ອານຸພາບແຫ່ງເມດຕາເຈໂຕວິມຸດ
ພຣົມວິຫານ 4
ພິກຂຸທັງຫລາຍ! ບຸນຍ໌ກິຣິຍາວັຕຖຸຢ່າງໃດຢ່າງໜຶ່ງທີ່ມີອຸປະທິກິເລສເປັນເຫຕ ບຸນຍ໌ກິຣິຍາວັຕຖຸທັງໝົດນັ້ນ ຍ່ອມບໍ່ເຖິງສ້ຽວທີ ໑໖ ຂອງເມຕຕາເຈໂຕວິມຸຕ ເມຕຕາເຈໂຕວິມຸຕນັ້ນແລ ຄອບງຳບຸນຍ໌ກິຣິຍາວັຕຖຸເຫລົ່ານັ້ນ ສະຫວ່າງສະໄຫວ ປຽບເໝືອນຣັສມີຂອງດາວຊະນິດໃດຊະນິດ ໜຶ່ງ ຣັສມີຂອງດາວທັງໝົດນັ້ນ ຍ່ອມບໍ່ເຖິງສ້ຽວທີ ໑໖ ແຫ່ງຣັສມີຂອງດວງຈັນທ໌ ຣັສມີຂອງດວງຈັນທ໌ນັ້ນແລ ຄອບງຳຣັສມີຂອງດາວເຫລົ່ານັ້ນ ຮຸ່ງເຮືອງສະຫວ່າງສະໄຫວສັນນັ້ນ.
ພິກຂຸທັງຫລາຍ! ປຽບເໝືອນໃນຊ່ວງເວລາອາກາສປອດໂປ່ງປາສະຈາກເມກໃນສາຣະທະສມັຍໃນເດືອນສຸດທ້າຍແຫ່ງລະດູຝົນ ພຣະອາທິຕລອຍຂຶ້ນສູ່ທ້ອງຟ້າ ກຳຈັດອາກາສອັນມືດມົລທັງປວງ ຮຸ່ງເຮືອງສະຫວ່າງສະໄຫວສັນນັ້ນ.
ອີກຢ່າງໜຶ່ງ ປຽບເໝືອນດາວປະກາຍພຶກໃນປັຈຈຸບັນ ສມັຍແຫ່ງຣາຕຣີ ຍ່ອມຮຸ່ງເຮືອງສະຫວ່າງສະໄຫວ ສັນນັ້ນ.
ຜູ້ໃດມີສະຕິ ຈະເຣີນເມຕຕາບໍ່ມີປະມານ ສັງໂຍຊທັງຫລາຍຂອງຜູ້ນັ້ນ ຜູ້ທີ່ພິຈາຣະນາເຫັນທັມອັນເປັນທີ່ສິ້ນໄປແຫ່ງອຸປາທິ ຍ່ອມເປັນທັມມະຊາຕເບົາບາງ ຖ້າວ່າຜູ້ນັ້ນມີຈິຕບໍ່ມຸ້ງຮ້າຍເຊິ່ງສັຕທີ່ມີຊີວິຕແມ່ນແຕ່ຊະນິດດຽວ ເປັນຜູ້ຈະເຣີນເມຕຕາຢູ່ ຜູ້ນັ້ນຍ່ອມຊື່ວ່າ ເປັນຜູ້ມີກຸສົລເພາະກາຣຈະເຣີນເມຕຕານັ້ນ ອັນພຣະອະຣິຍະບຸຄຄົລມີໃຈອະນຸເຄາະເຊິ່ງສັຕທີ່ມີຊີວິຕທຸກໝູ່ເຫລົ່າ ຍ່ອມກະທຳບຸນຍ໌ມາກມາຍ ພຣະຣາຊະຣືສີທັງຫລາຍຊົງຊະນະເຊິ່ງແຜ່ນດິນອັນເຕັມໄປດ້ວຍໝູ່ສັຕ ຊົງບູຊາຢູ່ເຊິ່ງບຸນຍ໌ເຫລົ່າໃດ ສະເດັຈທ່ຽວໄປ ບຸນຍ໌ເຫລົ່ານັ້ນຍ່ອມບໍ່ເຖິງສ້ຽວທີ ໑໖ ແຫ່ງເມຕຕາຈິຕອັນບຸຄຄົລຈະເຣີນດີແລ້ວ.
ຜູ້ໃດມີຈິຕປະກອບດ້ວຍເມຕຕາໃນສັຕທຸກໝູ່ເຫລົ່າ ຍ່ອມບໍ່ຂ້າເອງ ບໍ່ໃຊ້ໃຫ້ຜູ້ອື່ນຂ້າ ບໍ່ຊະນະເອງ ບໍ່ໃຊ້ຜູ້ອື່ນໃຫ້ຊະນະ ເວຣຂອງຜູ້ນັ້ນຍ່ອມບໍ່ມີເພາະເຫຕອັນໃດເລີຍ.
ອັງຂຸທທະກະນິກາຍ ຂຸທທະກະປາຖະ-ທັມມະບົທ-ອຸທານ-ອິຕິວຸຕຕະກະ-ສຸຕຕະນິບາຕ ໒໕/໑໗໖-໑໗໗/໒໐໕