ປະມວນເລື່ອງໜ້າຮູ້ພິເສດກ່ຽວກັບເວທະນາ
ຂັນ 5
ພຸດທະສາວົກ ເປັນຜູ້ມີຈິຕຕັ້ງໝັ້ນ ມີສະຕິ ມີສັມປະຊັນຍະ ຍ່ອມຮູ້ແຈ້ງຊຶ່ງເວທະນາ ຊຶ່ງແດນເກີດແຫ່ງເວທະນາ ຊຶ່ງທັມເປັນທີ່ດັບແຫ່ງເວທະນາ ຊຶ່ງຫົນທາງໃຫ້ເຖິງຄວາມດັບສິ້ນໄປ (ແຫ່ງສັນທະຣາຄະໃນເວທະນາ), ພິກຂຸ ເພາະດັບສິ້ນ (ສັນທະຣາຄະ) ແຫ່ງເວທະນາທັງຫຼາຍ ເປັນຜູ້ຫາຍຫິວດັບເຢັນສະນິດ.
ເວທະນາ ເຍື່ອງໃດເຍື່ອງໜຶ່ງ ມີຢູ່ ເປັນສຸຂກໍຕາມ ເປັນທຸກຂ໌ກໍຕາມ ເປັນອະທຸກຂະມະສຸຂະກໍຕາມ ເປັນພາຍໃນກໍຕາມ ພາຍນອກກໍຕາມ ບຸຄຄົລຮູ້ວ່າ ສິ່ງເຫຼົ່ານີ້ເປັນທຸກຂ໌ ມີຄວາມຫຼອກລວງເປັນທັມມະດາ ມີການແຕກສະຫຼາຍເປັນທັມມະດາ ສະເຫວີຍແລ້ວ ສະເຫວີຍແລ້ວ ເຫັນຢູ່ວ່າ ເປັນສິ່ງທີ່ມີຄວາມດັບສິ້ນໄປເປັນທັມມະດາ : ດັ່ງນີ້ ຍ່ອມປາສະຈາກຄວາມກໍາໜັດໃນ ເວທະນາ ນັ້ນໆ.
ເມື່ອບຸຄຄົລສະເຫວີຍສຸຂເວທະນາຢູ່ ບໍ່ຮູ້ຈັກແຈ້ງຊຶ່ງເວທະນານັ້ນ ຣາຄານຸສັຍ ຍ່ອມມີແກ່ເຂົາ ຜູ້ມອງບໍ່ເຫັນທາງອອກ ຈາກອໍານາດຂອງເວທະນານັ້ນ. ເມື່ອບຸຄຄົລສະເຫວີຍທຸກຂະເວທະນາຢູ່ ບໍ່ຮູ້ຈັກແຈ້ງຊຶ່ງເວທະນານັ້ນ ປະຕິຄານຸສັຍຍ່ອມມີແກ່ເຂົາ ຜູ້ມອງບໍ່ເຫັນທາງອອກ ຈາກອໍານາດຂອງເວທະນານັ້ນ. ບຸຄຄົລເພີດເພີນແມ່ນແຕ່ໃນອະທຸກຂະມະສຸຂະ ອັນພຣະພູຣິປັນຍາພຸດທະເຈົ້າ ຊົງສະແດງວ່າ ເປັນທັມອັນລະງັບ ກໍຫາພົ້ນຈາກທຸກຂ໌ໄປໄດ້ບໍ່.
ເມື່ອໃດ ພິກຂຸມີຄວາມພຽນເຜົາກິເລສ ບໍ່ປະຖິ້ມສັມປະຊັນຍະ ກໍເປັນບັນດິຕ ຮອບຮູ້ເວທະນາທັງປວງ ພິກຂຸນັ້ນ ເພາະຮອບຮູ້ຊຶ່ງເວທະນາ ຈຶ່ງເປັນຜູ້ບໍ່ມີອາສະວະ ໃນທິຕຖະທັມ ເປັນຜູ້ຕັ້ງຢູ່ໃນທັມ ຈົນວ່າກາຍແຕກ ຈົບເວດ ບໍ່ເຂົ້າເຖິງ ຊຶ່ງການນັບວ່າ ເປັນອັນໃດ.
ບຸຄຄົລໃດ ຖືກທຸກຂະເວທະນາ ອັນເກີດຂຶ້ນແລ້ວໃນສຣີຣະ ປານກັບວ່າຈະຈົບເສຍຊຶ່ງຊີວິຕ ອົດກັ້ນບໍ່ໄດ້ ຍ່ອມຫວັ່ນໄຫວ ຍ່ອມຄໍ່າຄວນ ຮ້ອງໄຫ້ ທຸບພະລະພາບ ໝົດກໍາລັງ; ບຸຄຄົລນັ້ນຈົມລົງແລ້ວ ໃນບາດານ (ແຫ່ງເວທະນາ) ຊຶ່ງບໍ່ມີທີ່ຢືນຢຽບເຖິງ.
ສ່ວນບຸຄຄົລໃດ ຖືກທຸກຂະເວທະນາ ອັນເກີດຂຶ້ນແລ້ວໃນສຣີຣະປານກັບວ່າຈະຈົບເສຍຊຶ່ງຊີວິຕ ຍ່ອມອົດກັ້ນໄດ້ ບໍ່ຫວັ່ນໄຫວ; ບຸຄຄົລນັ້ນບໍ່ຈົມລົງແລ້ວໃນບາດານ ເພາະມີທີ່ຢືນຢຽບເຖິງ.
ຜູ້ໃດ ເຫັນສຸຂໂດຍຄວາມເປັນທຸກຂ໌ ເຫັນທຸກຂ໌ໂດຍຄວາມເປັນລູກສອນ ເຫັນອະທຸກຂະມະສຸຂະ ອັນກໍາລັງມີຢູ່ ໂດຍຄວາມເປັນຂອງບໍ່ທ່ຽງ; ຜູ້ນັ້ນເປັນ ພິກຂຸຜູ້ຮູ້ ເຫັນໂດຍຊອບ ຍ່ອມຮອບຮູ້ ຊຶ່ງເວທະນາ ເພາະຮອບຮູ້ເວທະນາ ຈຶ່ງເປັນຜູ້ບໍ່ມີອາສະວະ ໃນທິຕຖະທັມ ເປັນຜູ້ຕັ້ງຢູ່ໃນທັມ ຈົນເຖິງກາຍແຕກ ຈົບເວດ ບໍ່ເຂົ້າເຖິງ ຊຶ່ງການນັບວ່າ ເປັນອັນໃດ,
- ສະລາ. ສັງ. ໑໘/໒໕໔-໒໕໗/໓໖໐,໓໖໒,໓໖໔,໓໖໖,໓໖໘.