ໄພເວນ 5 ປະການ
ໜ້າ/ 161
ຄຳສອນຂອງພຣະຕະຖາຄົດ
ໄພເວນ 5 ປະການ
156
ບຸກຄົນຜູ້ຂ້າມານດາບິດາຍ່ອມໄປສູ່ນະຣົກ | 50
ສຸດຕັນຕະປີດົກ ອັງຄຸດຕະຣະນິກາຍ. ປະຣິກຸບປະສູດ 22/132-133/129
ສຸດຕັນຕະປີດົກ ທີຄະນິກາຍ ສີນຂັນທະວັກ 978-79/139-140
ອັງຄຸດຕະຣະນິກາຍ ທະສະກະ-ເອກາທະສະກະນິບາດ 24/68/37-38
ພິກຂຸທັງຫຼາຍ ! ບຸກຄົນ 5 ຈໍາພວກນີ້ ຕ້ອງໄປສູ່ອະບາຍຕ້ອງໄປນະ
ຣົກ ເດືອດຮ້ອນ ເເກ້ໄຂບໍ່ໄດ້; ບຸກຄົນ 5 ຈໍາພວກເປັນຢ່າງໃດ? ຄື:
1. ບຸກຄົນຜູ້ຂ້າມານດາ,
2. ບຸກຄົນຜູ້ຂ້າບິດາ,
3. ບຸກຄົນຜູ້ຂ້າພຣະອະຣະຫັນ,
4. ບຸກຄົນຜູ້ມີຈິດປອງຮ້າຍເຮັດໃຫ້ພຣະພຸດທະເຈົ້າຊໍ້າເລືອດ,
5. ບຸກຄົນຜູ້ທັມລາຍສົງໃຫ້ເເຕກກັນ,
ພິກຂຸທັງຫຼາຍ ! ບຸກຄົນ 5 ຈໍາພວກນີ້ເເລ ຕ້ອງໄປສູ່ອະບາຍ ຕ້ອງ
ໄປນະຣົກ ເດືອດຮ້ອນ ເເກ້ໄຂບໍ່ໄດ້.








