ໄພເວນ 5 ປະການ

ໜ້າ/ 161

ຄຳສອນຂອງພຣະຕະຖາຄົດ

ໄພເວນ 5 ປະການ

121

ຄວາມເປັນພານຍ່ອມນຳມາເຊິ່ງອຸປະສັກ ແລະ ບັນຫາ | 37

ສູດຕັນຕະປິດົກ ມັດຊິມະນິກາຍ ອຸປາຣິປັນນາດ 14/133/235

ພິກຂຸທັງຫຼາຍ ! ໄພ ບໍ່ວ່າຊະນິດໃດໆທີ່ເກີດຂຶ້ນທັງໝົດນັ້ນ ເກີດ

ຈາກຄົນພານ ບໍ່ໄດ້ເກີດຈາກບັນດິດ,

ອຸປັດທະວະ(ອຸບາດ) ບໍ່ວ່າຊະນິດໃດໆທີ່ເກີດຂຶ້ນທັງໝົດນັ້ນ ເກີດ

ຈາກຄົນພານ ບໍ່ໄດ້ເກີດຈາກບັນດິດ,

ອຸປະສັກ ບໍ່ວ່າຊະນິດໃດໆທີ່ເກີດຂຶ້ນທັງໝົດນັ້ນ ເກີດຈາກຄົນພານ

ບໍ່ໄດ້ເກີດຈາກບັນດິດ;

ພິກຂຸທັງຫຼາຍ ! ປຽບເໝືອນໄຟທີ່ລຸກລາມຈາກເຮືອນຫຍ້າ ຍ່ອມ

ໄໝ້ໄດ້ກະທັ້ງເຮືອນຍອດທີ່ໂບກດ້ວຍປູນທີ່ມີບານປະຕູອັດເເຈບ

ສະໜິດ ສັນໃດ,

ພິກຂຸທັງຫຼາຍ ! ກໍສັນນັ້ນເໝືອນກັນເເລ, ໄພ ບໍ່ວ່າຊະນິດໃດໆ ທີ່

ເກີດຂຶ້ນທັງໝົດນັ້ນ ເກີດຈາກຄົນພານ ບໍ່ໄດ້ເກີດຈາກບັນດິດ,

ພຣະສູດຄົ້ນຫາປຶ້ມຖືກໃຈປື້ມVideoປະຕິທິນພຣະທັມ