ອາການທີ່ທຸກເກີດຈາກອາຫານ

ປະຕິຈະສະມຸບາດ

0:00/0:00
ພິກຂຸ ທ. ! ອາຫານສີ່ຢ່າງເຫຼົ່ານີ້ມີຢູ່ ເພື່ອຄວາມຕັ້ງຢູ່ໄດ້ແຫ່ງສັຕ ຜູ້ເກີດແລ້ວ ຫຼື ເພື່ອອະນຸເຄາະສັຕ ຜູ້ສະແຫວງຫາທີ່ເກີດ. ອາຫານສີ່ຢ່າງເຫຼົ່າໃດໜໍ ? ສີ່ຢ່າງຄືອາຫານທີໜຶ່ງ ຄືອາຫານ ຄືຄໍາເຂົ້າ ຫຍາບກໍຕາມລະອຽດກໍຕາມ, ອາຫານທີສອງ ຄື ຜັສສະ, ອາຫານທີສາມ ຄື ມະໂນສັນເຈຕະນາ, ອາຫານທີສີ່ ຄືວິນຍານ. ພິກຂຸ ທ. ! ອາຫານສີ່ຢ່າງເຫຼົ່ານີ້ແລມີຢູ່ ເພື່ອຄວາມຕັ້ງຢູ່ໄດ້ແຫ່ງສັຕ ຜູ້ເກີດແລ້ວ ຫຼື ເພື່ອອະນຸເຄາະສັຕ ຜູ້ສະແຫວງຫາທີ່ເກີດ.

ພິກຂຸ ທ. ! ຖ້າມີ ຣາຄະ ມີນັນທິ ມີຕັນຫາ ໃນອາຫານ ຄື ຄໍາເຂົ້າເສຍແລ້ວ. ວິນຍານ ກໍເປັນສິ່ງທີ່ຕັ້ງຢູ່ໄດ້ ຈະເຣີນງອກງາມຢູ່ໄດ້ ໃນອາຫານ ຄື ຄໍາເຂົ້ານັ້ນໆ. ວິນຍານທີ່ຕັ້ງຢູ່ໄດ້ ຈະເຣີນງອກງາມຢູ່ໄດ້ ມີຢູ່ໃນທີ່ໃດ, ການກ້າວລົງ ແຫ່ງນາມຮູບ ກໍມີຢູ່ໃນທີ່ນັ້ນ. ການກ້າວລົງແຫ່ງນາມຮູບ ມີຢູ່ໃນທີ່ໃດ, ຄວາມຈະເຣີນແຫ່ງສັງຂານທັງຫຼາຍ ກໍມີຢູ່ໃນທີ່ນັ້ນ. ຄວາມຈະເຣີນແຫ່ງສັງຂານທັງຫຼາຍ ມີຢູ່ໃນທີ່ໃດ, ການບັງເກີດໃນພົບໃໝ່ຕໍ່ໄປ ກໍມີຢູ່ໃນທີ່ນັ້ນ. ການບັງເກີດໃນພົບໃໝ່ຕໍ່ໄປມີຢູ່ໃນທີ່ໃດ, ຊາດຊະຣາ ແລະມະຣະນະຕໍ່ໄປ ກໍມີຢູ່ໃນບ່ອນນັ້ນ. ຊາດຊະຣາ ແລະມະຣະນະຕໍ່ໄປ ມີຢູ່ໃນທີ່ໃດ; ພິກຂຸ ທ. ! ເຮົາເອີ້ນທີ່ນັ້ນວ່າ “ເປັນທີ່ມີໂສກ ມີທຸລີ ແລະ ມີຄວາມຄັບແຄ້ນ” ດັ່ງນີ້. (ໃນກໍລະນີກ່ຽວກັບອາຫານ ອີກ ໓ ຢ່າງຄື ຜັດສະມະໂນສັນເຈຕະນາ ແລະ ວິນຍານ ກໍຕຣັດໂດຍເຊັ່ນດຽວກັບອາຫາຣ ຄື ຄໍາເຂົ້າ.)

ພິກຂຸ ທ. ! ປຽບເໝືອນຊ່າງຍ້ອມ ຫຼື ຊ່າງແຕ້ມ, ເມື່ອມີນໍ້າຍ້ອມ ຄືຂີ້ຄັ່ງ ຂີ້ໝິ້ນ ສີຟ້າ ຫຼື ສີແດງອ່ອນ ກໍຈະຍ່ອມແຕ້ມຮູບຜູ້ຍິງ ຫຼື ຮູບບຸຣຸດ ລົງທີ່ແຜ່ນກະດານ ຫຼື ຝາເຮືອນ ຫຼື ຜືນຜ້າຊຶ່ງກ້ຽງດີ ໄດ້ຄົບທຸກສ່ວນ, ອຸປະມານີ້ເຊັ່ນໃດ;

ພິກຂຸ ທ. ! ອຸປະໄມກໍເຊັ່ນນັ້ນ ຄືຖ້າມີຣາຄະ ມີນັນທິ ມີຕັນຫາໃນອາຫານ ຄື ຄໍາເຂົ້າເສຍແລ້ວ, ວິນຍານ ກໍເປັນສິ່ງທີ່ຕັ້ງຢູ່ໄດ້ ຈະເຣີນງອກງາມຢູ່ໄດ້ ໃນອາຫານ ຄື ຄໍາເຂົ້ານັ້ນໆ, ວິນຍານທີ່ຕັ້ງຢູ່ໄດ້ ຈະເຣີນງອກງາມຢູ່ໄດ້ ມີຢູ່ໃນທີ່ໃດ, ການກ້າວລົງແຫ່ງນາມຮູບ ກໍມີຢູ່ໃນທີ່ນັ້ນ. ການກ້າວລົງແຫ່ງນາມຮູບ ມີຢູ່ໃນທີ່ໃດ, ຄວາມຈະເຣີນແຫ່ງສັງຂານທັງຫຼາຍ ກໍມີຢູ່ໃນທີ່ນັ້ນ. ຄວາມຈະເຣີນແຫ່ງສັງຂານທັງຫຼາຍ ມີຢູ່ໃນທີ່ໃດ. ການບັງເກີດໃນພົບໃໝ່ຕໍ່ໄປ ກໍມີຢູ່ໃນທີ່ນັ້ນ. ການບັງເກີດໃນພົບໃໝ່ຕໍ່ໄປ ມີຢູ່ໃນທີ່ໃດ, ຊາດຊະຣາ ແລະມະຣະນະຕໍ່ໄປ ກໍມີຢູ່ໃນທີ່ນັ້ນ. ຊາດຊະຣາ ແລະມະຣະນະຕໍ່ໄປ ມີຢູ່ໃນທີ່ໃດ; ພິກຂຸ ທ. ! ເຮົາເອີ້ນທີ່ນັ້ນວ່າ “ເປັນທີ່ມີໂສກ ມີທຸລີ ແລະມີຄວາມຄັບແຄ້ນ. (ມີຂໍ້ຄວາມຕຣັດຕໍ່ໄປ ຈົນກະທັ່ງຈົບຂໍ້ຄວາມ ໃນກໍລະນີອາຫານທີ່ສີ່ ຄື ວິນຍານ ຊຶ່ງອາຫານອີກ 3 ຢ່າງ ທີ່ຕຣັດຕໍ່ໄປນັ້ນ ກໍມີຂໍ້ຄວາມເໝືອນກັບ ໃນກໍລະນີອາຫານ ຄື ຄໍາເຂົ້າ ຂ້າງເທິງນີ້ທຸກປະການ ຕ່າງແຕ່ຊື່ອາຫານເທົ່ານັ້ນ)” ດັ່ງນີ້ແລ.

- ນິທານ. ສັງ. ໑໖/໑໒໒-໑໒໓/໒໔໕-໒໔໗.
ພຣະສູດຄົ້ນຫາປຶ້ມຖືກໃຈປື້ມVideoປະຕິທິນພຣະທັມ