ອະຣິຍະສັດສີ່ໃນຮູບແບບພິເສດ

ອະຣິຍະສັດ 4

0:00/0:00
ພິກຂຸ ທ. ! ທັມ ໔ ປະການເຫຼົ່ານີ້ມີຢູ່. ສີ່ປະການຄືອັນໃດໜໍ ? ສີ່ປະການຄື ທັມທີ່ຄວນຮອບຮູ້ດ້ວຍປັນຍາອັນຍິ່ງ ມີຢູ່; ທັມທີ່ຄວນລະດ້ວຍປັນຍາອັນຍິ່ງ ມີຢູ່; ທັມທີ່ຄວນເຮັດໃຫ້ຈະເຣີນດ້ວຍປັນຍາອັນຍິ່ງ ມີຢູ່; ທັມທີ່ຄວນເຮັດໃຫ້ແຈ້ງດ້ວຍປັນຍາອັນຍິ່ງ ມີຢູ່.

ພິກຂຸ ທ. ! ທັມທີ່ຄວນຮອບຮູ້ດ້ວຍປັນຍາອັນຍິ່ງ ເປັນແນວໃດໜໍ ? ອຸປາທານຂັນທ໌ ໕ ເຫຼົ່ານີ້ເຮົາກ່າວວ່າ ເປັນທັມທີ່ຄວນຮອບຮູ້ດ້ວຍປັນຍາອັນຍິ່ງ.

ພິກຂຸ ທ. ! ທັມທີ່ຄວນລະດ້ວຍປັນຍາອັນຍິ່ງ ເປັນແນວໃດໜໍ ? ອະວິຊຊາແລະພະວະຕັນຫາ ເຫຼົ່ານີ້ເຮົາກ່າວວ່າ ເປັນທັມທີ່ຄວນລະດ້ວຍປັນຍາອັນຍິ່ງ.

ພິກຂຸ ທ. ! ທັມທີ່ຄວນເຮັດໃຫ້ຈະເຣີນດ້ວຍປັນຍາອັນຍິ່ງ ເປັນແນວໃດໜໍ ? ສະມະຖະແລະວິປັສສະນາ ເຫຼົ່ານີ້ເຮົາກ່າວວ່າ ເປັນທັມທີ່ຄວນເຮັດໃຫ້ຈະເຣີນດ້ວຍປັນຍາອັນຍິ່ງ.

ພິກຂຸ ທ. ! ທັມທີ່ຄວນເຮັດໃຫ້ແຈ້ງດ້ວຍປັນຍາອັນຍິ່ງ ເປັນແນວໃດໜໍ ? ວິຊຊາ ແລະວິມຸຕຕິ ເຫຼົ່ານີ້ເຮົາກ່າວວ່າ ເປັນທັມທີ່ຄວນເຮັດໃຫ້ແຈ້ງດ້ວຍປັນຍາອັນຍິ່ງ.

ພິກຂຸ ທ. ! ທັມ ໔ ປະການເຫຼົ່ານີ້ແລ ມີຢູ່.

- ຈຕຸກກ. ອັງ. ໒໑/໓໓໓/໒໕໔.

(ຜູ້ສຶກສາ ຕ້ອງສັງເກດໃຫ້ເຫັນ ວ່າອະຣິຍະສັຈຈ໌ສີ່ ໃນຮູບແບບນີ້ ມີແປກຈາກແບບທັມມະດາ ທັງໂດຍຊື່ ແລະໂດຍລໍາດັບ.)
ພຣະສູດຄົ້ນຫາປຶ້ມຖືກໃຈປື້ມVideoປະຕິທິນພຣະທັມ