປັນຂອງຄວນເພື່ອປູກສັດທາໂດຍແທ້.

ພຣາມ ! ຂໍ້ນີ້ເປັນເຊັ່ນນີ້ ໆ.
ພຣາມ ! ແມ່ນວ່າທາຍົກ ກໍເປັນຜູ້ບໍ່ຂາດຜົລ.

ຂ້າແຕ່ພຣະໂຄດົມຜູ້ຈະເຣີນ ! ພາສິຕຂອງພຣະອົງຄ໌ແຈ່ມແຈ້ງຫຼາຍ... ຂໍພຣະໂຄດົມຜູ້ຈະເຣີນ ໂປດຊົງຈໍາຂ້ານ້ອຍໄວ້ວ່າ ເປັນອຸປາສົກ ຜູ້ເຖິງສະຣະນະຕະຫຼອດຊີວິຕ ຕັ້ງແຕ່ມື້ນີ້ເປັນຕົ້ນໄປ.
ພຣະສູດຄົ້ນຫາປຶ້ມຖືກໃຈປື້ມVideoປະຕິທິນພຣະທັມ