ແກ້ກັມ
ໜ້າ/ 52
ພວກນິຄັນຖ໌ຕ້ອງຖືກຕໍານິ ຖ້າໝູ່ສັຕບໍ່ໄດ້ສະເຫວີຍສຸຂແລະທຸກຂ໌ເພາະເຫຕທີ່ອິສວນເນຣະມິຕໃຫ້ ພວກນິຄັນຖ໌ກໍຕ້ອງຖືກຕໍານິ ຖ້າໝູ່ສັຕຍ່ອມສະເຫວີຍສຸຂແລະທຸກຂ໌ ເພາະເຫຕທີ່ມີຄວາມບັງເອີນ ພວກນິຄັນຖ໌ຕ້ອງຖືກຕໍານິ ຖ້າໝູ່ສັຕບໍ່ໄດ້ສະເຫວີຍສຸຂແລະທຸກຂ໌ ເພາະເຫຕທີ່ມີຄວາມບັງເອີນ ພວກນິຄັນຖ໌ກໍຕ້ອງຖືກຕໍານິ ຖ້າໝູ່ສັຕຍ່ອມສະເຫວີຍສຸຂແລະທຸກຂ໌ ເພາະເຫຕແຫ່ງອະພິຊາຕ ພວກນິຄັນຖ໌ຕ້ອງຖືກຕໍານິ ຖ້າໝູ່ສັຕບໍ່ໄດ້ສະເຫວີຍສຸຂແລະທຸກຂ໌ ເພາະເຫຕແຫ່ງອະພິຊາຕ ພວກນິຄັນຖ໌ກໍຕ້ອງຖືກຕໍານິ ຖ້າໝູ່ສັຕຍ່ອມສະເຫວີຍສຸຂແລະທຸກຂ໌ ເພາະເຫຕແຫ່ງຄວາມພະຍາຍາມໃນປັດຈຸບັນ ພວກນິຄັນຖ໌ຕ້ອງຖືກຕໍານິ ຖ້າໝູ່ສັຕບໍ່ໄດ້ສະເຫວີຍສຸຂແລະທຸກຂ໌ ເພາະເຫຕແຫ່ງຄວາມພະຍາຍາມໃນປັດຈຸບັນ ພວກນິຄັນຖ໌ກໍຕ້ອງຖືກຕໍານິ.
ພິກຂຸທັງຫຼາຍ ! ພວກນິຄັນຖ໌ມີຖ້ອຍຄໍາແລະຄວາມເຫັນເຊັ່ນນີ້ ການກ່າວກ່ອນແລະການກ່າວຕາມ ໑໐ ປະການ ອັນຖືກຕ້ອງດ້ວຍເຫຕຂອງພວກນິຄັນຖ໌ ຜູ້ມີຖ້ອຍຄໍາແລະຄວາມເຫັນເຊັ່ນນີ້ ຍ່ອມເຖິງຖານະຄວນຕໍານິ.
ພິກຂຸທັງຫຼາຍ ! ຄວາມພະຍາຍາມໄຮ້(ຂາດ)ຜົລ ຄວາມພຽນໄຮ້ຜົລ ເຊັ່ນນີ້ແລ.
ສະບັບ : ແກ້ກັມ
ພິກຂຸທັງຫຼາຍ ! ກໍແນວໃດ ຄວາມພະຍາຍາມຈຶ່ງຈະມີຜົລ ຄວາມພຽນຈຶ່ງຈະມີຜົລ.
ພິກຂຸທັງຫຼາຍ ! ພິກຂຸໃນທັມວິນັຍນີ້
ບໍ່ເອົາທຸກຂ໌ທັບຖົມຕົນທີ່ບໍ່ມີທຸກຂ໌ທັບຖົມ ໑
ບໍ່ສະລະຄວາມສຸຂທີ່ເກີດໂດຍທັມ ໑
ບໍ່ເປັນຜູ້ໝົກໝຸ້ນໃນຄວາມສຸຂນັ້ນ ໑
ເຂົາຍ່ອມຮູ້ແຈ້ງເຊັ່ນນີ້ວ່າ
ເຖິງເຮົານີ້ຈັກຍັງມີເຫຕແຫ່ງທຸກຂ໌
ເມື່ອເລີ່ມຕັ້ງຄວາມພຽນ ວິຣາຄະຍ່ອມມີໄດ້
ອັນໜຶ່ງ ເຖິງເຮົານີ້ຈະຍັງມີເຫຕແຫ່ງທຸກຂ໌
ເມື່ອວາງເສີຍ ບຳເພັນອຸເປກຂາຢູ່ ວິຣາຄະກໍຍ່ອມມີໄດ້
ເຂົານັ້ນຈຶ່ງເລີ່ມຕັ້ງຄວາມພຽນ
ແລະບຳເພັນອຸເປກຂາຢູ່
ດ້ວຍການເຮັດເຊັ່ນນີ້
ທຸກຂ໌ນັ້ນ ກໍເປັນອັນເຂົາສະລັດອອກໄດ້ແລ້ວ.
ພິກຂຸທັງຫຼາຍ ! ອີກປະການໜຶ່ງ ພິກຂຸພິຈາຣະນາ ເຫັນດັ່ງນີ້ວ່າ :-
ພຸດທະວະຈະນະ - ໝວດທັມ
ເມື່ອເຮົາຢູ່ຕາມສະບາຍ
ອະກຸສົລທັມຍ່ອມຈະເລີນຍິ່ງ ກຸສົລທັມຍ່ອມເສື່ອມ
ແຕ່ເມື່ອເຮົາດໍາຣົງຕົນຢູ່ໃນຄວາມລໍາບາກ
ອະກຸສົລທັມຍ່ອມເສື່ອມ ກຸສົລທັມຍ່ອມຈະເລີນຍິ່ງ
ຢ່າເຮັດແນວນັ້ນເລີຍ
ເຮົາຈົ່ງດໍາລົງຕົນຢູ່ໃນຄວາມລໍາບາກເຖີ້ນ
ເຂົານັ້ນຈຶ່ງດໍາລົງຕົນຢູ່ໃນຄວາມລໍາບາກ
ເມື່ອເຂົາດໍາລົງຕົນຢູ່ໃນຄວາມລໍາບາກຢູ່
ອະກຸສົລທັມຍ່ອມເສື່ອມ ກຸສົລທັມຍ່ອມຈະເລີນຍິ່ງ
ສະໄໝຕໍ່ມາ
ເຂົາບໍ່ຕ້ອງດໍາລົງຕົນຢູ່ໃນຄວາມລໍາບາກອີກ
ເພາະເຫຕວ່າ ປະໂຍຊນ໌ທີ່ເຂົາຫວັງນັ້ນ
ສໍາເລັດແລ້ວຕາມທີ່ເຂົາປະສົງ.
ພິກຂຸທັງຫຼາຍ !
ຄວາມພະຍາຍາມມີຜົລ ຄວາມພຽນມີຜົລ ແມ່ນເຊັ່ນນີ້.
ອຸປຣິ. ມ. ໑໔/໗/໘.
ລັດທິຄວາມເຊື່ອຜິດ ໆ
ກ່ຽວກັບກັມ
໓ ແບບ
ພຸດທະວະຈະນະ - ໝວດທັມ
໑໗
ລັດທິທີ່ເຊື່ອວ່າສຸຂແລະທຸກຂ໌
ເກີດຈາກກັມເກົ່າຢ່າງດຽວ
ພິກຂຸທັງຫຼາຍ !
ລັທທິ ໓ ລັດທິເຫຼົ່ານີ້ ມີຢູ່, ເປັນລັດທິຊຶ່ງແມ່ນວ່າບັນດິຕ ຈະພາກັນຮິ່ນຕອງ ຈະຢິບຂຶ້ນກວດສອບ ຈະຢິບຂຶ້ນວິພາກວິຈານ ກັນແນວໃດ ແມ່ນຈະຜັນແປກັນມາແນວໃດ ກໍຊວນໃຫ້ນ້ອມໄປ ເພື່ອການບໍ່ປະກອບກັມທີ່ດີງາມ ຢູ່ນັ້ນເອງ.
ພິກຂຸທັງຫຼາຍ !
ລັດທິ ໓ ລັດທິນັ້ນ ເປັນແນວໃດໜໍ ?
໓ ລັດທິຄື :-
(໑) ສະມະນະແລະພຣາມບາງພວກ ມີຖ້ອຍຄໍາແລະ ຄວາມເຫັນວ່າ “ບຸຣຸສບຸກຄົນໃດໆ ກໍຕາມ ທີ່ໄດ້ຮັບສຸຂ ຮັບທຸກຂ໌ ຫຼືບໍ່ແມ່ນສຸຂ ບໍ່ແມ່ນທຸກຂ໌ ທັງໝົດນັ້ນ ເປັນເພາະກັມທີ່ເຮັດໄວ້ແຕ່ປາງກ່ອນ” ດັ່ງນີ້.








