7. ສໍານຶກສະເໝີວ່າຕົນເອງເປັນພຽງຜູ້ເດີນຕາມພຣະອົງເທົ່ານັ້ນເຖິງແມ່ນວ່າຈະເປັນອະຣະຫັນຜູ້ເລີດທາງປັນຍາກໍຕາມ
ພຣະສູດທີ່ຕ້ອງຮູ້
ພິກຂຸ ທ.! ຕະຖາຄົຕຜູ້ອະຣະຫັນຕະສັມມາສັມພຸດທະ ໄດ້ກະທຳມັຄທີ່ຍັງບໍ່ເກີດ ໃຫ້ເກີດຂຶ້ນ ໄດ້ກະທຳມັຄທີ່ຍັງບໍ່ມີໃຜຮູ້ໃຫ້ມີຄົນຮູ້ ໄດ້ກະທຳມັຄທີ່ຍັງບໍ່ມີໃຜກ່າວ ໃຫ້ເປັນມັຄທີ່ກ່າວກັນແລ້ວ ຕະຖາຄົຕເປັນມັຄຄັນຍູ (ຮູ້ມັຄ) ເປັນມັຄຄະວິທູ (ຮູ້ແຈ້ງມັຄ) ເປັນມັຄຄະໂກວິໂທ (ສະຫຼາດໃນມັຄ). ພິກຂຸ ທ.! ສ່ວນສາວົກທັງຫຼາຍ ໃນກາລນີ້ ເປັນ ມັຄຄານຸຄາ (ຜູ້ກ້າວເດີນຕາມມັຄ) ເປັນຜູ້ເດີນຕາມມາໃນພາຍຫຼັງ.
ພິກຂຸ ທ.! ນີ້ແລ ເປັນຄວາມຜິດແປກແຕກຕ່າງກັນ ເປັນຄວາມມຸ່ງໝາຍທີ່ແຕກຕ່າງກັນ ເປັນເຄື່ອງເຮັດໃຫ້ແຕກຕ່າງກັນ ລະຫວ່າງ ຕະຖາຄົຕຜູ້ອະຣະຫັນຕະສັມມາສັມພຸດທະ ກັບພິກຂຸ ຜູ້ປັນຍາວິມຸຕ.
- ບາລີ ຂັນທ. ສັງ. ໑໗/໘໑/໑໒໕.
ພິກຂຸ ທ.! ນີ້ແລ ເປັນຄວາມຜິດແປກແຕກຕ່າງກັນ ເປັນຄວາມມຸ່ງໝາຍທີ່ແຕກຕ່າງກັນ ເປັນເຄື່ອງເຮັດໃຫ້ແຕກຕ່າງກັນ ລະຫວ່າງ ຕະຖາຄົຕຜູ້ອະຣະຫັນຕະສັມມາສັມພຸດທະ ກັບພິກຂຸ ຜູ້ປັນຍາວິມຸຕ.
- ບາລີ ຂັນທ. ສັງ. ໑໗/໘໑/໑໒໕.








