ແກ້ກັມ

ໜ້າ/ 52

ອານົນທ໌ ! ຖ້າກັມ ມີກາມະທາຕຸເປັນວິບາກ ຈັກບໍ່ໄດ້ມີແລ້ວນັ້ນ, ກາມະພົບ ຈະຍ່ອມປາກົດໄດ້ຫຼືບໍ່ ?

“ເປັນໄປບໍ່ໄດ້ ຂ້ານ້ອຍ ?”

ອານົນທ໌ ! ດ້ວຍເຫຕນີ້ແຫຼະ ກັມຈຶ່ງເປັນ ຜືນນາ, ວິນຍານເປັນແກ່ນພັນພືດ, ຕັນຫາເປັນຢາງ (ສໍາລັບຫລໍ່ລ້ຽງເຊື້ອງອກ) ຂອງພືດ. ວິນຍານຂອງສັຕທັງຫຼາຍ ມີອະວິຊຊາເປັນເຄື່ອງກັ້ນ ມີຕັນຫາເປັນເຄື່ອງຜູກມັດ ຕັ້ງຢູ່ແລ້ວດ້ວຍທາຕຊັ້ນຕໍ່າ (ກາມະທາຕຸ), ການບັງເກີດຂຶ້ນໃນພົບໃໝ່ຕໍ່ໄປ ຍ່ອມມີໄດ້ ດ້ວຍອາການເຊັ່ນນີ້.

ອານົນທ໌ ! ຖ້າກັມ ມີຣູປະທາຕຸເປັນວິບາກ ຈັກບໍ່ໄດ້ມີແລ້ວນັ້ນ,

ຣູປະພົບ ຈະຍ່ອມປາກົດໄດ້ຫຼືບໍ່ ?

“ເປັນໄປບໍ່ໄດ້ ຂ້ານ້ອຍ ?”

ອານົນທ໌ ! ດ້ວຍເຫຕນີ້ແຫຼະ ກັມຈຶ່ງເປັນຜືນນາ, ວິນຍານເປັນແກ່ນພັນພືດ, ຕັນຫາເປັນຢາງຂອງພືດ ວິນຍານຂອງສັຕທັງຫຼາຍ ມີ

ອະວິຊຊາເປັນເຄື່ອງກັ້ນ ມີຕັນຫາເປັນເຄື່ອງຜູກມັດ ຕັ້ງຢູ່ແລ້ວດ້ວຍທາຕຊັ້ນກາງ (ຣູປະທາຕຸ). ການບັງເກີດຂຶ້ນໃນພົບໃໝ່ຕໍ່ໄປ ຍ່ອມມີໄດ້ ດ້ວຍອາການເຊັ່ນນີ້.

ອານົນທ໌ ! ຖ້າກັມ ມີອະຣູປະທາຕຸເປັນວິບາກ ຈັກບໍ່ໄດ້ມີແລ້ວນັ້ນ, ອະຣູປະພົບ ຈະຍ່ອມປາກົດໄດ້ຫຼືບໍ່ ?

“ເປັນໄປບໍ່ໄດ້ ຂ້ານ້ອຍ ?”

ອານົນທ໌ ! ດ້ວຍເຫຕນີ້ແຫຼະ ກັມຈຶ່ງເປັນຜືນນາ, ວິນຍານເປັນແກ່ນພັນພືດ, ຕັນຫາເປັນຢາງ ຂອງພືດ ວິນຍານຂອງສັຕທັງຫຼາຍ ມີ

ອະວິຊຊາເປັນເຄື່ອງກັ້ນ ມີຕັນຫາເປັນເຄື່ອງຜູກມັດ ຕັ້ງຢູ່ແລ້ວດ້ວຍທາຕຊັ້ນປະນີຕ (ອະຣູປະທາຕຸ) ການບັງເກີດຂຶ້ນໃນພົບໃໝ່ຕໍ່ໄປ ຍ່ອມມີໄດ້ ດ້ວຍອາການເຊັ່ນນີ້.

ອານົນທ໌ ! ພົບ ຍ່ອມມີດ້ວຍອາການເຊັ່ນນີ້.

ຕິກ. ອັງ. ໒໐/໒໘໗/໕໑໖.

ພຸດທະວະຈະນະ

ສະບັບ ແກ້ກັມ

ພິກຂຸທັງຫຼາຍ ! ເຮົາກ່າວເຈຕະນາ ວ່າເປັນກັມ.

ພິກຂຸທັງຫຼາຍ ! ເຫຕເກີດຂອງກັມທັງຫຼາຍ ຍ່ອມມີ ເພາະຄວາມເກີດຂອງຜັສສະ.

ພິກຂຸທັງຫຼາຍ ! ຄວາມດັບແຫ່ງກັມ ຍ່ອມມີ ເພາະຄວາມດັບແຫ່ງຜັສສະ.

ພິກຂຸທັງຫຼາຍ ! ມັຄຄະມີອົງ ໘ ນີ້ນັ້ນເອງ ເປັນກັມມະນິໂຣທະຄາມິນີປະຕິປະທາ.

- ບາລີ ສັກກ. ອັງ. ໒໒/໔໖໔/໓໓໔.

ຣາຫຸລ ! ແຫວ່ນມີໄວ້ສໍາລັບເຮັດອິຫຍັງ ?

“ຂ້າແຕ່ພຣະອົງຜູ້ຈະເຣີນ !

ແຫວ່ນມີໄວ້ສໍາລັບແຍງເບິ່ງ ຂ້ານ້ອຍ !”.

“ຣາຫຸລ ! ກັມທັງຫຼາຍ ກໍເປັນສິ່ງທີ່ບຸກຄົນຄວນສ່ອງແຍງ

ພິຈາຣະນາເບິ່ງແລ້ວເບິ່ງອີກເສຍກ່ອນ ຈຶ່ງເຮັດລົງໄປ

ທາງກາຍ, ທາງວາຈາ ຫຼືທາງໃຈ

ເຊັ່ນດຽວກັນກັບແຫວ່ນນັ້ນເໝືອນກັນ”.

- ບາລີ ມ. ມ. ໑໓/໑໒໕/໑໒໘.

ອັກສອນຫຍໍ້

(ເພື່ອຄວາມສະດວກແກ່ຜູ້ທີ່ຍັງບໍ່ເຂົ້າໃຈເລື່ອງອັກສອນຫຍໍ້ທີ່ໃຊ້ໝາຍແທນຊື່ຄໍາພີຊຶ່ງມີຢູ່ໂດຍສ່ວນຫຼາຍ)

ມຫາວິ. ວິ. ມະຫາວິພັງຄະ ວິນັຍປິດົກ.

ພິກຂຸນີ. ວິ. ພິກຂຸນີວິພັງຄະ ”

ມຫາ. ວິ. ມະຫາວັຄຄະ ”

ຈຸລລ. ວິ. ຈຸລະວັຄຄະ ”

ປຣິວາຣ. ວິ. ປະຣິວາຣະວັຄຄະ ”

ສີ. ທີ. ສີລະຂັນດະວັຄຄະ ທີຄະນິກາຢະ

ມຫາ. ທີ. ມະຫາວັຄຄະ ”

ປາ. ທີ. ປາຕິກະວັຄຄະ ”

ມູ. ມ. ມູລະປັນນາສະ ມັຊຊິມະນິກາຢະ

ມ. ມ. ມັຊຊິມະປັນນາສະ ”

ອຸປຣິ. ມ. ອຸປະຣິປັນນາສະ ”

ສຄາ.ສັງ. ສະຄາຖະວັຄຄະ ສັງຢຸຕຕະນິກາຢະ

ນິທານ. ສັງ. ນິທານະວັຄຄະ ”

ຂັນທ. ສັງ. ຂັນທະວາຣະວັຄຄະ ”

ສລາ. ສັງ. ສະລາຢະຕະນະວັຄຄະ ”

ມຫາວາຣ. ສັງ. ມະຫາວາຣະວັຄຄະ ”

ເອກ.ອັງ. ເອກະນິປາຕະ ອັງຄຸຕຕຣະນິກາຢະ

ທຸກ. ອັງ. ທຸກະນິປາຕະ ”

ຕິກ. ອັງ. ຕິກະນິປາຕະ ”

ຈຕຸກກ. ອັງ. ຈະຕຸກກະນິປາຕະ ”

ປັນຈກ. ອັງ. ປັນຈະກະນິປາຕະ ”

ສັກກ.ອັງ. ສັກກະນິປາຕະ ອັງຄຸຄຕຣະນິກາຢະ

ສັຕຕກ. ອັງ. ສັຕຕະກະນິປາຕະ ”

ອັຕຖກ. ອັງ. ອັຕຖະກະນິປາຕະ ”

ນວກ. ອັງ. ນະວະກະນິປາຕະ ”

ທສກ. ອັງ. ທະສະກະນິປາຕະ ”

ເອກາທສກ.ອັງ. ເອກາທະສະກະນິປາຕະ ”

ຂຸ. ຂຸ. ຂຸດທະກະປາຖະ ຂຸດທະກະນິກາຢະ

ທ. ຂຸ. ທັມມະບົດ ”

ອຸ. ຂຸ. ອຸທານ ”

ພຣະສູດຄົ້ນຫາປຶ້ມຖືກໃຈປື້ມVideoປະຕິທິນພຣະທັມ