ໄພເວນ 5 ປະການ
ໜ້າ/ 161
ຄຳສອນຂອງພຣະຕະຖາຄົດ
ໄພເວນ 5 ປະການ
70
ຜູ້ປະສົບບຸນອັນຍິ່ງໃຫຍ່ | 21
ບາລີ ປັນຈກ. ອັງ. 22/271/199.
ພິກຂຸທັງຫຼາຍ ! ນັກບວດຜູ້ມີສີນ ເຂົ້າໄປສູ່ຕະກູນໃດ ມະນຸດທັງ
ຫຼາຍໃນຕະກູນນັ້ນ ຍ່ອມປະສົບບຸນອັນຍິ່ງໃຫຍ່ດ້ວຍຖານະ 5 ຢ່າງ
5 ຢ່າງເປັນແນວໃດ ຄື:
(1) ໃນສະໄໝໃດ ຈິດຂອງມະນຸດທັງຫຼາຍ ຍ່ອມເຫຼື້ອມໃສ ເພາະ
ໄດ້ເຫັນນັກບວດຜູ້ມີສີນ ເຊິ່ງເຂົ້າໄປສູ່ຕະກູນ ໃນສະໄໝນັ້ນ ຕະ
ກູນນັ້ນຊື່ວ່າ ປະຕິບັດຂໍ້ປະຕິບັດທີ່ເປັນໄປເພື່ອສະຫວັນ.
(2) ໃນສະໄໝໃດ ມະນຸດທັງຫຼາຍ ຕ້ອນຮັບ ກາບໄຫວ້ ໃຫ້ອາສະ
ນະແກ່ນັກບວດຜູ້ມີສີນ ເຊິ່ງເຂົ້າໄປສູ່ຕະກູນ ໃນສະໄໝນັ້ນ ຕະກູນ
ນັ້ນຊື່ວ່າ ປະຕິບັດຂໍ້ປະຕິບັດທີ່ເປັນໄປເພື່ອການເກີດໃນ ຕະກູນສູງ.








