ອຸປາທານ ແລະທີ່ຕັ້ງແຫ່ງອຸປາທານ

ອະກຸສົນ

0:00/0:00
ພິກຂຸ ທ. ! ເຮົາຈະສະແດງສິ່ງ ຊຶ່ງເປັນທີ່ຕັ້ງ ແຫ່ງອຸປາທານ (ອຸປາທານິຢະທັມມະ) ແລະໂຕອຸປາທານ. ພວກເຈົ້າທັງຫຼາຍຈົ່ງຟັງຂໍ້ນັ້ນ.

ພິກຂຸ ທ. ! ສິ່ງຊຶ່ງເປັນທີ່ຕັ້ງແຫ່ງອຸປາທານ ເປັນແນວໃດ ? ແລະໂຕອຸປາທານ ເປັນແນວໃດໜໍ ?

ພິກຂຸ ທ. ! ຮູບ (ກາຍ) ເປັນສິ່ງຊຶ່ງເປັນທີ່ຕັ້ງແຫ່ງອຸປາທານ, ສັນທະຣາຄະ (ຄວາມກໍາໜັດເພາະພໍໃຈ) ໃດເຂົ້າໄປມີຢູ່ໃນຮູບນັ້ນ ນັ້ນຄື ໂຕອຸປາທານໃນຮູບນັ້ນ;

ພິກຂຸ ທ. ! ເວທະນາ ເປັນສິ່ງ ຊຶ່ງເປັນທີ່ຕັ້ງແຫ່ງອຸປາທານ, ສັນທະຣາຄະໃດ ເຂົ້າໄປມີຢູ່ໃນເວທະນານັ້ນ ສັນທະຣາຄະນັ້ນ ຄື ໂຕອຸປາທານໃນເວທະນານັ້ນ;

ພິກຂຸ ທ. ! ສັນຍາ ເປັນສິ່ງຊຶ່ງເປັນທີ່ຕັ້ງແຫ່ງອຸປາທານ, ສັນທະຣາຄະໃດເຂົ້າໄປມີຢູ່ໃນສັນຍານັ້ນ ສັນທະຣາຄະນັ້ນ ຄື ໂຕອຸປາທານໃນສັນຍານັ້ນ;

ພິກຂຸ ທ. ! ສັງຂາຣທັງຫຼາຍ ເປັນສິ່ງຊຶ່ງເປັນທີ່ຕັ້ງແຫ່ງອຸປາທານ, ສັນທະຣາຄະໃດ ເຂົ້າໄປມີຢູ່ໃນສັງຂາຣທັງຫຼາຍເຫຼົ່ານັ້ນ ສັນທະຣາຄະນັ້ນ ຄື ໂຕອຸປາທານໃນສັງຂາຣທັງຫຼາຍເຫຼົ່ານັ້ນ.

ພິກຂຸ ທ. ! ວິນຍານ ເປັນສິ່ງຊຶ່ງເປັນທີ່ຕັ້ງແຫ່ງອຸປາທານ, ສັນທະຣາຄະໃດ ເຂົ້າໄປມີຢູ່ໃນວິນຍານນັ້ນ ສັນທະຣາຄະນັ້ນ ຄື ໂຕອຸປາທານໃນວິນຍານນັ້ນ.

ພິກຂຸ ທ. ! ຂັນທ໌ເຫຼົ່ານີ້ເອີ້ນວ່າ ສິ່ງຊຶ່ງເປັນທີ່ຕັ້ງແຫ່ງອຸປາທານ, ສັນທະຣາຄະ ນີ້ເອີ້ນວ່າ ໂຕອຸປາທານ ແລ.
- ຂັນທະ. ສັງ. ໑໗/໒໐໒/໓໐໙.

(ໃນສູຕອື່ນ ຊົງສະແດງ ອຸປາທານິຢະທັມ ດ້ວຍອາຍະຕະນະພາຍໃນຫົກ (໑໘/໑໑໐/໑໖໐) ແລະອາຍະຕະນະພາຍນອກຫົກ (໑໘/໑໓໖/໑໙໐)).
ພຣະສູດຄົ້ນຫາປຶ້ມຖືກໃຈປື້ມVideoປະຕິທິນພຣະທັມ