ໄພເວນ 5 ປະການ
ໜ້າ/ 161
ຄຳສອນຂອງພຣະຕະຖາຄົດ
ໄພເວນ 5 ປະການ
105
(3) ຄົນມີສີນ ເຖິງພ້ອມແລ້ວດ້ວຍສີນ ຈະເຂົ້າໄປສູ່ບໍລິສັດໃດໆ ຄື:
ຂັດຕິຍະບໍລິສັດ ພຣາມບໍລິສັດ ຄະຫະບໍດີບໍລິສັດ ຫຼື ສະມະນະບໍລິ
ສັດ ຍ່ອມອົງອາດ ບໍ່ເກີ້ເຂີນ ນີ້ເປັນອານິສົງຂໍ້ທີ 3, ແຫ່ງສີລະສົມ
ບັດຂອງຄົນມີສີນ.
(4) ຄົນມີສີນ ເຖິງພ້ອມແລ້ວດ້ວຍສີນ ຍ່ອມບໍ່ຫຼົງທັມກາລະ (ມີສະ
ຕິສໍາປະຊັນຍະໃນເວລາຕາຍ) ນີ້ເປັນອານິສົງຂໍ້ທີ 4, ແຫ່ງສີລະສົມ
ບັດຂອງຄົນມີສີນ.
(5) ຄົນມີສີນ ເຖິງພ້ອມແລ້ວດ້ວຍສີນ ເບື້ອງໜ້າແຕ່ການຕາຍເພາະ
ການລາຍແຫ່ງກາຍ ຍ່ອມເຂົ້າເຖິງສຸຄະຕິໂລກສະຫວັນ ນີ້ເປັນອານິ
ສົງຂໍ້ທີ 5, ແຫ່ງສີລະສົມບັດຂອງຄົນມີສີນ.
ຄະຫະບໍດີທັງຫຼາຍ ! ເຫຼົ່ານີ້ແລ ຄື: ອານິສົງແຫ່ງສີລະສົມບັດຂອງ
ຄົນມີສີນ 5 ປະການ.








