ອະຣິຍະສັຈພາກຕົ້ນ
ໜ້າ/ 382
(ນິພພານທາຕທັງສອງຢ່າງນີ້ ເປັນນິພພານທາຕ ສໍາລັບພຣະອໍຣະຫັນຕ໌ ຜູ້ດັບສິ້ນອາສະວະກິເລສແລ້ວ ທັງສອງຊະນິດ ຫາກແຕ່ຜູ້ບັນລຸນິພພານທາຕ ຊະນິສສະອຸປາທິເສສະນັ້ນ ລະບົບແຫ່ງຄວາມຮູ້ສຶກທາງ ອິນຊີຫ້າຄືຕາ ຫູ ດັງ ລີ້ນ ກາຍ ຂອງທ່ານ ຍັງບໍ່ຖືກກໍາຈັດໂດຍສິ້ນເຊີງດ້ວຍອໍານາດນິພພານທາຕນັ້ນ ຄວາມເຄີຍຊິນໃນຄວາມຮູ້ສຶກ ຕໍ່ອາຣົມ ສໍາລັບຈະຮູ້ສຶກເປັນສຸຂ ຫຼືເປັນທຸກຂ໌ຍັງເຫຼືອຢູ່ ຈຶ່ງເອີ້ນວ່າ ສະອຸປາທິເສສະ = ມີອຸປາທິເຫຼືອຢູ່ນັ້ນ ຄືດັ່ງຂໍ້ຄວາມຂໍ້ ກ.; ສ່ວນພຣະອໍຣະຫັນຕ໌ ຈໍາພວກຫຼັງນັ້ນ ຄວາມເຄີຍຊິນໃນຄວາມຮູ້ສຶກ ຕໍ່ອາຣົມຂອງອິນຊີທັງຫ້າ ຖືກນິພພານທາຕຢ່າງທີ່ສອງ ກໍາຈັດແລ້ວສິ້ນເຊີງ ເວທະນາຂອງທ່ານ ຈຶ່ງເຢັນສະນິດ ບໍ່ຮູ້ສຶກເປັນສຸຂ ຫຼືເປັນທຸກຂ໌ ຈຶ່ງເອີ້ນວ່າອະນຸປາທິເສສະ = ບໍ່ມີອຸປາທິເຫຼືອຢູ່ ດັ່ງຂໍ້ຄວາມທີ່ກ່າວແລ້ວໃນຂໍ້ ຂ. ຫາກແມ່ນຕ້ອງທຳລາຍຂັນທ໌ ເຖິງມໍຣະນະພາບໄປກໍບໍ່ ເພາະບາລີ ມີຢູ່ຢ່າງແຈ້ງແຈ່ມວ່າ ເວທະນາເຫຼົ່ານັ້ນດັບເຢັນ (ຄືບໍ່ເປັນສຸຂ ຫຼືເປັນທຸກຂ໌) ໃນອັຕຕະພາບນີ້ ຫຼືໃນໂລກນີ້ເອງ.
ການທີ່ ມີຜູ້ເຂົ້າໃຈໄປວ່າ ນິພພານທາຕຢ່າງທໍາອິດ ເປັນຂອງພຣະອໍຣະຫັນຕ໌ ຜູ້ຍັງມີຊີວິຕຢູ່ ແລະ ນິພພານທາຕຢ່າງຫຼັງ ເປັນຂອງພຣະອໍຣະຫັນຕ໌ ຜູ້ເຖິງແກ່ມໍຣະນະພາບແລ້ວດັ່ງນີ້ນັ້ນ ຄົງຈະເນື່ອງຈາກ ຄວາມເຂົ້າໃຈຜິດຕໍ່ຄໍາບາລີ ສອງຄໍາ ໃນຄາຖາຜະນວກທ້າຍສູຕນັ້ນເອງ ຄືຄໍາວ່າ ສັມປະຣາຢິກາ ຊຶ່ງແປກັນວ່າ ໂລກໜ້າ ຫຼືຕໍ່ຕາຍແລ້ວ ຊຶ່ງທີ່ແທ້ແປວ່າ ໃນເວລາຖັດໆໄປກໍໄດ້, ສ່ວນຄໍາວ່າທິຕຖະທັມມິກາ ມີຄວາມໝາຍວ່າ ທັນທີທັນໃດ ທີ່ເຫຕການນັ້ນໆ ໄດ້ເກີດຂຶ້ນແລ້ວ ບໍ່ຈໍາເປັນຈະຕ້ອງລະບຸວ່າ ໃນຊາດນີ້ພົບນີ້ສະເໝີໄປ.
ຜູ້ຮວບຮວມ ມີຄວາມເຫັນວ່າ ນິພພານທາຕທັງສອງຢ່າງນີ້ ມີສໍາລັບພຣະອໍຣະຫັນຕ໌ ທີ່ຍັງມີຊີວິຕຢູ່ດ້ວຍກັນທັງນັ້ນ ຕ່າງກັນພຽງແຕ່ວ່າ ພວກທໍາອິດນັ້ນ ອິນຊີຍັງຮູ້ສຶກຕໍ່ ສຸຂ ແລະທຸກຂ໌ ແມ່ນຈະບໍ່ມີຄວາມຢຶດຖື ໃນເວທະນານັ້ນ, ສ່ວນພວກຫຼັງນັ້ນ ບໍ່ມີຄວາມຮູ້ສຶກເປັນສຸຂ ຫຼືທຸກຂ໌ ຈຶ່ງກ່າວວ່າ ເວທະນາເປັນຂອງເຢັນ ໃນອັຕຕະພາບນີ້ຫຼືໃນໂລກນີ້. ຂໍ້ນີ້ຈະຢຸຕິເປັນແນວໃດ ຜູ້ສຶກສາ ຈົ່ງພິຈາຣະນາ ເບິ່ງເອງເຖີ້ນ).
໔໔໘ ອະຣິຍະສັຈຈ໌ຈາກພຣະໂອຕຖະ
ອະສັງຂະຕະລັກສະນະ ໓ ຢ່າງ
(ເລື່ອງຄວນເບິ່ງປະກອບ ໃນເຫຼັ້ມນີ້ໜ້າ ໒໒໓, ໕໐໒ ແລະໃນ ພຸ.ໂອ. ໜ້າ ໓໙໙, ໔໖໒)
ພິກຂຸ ທ. ! ສັງຂະຕະ ລັກສະນະແຫ່ງສັງຂະຕະທັມ ໓ ຢ່າງ ເຫຼົ່ານີ້ ມີຢູ່. ສາມຢ່າງແນວໃດໜໍ ? ສາມຢ່າງຄື :-
໑. ມີການເກີດປາກົດ (ອຸປປາໂທ ປັນຍາຢະຕິ);
໒. ມີການເສື່ອມປາກົດ (ວະໂຢ ປັນຍາຢະຕິ);
໓. ເມື່ອຕັ້ງຢູ່ກໍມີພາວະຢ່າງອື່ນປາກົດ (ຖິຕັສສະ ອັນຍະຖັຕຕັງ ປັນຍາຢະຕິ).
ພິກຂຸ ທ. ! ສາມຢ່າງເຫຼົ່ານີ້ແລ ຄືສັງຂະຕະ ລັກສະນະແຫ່ງສັງຂະຕະທັມ.
ພິກຂຸ ທ. ! ອະສັງຂະຕະ ລັກສະນະຂອງອະສັງຂະຕະທັມ ໓ ຢ່າງ ເຫຼົ່ານີ້ ມີຢູ່. ສາມຢ່າງແນວໃດໜໍ ? ສາມຢ່າງຄື :-
໑. ບໍ່ປາກົດມີການເກີດ (ນະ ອຸປປາໂທ ປັນຍາຢະຕິ);
໒. ບໍ່ປາກົດມີການເສື່ອມ (ນະ ວະໂຢ ປັນຍາຢະຕິ);
໓. ເມື່ອຕັ້ງຢູ່ກໍບໍ່ມີພາວະຢ່າງອື່ນປາກົດ (ນະ ຖິຕັສສະ ອັນຍະຖັຕຕັງ ປັນຍາຢະຕິ).
ພິກຂຸ ທ. ! ສາມຢ່າງເຫຼົ່ານີ້ແລຄື ອະສັງຂະຕະລັກສະນະຂອງອະສັງຂະຕະທັມ.
- ຕິກ. ອັງ. ໒໐/໑໙໒/໔໘໖-໔໘໗.
ຄວາມດັບເຢັນຂອງເວທະນາມີໄດ້ແມ່ນວ່າໃນທິຕຖະທັມນີ້
ວັບປະ ! ເມື່ອພິກຂຸ ມີຈິຕຫຼຸດພົ້ນໂດຍຊອບເຊັ່ນນີ້ແລ້ວ ສັຕຕະວິຫາຣະທັມ໑ ທັງຫຼາຍ ໖ ປະການ ກໍເປັນອັນວ່າພິກຂຸນັ້ນ ເຖິງທັບແລ້ວ : ພິກຂຸນັ້ນເຫັນ
໑. ສັຕຕະວິຫາຣະທັມ ໃນບ່ອນນີ້ໝາຍຄວາມວ່າ ມີສະຕິສັມປະຊັນຍະຕິດຕໍ່ກັນໄປ ໃນການສັມຜັສທາງຕາ
ຫູ ດັງ ລີ້ນ ກາຍໃຈ ບໍ່ເກີດຍິນດີຍິນຮ້າຍຂຶ້ນມາ ໄດ້ຢ່າງຕິດຕໍ່ກັນ ບໍ່ມີເວລາເຜີ. ເມື່ອມີສະຕິຄວບຄຸມ
ສິ່ງທັງຫົກນີ້ໄວ້ໄດ້ຢ່າງຕິດຕໍ່ກັນເຊັ່ນນີ້ ການເປັນຢູ່ເຊັ່ນນີ້ກໍຮຽກໄດ້ວ່າ “ສັຕຕະວິຫາຣທັມ ໖ ປະການ”.
ພາກ ໓ - ນິໂຣທະອະຣິຍະສັຈຈ໌ ໔໔໙








