ພຣະພຸດທະອົງຊົງພຣະນາມວ່າ ສັມມາສັມພຸດທະ ກໍເພາະໄດ້ຕຣັດສະຮູ້ອະຣິຍະສັດສີ່

ອະຣິຍະສັດ 4

0:00/0:00
ພິກຂຸ ທ. ! ຄວາມຈິງອັນປະເສີດ ມີສີ່ຢ່າງເຫຼົ່ານີ້. ສີ່ຢ່າງເຫຼົ່າໃດໜໍ ? ສີ່ຢ່າງຄືຄວາມຈິງອັນປະເສີດ ຄືຄວາມທຸກຂ໌, ຄວາມຈິງອັນປະເສີດ ຄືເຫຕໃຫ້ເກີດແຫ່ງທຸກຂ໌, ຄວາມຈິງອັນປະເສີດ ຄືຄວາມດັບບໍ່ເຫຼືອແຫ່ງທຸກຂ໌ ແລະຄວາມຈິງອັນປະເສີດ ຄືທາງດໍາເນີນໃຫ້ເຖິງຄວາມດັບບໍ່ເຫຼືອແຫ່ງທຸກຂ໌ : ນີ້ແລ ຄວາມຈິງອັນປະເສີດສີ່ຢ່າງ.
ພິກຂຸ ທ. ! ເພາະໄດ້ຕຣັສຮູ້ຕາມເປັນຈິງ ຊຶ່ງຄວາມຈິງອັນປະເສີດສີ່ຢ່າງເຫຼົ່ານີ້ ຕະຖາຄົຕ ຈຶ່ງມີນາມອັນບັນດິຕກ່າວວ່າ “ອະຣະຫັນຕະສັມມາສັມພຸດທະ”.
ພິກຂຸ ທ. ! ເພາະເຫຕນັ້ນ ໃນກໍລະນີນີ້ ພວກເຈົ້າຕ້ອງຕັ້ງຄວາມພຽນ ເພື່ອໃຫ້ຮູ້ຕາມເປັນຈິງວ່າ “ນີ້ເປັນທຸກຂ໌, ນີ້ເປັນເຫຕໃຫ້ເກີດແຫ່ງທຸກຂ໌, ນີ້ເປັນຄວາມດັບບໍ່ເຫຼືອແຫ່ງທຸກຂ໌ ແລະນີ້ເປັນທາງດໍາເນີນໃຫ້ເຖິງຄວາມດັບບໍ່ເຫຼືອແຫ່ງທຸກຂ໌” ດັ່ງນີ້ເຖີ້ນ.

- ມຫາວາຣ. ສັງ. ໑໙/໕໔໓/໑໗໐໓.
ພຣະສູດຄົ້ນຫາປຶ້ມຖືກໃຈປື້ມVideoປະຕິທິນພຣະທັມ