ຍັງຍິນດີໃນທາດສີ່ຢູ່ ເພາະບໍ່ຮູ້ຈັກທາດສີ່
ອະຣິຍະສັດ 4
ພິກຂຸ ທ. ! ໃນໂລກນີ້ ປຸຖຸຊົນເປັນຜູ້ບໍ່ໄດ້ຍິນໄດ້ຟັງ ບໍ່ໄດ້ເຫັນເຫຼົ່າພຣະອະຣິຍະເຈົ້າ ບໍ່ສະຫຼາດໃນທັມຂອງພຣະອະຣິຍະເຈົ້າ ບໍ່ຖືກແນະນໍາໃນທັມຂອງ ພຣະອະຣິຍະເຈົ້າ, ບໍ່ໄດ້ເຫັນເຫຼົ່າສັຕບຸຣຸສ ບໍ່ສະຫຼາດໃນທັມ ຂອງສັຕບຸຣຸສ ບໍ່ຖືກແນະນໍາໃນທັມຂອງສັຕບຸຣຸສ ຍ່ອມໝາຍຮູ້ດິນ ນໍ້າ ໄຟ ລົມ ໂດຍຄວາມເປັນດິນ ນໍ້າ ໄຟ ລົມ, ຄັນໝາຍຮູ້ດິນ ນໍ້າ ໄຟ ລົມ ໂດຍຄວາມເປັນດິນ ນໍ້າ ໄຟ ລົມແລ້ວ ຍ່ອມສ້າງຄວາມໝາຍໝັ້ນ ຊຶ່ງດິນ ນໍ້າ ໄຟ ລົມ, ຍ່ອມສ້າງຄວາມໝາຍໝັ້ນ ໃນດິນ ນໍ້າ ໄຟ ລົມ, ຍ່ອມສ້າງຄວາມໝາຍໝັ້ນ ໂດຍເປັນດິນ ນໍ້າ ໄຟ ລົມ, ຍ່ອມສ້າງຄວາມໝາຍໝັ້ນວ່າ “ດິນ ນໍ້າ ໄຟ ລົມ ເປັນຂອງເຮົາ” ດັ່ງນີ້, ແລະຍ່ອມເພີນໂດຍຍິ່ງ ຊຶ່ງດິນ ນໍ້າ ໄຟ ລົມ. ຂໍ້ນັ້ນເພາະເຫຕໃດ ? ເຮົາຍ່ອມກ່າວວ່າ ເພາະເຫຕວ່າ ດິນ ນໍ້າ ໄຟ ລົມ ເປັນສິ່ງທີ່ປຸຖຸຊົນນັ້ນ ຍັງບໍ່ໄດ້ກໍານົດຮູ້ ໂດຍທົ່ວເຖິງແລ້ວ.
- ມູ. ມ. ໑໒/໑/໒.
- ມູ. ມ. ໑໒/໑/໒.








