ອະນຸສະຢະເນື່ອງຢູ່ກັບເວທະນາ

ຂັນ 5

0:00/0:00
ພິກຂຸ ທ. ! ເວທະນາ ໓ ຢ່າງເຫຼົ່ານີ້ມີຢູ່. ສາມຢ່າງເຫຼົ່າໃດໜໍ ? ສາມຢ່າງຄື ສຸຂະເວທະນາ ທຸກຂະເວທະນາ ອະທຸກຂະມະສຸຂະເວທນາ.

ພິກຂຸ ທ. ! ຣາຄານຸໄສ ອັນເກີດຈາກສຸຂະເວທະນາ ເປັນສິ່ງທີ່ຄວນລະເສຍ. ປະຕິຄານຸໄສ ອັນເກີດຈາກທຸກຂະເວທະນາ ເປັນສິ່ງທີ່ຄວນລະເສຍ. ອະວິຊຊານຸໄສ ອັນເກີດຈາກອະທຸກຂະມະສຸຂະເວທະນາ ເປັນສິ່ງທີ່ຄວນລະເສຍ.

ພິກຂຸ ທ. ! ເມື່ອໃດຣາຄານຸໄສ ອັນເກີດຈາກສຸຂະເວທະນາ ເປັນສິ່ງທີ່ພິກຂຸລະໄດ້ແລ້ວ, ປະຕິຄານຸໄສ ອັນເກີດຈາກທຸກຂະເວທະນາ ເປັນສິ່ງທີ່ພິກຂຸລະໄດ້ແລ້ວ. ອະວິຊຊານຸໄສ ອັນເກີດຈາກອະທຸກຂະມະສຸຂະເວທະນາ ເປັນສິ່ງທີ່ພິກຂຸລະໄດ້ແລ້ວ; ພິກຂຸ ທ. ! ພິກຂຸນີ້ ເຮົາກ່າວວ່າ ເປັນຜູ້ບໍ່ມີອະນຸສັຍ ເປັນຜູ້ເຫັນຖືກ ຕັດຕັນຫາໄດ້ຂາດແລ້ວ ຮື້ຖອນສັນໂຍຊນ໌ໄດ້ແລ້ວ ເຮັດທີ່ສຸດແຫ່ງທຸກຂ໌ໄດ້ແລ້ວ ເພາະຮູ້ສະເພາະ ຊຶ່ງມານະໂດຍຖືກຕ້ອງ;

(ຄາຖາຜະນວກ (ເພີ່ມຕື່ມ) ທ້າຍພຣະສູຕ)

ເມື່ອບຸຄຄົລ ສະເຫວີຍສຸຂະເວທະນາຢູ່ ບໍ່ຮູ້ແຈ່ມແຈ້ງ ຊຶ່ງເວທະນານັ້ນ
ຣາຄານຸໄສຍ່ອມມີແກ່ເຂົາ ຜູ້ມອງບໍ່ເຫັນທາງອອກຈາກອໍານາດຂອງເວທະນານັ້ນ.
ເມື່ອບຸຄຄົລ ສະເຫວີຍທຸກຂະເວທະນາຢູ່ ບໍ່ຮູ້ແຈ່ມແຈ້ງຊຶ່ງເວທະນານັ້ນ
ປະຕິຄານຸໄສຍ່ອມມີແກ່ເຂົາຜູ້ມອງບໍ່ເຫັນທາງອອກຈາກອໍານາດຂອງເວທະນານັ້ນ.
ບຸຄຄົລ ເພີດເພີນແມ່ນແຕ່ໃນອະທຸກຂະມະສຸຂະເວທະນາ ອັນພຣະພູຣິປັນຍາ
ພຸດທະເຈົ້າ ຊົງສະແດງວ່າ ເປັນທັມອັນລະງັບ ກໍຫາພົ້ນຈາກທຸກຂ໌ໄປໄດ້ບໍ່.

ເມື່ອໃດ ພິກຂຸມີຄວາມພຽນເຜົາກິເລສ ບໍ່ປະຖິ້ມສັມປະຊັນຍະ
ກໍເປັນບັນດິຕ ຮອບຮູ້ເວທະນາທັງປວງ. ພິກຂຸນັ້ນ ເພາະຮອບຮູ້ຊຶ່ງເວທະນາ
ຈຶ່ງເປັນຜູ້ບໍ່ມີອາສະວະ ໃນທິຕຖະທັມ ເປັນຜູ້ຕັ້ງຢູ່ໃນທັມ ຈົນກະທັ່ງກາຍແຕກ
ຈົບເວທ ບໍ່ເຂົ້າເຖິງຊຶ່ງການນັບ (ວ່າເປັນອັນໃດ) ແລ.

- ສລາ. ສັງ. ໑໘/໒໕໔/໓໖໓-໓໖໔.
ພຣະສູດຄົ້ນຫາປຶ້ມຖືກໃຈປື້ມVideoປະຕິທິນພຣະທັມ