ໄພເວນ 5 ປະການ

ໜ້າ/ 161

ຄຳສອນຂອງພຣະຕະຖາຄົດ

ໄພເວນ 5 ປະການ

147

“ ເພາະເຫດຢ່າງນີ້ໆ ພຣະຜູ້ມີພຣະພາກເຈົ້ານັ້ນ ເປັນຜູ້ໄກຈາກກິ

ເລດ ເປັນຜູ້ຕຣັດສະຮູ້ຊອບໄດ້ໂດຍພຣະອົງເອງ ເປັນຜູ້ເຖິງພ້ອມ

ດ້ວຍວິດຊາ ເເລະ ຂໍ້ປະຕິບັດໃຫ້ເຖິງວິດຊາ ເປັນຜູ້ໄປເເລ້ວດ້ວຍດີ

ເປັນຜູ້ຮູ້ໂລກຢ່າງເເຈ່ມເເຈ້ງ ເປັນຜູ້ສາມາດຝຶກຄົນທີ່ຄວນຝຶກໄດ້

ຢ່າງບໍ່ມີໃຜຍິ່ງກວ່າ ເປັນຄູຜູ້ສອນຂອງເທວະດາ ເເລະ ມະນຸດທັງ

ຫຼາຍ ເປັນຜູ້ຮູ້ ຜູ້ຕື່ນ ຜູ້ເບີກບານດ້ວຍທັມ ເປັນຜູ້ມີຄວາມ ຈະເລີນ

ຈຳເເນກທັມສັ່ງສອນສັດ ” ດັ່ງນີ້.

ພະຍັກຄະປັດຊະ ! ນີ້ເອີ້ນວ່າ ສັດທາສັມປະທາ.

ພະຍັກຄະປັດຊະ ! ສີລະສັມປະທາ ເປັນຢ່າງໃດໜໍ ?

ພະຍັກຄະປັດຊະ ! ກຸນລະບຸດໃນກໍລະນີນີ້

1. ເປັນຜູ້ເວັ້ນຂາດຈາກປານາຕິບາດ,

2. ເປັນຜູ້ເວັ້ນຂາດຈາກອະທິນນາທານ,

3. ເປັນຜູ້ເວັ້ນຂາດຈາກກາເມສຸມິດສາຈານ,

4. ເປັນຜູ້ເວັ້ນຂາດຈາກມຸສາວາດ,

5. ເປັນຜູ້ເວັ້ນຂາດຈາກສຸຣາເມຣະຍະມັດຊະປະມາທັດຖານາ.

ພະຍັກຄະປັດຊະ ! ນີ້ເອີ້ນວ່າ ສີລະສັມປະທາ.

ພະຍັກຄະປັດຊະ ! ຈາຄະສັມປະທາ ເປັນຢ່າງໃດໜໍ ?

ພະຍັກຄະປັດຊະ ! ກຸນລະບຸດໃນກໍລະນີນີ້ ມີໃຈປາສະຈາກຄວາມ

ຂີ້ຖີ່ອັນເປັນມົນທິນ ຢູ່ຄອງເຮືອນ ມີຈາຄະອັນປ່ອຍຢູ່ ເປັນປະຈຳມີ

ຝ່າມືອັນຊຸ່ມເປັນປົກກະຕິ ຍິນດີເເລ້ວໃນການສະລະ ເປັນຜູ້ຄວນ

ເເກ່ການຂໍ ຍິນດີເເລ້ວໃນການຈຳເເນກທານ.

ພະຍັກຄະປັດຊະ ! ນີ້ເອີ້ນວ່າ ຈາຄະສັມປະທາ.

ພະຍັກຄະປັດຊະ ! ປັນຍາສັມປະທາ ເປັນຢ່າງໃດໜໍ ?

ພຣະສູດຄົ້ນຫາປຶ້ມຖືກໃຈປື້ມVideoປະຕິທິນພຣະທັມ