ການຮູ້ເບັນຈະຂັນໂດຍຫຼັກແຫ່ງອະຣິຍະສັດສີ່ 4

ອະຣິຍະສັດ 4

0:00/0:00
ໂສນະ ! ສະມະນະຫຼືພຣາມ ເຫຼົ່າໃດເຫຼົ່າໜຶ່ງ ບໍ່ຮູ້ທົ່ວເຖິງຊຶ່ງຮູບ ບໍ່ຮູ້ທົ່ວເຖິງຊຶ່ງເຫຕໃຫ້ເກີດຂຶ້ນແຫ່ງຮູບ ບໍ່ຮູ້ທົ່ວເຖິງ ຊຶ່ງຄວາມດັບບໍ່ເຫຼືອແຫ່ງຮູບ ບໍ່ຮູ້ທົ່ວເຖິງ ຊຶ່ງທາງດໍາເນີນໃຫ້ເຖິງຄວາມດັບບໍ່ເຫຼືອແຫ່ງຮູບ, (ໃນກໍລະນີແຫ່ງເວທະນາ ສັນຍາ ສັງຂາຣ ແລະວິນຍານ ກໍມີຂໍ້ຄວາມທີ່ຕຣັດເຊັ່ນດຽວກັນ); ໂສນະ ! ສະມະນະຫຼືພຣາມເຫຼົ່ານັ້ນ ບໍ່ແມ່ນຜູ້ທີ່ຄວນໄດ້ຮັບການສົມມຸດວ່າ ເປັນສະມະນະໃນໝູ່ສະມະນະ ບໍ່ແມ່ນຜູ້ທີ່ຄວນໄດ້ຮັບການສົມມຸດ ວ່າເປັນພຣາມໃນໝູ່ພຣາມ. ອີກຢ່າງໜຶ່ງ ບຸຄຄົລຜູ້ບໍ່ຮູ້ເຫຼົ່ານັ້ນ ຈະເຮັດໃຫ້ແຈ້ງ ຊຶ່ງປະໂຍຊນ໌ ແຫ່ງຄວາມເປັນສະມະນະ ຫຼືປະໂຍຊນ໌ແຫ່ງຄວາມເປັນພຣາມ ດ້ວຍປັນຍາອັນຍິ່ງເອງ ເຂົ້າເຖິງແລ້ວແລຢູ່ ໃນທິຕຖະທັມນີ້ຫາໄດ້ບໍ່.

ໂສນະ ! ສ່ວນສະມະນະຫຼືພຣາມເຫຼົ່າໃດເຫຼົ່າໜຶ່ງ ຮູ້ທົ່ວເຖິງ ຊຶ່ງຮູບ ຮູ້ທົ່ວເຖິງ ຊຶ່ງເຫຕໃຫ້ເກີດຂຶ້ນແຫ່ງຮູບ ຮູ້ທົ່ວເຖິງ ຊຶ່ງຄວາມດັບບໍ່ເຫຼືອແຫ່ງຮູບ ຮູ້ທົ່ວເຖິງ ຊຶ່ງທາງດໍາເນີນໃຫ້ເຖິງຊຶ່ງຄວາມດັບບໍ່ເຫຼືອແຫ່ງຮູບ, (ໃນກໍລະນີແຫ່ງ ເວທະນາ ສັນຍາ ສັງຂາຣ ວິນຍານ ກໍມີຂໍ້ຄວາມທີ່ຕຣັດເຊັ່ນດຽວກັນ) : ໂສນະ ! ສະມະນະຫຼືພຣາມເຫຼົ່ານັ້ນ ຍ່ອມເປັນຜູ້ຄວນໄດ້ຮັບການສົມມຸດວ່າ ເປັນສະມະນະໃນໝູ່ສະມະນະ ຍ່ອມເປັນຜູ້ຄວນໄດ້ຮັບການສົມມຸດວ່າ ເປັນພຣາມໃນໝູ່ພຣາມ, ອີກຢ່າງໜຶ່ງ ບຸຄຄົລຜູ້ຮູ້ທົ່ວເຖິງເຫຼົ່ານັ້ນ ຍ່ອມເຮັດໃຫ້ແຈ້ງຊຶ່ງປະໂຍຊນ໌ ແຫ່ງຄວາມເປັນສະມະນະ ຫຼືປະໂຍຊນ໌ ແຫ່ງຄວາມເປັນພຣາມ ດ້ວຍປັນຍາອັນຍິ່ງເອງ ເຂົ້າເຖິງແລ້ວຢູ່ ໃນທິຕຖະທັມນີ້ໄດ້ ໂດຍແທ້.
- ຂັນທ. ສັງ. ໑໗/໖໒/໑໐໑.

(ເບິ່ງລາຍລະອຽດກ່ຽວກັບຂັນທ໌ຫ້າ ແຕ່ລະຂັນທ໌ ໂດຍອະຣິຍະສັຈຈ໌ສີ່ ທີ່ໜ້າ ໑໖໘, ໑໙໒, ໑໙໘, ໒໐໒, ໒໐໘ ແຫ່ງໜັງສືເຫຼັ້ມນີ້.

ສູຕຂ້າງເທິງນີ້ ສະແດງວັຕຖຸແຫ່ງການຮູ້ດ້ວຍເບັນຈະຂັນທ໌; ໃນສູຕອື່ນ ສະແດງດ້ວຍອິນຊີຫ້າຄື ສຸຂິນຊີ ທຸກຂິນຊີ ໂສມະນັດສິນຊີ ໂທມະນັດສິນຊີ ອຸເປກຂິນຊີ, - ໑໙/໒໒໖/໙໒໒-໙໒໓.

ມີສູຕອື່ນ ສະແດງດ້ວຍ ອາຍະຕະນະພາຍໃນຫົກ ກໍມີ, - ໑໙/໒໗໓/໘໑໒

ແລະສູຕອື່ນ ສະແດງດ້ວຍ ປະຕິຈຈະສະມຸປປັນນະທັມ ໑໑ ຢ່າງ ມີຊະຣາ ມະຣະນະ ຊາດ....ຈົນເຖິງ....ວິນຍານ ສັງຂາຣກໍມີ, - ໑໖/໕໓/໙໔).

ການຮູ້ປັນຈຸປາທານະຂັນທ໌ໂດຍທັມລັກສະນະຫ້າ

ພິກຂຸ ທ. ! ອຸປາທານຂັນທ໌ ໕ ຢ່າງນີ້ ມີຢູ່, ຫ້າຢ່າງອັນໃດແດ່ໜໍ ?

ພິກຂຸ ທ. ! ປັນຈຸປາທານັກຂັນທ໌ນັ້ນ ໄດ້ແກ່ ຂັນທ໌ຄືຮູບ ທີ່ຖືກອຸປາທານຄອງແລ້ວ, ຂັນທ໌ຄືເວທະນາ ທີ່ຖືກອຸປາທານຄອງແລ້ວ, ຂັນທ໌ຄືສັນຍາ ທີ່ຖືກອຸປາທານຄອງແລ້ວ, ຂັນທ໌ຄືສັງຂາຣ ທີ່ຖືກອຸປາທານຄອງແລ້ວ, ແລະຂັນທ໌ຄືວິນຍານ ທີ່ຖືກອຸປາທານຄອງແລ້ວ.

ພິກຂຸ ທ. ! ສະມະນະ ຫຼືພຣາມເຫຼົ່າໃດກໍຕາມ ຍັງບໍ່ຮູ້ຈັກຄວາມກໍ່ຂຶ້ນແຫ່ງອຸປາທານຂັນທ໌ຫ້ານີ້, ບໍ່ຮູ້ຈັກຄວາມຕັ້ງຢູ່ບໍ່ໄດ້ ຂອງອຸປາທານຂັນທ໌ຫ້ານີ້, ບໍ່ຮູ້ຈັກອຸປາທານຂັນທ໌ຫ້າ ໃນແງ່ທີ່ມັນໃຫ້ສະເໜ່, ບໍ່ຮູ້ຈັກອຸປາທານຂັນທ໌ຫ້າໃນແງ່ທີ່ມັນໃຫ້ແຕ່ໂທດໂຫດຮ້າຍ, ທັງບໍ່ຮູ້ຈັກອຸບາຍທີ່ອອກໄປໃຫ້ພົ້ນອຸປາທານຂັນທ໌ຫ້ານີ້ ຕາມທີ່ຖືກທີ່ຈິງແລ້ວ; ພິກຂຸ ທ. ! ສະມະນະຫຼືພຣາມເຫຼົ່ານັ້ນ ເຖິງແມ່ນສົມມຸດກັນວ່າເປັນສະມະນະຜູ້ໜຶ່ງໆ ໃນສະມະນະທັງຫຼາຍກໍຕາມ ເຖິງແມ່ນສົມມຸດກັນວ່າເປັນພຣາມຜູ້ໜຶ່ງໆ ໃນບັນດາພຣາມທັງຫຼາຍກໍຕາມ ກໍຫາກອາດເປັນສະມະນະເປັນພຣາມໄດ້ບໍ່, ຫາກສາມາດເຮັດໃຫ້ແຈ້ງ ຊຶ່ງປະໂຍຊນ໌ ທີ່ຕົນມາເປັນສະມະນະ ຫຼືປະໂຍຊນ໌ທີ່ຕົນມາເປັນພຣາມ ດ້ວຍປັນຍາອັນຍິ່ງເອງ ເຂົ້າເຖິງແລ້ວແລຢູ່ ໃນທິຕຖະທັມນີ້ບໍ່ໄດ້ເລີຍ.

(ປະຕິປັກຂະນັຍ)

ພິກຂຸ ທ. ! ສະມະນະຫຼືພຣາມເຫຼົ່າໃດ ໄດ້ຮູ້ຈັກຄວາມກໍ່ຂຶ້ນແຫ່ງອຸປາທານຂັນທ໌ຫ້ານີ້, ຮູ້ຈັກຄວາມຕັ້ງຢູ່ບໍ່ໄດ້ ຂອງອຸປາທານຂັນທ໌ຫ້ານີ້, ຮູ້ຈັກອຸປາທານຂັນທ໌ຫ້າ ໃນແງ່ທີ່ມັນໃຫ້ສະເໜ່, ຮູ້ຈັກອຸປາທານຂັນທ໌ຫ້າ ໃນແງ່ທີ່ມັນໃຫ້ແຕ່ໂທດໂຫດຮ້າຍ, ທັງໄດ້ຮູ້ຈັກອຸບາຍທີ່ອອກໄປໃຫ້ພົ້ນອຸປາທານຂັນທ໌ຫ້ານີ້ ຕາມທີ່ຖືກທີ່ຈິງແລ້ວ; ພິກຂຸ ທ. ! ສະມະນະຫຼືພຣາມເຫຼົ່ານັ້ນ ທີ່ສົມມຸດກັນແລ້ວວ່າ ເປັນສະມະນະແດ່ ເປັນພຣາມແດ່ ກໍເປັນສະມະນະຫຼືເປັນພຣາມໄດ້ຈິງແທ້ ແລະເຮັດໃຫ້ແຈ້ງໄດ້ ຊຶ່ງປະໂຍຊນ໌ທີ່ຕົນເຂົ້າມາເປັນສະມະນະ ຫຼືປະໂຍຊນ໌ທີ່ຕົນມາເປັນພຣາມ ດ້ວຍປັນຍາອັນຍິ່ງເອງ ເຂົ້າເຖິງແລ້ວແລຢູ່ ໃນທິຕຖະທັມນີ້.
- ຂັນທະ. ສັງ. ໑໗/໑໙໕/໒໙໕.

(ສູຕຂ້າງເທິງນີ້ ສະແດງວັຕຖຸ ແຫ່ງການຮູ້ດ້ວຍອຸປາທານຂັນທ໌ ໃນສູຕອື່ນສະແດງດ້ວຍອິນຊີຫ້າ ຄື ສຸຂິນຊີ ທຸກຂິນຊີ ໂສມະນັດສິນຊີ ໂທມະນັດສິນຊີ ອຸເປກຂິນຊີ. - ໑໙/໒໗໕ -໒໗໖/໙໑໙-໙໒໑.)
ພຣະສູດຄົ້ນຫາປຶ້ມຖືກໃຈປື້ມVideoປະຕິທິນພຣະທັມ