ອະຣິຍະສັຈພາກຕົ້ນ

ໜ້າ/ 382

ພິກຂຸ ທ. ! ວິນຍານ ເປັນທຸກຂ໌, ສິ່ງໃດເປັນທຸກຂ໌ ສິ່ງນັ້ນເປັນອະນັຕຕາ, ສິ່ງໃດເປັນອະນັຕຕາ ຕ້ອງເຫັນສິ່ງນັ້ນ ດ້ວຍປັນຍາອັນຖືກຕ້ອງຕາມທີ່ເປັນຈິງເຊັ່ນນີ້ວ່າ “ນັ້ນບໍ່ແມ່ນຂອງເຮົາ, ນັ້ນບໍ່ແມ່ນເຮົາ, ນັ້ນບໍ່ແມ່ນໂຕຕົນຂອງເຮົາ” ດັ່ງນີ້ ແລ.

- ຂັນທະ. ສັງ. ໑໗/໒໘/໔໓.

ເຫຕປັຈຈັຍຂອງເບັນຈະຂັນທ໌ກໍເປັນທຸກຂ໌

ພິກຂຸ ທ. ! ຮູບ ເປັນທຸກຂ໌, ເຖິງແມ່ນເຫຕແມ່ນປັຈຈັຍ ເພື່ອການບັງເກີດຂຶ້ນ ຂອງຮູບ ກໍເປັນທຸກຂ໌, ຮູບ ທີ່ເກີດຈາກເຫຕປັຈຈັຍອັນເປັນທຸກຂ໌ ແລ້ວຈະເປັນສຸຂ ໄດ້ແນວໃດ ;

ພິກຂຸ ທ. ! ເວທະນາ ເປັນທຸກຂ໌, ເຖິງແມ່ນເຫຕແມ່ນປັຈຈັຍ ເພື່ອການບັງເກີດຂຶ້ນຂອງເວທະນາ ກໍເປັນທຸກຂ໌, ເວທະນາ ທີ່ເກີດຈາກເຫຕປັຈຈັຍອັນເປັນທຸກຂ໌ ແລ້ວຈະເປັນສຸຂ ໄດ້ແນວໃດ ;

ພິກຂຸ ທ. ! ສັນຍາ ເປັນທຸກຂ໌, ເຖິງແມ່ນເຫຕແມ່ນປັຈຈັຍ ເພື່ອການບັງເກີດຂຶ້ນຂອງສັນຍາ ກໍເປັນທຸກຂ໌, ສັນຍາທີ່ເກີດຈາກເຫຕປັຈຈັຍອັນເປັນທຸກຂ໌ ແລ້ວຈະເປັນສຸຂ ໄດ້ແນວໃດ ;

ພາກ ໑ - ທຸກຂະອະຣິຢະສັຈຈະ ໒໓໙

ພິກຂຸ ທ. ! ສັງຂາຣທັງຫຼາຍ ເປັນທຸກຂ໌, ເຖິງແມ່ນເຫຕແມ່ນປັຈຈັຍ ເພື່ອການບັງເກີດຂຶ້ນຂອງສັງຂາຣທັງຫຼາຍ ກໍເປັນທຸກຂ໌, ສັງຂາຣ ທີ່ເກີດຈາກເຫຕປັຈຈັຍອັນເປັນທຸກຂ໌ ແລ້ວຈະເປັນສຸຂ ໄດ້ແນວໃດ ;

ພິກຂຸ ທ. ! ວິນຍານ ເປັນທຸກຂ໌, ເຖິງແມ່ນເຫຕແມ່ນປັຈຈັຍ ເພື່ອການບັງເກີດຂຶ້ນຂອງວິນຍານ ກໍເປັນທຸກຂ໌, ວິນຍານ ທີ່ເກີດຈາກເຫຕປັຈຈັຍອັນເປັນທຸກຂ໌ ແລ້ວຈະເປັນສຸຂ ໄດ້ແນວໃດ.

- ຂັນທະ. ສັງ. ໑໗/໒໙/໔໖.

ເບັນຈະຂັນທ໌ເປັນອະນັຕຕາ

ພິກຂຸ ທ. ! ຮູບ ເປັນອະນັຕຕາ, ບຸຄຄົລຕ້ອງເຫັນຮູບນັ້ນ ດ້ວຍປັນຍາອັນຖືກຕ້ອງ ຕາມທີ່ເປັນຈິງເຊັ່ນນີ້ວ່າ “ນັ້ນບໍ່ແມ່ນຂອງເຮົາ (ເນຕັງ ມະມະ), ນັ້ນບໍ່ແມ່ນເຮົາ (ເນໂສຫະມັສສະມິ), ນັ້ນບໍ່ແມ່ນໂຕຕົນຂອງເຮົາ (ນະ ເມໂສ ອັຕຕາ)” ດັ່ງນີ້;

ພິກຂຸ ທ. ! ເວທະນາ ເປັນອະນັຕຕາ, ບຸຄຄົລຕ້ອງເຫັນເວທະນານັ້ນ ດ້ວຍປັນຍາອັນຖືກຕ້ອງ ຕາມທີ່ເປັນຈິງເຊັ່ນນີ້ວ່າ “ນັ້ນບໍ່ແມ່ນຂອງເຮົາ, ນັ້ນບໍ່ແມ່ນເຮົາ, ນັ້ນບໍ່ແມ່ນໂຕຕົນຂອງເຮົາ” ດັ່ງນີ້;

ພິກຂຸ ທ. ! ສັນຍາ ເປັນອະນັຕຕາ, ບຸຄຄົລຕ້ອງເຫັນສັນຍານັ້ນ ດ້ວຍປັນຍາອັນຖືກຕ້ອງ ຕາມທີ່ເປັນຈິງເຊັ່ນນີ້ວ່າ “ນັ້ນບໍ່ແມ່ນຂອງເຮົາ, ນັ້ນບໍ່ແມ່ນເຮົາ, ນັ້ນບໍ່ແມ່ນໂຕຕົນຂອງເຮົາ” ດັ່ງນີ້;

໒໔໐ ອະຣິຍະສັຈຈ໌ຈາກພຣະໂອຕຖະ

ພິກຂຸ ທ. ! ສັງຂາຣທັງຫຼາຍ ເປັນອະນັຕຕາ, ບຸຄຄົລຕ້ອງເຫັນສັງຂາຣທັງຫຼາຍເຫຼົ່ານັ້ນ ດ້ວຍປັນຍາອັນຖືກຕ້ອງ ຕາມທີ່ເປັນຈິງເຊັ່ນນີ້ວ່າ “ນັ້ນບໍ່ແມ່ນຂອງເຮົາ (ເນຕັງ ມະມະ), ນັ້ນບໍ່ແມ່ນເຮົາ (ເນໂສຫະມັສສະມິ), ນັ້ນບໍ່ແມ່ນໂຕຕົນຂອງເຮົາ (ນະ ເມໂສ ອັຕຕາ)” ດັ່ງນີ້;

ພິກຂຸ ທ. ! ວິນຍານ ເປັນອະນັຕຕາ, ບຸຄຄົລຕ້ອງເຫັນວິນຍານນັ້ນ ດ້ວຍປັນຍາອັນຖືກຕ້ອງຕາມທີ່ເປັນຈິງເຊັ່ນນີ້ວ່າ “ນັ້ນບໍ່ແມ່ນຂອງເຮົາ, ນັ້ນບໍ່ແມ່ນເຮົາ, ນັ້ນບໍ່ແມ່ນໂຕຕົນຂອງເຮົາ” ດັ່ງນີ້ ແລ.

- ຂັນທ໌. ສັງ. ໑໗/໒໘/໔໔.

ຂັນທ໌ ໕ ບໍ່ເປັນໄປຕາມຄວາມຕ້ອງການຂອງເຮົາ

ພິກຂຸ ທ. ! ຮູບ ເປັນອະນັຕຕາ. ພິກຂຸ ທ. ! ຖ້າຮູບຈະເປັນອັຕຕາແລ້ວນັ້ນ ຮູບນີ້ ກໍບໍ່ຄວນເປັນໄປເພື່ອອາພາດ (ຄວາມຖືກບຽດບຽນດ້ວຍໂຣຄາເປັນຕົ້ນ); ອັນໜຶ່ງສັຕຈະຍ່ອມໄດ້ໃນຮູບຕາມປາຖນາວ່າ ‘ຮູບຂອງເຮົາ ຈົ່ງເປັນເຊັ່ນນີ້ເຖີ້ນ, ຮູບຂອງເຮົາ ຢ່າໄດ້ເປັນເຊັ່ນນັ້ນເລີຍ’ ດັ່ງນີ້. ພິກຂຸ ທ. ! ແຕ່ເພາະເຫຕທີ່ ຮູບ ເປັນອະນັຕຕາ ຮູບ ຈຶ່ງເປັນໄປເພື່ອອາພາດ; ອັນໜຶ່ງສັຕຍ່ອມບໍ່ໄດ້ໃນຮູບ ຕາມປາຖນາວ່າ ‘ຮູບຂອງເຮົາ ຈົ່ງເປັນເຊັ່ນນີ້ເຖີ້ນ, ຮູບຂອງເຮົາ ຢ່າໄດ້ເປັນເຊັ່ນນັ້ນເລີຍ’ ດັ່ງນີ້.

ພຣະສູດຄົ້ນຫາປຶ້ມຖືກໃຈປື້ມVideoປະຕິທິນພຣະທັມ