ບົດທັມທີ່ຄວນຊາບກ່ອນ (ຄວາມສັນໂດດ)

ທາງສາຍກາງ

0:00/0:00
ສມັຍໜຶ່ງ ພຣະຜູ້ມີພຣະພາຄປະທັບຢູ່ທີ່ພຣະວິຫາຣນິໂຄທາຣາມ ເຂຕພຣະນະຄອຣກະບິລພັສ ໃນສັກກະຊົນບົທ. ຄັ້ງນັ້ນແລ ພຣະຜູ້ມີພຣະພາຄຊົງນຸ່ງແລ້ວ ຖືບາຕແລະຈີວອຣ ສະເດັຈເຂົ້າໄປບິນທະບາຕຍັງພຣະນະຄອຣກະບິລພັສໃນເວລາເຊົ້າ ຄັນສະເດັຈກັບຈາກບິນທະບາຕໃນເວລາປັຈສາພັຕ ໄດ້ສະເດັຈເຂົ້າໄປຍັງວິຫາຣຂອງເຈົ້າກາລະເຂມະກະສາກະຍະ ເພື່ອພັກຜ່ອນໃນເວລາທ່ຽງວັນ.

ສມັຍນັ້ນແລ ໃນວິຫາຣຂອງເຈົ້າກາລະເຂມະກະສາກະຍະມີເສນາສະນະທີ່ແຕ່ງຕັ້ງໄວ້ມາກມາຍ ພຣະຜູ້ມີພຣະພາຄທອດພຣະເນຕເຫັນເສນາສະນະທີ່ແຕ່ງຕັ້ງໄວ້ມາກມາຍນັ້ນແລ້ວ ຈຶ່ງມີພຣະດຳຣິດັ່ງນີ້ວ່າ ໃນວິຫາຣຂອງເຈົ້າກາລະເຂມະກະສາກະຍະມີເສນາສະນະທີ່ແຕ່ງຕັ້ງໄວ້ມາກມາຍ ທີ່ນີ້ມີພິກຂຸມາກມາຍຫລືໜໍ?

ສມັຍນັ້ນແລ ທ່ານພຣະອານົນທ໌ກັບພິກຂຸຫລາຍອົງຄ໌ ກະທຳຈີວອຣກັມຢູ່ໃນວິຫາຣຂອງເຈົ້າກາລະເຂມະກະສາກະຍະ. ຄັນໃນເວລາແລງ ພຣະຜູ້ມີພຣະພາຄຊົງສະເດັຈອອກຈາກທີ່ຫລີກເຣັ້ນແລ້ວ ໄດ້ສະເດັຈເຂົ້າໄປໃນວິຫາຣຂອງເຈົ້າກາລະເຂມະກະສາກະຍະ ແລ້ວປະທັບນັ່ງເທິງອາສະນະທີ່ເຂົາແຕ່ງຕັ້ງໄວ້ ພໍປະທັບນັ່ງຮຽບຮ້ອຍແລ້ວ ຈຶ່ງຕຣັສຖາມທ່ານພຣະອານົນທ໌ວ່າ:

ອານົນທ໌! ໃນວິຫາຣຂອງເຈົ້າກາລະເຂມະກະສາກະຍະມີເສນາສະນະທີ່ແຕ່ງຕັ້ງໄວ້ມາກມາຍ ທີ່ນັ້ນມີພິກຂຸຢູ່ມາກມາຍຫລື?

ທ່ານພຣະອານົນທ໌ກຣາບທູລວ່າ:

ມາກມາຍ ພຣະອົງຄ໌ຜູ້ຈະເຣີນ!

ຂ້າແຕ່ພຣະອົງຄ໌ຜູ້ຈະເຣີນ! ຈີວອຣກາລຂອງພວກຂ້ານ້ອຍກຳລັງດຳເນີນຢູ່.

ອານົນທ໌! ພິກຂຸຜູ້ຊອບຄຸກຄີກັນ ຍິນດີໃນກາຣຄຸກຄີກັນ ປະກອບເນື່ອງໆເຊິ່ງຄວາມຊອບຄຸກຄີກັນ ຊອບເປັນໝູ່ ຍິນດີໃນໝູ່ ບັນເທີງຮ່ວມໝູ່ ຍ່ອມບໍ່ງາມເລີຍ.

ອານົນທ໌! ຂໍ້ທີ່ພິກຂຸຊອບຄຸກຄີກັນ ຍິນດີໃນກາຣຄຸກຄີກັນ ປະກອບເນື່ອງໆເຊິ່ງຄວາມຊອບຄຸກຄີກັນ ຊອບເປັນໝູ່ ຍິນດີໃນໝູ່ ບັນເທີງຮ່ວມໝູ່ນັ້ນຫລືໜໍ ຈັກເປັນຜູ້ໄດ້ຕາມຄວາມ ປາຖນາ ໄດ້ໂດຍບໍ່ຍາກ ໂດຍບໍ່ລຳບາກເຊິ່ງສຸຂອັນເກີດແຕ່ເນກຂັມມະ ສຸຂອັນເກີດແຕ່ຄວາມສງັດ ສຸຂອັນເກີດແຕ່ຄວາມເຂົ້າໄປສງົບ ສຸຂອັນເກີດແຕ່ຄວາມຕຣັສຮູ້ ນັ້ນບໍ່ເປັນຖານະທີ່ມີໄດ້.

ອານົນທ໌! ສ່ວນຂໍ້ທີ່ພິກຂຸເປັນຜູ້ຫລີກອອກຈາກໝູ່ ຢູ່ຜູ້ດຽວ ຍ່ອມຫວັງໄດ້ຕາມຄວາມປາຖນາ ໄດ້ໂດຍບໍ່ຍາກ ໂດຍບໍ່ລຳບາກເຊິ່ງສຸຂອັນເກີດແຕ່ເນກຂັມມະ ສຸຂອັນເກີດແຕ່ຄວາມສງັດ ສຸຂອັນເກີດແຕ່ຄວາມເຂົ້າໄປສງົບ ສຸຂອັນເກີດແຕ່ຄວາມຕຣັສຮູ້ ນັ້ນເປັນຖານະທີ່ມີໄດ້.

ອານົນທ໌! ຂໍ້ທີ່ພິກຂຸຊອບຄຸກຄີກັນ ຍິນດີໃນກາຣຄຸກຄີກັນ ປະກອບເນື່ອງໆເຊິ່ງຄວາມຊອບຄຸກຄີກັນ ຊອບເປັນໝູ່ ຍິນດີໃນໝູ່ ບັນເທີງຮ່ວມໝູ່ນັ້ນຫລືໜໍ ຈັກບັນລຸເຈໂຕວິມຸຕອັນ ປາຖນາພຽງຊົ່ວສມັຍ ຫລືເຈໂຕວິມຸຕອັນບໍ່ກຳເຣີບທີ່ບໍ່ແມ່ນພຽງຊົ່ວສມັຍຢູ່ ນັ້ນບໍ່ເປັນຖານະທີ່ມີໄດ້.

ອານົນທ໌! ສ່ວນຂໍ້ທີ່ພິກຂຸເປັນຜູ້ຫລີກອອກຈາກໝູ່ ຢູ່ຜູ້ດຽວ ຍ່ອມຫວັງຄວາມບັນລຸເຈໂຕວິມຸຕອັນປາຖນາພຽງຊົ່ວສມັຍ ຫລືເຈໂຕວິມຸຕອັນບໍ່ກຳເຣີບທີ່ບໍ່ແມ່ນພຽງຊົ່ວສມັຍຢູ່ ນັ້ນເປັນຖານະທີ່ມີໄດ້.

ອານົນທ໌! ເຮົາຍ່ອມບໍ່ພິຈາຣະນາເຫັນຣູປແມ່ນແຕ່ຢ່າງດຽວເຊິ່ງເປັນທີ່ບໍ່ເກີດໂສກະ ປະຣິເທວະ ທຸກຂ໌ ໂທມະມັສ ອຸປາຍາສະ ເພາະຄວາມປ່ຽນແປງແລະຄວາມເປັນຢ່າງອື່ນຂອງຣູປຕາມທີ່ເຂົາກຳນັດກັນຢ່າງຍິ່ງເຊິ່ງບຸຄຄົລກຳນັດແລ້ວ.

ອານົນທ໌! ວິຫາຣະທັມອັນຕະຖາຄົຕຕຣັສຮູ້ໃນທີ່ນັ້ນໆ ນີ້ແລ ຄືຕະຖາຄົຕບັນລຸສຸນຍະຕະສະມາບັຕພາຍໃນ ເພາະບໍ່ໃສ່ໃຈໃນນິມິຕທັງປວງຢູ່.

ອານົນທ໌! ຖ້າພິກຂຸ ພິກຂຸນີ ອຸປາສົກ ອຸປາສິກາ ພຣະຣາຊາ ມະຫາອະມາຕຂອງພຣະຣາຊາ ເດຍຣະຖີຍ໌ ສາວົກຂອງເດຍຣະຖີຍ໌ເຂົ້າໄປຫາຕະຖາຄົຕຜູ້ຢູ່ດ້ວຍວິຫາຣະທັມນີ້ໃນທີ່ນັ້ນໆ ຕະຖາຄົຕຍ່ອມມີຈິຕນ້ອມໄປໃນວິເວກ ໂນ້ມໄປໃນວິເວກ ໂອນໄປໃນວິເວກ ຫລືຫລີກອອກແລ້ວ ຍິນດີຍິ່ງໃນເນກຂັມມະ ມີພາຍໃນປາສະຈາກທັມອັນເປັນທີ່ຕັ້ງແຫ່ງອາສະວະໂດຍປະກາຣທັງປວງ ຈະເປັນຜູ້ທຳກາຣເຈຣະຈາສະເພາະແຕ່ທີ່ຊັກຊວນໃຫ້ອອກເທົ່ານັ້ນ ໃນບໍຣິສັທນັ້ນໆໂດຍແທ້. ອານົນທ໌ ເພາະສະນັ້ນແລ ຖ້າພິກຂຸມີຄວາມຫວັງວ່າ ຈະບັນລຸສຸນຍະຕະສະມາບັຕພາຍໃນຢູ່ ເຂົາຄວນດຳຣົງຈິຕໄວ້ໃນພາຍໃນ ໃຫ້ຈິຕພາຍໃນສງົບ ກະທຳຈິຕພາຍໃນໃຫ້ເປັນທັມອັນເອກຜຸດຂຶ້ນ ຕັ້ງຈິຕພາຍໃນໃຫ້ໝັ້ນເຖີດ.

ອານົນທ໌! ກໍພິກຂຸຈະດຳຣົງຈິຕໄວ້ໃນພາຍໃນ ໃຫ້ຈິຕພາຍໃນສງົບ ກະທຳຈິຕພາຍໃນໃຫ້ເປັນທັມອັນເອກຜຸດຂຶ້ນ ຕັ້ງຈິຕພາຍໃນໃຫ້ໝັ້ນເປັນຢ່າງໃດ?

ອານົນທ໌! ພິກຂຸໃນທັມວິນັຍນີ້ ສງັດຈາກກາມທັງຫລາຍ ສງັດຈາກອະກຸສົລທັມທັງຫລາຍ ບັນລຸປະຖົມຊານ ມີວິຕົກວິຈາຣ ມີປີຕິແລະສຸຂອັນເກີດແຕ່ວິເວກຢູ່;

ເພາະວິຕົກວິຈາຣສງົບຣະງັບໄປ ຍ່ອມບັນລຸທຸຕິຍະຊານ ມີຄວາມຜ່ອງໃສແຫ່ງຈິຕໃນພາຍໃນ ເປັນທັມອັນເອກຜຸດຂຶ້ນ ບໍ່ມີວິຕົກ ບໍ່ມີວິຈາຣ ມີແຕ່ປີຕິແລະສຸຂອັນເກີດແຕ່ສະມາທິຢູ່;

ເພາະປີຕິສິ້ນໄປ ເປັນຜູ້ມີອຸເປກຂາ ມີສະຕິສັມປະຊັນຍະ ສະເຫວີຍສຸຂດ້ວຍກາຍ ຍ່ອມບັນລຸຕະຕິຍະຊານ ທີ່ພຣະອະຣິຍະເຈົ້າທັງຫລາຍສັນລະເສີນຜູ້ໄດ້ບັນລຸວ່າ ເປັນຜູ້ມີອຸເປກຂາ ມີສະຕິຢູ່ເປັນສຸຂ.

ເພາະລະສຸຂແລະທຸກຂ໌ເສຍໄດ້ ແລະເພາະຄວາມດັບຫາຍໄປແຫ່ງໂສມະນັສແລະໂທມະນັສໃນກາລກ່ອນ ຍ່ອມບັນລຸຈະຕຸຕຖະຊານ ອັນບໍ່ມີທຸກຂ໌ບໍ່ມີສຸຂ ມີແຕ່ອຸເປກຂາເປັນເຫຕໃຫ້ສະຕິບໍຣິສຸທຢູ່.

ອານົນທ໌! ຢ່າງນີ້ແລ ພິກຂຸຊື່ວ່າຍ່ອມດຳຣົງຈິຕໄວ້ໃນພາຍໃນ ໃຫ້ຈິຕພາຍໃນສງົບ ກະທຳຈິຕພາຍໃນໃຫ້ເປັນທັມອັນເອກຜຸດຂຶ້ນ ຕັ້ງຈິຕພາຍໃນໃຫ້ໝັ້ນ.

ອານົນທ໌! ພິກຂຸນັ້ນຍ່ອມໃສ່ໃຈໃນຄວາມວ່າງພາຍໃນ ເມື່ອເຂົາໃສ່ໃຈໃນຄວາມວ່າງພາຍໃນ ຈິຕຍັງບໍ່ແລ່ນໄປ ຍັງບໍ່ເຫລື້ອມໃສ ຍັງບໍ່ຕັ້ງໝັ້ນ ຍັງບໍ່ນຶກນ້ອມໄປໃນຄວາມວ່າງພາຍໃນ ເມື່ອເປັນເຊັ່ນນັ້ນ ພິກຂຸນັ້ນຍ່ອມຮູ້ຊັດຢ່າງນີ້ວ່າ ເມື່ອເຮົາກຳລັງໃສ່ໃຈໃນຄວາມວ່າງພາຍໃນ ຈິຕຍັງບໍ່ແລ່ນໄປ ຍັງບໍ່ເຫລື້ອມໃສ ຍັງບໍ່ຕັ້ງໝັ້ນ ຍັງບໍ່ນຶກນ້ອມໄປໃນຄວາມວ່າງພາຍໃນ ດ້ວຍອາກາຣນີ້ແລ ຍ່ອມເປັນອັນເຂົາຮູ້ສຶກໂຕໃນເຣື່ອງຄວາມວ່າງພາຍໃນນັ້ນໄດ້.

ພິກຂຸນັ້ນຍ່ອມໃສ່ໃຈໃນຄວາມວ່າງພາຍນອກ...ໆລໆ

ພິກຂຸນັ້ນຍ່ອມໃສ່ໃຈໃນຄວາມວ່າງທັງພາຍໃນແລະພາຍນອກ...ໆລໆ

ພິກຂຸນັ້ນຍ່ອມໃສ່ໃຈໃນອາເນນຊະສະມາບັຕ ຈິຕຍັງບໍ່ແລ່ນໄປ ຍັງບໍ່ເຫລື້ອມໃສ ຍັງບໍ່ຕັ້ງໝັ້ນ ຍັງບໍ່ນຶກນ້ອມໄປໃນອາເນນຊະສະມາບັຕ ເມື່ອເປັນເຊັ່ນນັ້ນ ພິກຂຸນັ້ນຍ່ອມຮູ້ຊັດຢ່າງນີ້ວ່າ ເມື່ອເຮົາກຳລັງໃສ່ໃຈໃນອາເນນຊະສະມາບັຕ ຈິຕຍັງບໍ່ແລ່ນໄປ ຍັງບໍ່ເຫລື້ອມໃສ ຍັງບໍ່ຕັ້ງໝັ້ນ ຍັງບໍ່ນຶກນ້ອມໄປໃນອາເນນຊະສະມາບັຕ ດ້ວຍອາກາຣນີ້ແລ ຍ່ອມເປັນອັນເຂົາຮູ້ສຶກໂຕໃນເຣື່ອງອາເນນຊະສະມາບັຕນັ້ນໄດ້.

ອານົນທ໌! ພິກຂຸຄວນດຳຣົງຈິຕໄວ້ໃນພາຍໃນ ໃຫ້ຈິຕພາຍໃນສງົບ ກະທຳຈິຕພາຍໃນໃຫ້ເປັນທັມອັນເອກຜຸດຂຶ້ນ ຕັ້ງຈິຕພາຍໃນໃຫ້ໝັ້ນໃນສະມາທິນິມິຕຂ້າງຕົ້ນນັ້ນແລ ເຂົາຍ່ອມໃສ່ໃຈໃນຄວາມວ່າງພາຍໃນ ເມື່ອເຂົາໃສ່ໃຈໃນຄວາມວ່າງພາຍໃນ ຈິຕຍ່ອມແລ່ນໄປ ຍ່ອມເຫລື້ອມໃສ ຍ່ອມຕັ້ງໝັ້ນ ຍ່ອມນຶກນ້ອມໄປໃນຄວາມວ່າງພາຍໃນ ເມື່ອເປັນເຊັ່ນນັ້ນ ພິກຂຸນັ້ນຍ່ອມຮູ້ຊັດຢ່າງນີ້ວ່າ ເມື່ອເຮົາກຳລັງໃສ່ໃຈໃນຄວາມວ່າງພາຍໃນ ຈິຕຍ່ອມແລ່ນໄປ ຍ່ອມເຫລື້ອມໃສ ຍ່ອມຕັ້ງ ໝັ້ນ ຍ່ອມນຶກນ້ອມໄປໃນຄວາມວ່າງພາຍໃນ ດ້ວຍອາກາຣນີ້ແລ ຍ່ອມເປັນອັນເຂົາຮູ້ສຶກໂຕໃນເຣື່ອງຄວາມວ່າງພາຍໃນນັ້ນໄດ້.

ພິກຂຸນັ້ນຍ່ອມໃສ່ໃຈໃນຄວາມວ່າງພາຍນອກ...ໆລໆ

ພິກຂຸນັ້ນຍ່ອມໃສ່ໃຈໃນຄວາມວ່າງທັງພາຍໃນແລະພາຍນອກ...ໆລໆ

ພິກຂຸນັ້ນຍ່ອມໃສ່ໃຈໃນອາເນນຊະສະມາບັຕ ຈິຕຍ່ອມແລ່ນໄປ ຍ່ອມເຫລື້ອມໃສ ຍ່ອມຕັ້ງໝັ້ນ ຍ່ອມນຶກນ້ອມໄປໃນອາເນນຊະສະມາບັຕ ເມື່ອເປັນເຊັ່ນນັ້ນ ພິກຂຸນັ້ນຍ່ອມຮູ້ຊັດຢ່າງນີ້ວ່າ ເມື່ອເຮົາກຳລັງໃສ່ໃຈໃນອາເນນຊະສະມາບັຕ ຈິຕຍ່ອມແລ່ນໄປ ຍ່ອມເຫລື້ອມໃສ ຍ່ອມຕັ້ງໝັ້ນ ຍ່ອມນຶກນ້ອມໄປໃນອາເນນຊະສະມາບັຕ ດ້ວຍອາກາຣນີ້ແລ ຍ່ອມເປັນອັນເຂົາຮູ້ສຶກໂຕໃນເຣື່ອງອາເນນຊະສະມາບັຕນັ້ນໄດ້.

ອານົນທ໌! ຫາກເມື່ອພິກຂຸນັ້ນຢູ່ດ້ວຍວິຫາຣະທັມນີ້ ຈິຕຍ່ອມນ້ອມໄປເພື່ອຈະຈົງກົມ ເຂົາຍ່ອມຈົງກົມດ້ວຍໃສ່ໃຈວ່າ ອະກຸສົລທັມອັນເປັນບາບທັງຫລາຍຄື ອະພິຊຊາແລະໂທມະນັສ ຈັກບໍ່ຄອບງຳເຮົາຜູ້ຈົງກົມຢູ່ຢ່າງນີ້ໄດ້ ດ້ວຍອາກາຣນີ້ແລ ເປັນອັນເຂົາຮູ້ສຶກໂຕໃນເຣື່ອງກາຣຈົງກົມ.

ອານົນທ໌! ຫາກເມື່ອພິກຂຸນັ້ນຢູ່ດ້ວຍວິຫາຣະທັມນີ້ ຈິຕຍ່ອມນ້ອມໄປເພື່ອຈະຢືນ ເຂົາຍ່ອມຢືນດ້ວຍໃສ່ໃຈວ່າ ອະກຸສົລທັມອັນເປັນບາບທັງຫລາຍຄື ອະພິຊຊາແລະໂທມະນັສ ຈັກບໍ່ຄອບງຳເຮົາຜູ້ຢືນຢູ່ຢ່າງນີ້ໄດ້ ດ້ວຍອາກາຣນີ້ແລ ເປັນອັນເຂົາຮູ້ສຶກໂຕໃນເຣື່ອງກາຣຢືນ.

ອານົນທ໌! ຫາກເມື່ອພິກຂຸນັ້ນຢູ່ດ້ວຍວິຫາຣະທັມນີ້ ຈິຕຍ່ອມນ້ອມໄປເພື່ອຈະນັ່ງ ເຂົາຍ່ອມນັ່ງດ້ວຍໃສ່ໃຈວ່າ ອະກຸສົລທັມອັນເປັນບາບທັງຫລາຍຄື ອະພິຊຊາແລະໂທມະນັສ ຈັກບໍ່ຄອບງຳເຮົາຜູ້ນັ່ງຢູ່ຢ່າງນີ້ໄດ້ ດ້ວຍອາກາຣນີ້ແລ ເປັນອັນເຂົາຮູ້ສຶກໂຕໃນເຣື່ອງກາຣນັ່ງ.

ອານົນທ໌! ຫາກເມື່ອພິກຂຸນັ້ນຢູ່ດ້ວຍວິຫາຣະທັມນີ້ ຈິຕຍ່ອມນ້ອມໄປເພື່ອຈະນອນ ເຂົາຍ່ອມນອນດ້ວຍໃສ່ໃຈວ່າ ອະກຸສົລທັມອັນເປັນບາບທັງຫລາຍຄື ອະພິຊຊາແລະໂທມະນັສ ຈັກບໍ່ຄອບງຳເຮົາຜູ້ນອນຢູ່ຢ່າງນີ້ໄດ້ ດ້ວຍອາກາຣນີ້ແລ ເປັນອັນເຂົາຮູ້ສຶກໂຕໃນເຣື່ອງກາຣນອນ.

ອານົນທ໌! ຫາກເມື່ອພິກຂຸນັ້ນຢູ່ດ້ວຍວິຫາຣະທັມນີ້ ຈິຕຍ່ອມນ້ອມໄປເພື່ອຈະເວົ້າ ເຂົາຍ່ອມເວົ້າດ້ວຍໃສ່ໃຈວ່າ ເຮົາຈັກບໍ່ເວົ້າເຣື່ອງຣາວເຫັນປານນີ້ ເຊິ່ງເປັນຂອງຕ່ຳຊາມ ເປັນຂອງຊາວບ້ານ ເປັນຂອງປຸຖຸຊົນ ບໍ່ເປັນຂອງພຣະອະຣິຍະ ບໍ່ປະກອບດ້ວຍປະໂຍຊນ໌ ບໍ່ເປັນໄປເພື່ອຄວາມເບື່ອໜ່າຍ ເພື່ອຄວາມຄາຍກຳນັດ ເພື່ອຄວາມດັບ ເພື່ອຄວາມສງົບ ເພື່ອຄວາມຮູ້ຍິ່ງ ເພື່ອຄວາມຕຣັສຮູ້ ເພື່ອນິພພານ ຄື ເຣື່ອງພຣະຣາຊາ, ເຣື່ອງໂຈຣ, ເຣື່ອງມະຫາອະມາຕຍ໌, ເຣື່ອງກອງທັບ, ເຣື່ອງພັຍ, ເຣື່ອງຣົບ, ເຣື່ອງເຂົ້າ, ເຣື່ອງນ້ຳ, ເຣື່ອງຜ້າ, ເຣື່ອງທີ່ນອນ, ເຣື່ອງດອກໄມ້, ເຣື່ອງຂອງຫອມ, ເຣື່ອງຍາຕ, ເຣື່ອງຍານ, ເຣື່ອງບ້ານ, ເຣື່ອງນິຄົມ, ເຣື່ອງຣາຊະທານີ, ເຣື່ອງຊົນບົທ, ເຣື່ອງສະຕຣີ, ເຣື່ອງຄົນກ້າຫານ, ເຣື່ອງທາງ, ເຣື່ອງທ່ານ້ຳ, ເຣື່ອງຍິງສາວໃຊ້ຕັກນ້ຳ, ເຣື່ອງຄົນທີ່ລ່ວງລັບໄປແລ້ວ, ເຣື່ອງເລັກໆນ້ອຍໆ, ເຣື່ອງໂລກ ເຣື່ອງທະເລ, ເຣື່ອງຄວາມຈະເຣີນແລະຄວາມເສື່ອມ ດ້ວຍປະກາຣນັ້ນໆ. ດ້ວຍອາກາຣນີ້ແລ ເປັນອັນເຂົາຮູ້ສຶກໂຕໃນເຣື່ອງກາຣເວົ້າ; ແລະເຂົາໃສ່ໃຈວ່າ ເຮົາຈັກເວົ້າເຣື່ອງຣາວເຫັນປານນີ້ ເຊິ່ງເປັນເຣື່ອງຂັດເກົາກິເລສຢ່າງຍິ່ງ ເປັນທີ່ສະບາຍແກ່ກາຣພິຈາຣະນາທາງຈິຕ ເປັນໄປເພື່ອຄວາມເບື່ອໜ່າຍ ເພື່ອຄວາມຄາຍກຳນັດ ເພື່ອຄວາມດັບ ເພື່ອຄວາມສງົບ ເພື່ອຄວາມຮູ້ຍິ່ງ ເພື່ອຄວາມຕຣັສຮູ້ ເພື່ອນິພພານຄື:
ອັປປິຈສະກະຖາ (ເຣື່ອງຄວາມມັກນ້ອຍ),
ສັນຕຸຕຖິກະຖາ (ເຣື່ອງຄວາມສັນໂດດ),
ປະວິເວກະກະຖາ (ເຣື່ອງຄວາມສງັດ),
ອະສັງສັຄຄະກະຖາ (ເຣື່ອງຄວາມບໍ່ຄຸກຄີ),
ວິຣິຍາຣັມພະກະຖາ (ເຣື່ອງກາຣປຣາຣົພຄວາມພຽນ),
ສີລະກະຖາ (ເຣື່ອງສີລ),
ສະມາທິກະຖາ (ເຣື່ອງສະມາທິ),
ປັນຍາກະຖາ (ເຣື່ອງປັນຍາ),
ວິມຸຕຕິກະຖາ (ເຣື່ອງວິມຸຕ),
ວິມຸຕຕິຍານທັສສະນະກະຖາ (ເຣື່ອງວິມຸຕຕິຍານທັສສະນະ), ດ້ວຍອາກາຣນີ້ແລ ເປັນອັນເຂົາຮູ້ສຶກໂຕໃນເຣື່ອງກາຣເວົ້າ.

ອານົນທ໌! ຫາກເມື່ອພິກຂຸນັ້ນຢູ່ດ້ວຍວິຫາຣະທັມນີ້ ຈິຕຍ່ອມນ້ອມໄປເພື່ອຈະນຶກ ເຂົາຍ່ອມໃສ່ໃຈວ່າ ເຮົາຈັກບໍ່ນຶກໃນວິຕົກເຫັນປານນີ້ ເຊິ່ງເປັນວິຕົກທີ່ຕ່ຳຊາມ ເປັນຂອງຊາວບ້ານ ເປັນຂອງປຸຖຸຊົນ ບໍ່ເປັນຂອງພຣະອະຣິຍະ ບໍ່ປະກອບດ້ວຍປະໂຍຊນ໌ ບໍ່ເປັນໄປເພື່ອຄວາມເບື່ອໜ່າຍ ເພື່ອຄວາມຄາຍກຳນັດ ເພື່ອຄວາມດັບ ເພື່ອຄວາມສງົບ ເພື່ອຄວາມຮູ້ຍິ່ງ ເພື່ອຄວາມຕຣັສຮູ້ ເພື່ອນິພພານ ຄື ກາມວິຕົກ ພະຍາປາທະວິຕົກ ວິຫິງສາວິຕົກ ດ້ວຍອາກາຣນີ້ແລ ເປັນອັນເຂົາຮູ້ສຶກໂຕໃນເຣື່ອງກາຣນຶກ; ແລະເຂົາໃສ່ໃຈວ່າ ເຮົາຈັກນຶກໃນວິຕົກເຫັນປານນີ້ ເຊິ່ງເປັນວິຕົກຂອງພຣະອະຣິຍະ ເປັນເຄື່ອງນຳອອກ ທີ່ນຳອອກເພື່ອຄວາມສິ້ນທຸກຂ໌ໂດຍຊອບແກ່ບຸຄຄົລຜູ້ທຳຕາມຄື ເນກຂັມມະວິຕົກ ອັພພະຍາປາທະວິຕົກ ອະວິຫິງສາວິຕົກ ດ້ວຍອາກາຣນີ້ແລ ເປັນອັນເຂົາຮູ້ສຶກໂຕໃນເຣື່ອງກາຣນຶກ.

ອານົນທ໌! ກາມຄຸນ ໕ ຢ່າງນີ້, ໕ ຢ່າງເປັນຢ່າງໃດ? ຄື: ຣູປທີ່ເຫັນດ້ວຍຕາ ອັນໜ້າປາຖນາ ໜ້າຮັກໃຄ່ ໜ້າພໍໃຈ ອັນເປັນທີ່ຮັກໃຄ່ ເປັນທີ່ຢົ້ວຍວນຊວນໃຫ້ກຳນັດ;
ສຽງທີ່ຮູ້ໄດ້ດ້ວຍຫູ ອັນໜ້າປາຖນາ ໜ້າຮັກໃຄ່ ໜ້າພໍໃຈ ອັນເປັນທີ່ຮັກໃຄ່ ເປັນທີ່ຢົ້ວຍວນຊວນໃຫ້ກຳນັດ;
ກິ່ນທີ່ຮູ້ໄດ້ດ້ວຍດັງ ອັນໜ້າປາຖນາ ໜ້າຮັກໃຄ່ ໜ້າພໍໃຈ ອັນເປັນທີ່ຮັກໃຄ່ ເປັນທີ່ຢົ້ວຍວນຊວນໃຫ້ກຳນັດ;
ຣົສທີ່ຮູ້ໄດ້ດ້ວຍລີ້ນ ອັນໜ້າປາຖນາ ໜ້າຮັກໃຄ່ ໜ້າພໍໃຈ ອັນເປັນທີ່ຮັກໃຄ່ ເປັນທີ່ຢົ້ວຍວນຊວນໃຫ້ກຳນັດ;
ໂຜຕຖັພພະທີ່ຮູ້ໄດ້ດ້ວຍກາຍ ອັນໜ້າປາຖນາ ໜ້າຮັກໃຄ່ ໜ້າພໍໃຈ ອັນເປັນທີ່ຮັກໃຄ່ ເປັນທີ່ຢົ້ວຍວນຊວນໃຫ້ກຳນັດ.
ອານົນທ໌! ກາມຄຸນ ໕ ຢ່າງນີ້ແລ.

ອານົນທ໌! ພິກຂຸຄວນພິຈາຣະນາຈິຕຂອງຕົນເນື່ອງໆວ່າ ຄວາມຟຸ້ງຊ່ານແຫ່ງຈິຕເກີດຂຶ້ນແກ່ເຮົາເພາະກາມຄຸນ ໕ ນີ້ຢ່າງໃດຢ່າງໜຶ່ງ ຫລືໃນອາຍະຕະນະໃດອາຍະຕະນະໜຶ່ງມີຢູ່ຫລືໜໍແລ; ຖ້າພິກຂຸຮູ້ຊັດຢ່າງນີ້ວ່າ ຄວາມຟຸ້ງຊ່ານແຫ່ງຈິຕເກີດຂຶ້ນແກ່ເຮົາເພາະກາມຄຸນ ໕ ນີ້ຢ່າງໃດຢ່າງໜຶ່ງ ຫລືໃນອາຍະຕະນະໃດອາຍະຕະນະໜຶ່ງມີຢູ່, ເມື່ອເປັນເຊັ່ນນັ້ນ ພິກຂຸນັ້ນຍ່ອມຮູ້ຊັດຢ່າງນີ້ວ່າ ຄວາມກຳນັດພໍໃຈໃນກາມຄຸນ ໕ ນີ້ແລ ເຮົາຍັງລະບໍ່ໄດ້.

ແຕ່ຖ້າພິກຂຸພິຈາຣະນາຢູ່ ຮູ້ຢູ່ຢ່າງນີ້ວ່າ ຄວາມຟຸ້ງຊ່ານແຫ່ງຈິຕເກີດຂຶ້ນແກ່ເຮົາເພາະກາມຄຸນ ໕ ນີ້ຢ່າງໃດຢ່າງໜຶ່ງ ຫລືໃນອາຍະຕະນະໃດອາຍະຕະນະໜຶ່ງບໍ່ມີເລີຍ, ເມື່ອເປັນເຊັ່ນນັ້ນ ພິກຂຸນັ້ນຍ່ອມຮູ້ຊັດຢ່າງນີ້ວ່າ ຄວາມກຳນັດພໍໃຈໃນກາມຄຸນ ໕ ນີ້ແລ ເຮົາລະໄດ້ແລ້ວ. ດ້ວຍອາກາຣນີ້ແລ ເປັນອັນເຂົາຮູ້ສຶກໂຕໃນເຣື່ອງກາມຄຸນ ໕.

ອານົນທ໌! ອຸປາທານຂັນທ໌ ໕ ນີ້ແລ ເປັນທັມທີ່ພິກຂຸຄວນພິຈາຣະນາເຫັນທັງຄວາມເກີດແລະຄວາມດັບຢູ່ວ່າ:
ຣູປເປັນດັ່ງນີ້,
ຄວາມເກີດຂອງຣູປເປັນດັ່ງນີ້,
ຄວາມດັບຂອງຣູປເປັນດັ່ງນີ້;
ເວທະນາເປັນດັ່ງນີ້,
ຄວາມເກີດຂອງເວທະນາເປັນດັ່ງນີ້,
ຄວາມດັບຂອງເວທະນາເປັນດັ່ງນີ້;
ສັນຍາເປັນດັ່ງນີ້,
ຄວາມເກີດຂອງສັນຍາເປັນດັ່ງນີ້,
ຄວາມດັບຂອງສັນຍາເປັນດັ່ງນີ້;
ສັງຂາຣທັງຫລາຍເປັນດັ່ງນີ້,
ຄວາມເກີດຂອງສັງຂາຣທັງຫລາຍເປັນດັ່ງນີ້,
ຄວາມດັບຂອງສັງຂາຣທັງຫລາຍເປັນດັ່ງນີ້;
ວິນຍານເປັນດັ່ງນີ້,
ຄວາມເກີດຂອງວິນຍານເປັນດັ່ງນີ້,
ຄວາມດັບຂອງວິນຍານເປັນດັ່ງນີ້.

ເມື່ອເຂົາພິຈາຣະນາເຫັນທັງຄວາມເກີດແລະຄວາມດັບໃນອຸປາທານຂັນທ໌ ໕ ນີ້ຢູ່ ຍ່ອມລະອັສສະມິມານະໃນອຸປາທານຂັນທ໌ ໕ ໄດ້ ເມື່ອເປັນເຊັ່ນນັ້ນ ພິກຂຸນັ້ນຍ່ອມຮູ້ຊັດຢ່າງນີ້ວ່າ ອັສສະມິມານະໃນອຸປາທານຂັນທ໌ ໕ ເຮົາລະໄດ້ແລ້ວ ດ້ວຍອາກາຣນີ້ແລ ເປັນອັນເຂົາຮູ້ສຶກໂຕໃນເຣື່ອງອຸປາທານຂັນທ໌ ໕.

ອານົນທ໌! ທັມນັ້ນໆ ເຫລົ່ານີ້ແລ ເນື່ອງມາແຕ່ກຸສົລສ່ວນດຽວ ໄກຈາກຂ້າເສິກ ເປັນໂລກຸຕຕະຣະ ອັນມາຣຜູ້ມີບາບຢັ່ງລົງບໍ່ໄດ້.

ອານົນທ໌! ເຈົ້າຈະສຳຄັນຄວາມຂໍ້ນັ້ນວ່າຢ່າງໃດ ສາວົກມອງເຫັນອຳນາຈປະໂຍຊນ໌ອັນໃດ ຈຶ່ງຄວນໃກ້ຊິດຕິດຕາມສາສດາ?

ທ່ານພຣະອານົນທ໌ກຣາບທູລວ່າ:

ຂ້າແຕ່ພຣະອົງຄ໌ຜູ້ຈະເຣີນ! ທັມຂອງພວກຂ້ານ້ອຍທັງຫລາຍມີພຣະຜູ້ມີພຣະພາຄເປັນມູລ ມີພຣະຜູ້ມີພຣະພາຄເປັນຜູ້ນຳ ມີພຣະຜູ້ມີພຣະພາຄເປັນທີ່ເພິ່ງອາສັຍ ຂໍປະທານໂອກາສ ຂໍເນື້ອຄວາມແຫ່ງພາສິຕນີ້ຈົ່ງແຈ່ມແຈ້ງກັບພຣະຜູ້ມີພຣະພາຄເຖີດ ພິກຂຸທັງຫລາຍໄດ້ຟັງຕໍ່ພຣະຜູ້ມີພຣະພາຄແລ້ວຈັກຊົງຈຳໄວ້.

ອານົນທ໌! ສາວົກບໍ່ຄວນຕິດຕາມສາສດາພຽງເພື່ອຟັງສຸຕຕະ ເຄີຍຍະ ເວີຍຍາກະຣະນະເລີຍ ນັ້ນເພາະເຫຕໃດ? ເພາະທັມທັງຫລາຍອັນພວກເຈົ້າທັງຫລາຍສະດັບແລ້ວ ຊົງຈຳແລ້ວ ຄ່ອງປາກແລ້ວ ເພັ່ງຕາມດ້ວຍໃຈແລ້ວ ແທງຕລອດດີແລ້ວດ້ວຍຄວາມເຫັນເປັນເວລານານ.

ອານົນທ໌! ແຕ່ສາວົກຄວນຈະໃກ້ຊິດຕິດຕາມສາສດາເພື່ອຟັງເຣື່ອງຣາວເຫັນປານນີ້ຄື ອັປປິຈສະກະຖາ ສັນຕຸຕຖິກະຖາ ປະວິເວກະກະຖາ ອະສັງສັຄຄະກະຖາ ວິຣິຍາຣັມພະກະຖາ ສີລະກະຖາ ສະມາທິກະຖາ ປັນຍາກະຖາ ວິມຸຕຕິກະຖາ ວິມຸຕຕິຍານທັສສະນະກະຖາ ເຊິ່ງເປັນເຣື່ອງຂັດເກົາກິເລສຢ່າງຍິ່ງ ເປັນທີ່ສະບາຍແກ່ກາຣພິຈາຣະນາທາງຈິຕ ເປັນໄປເພື່ອຄວາມເບື່ອໜ່າຍ ເພື່ອຄວາມຄາຍກຳນັດ ເພື່ອຄວາມດັບ ເພື່ອຄວາມສງົບ ເພື່ອຄວາມຮູ້ຍິ່ງ ເພື່ອຄວາມຕຣັສຮູ້ ເພື່ອນິພພານ.

ອານົນທ໌! ເມື່ອເປັນເຊັ່ນນັ້ນ ອຸປັທທະວະຂອງອາຈາຣຍ໌ຈຶ່ງມີໄດ້; ເມື່ອເປັນເຊັ່ນນັ້ນ ອຸປັທທະວະຂອງສິສຈຶ່ງມີໄດ້; ເມື່ອເປັນເຊັ່ນນັ້ນ ອຸປັທທະວະຂອງຜູ້ປະພຶຕພຣົມມະຈັນຍ໌ຈຶ່ງມີໄດ້;

ອານົນທ໌! ອຸປັທທະວະຂອງອາຈາຣຍ໌ຍ່ອມມີໄດ້ຢ່າງໃດ?
ອານົນທ໌! ສາສດາບາງຄົນໃນໂລກນີ້ ຍ່ອມພໍໃຈໃນເສນາສະນະອັນສງັດຄື ປ່າ ເຫງົ້າໄມ້ ພູເຂົາ ຮ່ອມພູ ຖ້ຳ ປ່າຊ້າ ປ່າທຶບ ທີ່ແຈ້ງ ແລະປ່າເລົ່າ ເມື່ອສາສດານັ້ນຫລີກອອກຢູ່ຢ່າງນັ້ນ, ພວກພຣາມນ໌ແລະຄະຫະບໍດີ ຊາວນິຄົມແລະຊາວຊົນບົທຈະພາກັນເຂົ້າໄປຫາ, ເມື່ອພວກພຣາມນ໌ແລະຄະຫະບໍດີ ຊາວນິຄົມແລະຊາວຊົນບົທພາກັນເຂົ້າໄປຫາແລ້ວ ສາສດານັ້ນຍ່ອມຍິນດີໃນຄວາມໝົກມົ່ນ ເຖິງຄວາມຢາກໄດ້ ຈະວຽນມາເພື່ອຄວາມເປັນຜູ້ມັກມາກ. ອານົນທ໌ ສາສດານີ້ຮຽກວ່າ ອາຈາຣຍ໌ມີອຸປັທທະວະດ້ວຍອຸປັທທະວະຂອງອາຈາຣຍ໌ ອະກຸສົລທັມອັນເປັນບາບ ເສົ້າໝອງ ເປັນເຫຕເກີດໃນພົພໃໝ່ ມີຄວາມກະວົນກະວາຍ ມີທຸກຂ໌ເປັນວິບາກ ເປັນທີ່ຕັ້ງແຫ່ງຊາຕ ຊະຣາ ມະຣະນະຕໍ່ໄປ ໄດ້ຂ້າສາສດານັ້ນເສຍແລ້ວ. ອານົນທ໌ ອຸປັທທະວະຂອງອາຈາຣຍ໌ຍ່ອມມີໄດ້ຢ່າງນີ້ແລ.

ອານົນທ໌! ອຸປັທທະວະຂອງສິສຍ່ອມມີໄດ້ຢ່າງໃດ?
ອານົນທ໌! ສາວົກຂອງສາສດານັ້ນແລ ເມື່ອເພີ່ມພູນວິເວກຕາມສາສດານັ້ນ ຍ່ອມພໍໃຈໃນເສນາສະນະອັນສງັດຄື ປ່າ ເຫງົ້າໄມ້ ພູເຂົາ ຮ່ອມພູ ຖ້ຳ ປ່າຊ້າ ປ່າທຶບ ທີ່ແຈ້ງ ແລະປ່າເລົ່າ ເມື່ອສາວົກນັ້ນຫລີກອອກຢູ່ຢ່າງນັ້ນ, ພວກພຣາມນ໌ແລະຄະຫະບໍດີ ຊາວນິຄົມແລະຊາວຊົນບົທຈະພາກັນເຂົ້າໄປຫາ, ເມື່ອພວກພຣາມນ໌ແລະຄະຫະບໍດີ ຊາວນິຄົມແລະຊາວຊົນບົທພາກັນເຂົ້າໄປຫາແລ້ວ ສາວົກນັ້ນຍ່ອມຍິນດີໃນຄວາມໝົກມົ່ນ ເຖິງຄວາມຢາກໄດ້ ຈະວຽນມາເພື່ອຄວາມເປັນຜູ້ມັກມາກ. ອານົນທ໌ ສາວົກນີ້ຮຽກວ່າ ສິສມີອຸປັທທະວະດ້ວຍອຸປັທທະວະຂອງສິສ ອະກຸສົລທັມອັນເປັນບາບ ເສົ້າໝອງ ເປັນເຫຕເກີດໃນພົພໃໝ່ ມີຄວາມກະວົນກະວາຍ ມີທຸກຂ໌ເປັນວິບາກ ເປັນທີ່ຕັ້ງແຫ່ງຊາຕ ຊະຣາ ມະຣະນະຕໍ່ໄປ ໄດ້ຂ້າສາວົກນັ້ນເສຍແລ້ວ. ອານົນທ໌ ອຸປັທທະວະຂອງສິສຍ່ອມມີໄດ້ຢ່າງນີ້ແລ.

ອານົນທ໌! ອຸປັທທະວະຂອງຜູ້ປະພຶຕພຣົມມະຈັນຍ໌ຍ່ອມມີໄດ້ຢ່າງໃດ? ອານົນທ໌ ຕະຖາຄົຕອຸບັຕຂຶ້ນໃນໂລກນີ້ ເປັນພຣະອະຣະຫັນຕ໌ ຕຣັສຮູ້ເອງໂດຍຊອບ ເຖິງພ້ອມດ້ວຍວິຊຊາແລະຈະຣະນະ ສະເດັຈໄປດີແລ້ວ ຊົງຮູ້ແຈ້ງໂລກ ເປັນສາຣະຖີຝຶກບຸຣຸສທີ່ຄວນຝຶກບໍ່ມີຜູ້ອື່ນຍິ່ງກວ່າ ເປັນສາສດາຂອງເທວະດາແລະມະນຸສທັງຫລາຍ ເປັນຜູ້ເບີກບານແລ້ວ ເປັນຜູ້ຈຳແນກທັມ ຕະຖາຄົຕນັ້ນຍ່ອມພໍໃຈໃນເສນາສະນະອັນສງັດຄື ປ່າ ເຫງົ້າໄມ້ ພູເຂົາ ຮ່ອມພູ ຖ້ຳ ປ່າຊ້າ ປ່າທຶບ ທີ່ແຈ້ງ ແລະປ່າເລົ່າ ເມື່ອຕະຖາຄົຕນັ້ນຫລີກອອກຢູ່ຢ່າງນັ້ນ, ພວກພຣາມນ໌ແລະຄະຫະບໍດີ ຊາວນິຄົມແລະຊາວຊົນບົທຈະພາກັນເຂົ້າໄປຫາ, ເມື່ອພວກພຣາມນ໌ແລະຄະຫະບໍດີ ຊາວນິຄົມແລະຊາວຊົນບົທພາກັນເຂົ້າໄປຫາແລ້ວ ຕະຖາຄົຕນັ້ນຍ່ອມບໍ່ຍິນດີໃນ ຄວາມໝົກມົ່ນ ບໍ່ເຖິງຄວາມຢາກໄດ້ ບໍ່ວຽນມາເພື່ອຄວາມເປັນຜູ້ມັກມາກ.

ສ່ວນສາວົກຂອງຕະຖາຄົຕນັ້ນແລ ເມື່ອເພີ່ມພູນວິເວກຕາມສາສດາພຣະອົງຄ໌ນັ້ນ ຍ່ອມພໍໃຈໃນເສນາສະນະອັນສງັດຄື ປ່າ ເຫງົ້າໄມ້ ພູເຂົາ ຮ່ອມພູ ຖ້ຳ ປ່າຊ້າ ປ່າທຶບ ທີ່ແຈ້ງ ແລະປ່າເລົ່າ ເມື່ອສາວົກນັ້ນຫລີກອອກຢູ່ຢ່າງນັ້ນ, ພວກ ພຣາມນ໌ແລະຄະຫະບໍດີ ຊາວນິຄົມແລະຊາວຊົນບົທຈະພາກັນເຂົ້າໄປຫາ, ເມື່ອພວກພຣາມນ໌ແລະຄະຫະບໍດີ ຊາວນິຄົມແລະຊາວຊົນບົທພາກັນເຂົ້າໄປຫາແລ້ວ ສາວົກນັ້ນຍ່ອມຍິນດີໃນຄວາມໝົກມົ່ນ ເຖິງຄວາມຢາກໄດ້ ຈະວຽນມາເພື່ອຄວາມເປັນຜູ້ມັກມາກ.

ອານົນທ໌! ສາວົກນີ້ຮຽກວ່າ ເປັນຜູ້ປະພຶຕພຣົມມະຈັນຍ໌ມີອຸປັທທະວະດ້ວຍອຸປັທທະວະຂອງຜູ້ປະພຶຕພຣົມມະຈັນຍ໌ ອະກຸສົລທັມອັນເປັນບາບ ເສົ້າໝອງ ເປັນເຫຕເກີດໃນພົພໃໝ່ ມີຄວາມກະວົນກະວາຍ ມີທຸກຂ໌ເປັນວິບາກ ເປັນທີ່ຕັ້ງແຫ່ງຊາຕ ຊະຣາ ມະຣະນະຕໍ່ໄປ ໄດ້ຂ້າສາວົກນັ້ນເສຍແລ້ວ. ອານົນທ໌ ອຸປັທທະວະຂອງຜູ້ປະພຶຕພຣົມມະຈັນຍ໌ຍ່ອມມີໄດ້ຢ່າງນີ້ແລ.

ອານົນທ໌! ໃນບັນດາອຸປັທທະວະທັງ ໓ ນັ້ນ ອຸປັທທະວະຂອງຜູ້ປະພຶຕພຣົມມະຈັນຍ໌ນີ້ ມີວິບາກເປັນທຸກຂ໌ ມີວິບາກເຜັດຮ້ອນກວ່າອຸປັທທະວະຂອງອາຈາຣຍ໌ແລະອຸປັທທະວະຂອງສິສ ທັງເປັນໄປເພື່ອຄວາມຕົກຕ່ຳດ້ວຍ.

ອານົນທ໌! ເພາະເຫຕນັ້ນແລ ພວກເຈົ້າທັງຫລາຍຈົ່ງປະພຶຕຕໍ່ເຮົາດ້ວຍຄວາມເປັນມິຕເຖີດ ຢ່າປະພຶຕຕໍ່ເຮົາດ້ວຍຄວາມເປັນສັດຕູເລີຍ ຂໍ້ນັ້ນຈັກເປັນໄປເພື່ອປະໂຍຊນ໌ເກື້ອກູນ ເພື່ອຄວາມສຸຂແກ່ພວກເຈົ້າທັງຫລາຍຕລອດກາລນານ (ຕັສມາຕິຫະ ມັງ ອານັນທະ ມິຕຕະວະຕາຍະ ສະມຸທາຈະຣະຖະ ມາ ສະ-ປັຕຕະວະຕາຍະ ຕັງ ໂວ ພະວິສສະຕິ ທີຄະຣັຕຕັງ ຫິຕາຍະ ສຸຂາຍະ).

ອານົນທ໌! ກໍສາວົກຍ່ອມປະພຶຕຕໍ່ສາສດາດ້ວຍຄວາມເປັນສັດຕູ ບໍ່ປະພຶຕຕໍ່ສາສດາດ້ວຍຄວາມເປັນມິຕເປັນຢ່າງໃດ?

ອານົນທ໌! ສາສດາໃນທັມວິນັຍນີ້ ເປັນຜູ້ອະນຸເຄາະສະແຫວງຫາປະໂຍຊນ໌ເກື້ອກູນ ອາສັຍຄວາມເອັນດູສະແດງທັມແກ່ສາວົກທັງຫລາຍວ່າ ນີ້ຍ່ອມເປັນໄປເພື່ອປະໂຍຊນ໌ເກື້ອກູນແກ່ພວກເຈົ້າທັງຫລາຍ, ນີ້ຍ່ອມເປັນໄປເພື່ອຄວາມສຸຂແກ່ພວກເຈົ້າທັງຫລາຍ, ສາວົກຂອງສາສດານັ້ນກັບບໍ່ຟັງດ້ວຍດີ ບໍ່ງ່ຽງໂສຕະລົງຟັງ ບໍ່ຕັ້ງຈິຕເພື່ອຈະຮູ້ທົ່ວເຖິງ ແລະຍັງປະພຶຕຫລີກລຽງຄຳສອນຂອງສາສດາ. ອານົນທ໌ ຢ່າງນີ້ແລ ສາວົກຊື່ວ່າປະພຶຕຕໍ່ສາສດາດ້ວຍຄວາມເປັນສັດຕູ ບໍ່ປະພຶຕຕໍ່ສາສດາດ້ວຍຄວາມເປັນມິຕ.

ອານົນທ໌! ກໍສາວົກຍ່ອມປະພຶຕຕໍ່ສາສດາດ້ວຍຄວາມເປັນມິຕ ບໍ່ປະພຶຕຕໍ່ສາສດາດ້ວຍຄວາມເປັນສັດຕູເປັນຢ່າງໃດ?

ອານົນທ໌! ສາສດາໃນທັມວິນັຍນີ້ ເປັນຜູ້ອະນຸເຄາະສະແຫວງຫາປະໂຍຊນ໌ເກື້ອກູນ ອາສັຍຄວາມເອັນດູສະແດງທັມແກ່ສາວົກທັງຫລາຍວ່າ ນີ້ຍ່ອມເປັນໄປເພື່ອປະໂຍຊນ໌ເກື້ອກູນແກ່ພວກເຈົ້າທັງຫລາຍ, ນີ້ຍ່ອມເປັນໄປເພື່ອຄວາມສຸຂແກ່ພວກເຈົ້າທັງຫລາຍ, ສາວົກຂອງສາສດານັ້ນຍ່ອມຟັງດ້ວຍດີ ຍ່ອມງ່ຽງໂສຕະລົງຟັງ ຍ່ອມຕັ້ງຈິຕເພື່ອຈະຮູ້ທົ່ວເຖິງ ແລະບໍ່ປະພຶຕຫລີກລຽງຄຳສອນຂອງສາສດາ. ອານົນທ໌ ຢ່າງນີ້ແລ ສາວົກຊື່ວ່າປະພຶຕຕໍ່ສາສດາດ້ວຍຄວາມເປັນມິຕ ບໍ່ປະພຶຕຕໍ່ສາສດາດ້ວຍຄວາມເປັນສັດຕູ.

ອານົນທ໌! ເພາະເຫຕນັ້ນແລ ພວກເຈົ້າທັງຫລາຍຈົ່ງປະພຶຕຕໍ່ເຮົາດ້ວຍຄວາມເປັນມິຕເຖີດ ຢ່າປະພຶຕຕໍ່ເຮົາດ້ວຍຄວາມເປັນສັດຕູເລີຍ ຂໍ້ນັ້ນຈັກເປັນໄປເພື່ອປະໂຍຊນ໌ເກື້ອກູນ ເພື່ອຄວາມສຸຂແກ່ພວກເຈົ້າທັງຫລາຍຕລອດກາລນານ.

ອານົນທ໌! ເຮົາຈັກບໍ່ພະຍາຍາມກະທຳກັບພວກເຈົ້າຢ່າງທະນຸຖະໜອມເໝືອນຊ່າງໝໍ້ກະທຳແກ່ໝໍ້ທີ່ຍັງປຽກຍັງດິບຢູ່; ອານົນທ໌ ເຮົາຈັກຂະນາບແລ້ວ ຂະນາບອີກບໍ່ມີຢຸດ;

ອານົນທ໌! ເຮົາຈັກຊີ້ໂທສແລ້ວ ຊີ້ໂທສອີກບໍ່ມີຢຸດ ຜູ້ໃດມີມັຄຜົລເປັນແກ່ນສາຣ ຜູ້ນັ້ນຈັກທົນຢູ່ໄດ້.

ເມື່ອພຣະຜູ້ມີພຣະພາຄໄດ້ຕຣັສພາສິຕນີ້ແລ້ວ ທ່ານພຣະອານົນທ໌ມີໃຈຊື່ນຊົມຍິນດີພຣະພາສິຕຂອງພຣະຜູ້ມີພຣະພາຄແລ.


ມັຊຊິມະນິກາຍ ອຸປະຣິປັນນາສກ໌ ໑໔/໑໘໕-໑໙໓/໓໔໓-໓໕໖
ພຣະສູດຄົ້ນຫາປຶ້ມຖືກໃຈປື້ມVideoປະຕິທິນພຣະທັມ