ເບັນຈະຂັນເນື່ອງດ້ວຍປັດໃຈແຫ່ງຄວາມເສົ້າໝອງ ແລະບໍຣິສຸດ
ຂັນ 5
“ຂ້າແຕ່ພຣະອົງຄ໌ຜູ້ຈະເຣີນ ! ປູຣະນະກັດສະປະ ໄດ້ກ່າວເຊັ່ນນີ້ວ່າ ‘ເຫຕບໍ່ມີ ປັຈຈັຍບໍ່ມີເພື່ອຄວາມເສົ້າໝອງຂອງສັຕທັງຫຼາຍ, ສັຕທັງຫຼາຍຈະເສົ້າໝອງໂດຍບໍ່ມີເຫຕ ບໍ່ມີປັຈຈັຍ; ແລະເຫຕບໍ່ມີ ປັຈຈັຍບໍ່ມີ ເພື່ອຄວາມບໍຣິສຸດ ຂອງສັຕທັງຫຼາຍ, ສັຕທັງຫຼາຍຍ່ອມບໍຣິສຸດໄດ້ ໂດຍບໍ່ມີເຫຕ ບໍ່ມີປັຈຈັຍ’ ດັ່ງນີ້; ໃນເລື່ອງນີ້ ພຣະຜູ້ມີພຣະພາຄເຈົ້າ ກ່າວແນວໃດ ? ຂ້ານ້ອຍ !”
ມະຫະລິ ! ເຫຕມີ ປັຈຈັຍມີ ເພື່ອຄວາມເສົ້າໝອງ ຂອງສັຕທັງຫຼາຍ, ສັຕທັງຫຼາຍຈະເສົ້າໝອງ ເພາະມີເຫຕ ມີປັຈຈັຍ ; ມະຫະລິ ! ແລະເຫຕມີ ປັຈຈັຍມີເພື່ອຄວາມບໍຣິສຸດ ຂອງສັຕທັງຫຼາຍ, ສັຕທັງຫຼາຍ ຍ່ອມບໍຣິສຸດໄດ້ ເພາະມີເຫຕມີປັຈຈັຍ.
“ຂ້າແຕ່ພຣະອົງຄ໌ຜູ້ຈະເຣີນ ! ເຫຕປັຈຈັຍເພື່ອຄວາມເສົ້າໝອງ ຂອງສັຕທັງຫຼາຍ ເປັນແນວໃດ ? ແລະສັຕທັງຫຼາຍ ຈະເສົ້າໝອງ ເພາະມີເຫຕ ມີປັຈຈັຍແນວໃດໜໍ ? ຂ້ານ້ອຍ !”
ມະຫະລິ ! ຖ້າຫາກຮູບກໍດີ ເວທະນາກໍດີ ສັນຍາກໍດີ ສັງຂາຣທັງຫຼາຍກໍດີ ແລະວິນຍານກໍດີ ເຫຼົ່ານີ້ ຈະໄດ້ເປັນທຸກຂ໌ໂດຍຝ່າຍດຽວ ອັນທຸກຂ໌ຕາມສະໜອງຢັ່ງລົງສູ່ຄວາມທຸກຂ໌ ບໍ່ຢັ່ງລົງສູ່ຄວາມສຸຂເສຍເລີຍແລ້ວ, ສັຕທັງຫຼາຍກໍຈະບໍ່ກໍາໜັດ ຍິນດີແທ້ ໃນຮູບ ໃນເວທະນາ ໃນສັນຍາ ໃນສັງຂາຣທັງຫຼາຍ ແລະໃນວິນຍານເຫຼົ່ານີ້. ມະຫະລິ ! ແຕ່ເພາະເຫຕທີ່ (ຕາມຄວາມຮູ້ສຶກຂອງສັຕຜູ້ຍັງບໍ່ຮູ້ຕາມເປັນຈິງ) ຮູບກໍດີ ເວທະນາກໍດີ ສັນຍາກໍດີ ສັງຂາຣທັງຫຼາຍກໍດີ ແລະວິນຍານກໍດີ ຍັງນໍາມາຊຶ່ງຄວາມສຸຂ ອັນສຸຂຕາມສະໜອງ ຢັ່ງລົງສູ່ຄວາມສຸຂ ບໍ່ຢັ່ງລົງສູ່ຄວາມທຸກຂ໌ກໍມີຢູ່, ສັຕທັງຫຼາຍຈຶ່ງກໍາໜັດຍິນດີຍິ່ງແທ້ ໃນຮູບ ໃນເວທະນາ ໃນສັນຍາ ໃນສັງຂາຣທັງຫຼາຍ ແລະໃນວິນຍານ. ເພາະຄວາມກໍາໜັດຍິນດີ ຈຶ່ງພົວພັນຢູ່ໃນມັນ ເພາະຄວາມພົວພັນຈຶ່ງເສົ້າໝອງຮອບດ້ານ. ມະຫະລິ ! ສິ່ງເຫຼົ່ານີ້ແຫຼະ ເປັນເຫຕເປັນປັຈຈັຍ ເພື່ອຄວາມເສົ້າໝອງ ຂອງສັຕທັງຫຼາຍ, ສັຕທັງຫຼາຍຍ່ອມເສົ້າໝອງ ເພາະມີເຫຕ ມີປັຈຈັຍ ໂດຍລັກສະນະເຊັ່ນນີ້.
“ຂ້າແຕ່ພຣະອົງຄ໌ຜູ້ຈະເຣີນ ! ກໍເຫຕປັຈຈັຍ ເພື່ອຄວາມບໍຣິສຸດ ຂອງສັຕທັງຫຼາຍ ເປັນແນວໃດ ? ແລະສັຕທັງຫຼາຍ ຍ່ອມບໍຣິສຸດໄດ້ ເພາະມີເຫຕ ມີປັຈຈັຍແນວໃດໜໍ ? ຂ້ານ້ອຍ !”
ມະຫະລິ ! ຖ້າຫາກຮູບກໍດີ ເວທະນາກໍດີ ສັນຍາກໍດີ ສັງຂາຣທັງຫຼາຍກໍດີ ແລະວິນຍານກໍດີ ເຫຼົ່ານີ້ຈະໄດ້ມີສຸຂໂດຍຝ່າຍດຽວ ອັນສຸຂຕາມສະໜອງ ຢັ່ງລົງສູ່ຄວາມສຸຂ ບໍ່ຢັ່ງລົງສູ່ຄວາມທຸກຂ໌ເສຍເລີຍແລ້ວ, ສັຕທັງຫຼາຍ ກໍຈະບໍ່ເບື່ອໜ່າຍ ໃນຮູບ ໃນເວທະນາ ໃນສັນຍາ ໃນສັງຂາຣທັງຫຼາຍ ແລະໃນວິນຍານ ເຫຼົ່ານີ້. ມະຫະລິ ! ແຕ່ເພາະເຫຕທີ່ ຮູບກໍດີ ເວທະນາກໍດີ ສັນຍາກໍດີ ສັງຂາຣທັງຫຼາຍກໍດີ ແລະວິນຍານກໍດີ ເປັນທຸກຂ໌ ອັນທຸກຂ໌ຕາມສະໜອງ ຢັ່ງລົງສູ່ຄວາມທຸກຂ໌ ບໍ່ຢັ່ງລົງສູ່ຄວາມສຸຂກໍມີຢູ່, ສັຕທັງຫຼາຍ ຈຶ່ງເບື່ອໜ່າຍ ໃນຮູບ ໃນເວທະນາ ໃນສັນຍາ ໃນສັງຂາຣທັງຫຼາຍ ແລະໃນວິນຍານ. ເມື່ອເບື່ອໜ່າຍ ຍ່ອມຄາຍກໍາໜັດ ເພາະຄາຍກໍາໜັດ ຍ່ອມບໍຣິສຸດໄດ້. ມະຫະລິ ! ສິ່ງເຫຼົ່ານີ້ແຫຼະ ເປັນເຫຕ ເປັນປັຈຈັຍ ເພື່ອຄວາມບໍຣິສຸດ ຂອງສັຕທັງຫຼາຍ, ສັຕທັງຫຼາຍ ຍ່ອມບໍຣິສຸດໄດ້ເພາະມີເຫຕ ມີປັຈຈັຍ ໂດຍລັກສະນະເຊັ່ນນີ້ ແລ.
- ຂັນທ໌. ສັງ. ໑໗/໘໕,໘໗/໑໓໑,໑໓໒.