ເລື່ອງພິກຂຸຖືກງູກັດຈົນມໍຣະນະພາບ ເນື່ອງຈາກບໍ່ໄດ້ຈະເຣີນເມດຕາ

ພຣົມວິຫານ 4

0:00/0:00
ສມັຍໜຶ່ງ ພຣະຜູ້ມີພຣະພາຄປະທັບຢູ່ທີ່ພຣະວິຫາຣເຊຕະວັນ ອາຣາມຂອງທ່ານອະນາຖະບິນດິກະເສດຖີ ໃກ້ພຣະນະຄອຣສາວັຕຖີ ໃນສມັຍນັ້ນ ພິກຂຸອົງຄ໌ໜຶ່ງໃນພຣະນະຄອຣສາວັຕຖີຖືກງູກັດຈົນມໍຣະນະພາບ ຄັ້ງນັ້ນ ພິກຂຸຈຳນວນຫລາຍເຂົ້າໄປເຝົ້າພຣະຜູ້ມີພຣະພາຄເຖິງທີ່ປະທັບ ອະພິວາທແລ້ວ ນັ່ງໃນທີ່ຄວນສ່ວນຂ້າງໜຶ່ງ ຄັນແລ້ວໄດ້ກຣາບທູລພຣະຜູ້ມີພຣະພາຄວ່າ:

ຂ້າແຕ່ພຣະອົງຄ໌ຜູ້ຈະເຣີນ! ພິກຂຸອົງຄ໌ໜຶ່ງໃນພຣະນະຄອຣສາວັຕຖີຖືກງູກັດ ທຳກາລະແລ້ວ.

ພຣະຜູ້ມີພຣະພາຄຕຣັສວ່າ:
ພິກຂຸທັງຫລາຍ! ພິກຂຸອົງຄ໌ນັ້ນບໍ່ໄດ້ແຜ່ເມຕຕາຈິຕໄປສູ່ຕະກຸນພະຍາງູທັງ ໔ ຢ່າງແນ່ນອນ ເພາະຖ້າພິກຂຸນັ້ນແຜ່ເມຕຕາຈິຕໄປສູ່ຕະກຸນພະຍາງູທັງ ໔ ພິກຂຸນັ້ນຈະບໍ່ຖືືກງູກັດຈົນມໍຣະນະພາບ ຕະກຸນພະຍາງູທັງ ໔ ເປັນຢ່າງໃດ? ຄື:
໑. ຕະກຸນພະຍາງູວິຣູປັກຂະ
໒. ຕະກຸນພະຍາງູເອຣາປະຖະ
໓. ຕະກຸນພະຍາງູສັພພະຍາປຸຕຕະ
໔. ຕະກຸນພະຍາງູກັນຫາໂຄຕະມະກະ

ພິກຂຸອົງຄ໌ນັ້ນບໍ່ໄດ້ແຜ່ເມຕຕາຈິຕໄປສູ່ຕະກຸນພະຍາງູທັງ ໔ ແນ່ນອນ ຖ້າພິກຂຸນັ້ນແຜ່ເມຕຕາຈິຕໄປສູ່ຕະກຸນພະຍາງູທັງ ໔ ພິກຂຸນັ້ນຈະບໍ່ຖືືກງູກັດຈົນມໍຣະນະພາບ.

ພິກຂຸທັງຫລາຍ! ເຮົາອະນຸຍາດໃຫ້ແຜ່ເມຕຕາຈິຕໄປສູ່ຕະກຸນພະຍາງູທັງ ໔ ນີ້ ເພື່ອຄຸ້ມຄອງຕົນ ເພື່ອຮັກສາຕົນ ເພື່ອປ້ອງກັນຕົນ ແລະຈົ່ງກະທຳກາຣແຜ່ຢ່າງນີ້ວ່າ:
ເຮົາກັບຕະກຸນພະຍາງູວິຣູປັກຂະ ຈົ່ງມີເມຕຕາຕໍ່ກັນ.
ເຮົາກັບຕະກຸນພະຍາງູເອຣາປະຖະ ຈົ່ງມີເມຕຕາຕໍ່ກັນ.
ເຮົາກັບຕະກຸນພະຍາງູສັພພະຍາປຸຕຕະຈົ່ງມີເມຕຕາຕໍ່ກັນ.
ເຮົາກັບຕະກຸນພະຍາງູກັນຫາໂຄຕະມະກະ ຈົ່ງມີເມຕຕາ ຕໍ່ກັນ.
ເຮົາກັບຝູງສັຕທີ່ບໍ່ມີຕີນ ຈົ່ງມີເມຕຕາຕໍ່ກັນ.
ເຮົາກັບຝູງສັຕ ໒ ຕີນ ຈົ່ງມີເມຕຕາຕໍ່ກັນ.
ເຮົາກັບຝູງສັຕ ໔ ຕີນ ຈົ່ງມີເມຕຕາຕໍ່ກັນ.
ເຮົາກັບຝູງສັຕທີ່ມີຫລາຍຕີນ ຈົ່ງມີເມຕຕາຕໍ່ກັນ.
ສັຕບໍ່ມີຕີນຢ່າໄດ້ບຽດບຽນເຮົາ ສັຕສອງຕີນຢ່າໄດ້ບຽດບຽນເຮົາ ສັຕສີ່ຕີນຢ່າໄດ້ບຽດບຽນເຮົາ ສັຕມີຫລາຍຕີິນຢ່າໄດ້ບຽດບຽນເຮົາ ແລະສັຕທີ່ເກີດແລ້ວທີ່ຍັງມີຊີວິຕທັງມວນ ທຸກໝູ່ເຫລົ່າຈົ່ງປະສົບຄວາມຈະເຣີນ ຢ່າໄດ້ພົບເຫັນສິ່ງຊົ່ວຮ້າຍແມ່ນແຕ່ນ້ອຍເລີຍ.

ພຣະພຸທທະເຈົ້າຊົງມີພຣະຄຸນຫາປະມານບໍ່ໄດ້ ພຣະທັມມີພຣະຄຸນຫາປະມານບໍ່ໄດ້ ພຣະສົງຄ໌ມີພຣະຄຸນຫາປະມານບໍ່ໄດ້ ແຕ່ສັຕເລືອຄານທັງຫລາຍຄື ງູ ແມງງອດ ຂີ້ເຂັບ ແມງມຸມ ກັບແກ້ ໜູ ມີຄຸນພໍປະມານ ຄວາມຮັກສາອັນເຮົາກະທຳແລ້ວ ຄວາມປ້ອງກັນອັນເຮົາກະທຳແລ້ວ ຂໍໝູ່ສັຕທັງຫລາຍຈົ່ງຖອຍກັບໄປເຖີດ ເຮົານັ້ນຂໍນອບນ້ອມແດ່ພຣະຜູ້ມີພຣະພາຄ ຂໍນອບນ້ອມແດ່ພຣະສັມມາສັມພຸທທະເຈົ້າທັງ ໗ ພຣະອົງຄ໌.


ອັງຄຸຕຕະຣະນິກາຍ ຈະຕຸກກະນິບາຕ ອະຫິສູຕ ເຫລັ້ມທີ ໒໑/໗໑/໖໗
ພຣະສູດຄົ້ນຫາປຶ້ມຖືກໃຈປື້ມVideoປະຕິທິນພຣະທັມ