ອະຣິຍະສັຈພາກຕົ້ນ
ໜ້າ/ 382
- ມຫາວາຣ. ສັງ. ໑໙/໕໓໔/໑໖໗໙.
ປັນຈຸປາທານຂັນທ໌ເປັນທຸກຂ໌
ພິກຂຸ ທ. ! ທຸກຂ໌ ເປັນແນວໃດໜໍ ? ພິກຂຸ ທ. ! ປັນຈຸປາທານັກຂັນທ໌ນັ້ນແຫຼະ ເຮົາກ່າວວ່າ ເປັນທຸກຂ໌. ອຸປາທານຂັນທ໌ທັງຫ້າ ເຫຼົ່າໃດໜໍ ? ຫ້າຄື ອຸປາທານຂັນທ໌ຄື ຮູບ, ອຸປາທານຂັນທ໌ຄື ເວທະນາ, ອຸປາທານຂັນທ໌ຄື ສັນຍາ, ອຸປາທານຂັນທ໌ຄື ສັງຂາຣ, ແລະອຸປາທານຂັນທ໌ຄື ວິນຍານ. ພິກຂຸ ທ. ! ນີ້ແລ ເອີ້ນວ່າ ທຸກຂ໌.
- ຂັນທະ. ສັງ. ໑໗/໑໙໓/໒໘໐.
ຊົງສະແດງລັກສະນະຄວາມທຸກຂ໌ (ອີກປະຣິຍາຍໜຶ່ງ)
“ຂ້າແຕ່ພຣະໂຄດົມຜູ້ຈະເຣີນ ! ຄໍາວ່າ ‘ທຸກຂ໌ ທຸກຂ໌’ ດັ່ງນີ້ ເປັນຄໍາທີ່ເຂົາກ່າວກັນຢູ່ ‘ທຸກຂ໌’ ນັ້ນ ເປັນແນວໃດ ຂ້ານ້ອຍ ?”
ຣາທະ ! ຮູບ ແລ ເປັນທຸກຂ໌, ເວທະນາ ເປັນທຸກຂ໌, ສັນຍາ ເປັນທຸກຂ໌, ສັງຂາຣ ທ. ເປັນທຸກຂ໌, ວິນຍານ ເປັນທຸກຂ໌.
ພາກ ໑ - ທຸກຂະອະຣິຢະສັຈຈະ ໒໕໗
ຣາທະ ! ອະຣິຍະສາວົກ ຜູ້ໄດ້ສະດັບເຫັນຢູ່ເຊັ່ນນີ້ ຍ່ອມເບື່ອໜ່າຍ ແມ່ນແຕ່ໃນຮູບ ແມ່ນແຕ່ໃນເວທະນາ ແມ່ນແຕ່ໃນສັນຍາ ແມ່ນແຕ່ໃນສັງຂາຣ ທ. ແມ່ນແຕ່ໃນວິນຍານ....
- ຂັນທ. ສັງ. ໑໗/໒໔໐/໓໘໑.
(ໃນສູຕອື່ນ (໑໗/໒໔໐/໓໘໒) ໄດ້ຕຣັດເອີ້ນ ສິ່ງທີ່ເອີ້ນວ່າທຸກຂ໌ ວ່າທຸກຂະທັມ ຄື ມີທຸກຂ໌ເປັນທັມມະດາ).
ຊົງສະແດງລັກສະນະແຫ່ງຄວາມທຸກຂ໌ (ອີກປະຣິຍາຍໜຶ່ງ)
“ຂ້າແຕ່ພຣະໂຄດົມຜູ້ຈະເຣີນ ! ຄໍາວ່າ ‘ທຸກຂ໌ ທຸກຂ໌’ ດັ່ງນີ້ ເປັນຄໍາ ທີ່ເຂົາກ່າວກັນຢູ່. ທຸກຂ໌ ຫຼື ການບັນຍັຕວ່າ ທຸກຂ໌ ຍ່ອມມີໄດ້ ດ້ວຍເຫຕ ມີປະມານເທົ່າໃດ ຂ້ານ້ອຍ ?”
ສະມິດທິ ! ຈັກຂຸ ຮູບ ຈັກຂຸວິນຍານ ທັມທີ່ຕ້ອງຮູ້ແຈ້ງດ້ວຍຈັກຂຸວິນຍານ ມີຢູ່ໃນບ່ອນໃດ, ທຸກຂ໌ ຫຼືການບັນຍັຕວ່າ ທຸກຂ໌ ຍ່ອມມີຢູ່ໃນບ່ອນນັ້ນ.
(ໃນກໍລະນີແຫ່ງ ໂສຕະ ຄານະ ຊິວຫາ ກາຍະ ແລະມະນະ ກໍໄດ້ຕຣັດໄວ້ໂດຍຂໍ້ຄວາມມີລັກສະນະເຊັ່ນດຽວກັນ ກັບກໍລະນີແຫ່ງຈັກຂຸນີ້).
- ສະລາ. ສັງ. ໑໘/໔໘/໗໔.
ຄວາມເປັນທຸກຂ໌ສາມລັກສະນະ
ພິກຂຸ ທ. ! ຄວາມເປັນທຸກຂ໌ ມີສາມລັກສະນະເຫຼົ່ານີ້. ສາມລັກສະນະເຫຼົ່າໃດໜໍ ? ສາມລັກສະນະ ຄື :-
໒໕໘ ອະຣິຍະສັຈຈ໌ຈາກພຣະໂອຕຖະ
໑. ຄວາມເປັນທຸກຂ໌ ເພາະມີລັກສະນະທົນໄດ້ຍາກ,
໒. ຄວາມເປັນທຸກຂ໌ ເພາະມີລັກສະນະເປັນຂອງປຸງແຕ່ງ ແລະປຸງແຕ່ງສິ່ງ
ອື່ນພ້ອມກັນໄປໃນໂຕ,
໓. ຄວາມເປັນທຸກຂ໌ ເພາະມີລັກສະນະແຫ່ງຄວາມປ່ຽນແປງເປັນໄປຕ່າງໆ.
ພິກຂຸ ທ. ! ເຫຼົ່ານີ້ແລ ຄື ຄວາມເປັນທຸກຂ໌ ສາມລັກສະນະ.
- ມຫາວາຣ. ສັງ. ໑໙/໘໕/໓໑໙.
ຄວາມທຸກຂ໌ຂອງເທວະດາ ແລະມະນຸສສ໌ ຕາມທັມມະຊາດ
ພິກຂຸ ທ. ! ເທວະດາ ແລະມະນຸສສ໌ທັງຫຼາຍ ມີຮູບເປັນທີ່ມາຍິນດີ ຍິນດີແລ້ວໃນຮູບ ບັນເທີງແລ້ວໃນຮູບ ຍ່ອມຢູ່ເປັນທຸກຂ໌ ເພາະຄວາມແປປ່ຽນ ຈາງຄາຍ ດັບໄປແຫ່ງຮູບ. (ໃນກໍລະນີແຫ່ງ ສຽງ ກິ່ນ ຣົສ ໂຜຕຖັພພະ ແລະທັມມາຣົມ ກໍຕຣັດເຊັ່ນດຽວກັນ).
ພິກຂຸ ທ. ! ສ່ວນຕະຖາຄົຕອະຣະຫັນຕະສັມມາສັມພຸດທະ ຮູ້ແຈ້ງຄວາມເກີດ ຄວາມຕັ້ງຢູ່ບໍ່ໄດ້ ສະເໜ່ ໂທດ ແລະອຸບາຍເຄື່ອງສະລັດອອກ ແຫ່ງຮູບ ຕາມເປັນຈິງ ບໍ່ມີຮູບເປັນທີ່ມາຍິນດີ ບໍ່ຍິນດີໃນຮູບ ບໍ່ບັນເທີງໃນຮູບ ຍັງຄົງຢູ່ເປັນສຸຂ ແມ່ນວ່າເພາະຄວາມແປປ່ຽນ ຈາງຄາຍ ດັບໄປແຫ່ງຮູບ. (ໃນກໍລະນີແຫ່ງ ສຽງ ກິ່ນ ຣົສ ໂຜຕຖັພພະ ແລະທັມມາຣົມ ກໍຕຣັດຢ່າງດຽວກັນ).
- ສະລາ. ສັງ. ໑໘/໑໕໙/໒໑໖.
ພາກ ໑ - ທຸກຂະອະຣິຢະສັຈຈະ ໒໕໙
ເປັນທຸກຂ໌ ເພາະຕິດຢູ່ໃນອາຍະຕະນະ
ພິກຂຸ ທ. ! ເທວະດາ ແລະມະນຸສສ໌ທັງຫຼາຍ ມີ ຮູບ ເປັນທີ່ສໍາລານໃຈ ຍິນດີແລ້ວໃນຮູບ ບັນເທີງດ້ວຍຮູບ. ພິກຂຸ ທ. ! ເທວະດາ ແລະມະນຸສສ໌ທັງຫຼາຍ ຍ່ອມຢູ່ເປັນທຸກຂ໌ ເພາະຄວາມປ່ຽນແປງ ເສື່ອມສະຫຼາຍ ແລະຄວາມດັບໄປ ຂອງຮູບ;
ພິກຂຸ ທ. ! ເທວະດາ ແລະມະນຸສສ໌ທັງຫຼາຍ ມີ ສຽງ ເປັນທີ່ສໍາລານໃຈ ຍິນດີແລ້ວໃນສຽງ ບັນເທີງດ້ວຍສຽງ. ພິກຂຸ ທ. ! ເທວະດາ ແລະມະນຸສສ໌ທັງຫຼາຍຍ່ອມຢູ່ເປັນທຸກຂ໌ ເພາະຄວາມປ່ຽນແປງ ເສື່ອມສະຫຼາຍ ແລະຄວາມດັບໄປຂອງສຽງ;








