ໄພເວນ 5 ປະການ

ໜ້າ/ 161

ຄຳສອນຂອງພຣະຕະຖາຄົດ

ໄພເວນ 5 ປະການ

119

ພຣາມ, ຫຼອກເເມ່ນເເຕ່ວະນິພົກຄົນຂໍທານອື່ນໃດດ້ວຍມຸສາວາດ,

ຂໍ້ນັ້ນເປັນທາງເເຫ່ງຄວາມເສື່ອມ,

ຜູ້ໃດມີຊັບມີເງິນຄໍາ, ມີຂອງເຫືຼອກິນເຫຼືອໃຊ້, ເຂົາບໍຣິໂພກສິ່ງດີໆ

ນັ້ນເເຕ່ຜູ້ດຽວ, ຂໍ້ນັ້ນເປັນທາງເເຫ່ງຄວາມເສື່ອມ,

ຜູ້ໃດຍິ່ງເພາະຊາດກໍາເນີດ, ຍິ່ງເພາະຊັບ ຍິ່ງເພາະໂຄດ, ເເລ້ວດູໝິ່ນ

ເຊິ່ງຍາດຂອງຕົນ, ຂໍ້ນັ້ນເປັນທາງເເຫ່ງຄວາມເສື່ອມ,

ຜູ້ໃດເປັນນັກເລງຍິງ, ນັກເລງສຸຣາ, ເເລະ ນັກເລງຫຼິ້ນການພະນັນ,

ເຂົາໄດ້ທັມລາຍຊັບທີ່ຫາໄດ້ມາ ໃຫ້ພິນາດຈິບຫາຍໄປ, ຂໍ້ນັ້ນເປັນ

ທາງເເຫ່ງຄວາມເສື່ອມ,

ຜູ້ໃດບໍ່ພໍໃຈຮັກໃຄ່ໃນພັນລະຍາຕົນ, ກັບໄປທ່ຽວເພີດເພີນກັບຍິງ

ເເພດສະຫຍາ ເເລະ ລັກລອບຫຼີ້ນຊູ້ກັບພັນລະຍາຂອງຜູ້ອື່ນ, ຂໍ້ນັ້ນ

ເປັນທາງເເຫ່ງຄວາມເສື່ອມ,

ຊາຍເເກ່ເຖົ້າຊະຣາເເລ້ວ, ໄດ້ນໍາຍິງສາວນ້ອຍມາເປັນພັນລະຍາ,

ເຂົານອນບໍ່ຫຼັບເພາະຄວາມຫຶງຫວງ ເເລະ ຫ່ວງອາໄລໃນຍິງນັ້ນ, ຂໍ້

ນັ້ນເປັນທາງເເຫ່ງຄວາມເສື່ອມ,

ຊາຍໃດຕັ້ງຍິງນັກເລງໃຊ້ຈ່າຍຟູມເຟືອຍມາເປັນເເມ່ເຮືອນ, ຫຼື ຍິງ

ໃດຕັ້ງຊາຍນັກເລງໃຊ້ຈ່າຍຟູມເຟືອຍມາເປັນພໍ່ເຮືອນ, ຂໍ້ນັ້ນເປັນ

ທາງເເຫ່ງຄວາມເສື່ອມ,

ຜູ້ໃດເກີດໃນຕະກູນກະສັດມີໂພຄະຊັບນ້ອຍ, ເເຕ່ມີຄວາມຢາກ

ເປັນໃຫຍ່ປາຖະໜາຣາຊະສົມບັດ, ຂໍ້ນັ້ນເປັນທາງເເຫ່ງຄວາມ

ເສື່ອມ,

ຜູ້ໃດເປັນບັນດິດສົມບູນດ້ວຍທັດສະນະອັນປະເສີດ, ໄດ້ເຫັນເຫດ

ເເຫ່ງຄວາມເສື່ອມທັງຫຼາຍເຫົ່ຼານັ້ນເເລ້ວ, ທ່ານຍ່ອມເວັ້ນສິ່ງ

ພຣະສູດຄົ້ນຫາປຶ້ມຖືກໃຈປື້ມVideoປະຕິທິນພຣະທັມ