ໄພເວນ 5 ປະການ

ໜ້າ/ 161

ຄຳນຳ

ໜັງສືໄພເວຣ ໕ ປະການເປັນໜັງສືທີ່ຮິບໂຮມພຣະສູຕຣ

ຈໍານວນໜຶ່ງ ກ່ຽວກັບສີລ ໕, ເຊິ່ງຖືເປັນສີລຂັ້ນພື້ນຖານ ທີ່ສືບ

ທອດ ແລະ ປະຕິບັດກັນມາແຕ່ສະໄໝບູຮານນະການ. ສີລ ຄື

ຄວາມປົກກະຕິ ທາງກາຍ ແລະ ວາຈາ, ເປັນຂໍ້ປະພຶດປະຕິບັດ

ຂັ້ນພື້ນຖານຂອງຜູ້ທີ່ຢູ່ຄອງເຮືອນ.

ບຸຄຄົລໃດປະກອບພ້ອມແລ້ວດ້ວຍສີລ ໕ ປະການນີ້ ຍ່ອມ

ຊື່ວ່າ ເປັນຜູ້ພົ້ນແລ້ວຈາກໄພເວຣ ໕ ປະການ ແລະ ຍ່ອມເຂົ້າ

ເຖິງສຸຄະຕິໂລກສະຫວັນ ເຖິງຄວາມຈະເຣີນທຸກເມື່ອ ເພາະນີ້ເປັນ

ສາຍນໍ້າແຫ່ງບຸນຍ໌ ເປັນທີ່ໄຫລອອກແຫ່ງກຸສົລ ນໍາມາເຊິ່ງສຸຂ

ເປັນໄປເພື່ອຍອດສຸດອັນດີ ມີສຸຂເປັນວິບາກ ເປັນໄປເພື່ອສະ

ຫວັນ ເປັນໄປເພື່ອປະໂຍຊນ໌ເກື້ອກູລ ເພື່ອຄວາມສຸຂ ອັນໜ້າປາ

ຖະໜາ ໜ້າຮັກໃຄ່ ໜ້າພໍໃຈ.

ອີກປະການໜຶ່ງ, ບຸກຄົລໃດ ປະກອບພ້ອມແລ້ວດ້ວຍ ສີລ

໕ ປະການນີ້ ຍ່ອມຊື່ວ່າເປັນຜູ້ໃຫ້ມະຫາທານ ດ້ວຍການໃຫ້ອະ

ພັຍທານ ອະເວຣະທານ ອັບພະຍາປັຊຊະທານ ແກ່ສັຕວ໌ທັງ

ຫລາຍ ອັ່ງລົ້ນບໍ່ມີປະມານ; ແລະ ບຸຄຄົລນັ້ນ ຍ່ອມເປັນຜູ້ມີສ່ວນ

ແຫ່ງຄວາມບໍ່ມີພັຍ ບໍ່ມີເວຣ ບໍ່ມີຄວາມບຽດບຽນ ອັນບໍ່ມີປະມານ

ເຊັນກັນ.

ພຣະສູດຄົ້ນຫາປຶ້ມຖືກໃຈປື້ມVideoປະຕິທິນພຣະທັມ