ທີ່ນັ່ງທີ່ນອນອັນສູງໃຫຍ່ 3 ຊະນິດ

ທາງສາຍກາງ

0:00/0:00
ສມັຍໜຶ່ງ ພຣະຜູ້ມີພຣະພາຄສະເດັຈຈາຣິກໄປໃນໂກສົລຊົນບົທພ້ອມດ້ວຍພິກຂຸສົງຄ໌ໝູ່ໃຫຍ່ ສະເດັຈເຖິງພຣາມມະນະຄາມແຫ່ງຊາວໂກສົລຊື່ ເວນາຄະປຸຣະ ພຣາມນ໌ແລະຄະຫະບໍດີຊາວເວນາຄະປຸຣະໄດ້ສະດັບຂ່າວວ່າ ພຣະສະມະນະໂຄຕະມະສາກະຍະບຸຕຊົງຜະນວຊຈາກສາກະຍະສະກຸລແລ້ວ ສະເດັຈມາເຖິງເວນາຄະປຸຣະໂດຍລຳດັບ ກໍກິຕຕິສັທອັນງາມ (ກັລຍາໂນ ກິຕຕິສັທໂທ) ຂອງທ່ານພຣະໂຄດົມພຣະອົງຄ໌ນັ້ນແລ ຂະຈອຣໄປແລ້ວຢ່າງນີ້ວ່າ ເພາະເຫຕຢ່າງນີ້ໆ ພຣະຜູ້ມີພຣະພາຄພຣະອົງຄ໌ນັ້ນ ເປັນພຣະອະຣະຫັນຕ໌, ຕຣັສຮູ້ເອງໂດຍຊອບ, ເຖິງພ້ອມດ້ວຍວິຊຊາແລະຈະຣະນະ, ສະເດັຈໄປດີແລ້ວ, ຊົງຮູ້ແຈ້ງໂລກ, ເປັນສາຣະຖີຝຶກບຸຣຸສທີ່ຄວນຝຶກບໍ່ມີຜູ້ອື່ນຍິ່ງກວ່າ, ເປັນສາສດາຂອງເທວະດາແລະມະນຸສທັງຫລາຍ, ເປັນຜູ້ເບີກບານແລ້ວ, ເປັນຜູ້ຈຳແນກທັມ. ພຣະອົງຄ໌ຊົງກະທຳໂລກນີ້ ພ້ອມທັງເທວະໂລກ ມາຣະໂລກ ພຣົມມະໂລກ ໃຫ້ແຈ້ງຊັດດ້ວຍພຣະປັນຍາອັນຍິ່ງຂອງພຣະອົງຄ໌ເອງ ແລ້ວຊົງສອນໝູ່ສັຕພ້ອມທັງສະມະນະພຣາມນ໌ ເທວະດາແລະມະນຸສໃຫ້ຮູ້ຕາມ. ພຣະອົງຄ໌ຊົງສະແດງທັມງາມໃນເບື້ອງຕົ້ນ ງາມໃນທ່າມກາງ ງາມໃນທີ່ສຸດ ຊົງປະກາສພຣົມມະຈັນຍ໌ພ້ອມທັງອັຕຖະ ພ້ອມທັງພະຍັນຊະນະ ບໍຣິສຸທ ບໍຣິບູນສິ້ນເຊິງ ກໍກາຣໄດ້ເຫັນພຣະອະຣະຫັນຕ໌ທັງຫລາຍເຫັນປານນີ້ ເປັນຄວາມດີແລ.

ຄັ້ງນັ້ນແລ ພຣາມນ໌ແລະຄະຫະບໍດີຊາວເວນາຄະປຸຣະໄດ້ເຂົ້າໄປເຝົ້າພຣະຜູ້ມີພຣະພາຄເຖິງທີ່ປະທັບ ບາງພວກອະພິວາທ ພຣະຜູ້ມີພຣະພາຄແລ້ວ ນັ່ງໃນທີ່ຄວນສ່ວນຂ້າງໜຶ່ງ ບາງພວກໄດ້ປຣາສັຍກັບພຣະຜູ້ມີພຣະພາຄ ພໍຜ່ານກາຣປຣາສັຍພໍໃຫ້ ຣະນຶກເຖິງກັນໄປແລ້ວ ກໍນັ່ງໃນທີ່ຄວນສ່ວນຂ້າງໜຶ່ງ ບາງພວກປະນົມມືໄຫວ້ໄປທາງພຣະຜູ້ມີພຣະພາຄແລ້ວນັ່ງໃນທີ່ຄວນສ່ວນຂ້າງໜຶ່ງ ບາງພວກປະກາສຊື່ແລະໂຄຕແລ້ວນັ່ງໃນທີ່ຄວນສ່ວນຂ້າງໜຶ່ງ ບາງພວກນັ່ງນິ້ງຢູ່ໃນທີ່ຄວນສ່ວນຂ້າງໜຶ່ງ ຄັນແລ້ວ ພຣາມນ໌ວັຈສະໂຄຕຊາວເວນາຄະປຸຣະໄດ້ກຣາບທູລພຣະຜູ້ມີພຣະພາຄວ່າ:

ຂ້າແຕ່ພຣະໂຄດົມຜູ້ຈະເຣີນ! ໜ້າອັສສະຈັນຍ໌
ຂ້າແຕ່ພຣະໂຄດົມຜູ້ຈະເຣີນ! ບໍ່ເຄີຍມີມາແລ້ວ ອິນຊີຂອງທ່ານພຣະໂຄດົມຜ່ອງໃສຢ່າງຍິ່ງ ພຣະສະວີວັນຂອງທ່ານພຣະໂຄດົມບໍຣິສຸທຜຸດຜ່ອງ ເໝືອນກັບຜົລພຸທທາສຸກທີ່ມີໃນສະຣະທະສມັຍອັນເປັນຂອງບໍຣິສຸທຜຸດຜ່ອງ ສັນນັ້ນ.

ຂ້າແຕ່ພຣະໂຄດົມຜູ້ຈະເຣີນ! ອິນຊີຂອງທ່ານພຣະໂຄດົມຜ່ອງໃສ ພຣະສະວີວັນຂອງທ່ານພຣະໂຄດົມບໍຣິສຸທຜຸດຜ່ອງ ເໝືອນກັບໝາກຕານສຸກທີ່ຫລຸດຈາກຂົ້ວອັນເປັນຂອງບໍຣິສຸທຜຸດຜ່ອງ ສັນນັ້ນ.

ຂ້າແຕ່ພຣະໂຄດົມຜູ້ຈະເຣີນ! ອິນຊີຂອງທ່ານພຣະໂຄດົມຜ່ອງໃສ ພຣະສະວີວັນຂອງທ່ານພຣະໂຄດົມບໍຣິສຸທຜຸດຜ່ອງ ເໝືອນກັບແທ່ງຄຳຊົມພູນຸຊທີ່ບຸຕນາຍຊ່າງຄຳຜູ້ຂະຫຍັນຫລອມດີແລ້ວ ອັນນາຍຊ່າງຄຳຜູ້ສລາດເຈຍຣະໄນດີແລ້ວ ວາງໄວ້ເທິງຜ້າກັມພົລເຫລືອງ ສ່ອງແສງປະກາຍແວວວາວ ສັນນັ້ນ.
ຂ້າແຕ່ພຣະໂຄດົມຜູ້ຈະເຣີນ! ທີ່ນັ່ງທີ່ນອນອັນສູງໃຫຍ່ເຫັນປານນີ້ຄື ຕຽງມີເທົ້າເກີນປະມານ ຕຽງມີເທົ້າເຮັດເປັນຮູບສັຕຮ້າຍ ຜ້າໂກເຊົາວ໌ຂົນຍາວ ເຄື່ອງລາດທີ່ເຮັດດ້ວຍຂົນແກະວິຈິຕດ້ວຍລວດລາຍ ເຄື່ອງລາດທີ່ເຮັດດ້ວຍຂົນແກະສີຂາວ ເຄື່ອງລາດທີ່ມີສັນຖານເປັນຊໍ່ດອກໄມ້ ເຄື່ອງລາດທີ່ຍັດນຸ່ນ ເຄື່ອງລາດຂົນແກະອັນວິຈິຕດ້ວຍຮູບສັຕຮ້າຍ ມີສີຫະແລະເສືອເປັນຕົ້ນ ເຄື່ອງລາດຂົນແກະມີຂົນຕັ້ງ ເຄື່ອງລາດມີຂົນແກະຂ້າງດຽວ ເຄື່ອງລາດຄຳແລະເງິນແກມໄໝ ເຄື່ອງລາດໄໝກີບຄຳແລະເງິນ ເຄື່ອງລາດຂົນແກະບັນຈຸນາງຟ້ອນ ໑໖ ຄົນຢືນລຳໄດ້ ເຄື່ອງລາດຫລັງຊ້າງ ເຄື່ອງລາດຫລັງມ້າ ເຄື່ອງລາດໃນຣົຖ ເຄື່ອງລາດທີ່ເຮັດດ້ວຍໜັງສັຕຊື່ອະຊີນະອັນມີຂົນອ່ອນນຸ່ມ ເຄື່ອງລາດຢ່າງດີເຮັດດ້ວຍໜັງເຫັນ ເຄື່ອງລາດມີແພດານ ເຄື່ອງລາດມີໝອນຂ້າງ ທ່ານພຣະໂຄດົມໄດ້ທີ່ນັ່ງທີ່ນອນເຫັນປານນີ້ຕາມຄວາມປາຖນາ ໄດ້ໂດຍບໍ່ຍາກ ໂດຍບໍ່ລຳບາກແນ່ນອນ.

ພຣະຜູ້ມີພຣະພາຄຕຣັສຕອບວ່າ:

ພຣາມນ໌! ທີ່ນັ່ງທີ່ນອນເຫລົ່ານັ້ນຄື ຕຽງມີເທົ້າເກີນປະມານ ຕຽງມີເທົ້າເຮັດເປັນຮູບສັຕຮ້າຍ ຜ້າໂກເຊົາວ໌ຂົນຍາວ ເຄື່ອງລາດທີ່ເຮັດດ້ວຍຂົນແກະວິຈິຕດ້ວຍລວດລາຍ ເຄື່ອງລາດທີ່ເຮັດດ້ວຍຂົນແກະສີຂາວ ເຄື່ອງລາດທີ່ມີສັນຖານເປັນຊໍ່ດອກໄມ້ ເຄື່ອງລາດທີ່ຍັດນຸ່ນ ເຄື່ອງລາດຂົນແກະອັນວິຈິຕດ້ວຍຮູບສັຕຮ້າຍ ມີສີຫະແລະເສືອເປັນຕົ້ນ ເຄື່ອງລາດຂົນແກະມີຂົນຕັ້ງ ເຄື່ອງລາດມີຂົນແກະຂ້າງດຽວ ເຄື່ອງລາດຄຳແລະເງິນແກມໄໝ ເຄື່ອງລາດໄໝກີບຄຳແລະເງິນ ເຄື່ອງລາດຂົນແກະບັນຈຸນາງຟ້ອນ ໑໖ ຄົນຢືນລຳໄດ້ ເຄື່ອງລາດຫລັງຊ້າງ ເຄື່ອງລາດຫລັງມ້າ ເຄື່ອງລາດໃນຣົຖ ເຄື່ອງລາດທີ່ເຮັດດ້ວຍໜັງສັຕຊື່ອະຊີນະອັນມີຂົນອ່ອນນຸ່ມ ເຄື່ອງລາດຢ່າງດີເຮັດດ້ວຍໜັງເຫັນ ເຄື່ອງລາດມີແພດານ ເຄື່ອງລາດມີໝອນຂ້າງ ບັນພະຊິຕຫາໄດ້ຍາກ ແລະທີ່ໄດ້ແລ້ວກໍບໍ່ຄວນໃຊ້ສອຍ.

ພຣາມນ໌! ທີ່ນັ່ງທີ່ນອນອັນສູງໃຫຍ່ ໓ ຊະນິດນີ້ ທຸກວັນນີ້ເຮົາໄດ້ຕາມຄວາມປາຖນາ ໄດ້ໂດຍບໍ່ຍາກ ໂດຍບໍ່ລຳບາກ ທີ່ນັ່ງທີ່ນອນອັນສູງໃຫຍ່ ໓ ຊະນິດເປັນຢ່າງໃດ? ຄື:

ທີ່ນັ່ງທີ່ນອນອັນສູງໃຫຍ່ອັນເປັນຂອງທິພຍ໌ (ທິພພັງ ອຸຈຈາ-ສະຍະນະມະຫາສະຍະນັງ),

ທີ່ນັ່ງທີ່ນອນອັນສູງໃຫຍ່ອັນເປັນຂອງພຣົມ (ພຣັມມັງ ອຸຈຈາ-ສະຍະນະມະຫາສະຍະນັງ),

ທີ່ນັ່ງທີ່ນອນອັນສູງໃຫຍ່ອັນເປັນຂອງພຣະອະຣິຍະ (ອະຣິຍັງ ອຸຈຈາສະຍະນະມະຫາສະຍະນັງ),

ພຣາມນ໌! ທີ່ນັ່ງທີ່ນອນອັນສູງໃຫຍ່ ໓ ຊະນິດນີ້ແລ ທຸກວັນນີ້ເຮົາໄດ້ຕາມຄວາມປາຖນາ ໄດ້ໂດຍບໍ່ຍາກ ໂດຍບໍ່ລຳບາກ.

ຂ້າແຕ່ພຣະໂຄດົມຜູ້ຈະເຣີນ! ກໍທີ່ນັ່ງທີ່ນອນອັນສູງໃຫຍ່ອັນເປັນຂອງທິພຍ໌ ເຊິ່ງທຸກວັນນີ້ທ່ານພຣະໂຄດົມໄດ້ຕາມຄວາມປາຖນາ ໄດ້ໂດຍບໍ່ຍາກ ໂດຍບໍ່ລຳບາກເປັນຢ່າງໃດ?

ພຣາມນ໌! ເຮົາອາສັຍບ້ານຫລືນິຄົມແຫ່ງໃດແຫ່ງໜຶ່ງໃນໂລກນີ້ຢູ່ ເວລາເຊົ້າເຮົານຸ່ງແລ້ວ ຖືບາຕແລະຈີວອຣ ເຂົ້າໄປບິນທະບາຕໃນບ້ານຫລືນິຄົມນັ້ນ ເວລາຫລັງອາຫາຣ ກັບຈາກບິນທະບາຕແລ້ວ ເຂົ້າໄປໃນຊາຍປ່າ ກວາດຫຍ້າຫລືໃບໄມ້ເຊິ່ງມີຢູ່ໃນທີ່ນັ້ນເປັນກອງແລ້ວ ນັ່ງຄູ້ບັນລັງກ໌ ຕັ້ງກາຍຕົງ ດຳຣົງສະຕິໄວ້ສະເພາະໜ້າ ເຮົາສງັດຈາກກາມທັງຫລາຍ ສງັດຈາກອະກຸສົລທັມທັງຫລາຍ ບັນລຸປະຖົມຊານ ມີວິຕົກວິຈາຣ ມີປີຕິແລະສຸຂອັນເກີດແຕ່ວິເວກຢູ່.
ເພາະວິຕົກວິຈາຣສງົບຣະງັບໄປ ຍ່ອມບັນລຸທຸຕິຍະຊານ ມີຄວາມຜ່ອງໃສແຫ່ງຈິຕໃນພາຍໃນ ເປັນທັມອັນເອກຜຸດຂຶ້ນ ບໍ່ມີວິຕົກ ບໍ່ມີວິຈາຣ ມີແຕ່ປີຕິແລະສຸຂອັນເກີດແຕ່ສະມາທິຢູ່;

ເພາະປີຕິສິ້ນໄປ ເປັນຜູ້ມີອຸເປກຂາ ມີສະຕິສັມປະຊັນຍະ ສະເຫວີຍສຸຂດ້ວຍກາຍ ຍ່ອມບັນລຸຕະຕິຍະຊານ ທີ່ພຣະອະຣິຍະເຈົ້າທັງຫລາຍສັນລະເສີນຜູ້ໄດ້ບັນລຸວ່າ ເປັນຜູ້ມີອຸເປກຂາ ມີສະຕິຢູ່ເປັນສຸຂ.

ເພາະລະສຸຂແລະທຸກຂ໌ເສຍໄດ້ ແລະເພາະຄວາມດັບຫາຍໄປແຫ່ງໂສມະນັສແລະໂທມະນັສໃນກາລກ່ອນ ຍ່ອມບັນລຸຈະຕຸຕຖະຊານ ອັນບໍ່ມີທຸກຂ໌ບໍ່ມີສຸຂ ມີແຕ່ອຸເປກຂາເປັນເຫຕໃຫ້ສະຕິບໍຣິສຸທຢູ່.

ພຣາມນ໌! ຖ້າເຮົາຜູ້ເປັນເຊັ່ນນັ້ນເດີນຈົງກົມຢູ່ ທີ່ເດີນຈົງກົມໃນສມັຍນັ້ນຂອງເຮົາ ຊື່ວ່າເປັນທິພຍ໌, ຖ້າເຮົາຜູ້ເປັນເຊັ່ນນັ້ນຢືນຢູ່ ທີ່ຢືນໃນສມັຍນັ້ນຂອງເຮົາ ຊື່ວ່າເປັນທິພຍ໌, ຖ້າເຮົາຜູ້ເປັນເຊັ່ນນັ້ນນັ່ງຢູ່ ທີ່ນັ່ງໃນສມັຍນັ້ນຂອງເຮົາ ຊື່ວ່າເປັນທິພຍ໌, ຖ້າເຮົາຜູ້ເປັນເຊັ່ນນັ້ນນອນຢູ່ ທີ່ນອນອັນສູງໃຫຍ່ໃນສມັຍນັ້ນຂອງເຮົາ ຊື່ວ່າເປັນທິພຍ໌. ພຣາມນ໌ ທີ່ນັ່ງທີ່ນອນອັນສູງໃຫຍ່ອັນເປັນຂອງທິພຍ໌ນີ້ແລ ທຸກວັນນີ້ເຮົາໄດ້ຕາມຄວາມປາຖນາ ໄດ້ໂດຍບໍ່ຍາກ ໂດຍບໍ່ລຳບາກ.

ຂ້າແຕ່ພຣະໂຄດົມຜູ້ຈະເຣີນ! ໜ້າອັສສະຈັນຍ໌ ຂ້າແຕ່ພຣະໂຄດົມຜູ້ຈະເຣີນ ບໍ່ເຄີຍມີມາແລ້ວ ເພາະໃຜໜໍຍົກເວັ້ນທ່ານພຣະໂຄດົມ ຈັກໄດ້ທີ່ນັ່ງທີ່ນອນອັນສູງໃຫຍ່ອັນເປັນຂອງທິພຍ໌ເຫັນປານນີ້ ທີ່ໄດ້ຕາມຄວາມປາຖນາ ໄດ້ໂດຍບໍ່ຍາກ ໂດຍບໍ່ລຳບາກ ດັ່ງນີ້.

ຂ້າແຕ່ພຣະໂຄດົມຜູ້ຈະເຣີນ! ກໍທີ່ນັ່ງທີ່ນອນອັນສູງໃຫຍ່ອັນເປັນຂອງພຣົມ ເຊິ່ງທຸກວັນນີ້ທ່ານພຣະໂຄດົມໄດ້ຕາມຄວາມປາຖນາ ໄດ້ໂດຍບໍ່ຍາກ ໂດຍບໍ່ລຳບາກເປັນຢ່າງໃດ?

ພຣາມນ໌! ເຮົາອາສັຍບ້ານຫລືນິຄົມແຫ່ງໃດແຫ່ງໜຶ່ງໃນໂລກນີ້ຢູ່ ເວລາເຊົ້າເຮົານຸ່ງແລ້ວ ຖືບາຕແລະຈີວອຣ ເຂົ້າໄປບິນທະບາຕໃນບ້ານຫລືນິຄົມນັ້ນ ເວລາຫລັງອາຫາຣ ກັບຈາກບິນທະບາຕແລ້ວ ເຂົ້າໄປໃນຊາຍປ່າ ກວາດຫຍ້າຫລືໃບໄມ້ເຊິ່ງມີຢູ່ໃນທີ່ນັ້ນເປັນກອງແລ້ວ ນັ່ງຄູ້ບັນລັງກ໌ ຕັ້ງກາຍຕົງ ດຳຣົງສະຕິໄວ້ສະເພາະໜ້າ ມີິຈິຕປະກອບດ້ວຍເມຕຕາ ແຜ່ໄປ ຕລອດທິສທີໜຶ່ງຢູ່ ທິສທີສອງ ທິສທີສາມ ທິສທີສີ່ກໍເໝືອນກັນ ທັງເບື້ຶອງເທິງ ເບື້ອງລຸ່ມ ເບື້ອງຂວາງ ແຜ່ໄປຕລອດໂລກທັງປວງ ທົ່ວສັຕທຸກເຫລົ່າ ໃນທີ່ທຸກສະຖານ ດ້ວຍໃຈປະກອບດ້ວຍເມຕຕາ ອັນໄພບູນ ຍິ່ງໃຫຍ່ ຫາປະມານບໍ່ໄດ້ ບໍ່ມີເວຣ ບໍ່ມີພະຍາບາທຢູ່.

ມີຈິຕປະກອບດ້ວຍກະຣຸນາ ແຜ່ໄປຕລອດທິສທີໜຶ່ງຢູ່ ທິສທີສອງ ທິສທີສາມ ທິສທີສີ່ກໍເໝືອນກັນ ທັງເບື້ອງເທິງ ເບື້ອງລຸ່ມ ເບື້ອງຂວາງ ແຜ່ໄປຕລອດໂລກທັງປວງ ທົ່ວສັຕທຸກເຫລົ່າ ໃນທີ່ທຸກສະຖານ ດ້ວຍໃຈປະກອບດ້ວຍກະຣຸນາອັນໄພບູນ ຍິ່ງໃຫຍ່ ຫາປະມານບໍ່ໄດ້ ບໍ່ມີເວຣ ບໍ່ມີພະຍາບາທຢູ່.
ມີຈິຕປະກອບດ້ວຍມຸທິຕາ ແຜ່ໄປຕລອດທິສທີໜຶ່ງຢູ່ ທິສທີສອງ ທິສທີສາມ ທິສທີສີ່ກໍເໝືອນກັນ ທັງເບື້ອງເທິງ ເບື້ອງລຸ່ມ ເບື້ອງຂວາງ ແຜ່ໄປຕລອດໂລກທັງປວງ ທົ່ວສັຕທຸກເຫລົ່າ ໃນທີ່ທຸກສະຖານ ດ້ວຍໃຈປະກອບດ້ວຍມຸທິຕາອັນໄພບູນ ຍິ່ງໃຫຍ່ ຫາປະມານບໍ່ໄດ້ ບໍ່ມີເວຣ ບໍ່ມີພະຍາບາທຢູ່.
ມີຈິຕປະກອບດ້ວຍອຸເປກຂາ ແຜ່ໄປຕລອດທິສທີໜຶ່ງຢູ່ ທິສທີສອງ ທິສທີສາມ ທິສທີສີ່ກໍເໝືອນກັນ ທັງເບື້ອງເທິງ ເບື້ອງລຸ່ມ ເບື້ອງຂວາງ ແຜ່ໄປຕລອດໂລກທັງປວງ ທົ່ວສັຕທຸກເຫລົ່າ ໃນທີ່ທຸກສະຖານ ດ້ວຍໃຈປະກອບດ້ວຍອຸເປກຂາອັນໄພບູນ ຍິ່ງໃຫຍ່ ຫາປະມານບໍ່ໄດ້ ບໍ່ມີເວຣ ບໍ່ມີພະຍາບາທຢູ່.
ພຣາມນ໌! ຖ້າເຮົາຜູ້ເປັນເຊັ່ນນັ້ນເດີນຈົງກົມຢູ່ ທີ່ເດີນຈົງກົມໃນສມັຍນັ້ນຂອງເຮົາ ຊື່ວ່າເປັນຂອງພຣົມ, ຖ້າເຮົາຜູ້ເປັນເຊັ່ນນັ້ນຢືນຢູ່ ທີ່ຢືນໃນສມັຍນັ້ນຂອງເຮົາ ຊື່ວ່າເປັນຂອງພຣົມ, ຖ້າເຮົາຜູ້ເປັນເຊັ່ນນັ້ນນັ່ງຢູ່ ທີ່ນັ່ງໃນສມັຍນັ້ນຂອງເຮົາ ຊື່ວ່າເປັນຂອງພຣົມ, ຖ້າເຮົາຜູ້ເປັນເຊັ່ນນັ້ນນອນຢູ່ ທີ່ນອນອັນສູງໃຫຍ່ໃນສມັຍນັ້ນຂອງເຮົາ ຊື່ວ່າເປັນຂອງພຣົມ. ພຣາມນ໌ ທີ່ນັ່ງທີ່ນອນອັນສູງໃຫຍ່ອັນເປັນຂອງພຣົມນີ້ແລ ທຸກວັນນີ້ເຮົາໄດ້ຕາມຄວາມປາຖນາ ໄດ້ໂດຍບໍ່ຍາກ ໂດຍບໍ່ລຳບາກ.

ຂ້າແຕ່ພຣະໂຄດົມຜູ້ຈະເຣີນ! ໜ້າອັສສະຈັນຍ໌ ຂ້າແຕ່ພຣະໂຄດົມຜູ້ຈະເຣີນ ບໍ່ເຄີຍມີມາແລ້ວ ເພາະໃຜໜໍຍົກເວັ້ນທ່ານພຣະໂຄດົມ ຈັກໄດ້ທີ່ນັ່ງທີ່ນອນອັນສູງໃຫຍ່ອັນເປັນຂອງພຣົມເຫັນປານນີ້ ທີ່ໄດ້ຕາມຄວາມປາຖນາ ໄດ້ໂດຍບໍ່ຍາກ ໂດຍບໍ່ລຳບາກ ດັ່ງນີ້.

ຂ້າແຕ່ພຣະໂຄດົມຜູ້ຈະເຣີນ! ກໍທີ່ນັ່ງທີ່ນອນອັນສູງໃຫຍ່ອັນເປັນຂອງພຣະອະຣິຍະ ເຊິ່ງທຸກວັນນີ້ທ່ານພຣະໂຄດົມໄດ້ຕາມຄວາມປາຖນາ ໄດ້ໂດຍບໍ່ຍາກ ໂດຍບໍ່ລຳບາກເປັນຢ່າງໃດ?

ພຣາມນ໌! ເຮົາອາສັຍບ້ານຫລືນິຄົມແຫ່ງໃດແຫ່ງໜຶ່ງໃນໂລກນີ້ຢູ່ ເວລາເຊົ້າເຮົານຸ່ງແລ້ວ ຖືບາຕແລະຈີວອຣ ເຂົ້າໄປບິນທະບາຕໃນບ້ານຫລືນິຄົມນັ້ນ ເວລາຫລັງອາຫາຣ ກັບຈາກບິນທະບາຕແລ້ວ ເຂົ້າໄປໃນຊາຍປ່າ ກວາດຫຍ້າຫລືໃບໄມ້ເຊິ່ງມີຢູ່ໃນທີ່ນັ້ນເປັນກອງແລ້ວ ນັ່ງຄູ້ບັນລັງກ໌ ຕັ້ງກາຍຕົງ ດຳຣົງສະຕິໄວ້ສະເພາະໜ້າ ເຮົາຮູ້ຊັດຢ່າງນີ້ວ່າ ຣາຄະເຮົາລະໄດ້ແລ້ວ ຖອນຮາກຂຶ້ນແລ້ວ ກະທຳໃຫ້ເປັນເໝືອນຕານຍອດດ້ວນ ກະທຳໃຫ້ບໍ່ມີ ບໍ່ໃຫ້ເກີດຂຶ້ນອີກຕໍ່ໄປເປັນທັມມະດາ.

ໂທສະເຮົາລະໄດ້ແລ້ວ ຖອນຮາກຂຶ້ນແລ້ວ ກະທຳໃຫ້ເປັນ ເໝືອນຕານຍອດດ້ວນ ກະທຳໃຫ້ບໍ່ມີ ບໍ່ໃຫ້ເກີດຂຶ້ນອີກຕໍ່ໄປເປັນທັມມະດາ.

ໂມຫະເຮົາລະໄດ້ແລ້ວ ຖອນຮາກຂຶ້ນແລ້ວ ກະທຳໃຫ້ເປັນ ເໝືອນຕານຍອດດ້ວນ ກະທຳໃຫ້ບໍ່ມີ ບໍ່ໃຫ້ເກີດຂຶ້ນອີກຕໍ່ໄປເປັນທັມມະດາ.

ພຣາມນ໌! ຖ້າເຮົາຜູ້ເປັນເຊັ່ນນັ້ນເດີນຈົງກົມຢູ່ ທີ່ເດີນຈົງກົມໃນສມັຍນັ້ນຂອງເຮົາ ຊື່ວ່າເປັນຂອງພຣະອະຣິຍະ, ຖ້າເຮົາຜູ້ເປັນເຊັ່ນນັ້ນຢືນຢູ່ ທີ່ຢືນໃນສມັຍນັ້ນຂອງເຮົາ ຊື່ວ່າເປັນຂອງພຣະອະຣິຍະ, ຖ້າເຮົາຜູ້ເປັນເຊັ່ນນັ້ນນັ່ງຢູ່ ທີ່ນັ່ງໃນສມັຍນັ້ນຂອງເຮົາ ຊື່ວ່າເປັນຂອງພຣະອະຣິຍະ, ຖ້າເຮົາຜູ້ເປັນເຊັ່ນນັ້ນນອນຢູ່ ທີ່ນອນອັນສູງໃຫຍ່ໃນສມັຍນັ້ນຂອງເຮົາ ຊື່ວ່າເປັນຂອງພຣະອະຣິຍະ. ພຣາມນ໌ ທີ່ນັ່ງທີ່ນອນອັນສູງໃຫຍ່ອັນເປັນຂອງພຣະອະຣິຍະນີ້ແລ ທຸກວັນນີ້ເຮົາໄດ້ຕາມຄວາມປາຖນາ ໄດ້ໂດຍບໍ່ຍາກ ໂດຍບໍ່ລຳບາກ.

ຂ້າແຕ່ພຣະໂຄດົມຜູ້ຈະເຣີນ! ໜ້າອັສສະຈັນຍ໌ ຂ້າແຕ່ພຣະໂຄດົມຜູ້ຈະເຣີນ ບໍ່ເຄີຍມີມາແລ້ວ ເພາະໃຜໜໍຍົກເວັ້ນທ່ານພຣະໂຄດົມ ຈັກໄດ້ທີ່ນັ່ງທີ່ນອນອັນສູງໃຫຍ່ອັນເປັນຂອງພຣະອະຣິຍະເຫັນປານນີ້ ທີ່ໄດ້ຕາມຄວາມປາຖນາ ໄດ້ໂດຍບໍ່ຍາກ ໂດຍບໍ່ລຳບາກ ດັ່ງນີ້.

ຂ້າແຕ່ພຣະໂຄດົມຜູ້ຈະເຣີນ! ພາສິຕຂອງພຣະອົງຄ໌ແຈ່ມແຈ້ງຫລາຍ, ຂ້າແຕ່ພຣະໂຄດົມຜູ້ຈະເຣີນ ພາສິຕຂອງພຣະອົງຄ໌ແຈ່ມແຈ້ງຫລາຍ ພຣະໂຄດົມຊົງປະກາສທັມໂດຍອະເນກປະຣິຍາຍ ປຽບເໝືອນບຸຄຄົລຫງາຍຂອງທີ່ຂວ້ຳ ເປີດຂອງທີ່ປິດ ບອກທາງແກ່ຄົນຫລົງທາງ ຫລືສ່ອງປະທີບໄວ້ໃນທີ່ມືດ ດ້ວຍຫວັງວ່າ ຄົນມີຈັກຂຸຈັກເຫັນຣູປໄດ້ ສັນນັ້ນ. ຂ້ານ້ອຍຂໍເຖິງທ່ານພຣະໂຄດົມ ພຣະທັມ ແລະພຣະພິກຂຸສົງຄ໌ວ່າ ເປັນສະຣະນະ ຂໍທ່ານພຣະໂຄດົມໂປດຊົງຈຳຂ້ານ້ອຍໄວ້ວ່າ ເປັນອຸປາສົກຜູ້ເຖິງສະຣະນະຕລອດຊີວິຕຕັ້ງແຕ່ວັນນີ້ເປັນຕົ້ນໄປ.

ອັງຄຸຕຕະຣະນິກາຍ ເອກ-ທຸກ-ຕິກະນິບາຕ ໒໐/໑໗໒/໕໐໓
ພຣະສູດຄົ້ນຫາປຶ້ມຖືກໃຈປື້ມVideoປະຕິທິນພຣະທັມ