ໄພເວນ 5 ປະການ
ໜ້າ/ 161
ຄຳສອນຂອງພຣະຕະຖາຄົດ
ໄພເວນ 5 ປະການ
107
ເຂົາຕົງ ວະຈີກໍາຂອງເຂົາຕົງ ມະໂນກໍາຂອງເຂົາຕົງ ຄະຕິຂອງເຂົາຕົງ
ອຸປະບັດ(ການເຂົ້າເຖິງພົບ)ຂອງເຂົາຕົງ.
ພິກຂຸທັງຫຼາຍ ! ສຳລັບຜູ້ມີ ຄະຕິຕົງ ມີອຸບັດຕົງນັ້ນ ເຮົາກ່າວຄະຕິ
ຢ່າງໃດຢ່າງໜຶ່ງ ໃນບັນດາຄະຕິສອງຢ່າງແກ່ເຂົາ ຄື: ເຫຼົ່າສັດຜູ້ມີສຸກ
ໂດຍສ່ວນດຽວ ຫຼື ວ່າຕະກູນອັນສູງ ຄື: ຕະກູນຂັດຕິຍະມະຫາສານ
ຕະກູນພຣາມມະຫາສານ ຫຼື ຕະກູນຄະຫະບໍດີ ມະຫາສານອັນມັ່ງຄັ່ງ
ມີຊັບຫຼາຍ ມີໂພຄະຫຼາຍ ມີຄໍາ ແລະ ເງິນຫຼາຍ ມີອຸປະກອນແຫ່ງ
ຊັບຫຼາຍ.
ພິກຂຸທັງຫຼາຍ ! ພູຕະສັດ(ສັດທັງຫລາຍ) ຍ່ອມມີດ້ວຍ ອາການຢ່າງ
ນີ້ ຄື: ອຸບັດ ຍ່ອມມີເເກ່ພູຕະສັດ ເຂົາກະທຳກໍາໃດໄວ້ ເຂົາຍ່ອມອຸ
ບັດດ້ວຍກໍານັ້ນ ຜັດສະທັງຫຼາຍຍ່ອມຖືກຕ້ອງ ພູຕະສັດນັ້ນ ຜູ້ອຸບັດ
ເເລ້ວ.
ພິກຂຸທັງຫຼາຍ ! ເຮົາກ່າວວ່າສັດທັງຫຼາຍເປັນທາຍາດເເຫ່ງກໍາດ້ວຍ
ອາການຢ່າງນີ້ ດັ່ງນີ້.
(ໃນກໍລະນີແຫ່ງບຸກຄົນ ຜູ້ບໍ່ກະທຳອະທິນນາທານ ບໍ່ກະທັມກາເມ
ສຸມິສາຈານ ກໍໄດ້ຕຣັດໄວ້ດ້ວຍຄວາມຢ່າງດຽວກັນກັບ ໃນກໍລະນີ
ຂອງຜູ້ບໍ່ກະປານາຕິບາດ ດັ່ງກ່າວມາແລ້ວຢູ່ທາງເທິງ ທຸກປະການ
ແລະ ຍັງໄດ້ຕຣັດສືບຕໍ່ໄປເຖິງ ວະຈີສຸຈະຣິດສີ່ ມະໂນສຸຈະຣິດ ສາມ
ດ້ວຍຂໍ້ຄວາມຢ່າງດຽວກັນອີກດ້ວຍ)








