ຄຳສອນພຸດທະ - ໜ້າຈໍໂຫລດ

ອະຣິຍະສັຈພາກຕົ້ນ

ໜ້າ/ 382

ເຂົານັ້ນ ຍ່ອມຮູ້ແຈ່ມແຈ້ງຕາມເປັນຈິງວ່າ “ນີ້ທຸກຂ໌, ນີ້ເຫຕແຫ່ງທຸກຂ໌, ນີ້ຄວາມດັບບໍ່ເຫຼືອແຫ່ງທຸກຂ໌, ນີ້ທາງໃຫ້ເຖິງຄວາມດັບບໍ່ເຫຼືອແຫ່ງທຸກຂ໌”; ແລະ ຮູ້ແຈ່ມແຈ້ງຕາມເປັນຈິງວ່າ “ເຫຼົ່ານີ້ເປັນອາສະວະ, ນີ້ເຫຕແຫ່ງອາສະວະ, ນີ້ຄວາມດັບບໍ່ເຫຼືອແຫ່ງອາສະວະ, ນີ້ເປັນທາງໃຫ້ເຖິງຄວາມດັບບໍ່ເຫຼືອແຫ່ງອາສະວະ”. ເມື່ອເຂົາ ຮູ້ຢູ່ເຊັ່ນນີ້ ເຫັນຢູ່ເຊັ່ນນີ້ ຈິຕກໍພົ້ນຈາກ ກາມາສະວະ ພະວາສະວະແລະ ອະວິຊຊາສະວະ. ຄັນຈິຕພົ້ນວິເສດແລ້ວ ກໍເກີດຍານຢັ່ງຮູ້ວ່າ ຈິຕພົ້ນແລ້ວ. ເຂົາ ຍ່ອມຮູ້ແຈ່ມແຈ້ງວ່າ “ຊາດດັບສິ້ນແລ້ວ ພຣົມມະຈັນຣຍ໌ຢູ່ຈົບແລ້ວ ກິດທີ່ຕ້ອງເຮັດໄດ້ເຮັດສໍາເລັດແລ້ວ ກິດອື່ນທີ່ຈະຕ້ອງເຮັດ ເພື່ອຄວາມເປັນເຊັ່ນນີ້ ບໍ່ໄດ້ມີອີກ”.

ພຣາມ ! ວິຊຊາ ທີ່ສາມນີ້ ເປັນທັມທີ່ພິກຂຸນັ້ນ ບັນລຸແລ້ວ ອະວິຊຊາ ຖືກທໍາລາຍແລ້ວ ວິຊຊາ ເກີດຂຶ້ນແລ້ວ ຄວາມມືດຖືກທໍາລາຍແລ້ວ ຄວາມສະຫວ່າງເກີດແທນແລ້ວ, ຕາມທີ່ມັນຈະເກີດແກ່ບຸຄຄົລຜູ້ບໍ່ປະມາດ ມີພຽນເຜົາບາບ ມີຕົນສົ່ງໄປແລ້ວ ແລຢູ່.

- ຕິກ. ອັງ. ໒໐/໒໑໐/໔໙໘.

ພາກ ໓ - ນິໂຣທະອະຣິຍະສັຈຈ໌ ໔໘໗

ປະຣິນຍາທີ່ແທ້ຈິງ

ພິກຂຸ ທ. ! ປະຣິນຍາ (ຄວາມຮອບຮູ້) ເປັນແນວໃດໜໍ ?

ພິກຂຸ ທ. ! ຄວາມດັບສິ້ນຣາຄະ ຄວາມດັບສິ້ນໂທສະ ຄວາມດັບສິ້ນໂມຫະ, ອັນໃດ; ພິກຂຸ ທ. ! ອັນນັ້ນແຫຼະເຮົາເອີ້ນວ່າ ປະຣິນຍາ (ທີ່ເກີດຂຶ້ນໃນຂະນະແຫ່ງການບັນລຸນິພພານ ຊຶ່ງຈັດວ່າເປັນຄວາມຮູ້ອັນແທ້ຈິງ) ແລ.

- ຂັນທະ. ສັງ. ໑໗/໓໓/໕໕.

ວິໂມກຂ໌ ໒ ລະດັບ : ສະມະຍະວິໂມກຂ໌-ອະສະມະຍະວິໂມກຂ໌

ກ. ສະມະຢະວິໂມກຂ໌

ພິກຂຸ ທ. ! ໃນກໍລະນີນີ້ ກຸລະບຸຕບາງຄົນ ມີສັດທາອອກບວດຈາກເຮືອນ ບໍ່ກ່ຽວ ຂ້ອງດ້ວຍເຮືອນ ເພາະຄິດເຫັນວ່າ “ເຮົາຖືກຄວາມເກີດ ຄວາມແກ່ ຄວາມຕາຍ ຄວາມໂສກ ຄວາມຮໍ່າໄຮລໍາພັນ ຄວາມທຸກຂ໌ກາຍ ຄວາມທຸກຂ໌ໃຈ ຄວາມຄັບແຄ້ນໃຈ ສຸບງໍາເອົາແລ້ວ ເປັນຄົນຕົກຢູ່ໃນກອງທຸກຂ໌ ມີທຸກຂ໌ຢູ່ສະເພາະໜ້າແລ້ວ ເຮັດຈັ່ງໃດການເຮັດທີ່ສຸດແຫ່ງກອງທຸກຂ໌ທັງມວນນີ້ ຈະປາກົດມີໄດ້” ດັ່ງນີ້. ຄັນບວດແລ້ວ ເຂົາສາມາດເຮັດລາບສັກກາຣະ ແລະສຽງເຍີນຍໍ ໃຫ້ເກີດຂຶ້ນໄດ້, ເຂົາບໍ່ມີໃຈຍິນດີໃນລາບ ສັກກາຣະ ແລະສຽງເຍີນຍໍອັນນັ້ນ, ບໍ່ມີຄວາມດຳຣິເຕັມຮອບແລ້ວ ໃນລາບ ສັກກາຣະ ແລະສຽງເຍີນຍໍອັນນັ້ນ, ເຂົາບໍ່ທະນົງໂຕເພາະລາບ ສັກກາຣະ ແລະສຽງເຍີນຍໍອັນນັ້ນ, ເຂົາບໍ່ເມົາ ບໍ່ມົວເມົາໃນລາບ ສັກກາຣະ ແລະສຽງເຍີນຍໍອັນນັ້ນ, ບໍ່ເຖິງຄວາມປະມາດໃນລາບ ສັກກາຣະ ແລະສຽງເຍີຍຍໍອັນນັ້ນ; ເມື່ອບໍ່ປະມາດແລ້ວ ເຂົາໃຫ້ຄວາມເຖິງພ້ອມດ້ວຍສີລ ເກີດຂຶ້ນໄດ້, ເຂົາມີໃຈຍິນດີ ໃນຄວາມເຖິງພ້ອມດ້ວຍສີລອັນນັ້ນ, ແຕ່ບໍ່ມີຄວາມດຳຣິເຕັມຮອບແລ້ວ ໃນຄວາມເຖິງພ້ອມດ້ວຍສີລອັນນັ້ນ, ເຂົາບໍ່ທະນົງໂຕເພາະຄວາມເຖິງພ້ອມດ້ວຍສີລອັນນັ້ນ,

໔໘໘ ອະຣິຍະສັຈຈ໌ຈາກພຣະໂອຕຖະ

ເຂົາບໍ່ເມົາ ບໍ່ມົວເມົາ ໃນຄວາມເຖິງພ້ອມດ້ວຍສີລອັນນັ້ນ, ບໍ່ເຖິງຄວາມປະມາດ ໃນຄວາມເຖິງພ້ອມດ້ວຍສີລອັນນັ້ນ; ເມື່ອບໍ່ປະມາດແລ້ວ ເຂົາໃຫ້ຄວາມເຖິງພ້ອມດ້ວຍສະມາທິເກີດຂຶ້ນໄດ້, ເຂົາມີໃຈຍິນດີໃນຄວາມເຖິງພ້ອມດ້ວຍສະມາທິອັນນັ້ນ, ແຕ່ບໍ່ມີຄວາມດຳຣິເຕັມຮອບແລ້ວ ໃນຄວາມເຖິງພ້ອມດ້ວຍສະມາທິອັນນັ້ນ, ເຂົາບໍ່ທະນົງໂຕ ເພາະຄວາມເຖິງພ້ອມດ້ວຍສະມາທິອັນນັ້ນ, ເຂົາບໍ່ເມົາ ບໍ່ມົວເມົາໃນຄວາມເຖິງພ້ອມດ້ວຍສະມາທິອັນນັ້ນ, ບໍ່ເຖິງຄວາມປະມາດ ໃນຄວາມເຖິງພ້ອມດ້ວຍສະມາທິອັນນັ້ນ; ເມື່ອບໍ່ປະມາດແລ້ວ ເຂົາໃຫ້ຍານະທັສສະນະ (ປັນຍາເຄື່ອງຮູ້ເຫັນ) ເກີດຂຶ້ນໄດ້ອີກ, ເຂົາມີໃຈຍິນດີໃນຍານະທັສສະນະອັນນັ້ນ, ແຕ່ບໍ່ມີຄວາມດຳຣິເຕັມຮອບແລ້ວ ໃນຍານະທັສສະນະອັນນັ້ນ, ເຂົາບໍ່ທະນົງໂຕ ເພາະຍານະທັສສະນະອັນນັ້ນ, ເຂົາບໍ່ເມົາ ບໍ່ມົວເມົາໃນຍານະທັສສະນະອັນນັ້ນ, ບໍ່ເຖິງຄວາມປະມາດ ໃນຍານະທັສສະນະອັນນັ້ນ, ເມື່ອບໍ່ປະມາດແລ້ວ ເຂົາໃຫ້ສະມະຢະວິໂມກຂ໌ (ຄວາມພົ້ນພິເສດໂດຍສະໄໝ) ເກີດຂຶ້ນໄດ້ອີກ.

ພິກຂຸ ທ. ! ຂໍ້ນີ້ຍ່ອມເປັນໄປໄດ້ ຄືຂໍ້ທີ່ພິກຂຸນັ້ນ ຈະຍ່ອມເສື່ອມຄາຍຈາກ ສະມະຢະວິມຸຕຕິ ອັນນັ້ນ ກໍໄດ້.

ຂ. ອະສະມະຢະວິໂມກຂ໌

ພຣະສູດພຣະສູດຄົ້ນຫາປຶ້ມຖືກໃຈຖືກໃຈປື້ມປື້ມVideoVideoປະຕິທິນປະຕິທິນພຣະທັມພຣະທັມ