ພຣະອໍຣະຫັນຮູ້ຈັກປັນຈຸປາທານັກຂັນແຈ່ມແຈ້ງແລ້ວຫຼຸດພົ້ນ

ໂສດາບັນ

0:00/0:00
ພິກຂຸ ທ. ! ເມື່ອໃດແລ ພິກຂຸມາຮູ້ແຈ່ມແຈ້ງ ຕາມທີ່ເປັນຈິງແລ້ວ ຊຶ່ງຄວາມກໍ່ຂຶ້ນແຫ່ງອຸປາທານຂັນທ໌ຫ້າ, ຮູ້ແຈ່ມແຈ້ງຕາມທີ່ເປັນຈິງແລ້ວ ຊຶ່ງຄວາມຕັ້ງຢູ່ບໍ່ໄດ້ຂອງອຸປາທານຂັນທ໌ຫ້າ, ຮູ້ແຈ່ມແຈ້ງຕາມທີ່ເປັນຈິງແລ້ວ ຊຶ່ງສະເໜ່ແຫ່ງອຸປາທານຂັນທ໌ຫ້າ, ຮູ້ແຈ່ມແຈ້ງຕາມທີ່ເປັນຈິງແລ້ວ ຊຶ່ງໂທດແຫ່ງອຸປາທານຂັນທ໌ຫ້າ ແລະຮູ້ແຈ່ມແຈ້ງຕາມທີ່ເປັນຈິງແລ້ວ ຊຶ່ງອຸບາຍທີ່ອອກໄປໃຫ້ພົ້ນອຸປາທານຂັນທ໌ຫ້າ ດັ່ງນີ້ແລ້ວ ເປັນຜູ້ຫຼຸດພົ້ນແລ້ວ ເພາະບໍ່ມີຄວາມຢຶດໝັ້ນ;

ພິກຂຸ ທ. ! ເມື່ອນັ້ນ ພິກຂຸນີ້ ເຮົາເອີ້ນວ່າ ເປັນພຣະອໍຣະຫັນຕ໌ ຜູ້ດັບສິ້ນອາສະວະແລ້ວ ຢູ່ຈົບພຣົມມະຈັນຣຍ໌ແລ້ວ ເຮັດກິດທີ່ຄວນເຮັດສໍາເລັດແລ້ວ ມີພາຣະອັນປົງລົງແລ້ວ ມີປະໂຢຊນ໌ຕົນອັນຕາມບັນລຸແລ້ວ ມີສັງໂຢຊນ໌ໃນພົບດັບສິ້ນໄປທັງໝົດແລ້ວ ເປັນຜູ້ຫຼຸດພົ້ນແລ້ວ ເພາະຮູ້ໂດຍຊອບດັ່ງນີ້ແລ.
- ຂັນທະ. ສັງ. ໑໗/໑໙໖/໒໙໗.

ບຸຄຄົລຜູ້ບັນລຸອະນຸປາທາປະຣິນິພພານ
(ເລື່ອງຄວນເບິ່ງປະກອບໃນເຫຼັ້ມນີ້ໜ້າ ໔໖໘, ໖໗໙)

ພິກຂຸ ທ. ! ອະນຸປາທາປະຣິນິພພານ ເປັນແນວໃດໜໍ ?

ພິກຂຸ ທ. ! ພິກຂຸໃນກໍລະນີນີ້ ເປັນຜູ້ປະຕິບັຕແລ້ວດັ່ງນີ້ ໄດ້ສະເພາະຊຶ່ງຄວາມເຂົ້າໄປເພັ່ງຢູ່ວ່າ “ຖ້າ (ປັຈຈັຍ) ບໍ່ເຄີຍມີ, (ຜົລ) ກໍຍ່ອມບໍ່ມີຢູ່ແກ່ເຮົາ; ຖ້າ(ປັຈຈັຍເພື່ອອະນາຄົຕ) ຈະບໍ່ມີຢູ່, (ຜົລໃນອະນາຄົຕ) ກໍຍ່ອມບໍ່ມີແກ່ເຮົາ. ສິ່ງໃດມີຢູ່ ສິ່ງໃດມີແລ້ວ ເຮົາຍ່ອມລະໄດ້ຊຶ່ງສິ່ງນັ້ນ.” ດັ່ງນີ້. ພິກຂຸນັ້ນ ບໍ່ກໍາໜັດໃນພົບ ບໍ່ເກາະກ່ຽວໃນສາມພົບ ຍ່ອມເຫັນຊຶ່ງບົດອັນຍິ່ງຂຶ້ນໄປ ທີ່ມີຢູ່ດ້ວຍປັນຍາອັນຊອບ ວ່າເປັນບົດອັນສະຫງົບ ລະງັບ; ແລະບົດນັ້ນແລ ເປັນບົດອັນເຂົາເຮັດໃຫ້ແຈ້ງແລ້ວ ໝົດສິ້ນໂດຍປະການທັງປວງ; ມານານຸສັຍ ກໍເປັນອັນພິກຂຸນັ້ນ ລະຂາດແລ້ວທັງມວນ ໂດຍປະການທັງປວງ; ພະວະຣາຄານຸສັຍ ກໍເປັນອັນພິກຂຸນັ້ນ ລະຂາດແລ້ວທັງມວນ ໂດຍປະການທັງປວງ; ອະວິຊຊານຸສັຍ ກໍເປັນອັນພິກຂຸນັ້ນ ລະຂາດແລ້ວທັງມວນ ໂດຍປະການທັງປວງ; ເຂົານັ້ນເຮັດໃຫ້ແຈ້ງ ຊຶ່ງເຈໂຕວິມຸຕຕິປັນຍາວິມຸຕຕິ ອັນບໍ່ມີອາສະວະ ເພາະຄວາມສິ້ນໄປແຫ່ງອາສະວະທັງຫຼາຍ ດ້ວຍປັນຍາອັນຍິ່ງເອງ ໃນທິຕຖະທັມນີ້ ເຂົ້າເຖິງແລ້ວແລຢູ່.

ພິກຂຸ ທ. ! ນີ້ເຮົາເອີ້ນວ່າ ອະນຸປາທາປະຣິນິພພານ.
- ສັຕຕະກະ. ອັງ. ໒໓/໗໔/໕໒.
ພຣະສູດຄົ້ນຫາປຶ້ມຖືກໃຈປື້ມVideoປະຕິທິນພຣະທັມ