ໄພເວນ 5 ປະການ
ໜ້າ/ 161
ຄຳສອນຂອງພຣະຕະຖາຄົດ
ໄພເວນ 5 ປະການ
102
ພິກຂຸທັງຫຼາຍ ! ກາເມສຸມິດສາຈານ (ການປະພຶດຜິດໃນກາມ) ທີ່
ເສບທົ່ວເເລ້ວ ຈະເລີນເເລ້ວ ເຮັດໃຫ້ຫຼາຍເເລ້ວ ຍ່ອມເປັນໄປເພື່ອ
ນະຣົກ ເປັນໄປເພື່ອກໍາເນີດເດຣັດສານ ເປັນໄປເພື່ອເປດວິໄສ, ວິ
ບາກເເຫ່ງກາເມສຸມິດສາຈານ ຂອງຜູ້ເປັນມະນຸດທີ່ເບົາກວ່າວິບາກ
ທັງປວງ ຄື: ວິບາກທີ່ເປັນໄປເພື່ອກໍ່ເວນດ້ວຍສັດຕູ.
ພິກຂຸທັງຫຼາຍ ! ມຸສາວາດ(ກ່າວຄຳບໍ່ຈິງ) ທີ່ເສບທົ່ວເເລ້ວ ຈະເລີນ
ເເລ້ວ ເຮັດໃຫ້ຫຼາຍເເລ້ວ ຍ່ອມເປັນໄປເພື່ອນະຣົກ ເປັນໄປເພື່ອກໍາ
ເນີດເດຣັດສານ ເປັນໄປເພື່ອເປດວິໄສ, ວິບາກເເຫ່ງມຸສາວາດຂອງ
ຜູ້ເປັນມະນຸດທີ່ເບົາກວ່າວິບາກທັງປວງຄື: ວິບາກທີ່ເປັນໄປເພື່ອ
ການຖືກກວ່າຕູ່ດ້ວຍຄຳບໍ່ຈິງ.
ພິກຂຸທັງຫຼາຍ ! ປິສຸນະວາດ(ຄໍາຍຸແຍ່ໃຫ້ເເຕກກັນ) ທີ່ເສບທົ່ວ
ເເລ້ວ ຈະເລີນເເລ້ວ ເຮັດໃຫ້ຫຼາຍເເລ້ວ ຍ່ອມເປັນໄປເພື່ອນະຣົກ
ເປັນໄປເພື່ອກໍາເນີດເດຣັດສານ ເປັນໄປເພື່ອເປດວິໄສ, ວິບາກເເຫ່ງ
ປິສຸນະວາດຂອງຜູ້ເປັນມະນຸດທີ່ເບົາກວ່າວິບາກທັງປວງ ຄື: ວິບາກ
ທີ່ເປັນໄປເພື່ອການເເຕກຈາກມິດ.
ພິກຂຸທັງຫຼາຍ ! ຜະຣຸສະວາດ(ຄໍາຫຍາບ) ທີ່ເສບທົ່ວເເລ້ວ ຈະເລີນ
ເເລ້ວ ເຮັດໃຫ້ຫຼາຍເເລ້ວ ຍ່ອມເປັນໄປເພື່ອນະຣົກ ເປັນໄປເພື່ອກໍາ
ເນີດເດຣັດສານ ເປັນໄປເພື່ອເປດວິໄສ, ວິບາກເເຫ່ງຜະຣຸສະວາດ
ຂອງຜູ້ເປັນມະນຸດທີ່ເບົາກວ່າ ວິບາກທັງປວງ ຄື: ວິບາກທີ່ເປັນໄປ
ເພື່ອການໄດ້ຟັງສຽງ ທີ່ບໍ່ໜ້າພໍໃຈ.
ພິກຂຸທັງຫຼາຍ ! ສໍາຜັບປະລາປະ(ຄໍາໂລເລ) ທີ່ເສບທົ່ວເເລ້ວຈະເລີນ
ເເລ້ວ ເຮັດໃຫ້ຫຼາຍເເລ້ວ ຍ່ອມເປັນໄປເພື່ອນະຣົກ ເປັນໄປເພື່ອກໍາ
ເນີດເດຣັດສານ ເປັນໄປເພື່ອເປດວິໄສ, ວິບາກເເຫ່ງສໍາຜັບປະລາປະ








