ອະຣິຍະສັຈພາກຕົ້ນ
ໜ້າ/ 382
- ຂັນທະ. ສັງ. ໑໗/໑໖໘/໒໓໗.
໒໖໒ ອະຣິຍະສັຈຈ໌ຈາກພຣະໂອຕຖະ
ທຸກຂ໌ຄືກະແສການປຸງແຕ່ງທາງຈິຕ
(ບໍ່ມີບຸຄຄົລຜູ້ທຸກຂ໌)
ກັດສະປະ ! ເມື່ອບຸຄຄົລ ມີຄວາມສໍາຄັນໝັ້ນໝາຍມາແຕ່ຕົ້ນວ່າ “ຜູ້ນັ້ນເຮັດ ຜູ້ນັ້ນສະເຫວີຍ (ຜົລ)” ດັ່ງນີ້ເສຍແລ້ວ ເຂົາມີວາທະ (ຄືລັດທິຢືນຢັນຢູ່) ວ່າ “ຄວາມທຸກຂ໌ ເປັນສິ່ງທີ່ບຸຄຄົລເຮັດເອງ” ດັ່ງນີ້ : ນັ້ນຍ່ອມແລ່ນໄປສູ່ (ແນວແຫ່ງ) ສັສສະຕະ (ທິຕຖິທີ່ຖືວ່າທ່ຽງ). ກັດສະປະ ! ເມື່ອບຸຄຄົລ ຖືກເວທະນາກະທົບໃຫ້ມີຄວາມສໍາຄັນໝັ້ນໝາຍວ່າ “ຜູ້ອື່ນເຮັດ ຜູ້ອື່ນສະເຫວີຍ (ຜົລ)” ດັ່ງນີ້ ເສຍແລ້ວ ເຂົາມີວາທະ (ຄືລັດທິຢືນຢັນຢູ່) ວ່າ “ຄວາມທຸກຂ໌ເປັນສິ່ງທີ່ບຸຄຄົລອື່ນເຮັດໃຫ້” ດັ່ງນີ້ : ນັ້ນຍ່ອມແລ່ນໄປສູ່ (ແນວແຫ່ງ) ອຸສເສທະ (ທິຕຖິທີ່ຖືວ່າຂາດສູນ).
ກັສສະປະ ! ຕະຖາຄົຕ ຍ່ອມສະແດງທັມໂດຍສາຍກາງ ບໍ່ເຂົ້າໄປຫາສ່ວນສຸດທັງສອງນັ້ນ ຄືຕະຖາຄົຕ ຍ່ອມສະແດງດັ່ງນີ້ ວ່າ “ເພາະມີ ອະວິຊຊາເປັນປັຈຈັຍ ຈຶ່ງມີສັງຂາຣທັງຫຼາຍ; ເພາະມີສັງຂາຣເປັນປັຈຈັຍ ຈຶ່ງມີວິນຍານ;....ຯລຯ....ຯລຯ....ຯລຯ.... ເພາະມີຊາດເປັນປັຈຈັຍ, ຊະຣາມະຣະນະໂສກະປະຣິເທວະທຸກຂະໂທມະນັສອຸປາຍາສະທັງຫຼາຍ ຈຶ່ງເກີດຂຶ້ນຄົບຖ້ວນ : ຄວາມເກີດຂຶ້ນພ້ອມ ແຫ່ງກອງທຸກຂ໌ທັງມວນນີ້ ຍ່ອມມີດ້ວຍອາການເຊັ່ນນີ້.
ເພາະຄວາມຈາງຄາຍ ດັບໄປໂດຍບໍ່ເຫຼືອ ແຫ່ງອະວິຊຊານັ້ນນັ້ນແລ, ຈຶ່ງມີຄວາມດັບແຫ່ງສັງຂາຣ; ເພາະມີຄວາມດັບແຫ່ງສັງຂາຣ ຈຶ່ງມີຄວາມດັບແຫ່ງວິນຍານ; ຯລຯ....ຯລຯ....ຯລຯ.... ເພາະມີຄວາມດັບແຫ່ງຊາດນັ້ນແລ, ຊະຣາມະຣະນະ ໂສກະປະຣິເທວະທຸກຂະໂທມະນັສອຸປາຍາສະທັງຫຼາຍ ຈຶ່ງດັບສິ້ນ : ຄວາມດັບລົງ ແຫ່ງກອງທຸກຂ໌ທັງມວນນີ້ ຍ່ອມມີດ້ວຍອາການເຊັ່ນນີ້.” ດັ່ງນີ້.
- ນິທານ. ສັງ. ໑໖/໒໔/໕໐.
ພາກ ໑ - ທຸກຂະອະຣິຢະສັຈຈະ ໒໖໓
(ພຸດທະສາສນາ ບໍ່ໄດ້ຖືວ່າ ຈິຕເປັນບຸຄຄົລ ກະແສການປຸງແຕ່ງທາງຈິຕ ເປັນໄປໄດ້ເອງຕາມທັມມະຊາດ ຜົລທີ່ເກີດຂຶ້ນ ເປັນຄວາມທຸກຂ໌ ຈຶ່ງບໍ່ແມ່ນການສ້າງຂອງບຸຄຄົລໃດ; ດັ່ງນັ້ນ ຈຶ່ງບໍ່ແມ່ນການເຮັດຂອງບຸຄຄົລ ຜູ້ຮູ້ສຶກເປັນທຸກຂ໌ ຫຼືການເຮັດຂອງບຸຄຄົລອື່ນໃດ ທີ່ເຮັດໃຫ້ບຸຄຄົລອື່ນເປັນທຸກຂ໌. ນີ້ເປັນຫຼັກສໍາຄັນຂອງພຸດທະສາສນາ ທີ່ສອນເລື່ອງອະນັຕຕາ ບໍ່ມີສັຕ ບຸຄຄົລ ທີ່ເປັນຜູ້ເຮັດ ຫຼືຖືກເຮັດ ມີແຕ່ກະແສແຫ່ງອິທັປປັດຈະຢະຕາ ຊຶ່ງຈິຕຮູ້ສຶກໄດ້ເທົ່ານັ້ນ; ເປັນເລື່ອງສໍາຄັນທີ່ສຸດໃນພຸດທະສາສນາ ທີ່ຈະຕ້ອງສຶກສາໃຫ້ເຂົ້າໃຈເຖິງທີ່ສຸດ).
ອຸປະວານະ ! ເຮົາກ່າວວ່າ ຄວາມທຸກຂ໌ເປັນສິ່ງທີ່ອາໄສປັຈຈັຍເກີດຂຶ້ນ (ປະຕິຈຈະສະມຸປປັນນະທັມ). ທຸກຂ໌ນັ້ນ ອາໄສປັຈຈັຍອັນໃດ ເກີດຂຶ້ນໜໍ ? ອຸປະວານະ ! ທຸກຂ໌ ອາໄສປັຈຈັຍຄືຜັສສະເກີດຂຶ້ນ. ....
ທຸກຂ໌ທີ່ສະມະນະພຣາມພວກໜຶ່ງ ບັນຍັຕວ່າ ຕົນເຮັດເອງ ກໍເປັນທຸກຂ໌ທີ່ອາໄສຜັສສະເກີດຂຶ້ນ.
ທຸກຂ໌ ທີ່ສະມະນະພຣາມພວກໜຶ່ງ ບັນຍັຕວ່າ ຜູ້ອື່ນເຮັດໃຫ້ ກໍເປັນທຸກຂ໌ທີ່ອາໄສຜັສສະເກີດຂຶ້ນ.
ທຸກຂ໌ ທີ່ສະມະນພຣາມພວກໜຶ່ງ ບັນຍັຕວ່າ ຕົນເຮັດເອງດ້ວຍ ຜູ້ອື່ນເຮັດໃຫ້ດ້ວຍ ກໍເປັນທຸກຂ໌ທີ່ອາໄສຜັສສະເກີດຂຶ້ນ.
ທຸກຂ໌ ທີ່ສະມະນະພຣາມພວກໜຶ່ງ ບັນຍັຕວ່າ ຕົນເຮັດເອງກໍຫາກບໍ່ແມ່ນ ຜູ້ອື່ນເຮັດໃຫ້ກໍຫາກບໍ່ຖືກ ກໍເປັນທຸກຂ໌ທີ່ອາໄສຜັສສະເກີດຂຶ້ນ.
- ນິທານ. ສັງ. ໑໖/໔໙/໘໗.
(ຄໍາວ່າຜັສສະ ໃນບ່ອນນີ້ເປັນສ່ວນໜຶ່ງ ແຫ່ງປະຕິຈຈະສະມຸບບາດ ຫຼືກະແສແຫ່ງການປຸງແຕ່ງໃນທາງຈິຕ, ບໍ່ແມ່ນບຸຄຄົລ; ດັ່ງນັ້ນຈຶ່ງກ່າວວ່າ ທຸກຂ໌ນີ້ ບໍ່ມີໃຜເຮັດໃຫ້ເກີດຂຶ້ນ ເປັນພຽງກະແສແຫ່ງການປຸງແຕ່ງທາງຈິຕ).
໒໖໔ ອະຣິຍະສັຈຈ໌ຈາກພຣະໂອຕຖະ
ບໍ່ພົ້ນທຸກຂ໌ເພາະມົວເພີນໃນອາຍະຕະນະ
ພິກຂຸ ທ. ! ຜູ້ໃດ ເພີດເພີນຢູ່ກັບຕາ, ເພີດເພີນຢູ່ກັບຫູ, ເພີດເພີນຢູ່ກັບດັງ,ເພີດເພີນຢູ່ກັບລີ້ນ, ເພີດເພີນຢູ່ກັບກາຍ, ແລະເພີດເພີນຢູ່ກັບໃຈ; ຜູ້ນັ້ນ ຊື່ວ່າເພີດເພີນຢູ່ໃນສິ່ງທີ່ເປັນທຸກຂ໌. ເຮົາກ່າວວ່າ “ຜູ້ໃດ ເພີດເພີນຢູ່ໃນສິ່ງທີ່ເປັນທຸກຂ໌ ຜູ້ນັ້ນ ຍ່ອມບໍ່ຫຼຸດພົ້ນໄປໄດ້ຈາກທຸກຂ໌” ດັ່ງນີ້.








