ໄພເວນ 5 ປະການ
ໜ້າ/ 161
ຄຳສອນຂອງພຣະຕະຖາຄົດ
ໄພເວນ 5 ປະການ
127
ອະບາຍຍະມຸກ 6 (ທາງເສື່ອມແຫ່ງຊັບ 6 ທາງ) | 40
ປາ.ທີ.11/196-198/178-184
ຄະຫະບໍດີບຸດ ! ອະຣິຍະສາວົກ ບໍ່ເສບທາງເສື່ອມ ແຫ່ງໂພຄະຊັບ 6
ທາງ (ອະບາຍະມຸກ 6) ຄື:
1. ການປະກອບເນື່ອງໆ ເຊິ່ງການດື່ມນໍ້າເມົາຄື: ສຸຣາ ແລະ ເມໄຣ
ອັນເປັນທີ່ຕັ້ງແຫ່ງຄວາມປະໝາດ ເປັນທາງເສື່ອມແຫ່ງໂພຄະຊັບ,
2. ການປະກອບເນື່ອງໆ ເຊິ່ງການໄປທ່ຽວໃນຮ່ອມຕ່າງໆໃນເວລາ
ກາງຄືນ ເປັນທາງເສື່ອມແຫ່ງໂພຄະຊັບ,
3.ການທ່ຽວໄປໃນທີ່ຊຸມນຸມແຫ່ງຄວາມເມົາເປັນທາງເສື່ອມແຫ່ງ
ໂພຄະຊັບ,
4. ການປະກອບເນື່ອງໆ ເຊິ່ງການພະນັນ ອັນເປັນທີ່ຕັ້ງແຫ່ງຄວາມ
ປະໝາດ ເປັນທາງເສື່ອມແຫ່ງໂພຄະຊັບ,
5. ການປະກອບເນື່ອງໆ ເຊິ່ງການຄົບຄົນຊົ່ວເປັນມິດ ເປັນທາງ
ເສື່ອມແຫ່ງໂພຄະຊັບ,
6. ການປະກອບເນື່ອງໆ ເຊິ່ງຄວາມຄ້ານ ເປັນທາງເສື່ອມແຫ່ງໂພ
ຄະຊັບ.








