ຜູ້ບໍ່ມີຄວາມລະວັງ (ສັດ 6 ສະໜິດ)

ອິນຊີສັງວອນ

0:00/0:00
ຜູ້ບໍ່ມີຄວາມລະວັງ (ສັດ 6 ສະໜິດ)
ພິກຂຸທັງຫຼາຍ! ພິກຂຸຜູ້ບໍ່ມີຄວາມລະວັງນັ້ນ ເປັນຢ່າງໃດເລົ່າ ?
ພິກຂຸ ທ. ! ພິກຂຸໃນກໍລະນີນີ້
ເມື່ອເຫັນ ຮູບ ດ້ວຍ ຕາ
ຟັງສຽງ ດ້ວຍ ຫູ
ດົມກລິ່ນ ດ້ວຍ ດັງ
ລິ້ມຣົດ ດ້ວຍ ລິ້ນ
ສັມຜັດໂພຖັບພະ ດ້ວຍ ກາຍ
ຮູ້ເເຈ້ງທັມມາຣົມ ດ້ວຍ ໃຈ

ກໍສະຍົກຢູ່ໃນອາລົມທີ່ໜ້າຮັກ ຄຽດແຄ້ນໃນອາລົມອັນບໍ່ໜ້າຮັກ, ເປັນຜູ້ບໍ່ຕັ້ງໄວ້ຊຶ່ງກາຍຄະຕາສະຕິ, ມີຈິດດ້ອຍດ້ວຍຄຸນນະທັມ, ບໍ່ຮູ້ຕາມເປັນຈິງເຊິ່ງເຈໂຕວິມຸດຕິ ປັນຍາວິມຸດຕິ ອັນເປັນທີ່ດັບແຫ່ງບາບອະກຸສົນທີ່ເກີດແລ້ວແກ່ທ່ານນັ້ນ ໂດຍສິ້ນເຊີງ.
ພິກຂຸ ທ. ! ປຣຽບເໝືອນບຸຣຸດຈັບສັດ 6 ຊະນິດ ອັນມີທີ່ຢູ່ອາໄສຕ່າງກັນມີທີ່ທ່ຽວຫາກິນຕ່າງກັນ ມາມັດຮວມກັນດ້ວຍເຊືອກອັນຫມັ້ນຄົງຄື:
ທ່ານຈັບນົກ(ຕາ), ມາມັດດ້ວຍເຊືອກໜຽວເສັ້ນໜຶ່ງ,
ຈັບອີ່ເຂ້(ຫູ),
ຈັບໝາຈິ້ງຈອກ(ດັງ),
ຈັບໝາບ້ານ(ລິ້ນ),
ຈັບງູ(ກາຍ)
ຈັບລິງ(ໃຈ),

ມາມັດດ້ວຍເຊືອກໜຽວເສັ້ນ ໜຶ່ງໆ ແລ້ວມັດທັງຫມົດເຂົ້ານຳກັນເປັນປົມດຽວໃນທ່າມກາງ ປ່ອຍແລ້ວ.
ພິກຂຸ ທ. ! ເທື່ອນັ້ນ ສັດເຫຼົ່ານັ້ນ ທັງຫົກຊະນິດມີທີ່ອາໄສ ແລະ ທີ່ທ່ຽວຕ່າງໆກັນກໍຢື້ແຢ່ງສຸດດຶງກັນ ເພື່ອຈະໄປສູ່ທີ່ອາໄສທີ່ທ່ຽວຂອງຕົນ: ງູຈະເຂົ້າຈອມປລວກ, ອີ່ເຂ້ຈະລົງນ້ຳ, ນົກຈະບິນຂຶ້ນໄປໃນອາກາດ, ໝາຈະເຂົ້າບ້ານ, ໝາຈິ້ງຈອກຈະໄປປ່າຊ້າ, ລິງກໍຈະໄປປ່າ. ຄຣັ້ນເໜື່ອຍລ້າກັນທັງຫົກສັດແລ້ວ ສັດໃດມີກຳລັງກວ່າ ສັດນອກນັ້ນກໍຕ້ອງຖືກລາກຕິດຕາມໄປຕາມ ອຳນາດຂອງສັດນັ້ນ. ຂໍ້ນີ້ສັນໃດ ;
ພິກສຸ ທ. ! ພິກສຸໃດບໍ່ອົບຮົມເຮັດໃຫ້ຫລາຍໃນກາຍະຄະຕາສະຕິແລ້ວ
- ຕາ ກໍຈະດຶງເອົາພິກສຸນັ້ນໄປຫາຮູບທີ່ໜ້າພໍໃຈ, ຮູບ ທີ່ບໍ່ໜ້າພໍໃຈກໍກລາຍເປັນສິ່ງທີ່ທ່ານຮູ້ສຶກອຶດອັດຂະຢັກຂະແຫຍງ ;
- ຫູ ກໍຈະດຶງເອົາພິກສຸນັ້ນໄປຫາສຽງທີ່ໜ້າຟັງ, ສຽງ ທີ່ບໍ່ໜ້າຟັງກໍກລາຍເປັນສິ່ງທີ່ທ່ານຮູ້ສຶກອຶດອັດຂະຢັກຂະແຫຍງ ;
- ດັງ ກໍຈະດຶງເອົາພິກສຸນັ້ນໄປຫາກິ່ນທີ່ໜ້າສູດດົມ, ກລິ່ນ ທີ່ບໍ່ໜ້າສູບດົມກໍກລາຍເປັນສິ່ງທີ່ທ່ານຮູ້ສຶກອຶດອັດຂະຢັກຂະແຫຍງ ;
- ລິ້ນ ກໍຈະດຶງເອົາພິກສຸນັ້ນໄປຫາຣົດທີ່ຖືກໃຈ, ຣົດ ທີ່ບໍ່ຖືກໃຈກໍກລາຍເປັນສິ່ງທີ່ທ່ານຮູ້ສຶກອຶດອັດຂະຢັກຂະແຫຍງ ;
- ກາຍ ກໍຈະດຶງເອົາພິກສຸນັ້ນໄປຫາສັມຜັດທີ່ຍົ້ວຍວນໃຈ, ສັມຜັດ ທີ່ບໍ່ຍົ້ວຍວນໃຈກໍກລາຍເປັນສິ່ງທີ່ທ່ານຮູ້ສຶກອຶດອັດຂະຢັກຂະແຫຍງ ;
- ໃຈ ກໍຈະດຶງເອົາພິກສຸນັ້ນໄປຫາທັມມາຣົມທີ່ຖືກໃຈ, ທັນມາຣົມ ທີ່ບໍ່ຖືກໃຈກໍກລາຍເປັນສິ່ງທີ່ທ່ານຮູ້ສຶກອຶດອັດຂະຢັກຂະແຫຍງ ;

ຂໍ້ນີ້ກໍສັນນັ້ນຄືກັນ. ພິກສຸ ທ. ! ພິກສຸຜູ້ບໍ່ມີຄວາມລະວັງເປັນຢ່າງນີ້ແລ.
ອິນຊີສັງວອນ
ພຣະສູດຄົ້ນຫາປຶ້ມຖືກໃຈປື້ມVideoປະຕິທິນພຣະທັມ