4. ຊົງບອກເຫຕແຫ່ງຄວາມອັນຕະທານຂອງຄຳສອນ ປຽບທຽບດ້ວຍກອງເສິກ

ພຣະສູດທີ່ຕ້ອງຮູ້

0:00/0:00
ພິກຂຸທັງຫຼາຍ ! ເລື່ອງນີ້ເຄີຍມີມາແລ້ວ ກອງເສິກຂອງກະສັຕພວກທະສາຣະຫະ ເອີ້ນວ່າອານກະມີຢູ່ ເມື່ອກອງອານກະນີ້ມີຮອຍຍະຫຼືແຫງ ພວກກະສັຕທະສາຣະຫະໄດ້ຫາແຜ່ນໄມ້ໂຕອື່ນ ເຮັດເປັນຫຼິ້ມຕອກອັດເສີມລົງໃນຮອຍຍະຂອງກອງນັ້ນ (ທຸກຄັ້ງໄປ). ພິກຂຸທັງຫຼາຍ ! ເມື່ອເຊື່ອມຈອດເຂົ້າຫຼາຍເທື່ອຫຼາຍຄັ້ງເຊັ່ນນັ້ນ ດົນໄປກໍເຖິງສະໄໝໜຶ່ງເຊິ່ງຊີ້ນໄມ້ດັ້ງເດີມຂອງໂຕກອງໝົດສິ້ນໄປ ເຫຼືອຢູ່ແຕ່ໂຕໄມ້ທີ່ເຮັດເສີມໃໝ່ເທົ່ານັ້ນ.
ພິກຂຸທັງຫຼາຍ ! ເຊັ່ນໃດກໍເຊັ່ນນັ້ນ ໃນກາລຍືດຍາວຝ່າຍອະນາຄົຕ ຈະມີພິກຂຸທັງຫຼາຍ ສຸຕຕັນຕະເຫຼົ່າໃດ ທີ່ເປັນຄຳຂອງຕະຖາຄົຕ ເປັນຂໍ້ຄວາມເລິກ ມີຄວາມໝາຍເລິກເຊິ່ງ ເປັນຊັ້ນໂລກຸຕຕະຣະ ວ່າສະເພາະດ້ວຍເລື່ອງສຸນຍະຕາ ເມື່ອມີຜູ້ນຳສຸຕຕັນຕະເຫຼົ່ານັ້ນມາກ່າວຢູ່


ເຂົາຈະບໍ່ຟັງດ້ວຍດີ ຈະບໍ່ງ່ຽງຫູຟັງ ຈະບໍ່ຕັ້ງຈິຕເພື່ອຈະຮູ້ທົ່ວເຖິງ ແລະຈະບໍ່ສຳຄັນວ່າເປັນສິ່ງທີ່ຕົນຄວນສຶກສາຮ່ຳຮຽນ ສ່ວນສຸຕຕັນຕະເຫຼົ່າໃດທີ່ນັກກະວີແຕ່ງຂຶ້ນໃໝ່ ເປັນຄຳຮ້ອຍກອງປະເພດກາບກອນ ມີອັກສອນທີ່ງົດງາມ ມີພະຍັນຊະນະອັນວິຈິຕ ເປັນເລື່ອງນອກແນວ ເປັນຄຳກ່າວຂອງສາວົກ ເມື່ອມີຜູ້ນຳເອົາສຸຕຕັນຕະທີ່ນັກກະວີແຕ່ງຂຶ້ນໃໝ່ເຫຼົ່ານັ້ນມາກ່າວຢູ່ ເຂົາຈະຟັງດ້ວຍດີ ຈະງ່ຽງຫູຟັງ ຈະຕັ້ງຈິຕເພື່ອຈະຮູ້ທົ່ວເຖິງ ແລະສຳຄັນວ່າເປັນສິ່ງທີ່ຕົນຄວນສຶກສາຮ່ຳຮຽນໄປເສຍ.
ພິກຂຸທັງຫຼາຍ ! ຄວາມອັນຕະທານຂອງສຸຕຕັນຕະເຫຼົ່ານັ້ນທີ່ເປັນຄຳຂອງຕະຖາຄົຕ ເປັນຂໍ້ຄວາມເລິກ ມີຄວາມໝາຍເລິກເຊິ່ງ ເປັນຊັ້ນໂລກຸຕຕະຣະ ວ່າສະເພາະດ້ວຍເລື່ອງສຸນຍະຕາ ຈັກມີໄດ້ດ້ວຍອາການຢ່າງນີ້ແລ.

- ບາລີ ນິທານ. ສັງ. ໑໖/໓໑໑/໖໗໒-໓.
ພຣະສູດຄົ້ນຫາປຶ້ມຖືກໃຈປື້ມVideoປະຕິທິນພຣະທັມ