ໄພເວນ 5 ປະການ
ໜ້າ/ 161
ຄຳສອນຂອງພຣະຕະຖາຄົດ
ໄພເວນ 5 ປະການ
100
ຢ້ານກົວ ສະທົກສະທ້ານ ເກີ້ເຂີນ ນີ້ເປັນໂທດຂໍ້ທີ 3 ເເຫ່ງສີນວິບັດ
ຂອງຄົນທຸສີນ.
(4) ຄົນທຸສີນ ມີສີນວິບັດເເລ້ວ ຍ່ອມຫຼົງທຳກາລະ (ບໍ່ມີສະຕິສໍາປະ
ຊັນຍະໃນເວລາຕາຍ) ນີ້ເປັນໂທດຂໍ້ທີ 4 ເເຫ່ງສີນວິບັດ ຂອງຄົນທຸ
ສີນ.
(5) ຄົນທຸສີນ ມີສີນວິບັດເເລ້ວ ເບື້ອງໜ້າເເຕ່ການຕາຍເພາະ ການ
ທຳລາຍເເຫ່ງກາຍ ຍ່ອມເຂົ້າເຖິງອະບາຍ ທຸຄະຕິ ວິນິບາດ ນະຣົກ
ນີ້ເປັນໂທດຂໍ້ທີ 5 ເເຫ່ງສີນວິບັດຂອງຄົນທຸສີນ.
ຄະຫະບໍດີທັງຫຼາຍ ! ເຫຼົ່ານີ້ເເລ ຄື: ໂທດເເຫ່ງສີນວິບັດຂອງຄົນ ທຸ
ສີນ 5 ປະການ.
ຄາຖາທັມມະບົດ
ບຸກຄົນທັມກໍາຊົ່ວໄວ້
ໜີໄປເເລ້ວໃນອາກາດກໍບໍ່ເພິ່ງພົ້ນຈາກກໍາຊົ່ວໄດ້
ໜີໄປໃນທ່າມກາງມະຫາສະໝຸດ ກໍບໍ່ເພິ່ງພົ້ນຈາກກໍາຊົ່ວໄດ້
ໜີໄປຕາມຮ່ອມພູເຂົາ ກໍບໍ່ເພິ່ງພົ້ນຈາກກໍາຊົ່ວໄດ້
ເພາະເຂົາຢູ່ໃນເເຜນດິນສວນໃດ ເພິ່ງພົ້ນຈາກກໍາຊົ່ວໄດ້
ເເຜ່ນດິນສ່ວນນັ້ນເເມ່ນຫາບໍ່ມີ.
ຂຸ,ອຸທານ.ອິ.25/9/36








