ປຶ້ມຄູ່ມືຄຸນນະທັມ

ໜ້າ/ 51

ປຶ້ມຄູ່ມື

ຄຸນນະທັມສໍາລັບເຍົາວະຊົນ

ຄໍານໍາ

ການລວບລວມປື້ມຫົວນີ້ ກໍໄດ້ແນໃສ່ເພື່ອສົ່ງເສີມການສຶກສາແລະການປະຕິບັດເປັນຫລັກ. ຊຶ່ງຈະໃຊ້ໃນການສິດສອນ ເພື່ອເຜີຍແຜ່ຄໍາສອນຂອງພຣະພຸດທະເຈົ້າ ມີໃນຫົວຂໍ້ສໍາລັບເຍົາວະຊົນ ; ສ່ວນຜູ້ທີ່ບໍ່ແມ່ນເຍົາວະຊົນ ກໍສາມາດສຶກສາໄດ້. ຊຶ່ງມີການຈັດໝວດທັມຕາມລໍາດັບ ເພື່ອສຶກສາແລະສອນໄດ້ງ່າຍໆ ຕັ້ງແຕ່ງແບ່ງເປັນພາກ ຊຶ່ງແຕ່ລະພາກນັ້ນ ສາມາດເອົາມາສອນໄດ້ໝົດ ບໍ່ຈໍາເປັນຕ້ອງຈໍາແນກສອນໄປຕາມປຶ້ມກໍໄດ້.

ການສ້າງປຶ້ມຫົວນີ້ ແມ່ນໄດ້ລວບລວມພຣະສູຕທີ່ສໍາຄັນ ມາຈາກພຣະໄຕຣປິດົກສະບັບຫຼວງ ຈາກປະເທດເພື່ອນບ້ານ ໂດຍການທີ່ຜູ້ລວບລວມ ໄດ້ເລັງເຫັນຄວາມສໍາຄັນ ຂອງການສຶກສາ ກ່ຽວກັບສີລທັມ ໃນພຸດທະສາສນາ ຂອງເຍົາວະຊົນ ໃນປັດຈຸບັນນີ້ ຊຶ່ງຈະເຫັນໄດ້ໃນສັງຄົມ ຈາກການປະພຶດປະຕິບັດອອກມາ ທາງກາຍ ວາຈາ ໃຈ ບໍ່ວ່າຈະເປັນການປະພຶດຕໍ່ມານດາ ບິດາ ຄູອາຈາຣຍ໌ ພິກຂຸສົງ ໝູ່ເພື່ອນ ບໍ່ມີຄວາມເຄົາຣົບຕໍ່ຜູ້ໃຫຍ່ໃນຕະກູນ ແລະຍາດຕິພີ່ນ້ອງຕ່າງໆ ໃນປັດຈຸບັນນີ້ ເລີ່ມທີ່ຈະຫລີກຫ່າງອອກຈາກສີລະທັມ ທີ່ພຣະພຸດທະເຈົ້າຊົງສອນຕຣັດບອກ ຊຶ່ງກໍອາດມາຈາກ ການຂາດການສຶກສາແລະຕໍາລາທັມມະ.

ສະນັ້ນປຶ້ມຫົວນີ້ ຈຶ່ງເປັນບ່ອນລວມເອົາພຣະສູຕ ທີ່ສໍາຄັນເອົາໄວ້ ບໍ່ວ່າຈະເປັນການປະຕິບັດໜ້າທີ່ທີ່ດີ ຂອງພໍ່ແມ່ ລູກ ໝູ່ເພື່ອນ ຜົວເມຍ ທາສາ ກັມມະກອນ ເຈົ້ານາຍ ແລະສະມະນະພຣາມ ການສື່ສານ ການປະຊາສໍາພັນ ບົ່ງບອກໃຫ້ຮູ້ຊຶ່ງບາບກັມ ຄືຜົລຂອງການກະທໍາ ວ່າ ຖ້າບໍ່ມີສີລນັ້ນ ຈະເປັນແນວໃດ ? ຄະຕິທາງໄປ ຈະເປັນແບບໃດ ? ປັດຈຸບັນນີ້ ຂອງຄົນທຸສີລນັ້ນ ເປັນແນວໃດ ? ດັ່ງນີ້ ເປັນຕົ້ນ ແລະພຣະສູຕອື່ນໆອີກທີ່ສໍາຄັນ.

ຫວັງວ່າ ບັນດາທ່ານທັງຫຼາຍທີ່ໄດ້ຮັບໄດ້ສຶກສາ ໄດ້ອ່ານປຶ້ມຫົວນີ້ ຄົງຈະໄດ້ຮັບປະໂຫຍດສູງສຸດ ບໍ່ຫລາຍກໍໜ້ອຍ ສໍາລັບນໍາມາປັບໃຊ້ ໃນຊີວິດປະຈໍາວັນໄດ້.

ໝາຍເຫດ :

ຖ້າເກີດຂໍ້ຜິດພາດປະການໃດ (ທາງອັດຖະແລະພະຍັນຊະນະກໍດີ) ກໍຂໍອະໄພມານະບ່ອນນີ້ດ້ວຍ ຫວັງວ່າບັນດາທ່ານຜູ້ຮູ້ທັງຫລາຍ ຄົງຈະອະໄພໃຫ້ດ້ວຍແລະສາມາດຕໍານິສົ່ງຂ່າວຫາໄດ້.

ດ້ວຍຄວາມຮັກແລະສັດທາໃນຕະຖາຄົຕເຖິງທີ່ສຸດໂດຍສ່ວນດຽວ

ຄະນະຜູ້ລວບລວມແລະກວດແກ້

ຜູ້ລວບລວມ : ພ ອ.ຈ ປັນຍາປະກະພິກຂຸ (ທະນູໄຊ ເພຍສາຂາ)

ຜູ້ກວດແກ້ : ພ ອ.ຈ ປັນຍານັນດະພິກຂຸ.

ສາລະບານ

ຊື່/ຫົວຂໍ້ທັມ ໜ້າທີ

ພາກທີ2

ການປະຕິບັດໜ້າທີ່ທີ່ດີ

ບົດທີ 1 : ການຕອບແທນຄຸນບິດາມານດາຢ່າງສູງສຸດ

ບົດທີ 2 : ຄວາມເປັນຄົນກະຕັນຍູ ກະຕະເວທີຫາໄດ້ຍາກໃນໂລກ

ບົດທີ 3 : ບຸກຄົນທີ່ຫາໄດ້ຍາກໃນໂລກ……….

ບົດທີ 4 : ພູມຂອງອະສັຕຕະບຸຣຸດ…………

ແລະພູມຂອງສັຕຕະບຸຣຸດ

ບົດທີ 5 : ຈົ່ງເປັນຄົນກະຕັນຍູກະຕະເວທີ………

ເຖິງອຸປະກາຣະຈະມີພຽງເລັກນ້ອຍ

ບົດທີ 6 : ສັຕຕະບຸຣຸດຍ່ອມເປັນຄົນກະຕັນຍູກະຕະເວທີ..

ບົດທີ 7 : ຄົນທີ່ມີຄວາມເປັນຄົນອະກະຕັນຍູ………

ກະຕະເວທີເປັນເຫດໄປສູ່ນະຣົກ

ເໝືອນຖືກນໍາມາໂຍນລົງ

ບົດທີ 8 : ຄົນພານຜູ້ບໍ່ສະຫລາດເປັນຄົນອະກະຕັນຍູ

ອະກະຕະເວທີຍ່ອມບໍຣິຫານຕົນໃຫ້ຖືກກໍາຈັດ

ບົດທີ 9: ເຫດໃຫ້ມານດາບິດາຢາກໄດ້ບຸຕ ..................

ບົດທີ 10 : ມານດາບິດາເປັນພຣົມຂອງລູກ……………

ເປັນບຸຣະພະເທວະດາ ເປັນບຸຣະພາຈາຣຍ໌

ເປັນອະຫຸເນີຍຍະບຸກຄົນ

ບົດທີ 11 : ບຸຕ 3 ຈໍາພວກ…………………………..

ບົດທີ 12 : ໄຟທີ່ຄວນບູຊາ……………………………

ບົດທີ 13 : ຜູ້ຂ້າມານດາບິດາຍ່ອມໄປສູ່ອະບາຍ……….

ໄປສູ່ນະຣົກເດືອດຮ້ອນ ແກ້ໄຂບໍ່ໄດ້

ບົດທີ 14 : ໜ້າທີ່ທີ່ປະຕິບັດຕໍ່ທິດເບື້ອງໜ້າ………………

ບົດທີ 15 : ໜ້າທີ່ທີ່ປະຕິບັດຕໍ່ທິດເບື້ອງຂວາ…………..

ບົດທີ 16 : ໜ້າທີ່ທີ່ປະຕິບັດຕໍ່ທິດເບື້ອງຫລັງ................

ບົດທີ 17 : ໜ້າທີ່ທີ່ຄວນປະຕິບັດຕໍ່ທິດເບື້ອງຊ້າຍ……..

ບົດທີ 18 : ໜ້າທີ່ທີ່ປະຕິບັດຕໍ່ທິດເບື້ອງຕໍ່າ...................

ບົດທີ 19 : ໜ້າທີ່ທີ່ປະຕິບັດຕໍ່ທິດເບື້ອງເທິງ...................

ບົດທີ 20 : ພຣະເຈົ້າອະຊາຕະສັດຕູປົງພຣະຊົນຊີບ…….

ພຣະສູດຄົ້ນຫາປຶ້ມຖືກໃຈປື້ມVideoປະຕິທິນພຣະທັມ