ປະກິນນະກະທຸກທີ່ມີກາມຕັນຫາເປັນມູນ

ສັງໂຍດ

0:00/0:00
ພິກຂຸ ທ. ! ເຮົາຈະສະແດງທັມ (ເປັນຝັກຝ່າຍແຫ່ງທຸກຂ໌) ທີ່ມີ (ກາມ) ຕັນຫາເປັນມູນ ໙ ຢ່າງ. ເກົ້າຢ່າງ ແນວໃດໜໍ ?

ເພາະອາໄສຕັນຫາ ຈຶ່ງມີການສະແຫວງຫາ (ປະຣິເຍສະນາ) ;
ເພາະອາໄສການສະແຫວງຫາ ຈຶ່ງມີການໄດ້ (ລາໂພ) ;
ເພາະອາໄສການໄດ້ ຈຶ່ງມີຄວາມປົງໃຈຮັກ (ວິນິຈສະໂຢ) ;
ເພາະອາໄສຄວາມປົງໃຈຮັກ ຈຶ່ງມີຄວາມກໍາໜັດດ້ວຍຄວາມພໍໃຈ (ສັນທະຣາໂຄ)
ເພາະອາໄສຄວາມກໍາໜັດດ້ວຍຄວາມພໍໃຈ ຈຶ່ງມີຄວາມສະຢົບມົວເມົາ (ອັຊໂຊສານັງ) ;
ເພາະອາໄສຄວາມສະຢົບມົວເມົາ ຈຶ່ງມີຄວາມຈັບອົກຈັບໃຈ (ປະຣິກຄະໂຫ);
ເພາະອາໄສຄວາມຈັບອົກຈັບໃຈ ຈຶ່ງມີຄວາມຂີ້ຖີ່ (ມັຈສະຣິຢັງ) ;
ເພາະອາໄສຄວາມຂີ້ຖີ່ ຈຶ່ງມີການຫວງກັ້ນ (ອາຣັກໂຂ) ;
ເພາະອາໄສການຫວງກັ້ນ ຈຶ່ງມີເລື່ອງລາວອັນເກີດຈາກການຫວງກັ້ນ (ອາຣັກຂາ ທິກະຣະນັງ) ; ກ່າວຄື ການໃຊ້ອາວຸດບໍ່ມີຄົມ ການໃຊ້ອາວຸດມີຄົມ ການຜິດຖຽງ ການແກ່ງແຍ້ງຍາດຊິງ ການວິວາດ ການກ່າວຄໍາຫຍາບ ວ່າ “ມຶງ ! ມຶງ !” ການເວົ້າຄໍາສໍ່ສຽດ ແລະ ການເວົ້າຂີ້ຕົວະທັງຫຼາຍ : ທັມອັນເປັນບາບອະກຸສົລເປັນອະເນກ ຍ່ອມເກີດຂຶ້ນພ້ອມ.

ພິກຂຸ ທ. ! ເຫຼົ່ານີ້ແລ ຊື່ວ່າທັມ (ເປັນຝັກຝ່າຍແຫ່ງທຸກຂ໌) ທີ່ມີ (ກາມ) ຕັນຫາເປັນມູນ ໙ ຢ່າງ.

- ນວກ. ອັງ. ໒໓/໔໑໓/໒໒໗ ; (ສອບທານດ້ວຍ - ມຫາ. ທີ. ໑໐/໖໙/໕໙).
ພຣະສູດຄົ້ນຫາປຶ້ມຖືກໃຈປື້ມVideoປະຕິທິນພຣະທັມ