ໄພເວນ 5 ປະການ
ໜ້າ/ 161
ຄຳສອນຂອງພຣະຕະຖາຄົດ
ໄພເວນ 5 ປະການ
39
ສີນ ຍ່ອມຊໍາລະປັນຍາໃຫ້ບໍຣິສຸດ (ໄນຍະທີ 1) | 11
ສີ.ທີ.9/158/193
ພຣາມ ! ຂໍ້ນັ້ນ ເປັນຢ່າງນັ້ນແຫຼະພຣາມ ສີນຍ່ອມຊໍາລະປັນຍາ ໃຫ້
ບໍຣິສຸດ ແລະ ປັນຍາກໍຊໍາລະສີນໃຫ້ບໍຣິສຸດຄືກັນ ສີນຢູ່ທີ່ໃດປັນຍາ
ຢູ່ທີ່ນັ້ນ, ປັນຍາຢູ່ທີ່ໃດສີນຢູ່ທີ່ນັ້ນ ຜູ້ມີສີນກໍມີປັນຍາ ຜູ້ມີປັນຍາກໍ
ມີສີນ ບັນດິດທັງຫຼາຍ ຍ່ອມກ່າວເຖິງສີນ ແລະ ປັນຍາ ວ່າເປັນຂອງ
ເລີດໃນໂລກ.
ພຣາມ ! ປຽບເໝືອນຄົນລ້າງມືດ້ວຍມື ຫຼື ລ້າງຕີນດ້ວຍຕີນ ເຊັ່ນ
ໃດ ສີນ ຍ່ອມຊໍາລະປັນຍາໃຫ້ບໍຣິສຸດ ແລະ ປັນຍາກໍຊໍາລະສີນໃຫ້ບໍ
ຣິສຸດເໝືອນກັນ ສີນຢູ່ທີ່ໃດປັນຍາຢູ່ທີ່ນັ້ນ, ປັນຍາຢູ່ທີ່ໃດສີນຢູ່ທີ່
ນັ້ນ; ຜູ້ມີສີນກໍມີປັນຍາ, ຜູ້ມີປັນຍາກໍມີສີນ; ບັນດິດທັງຫຼາຍຍ່ອມ
ກ່າວເຖິງສີນ ແລະ ປັນຍາວ່າເປັນຂອງເລີດໃນໂລກເຊັ່ນນັ້ນເໝືອນ
ກັນ.








