ທານ
ໜ້າ/ 70
ພຸດທະວະຈະນະ ທານ
ພິກຂຸທັງຫຼາຍ ! ຖ້າວ່າສັຕທັງຫຼາຍ ຍ່ອມຮູ້ຜົລແຫ່ງການຈຳແນກທານ ເໝືອນຢ່າງເຮົາຮູ້ແລ້ວ ຫາກສັຕເຫຼົ່ານັ້ນ ຍັງບໍ່ໄດ້ໃຫ້ທານເສຍກ່ອນ ກໍຈະບໍ່ຍອມບໍຣິໂພກ ອັນໜຶ່ງ ມົນທິນຄືຄວາມຂີ້ຖີ່ບໍ່ອາດຈະຄອບງຳຈິຕຂອງສັຕເຫຼົ່ານັ້ນ
ເຖິງແມ່ນວ່າຄໍາເຂົ້າ ຄືກ້ອນເຂົ້າຂອງສັຕເຫຼົ່ານັ້ນ
ຈະຍ່ອມເຫຼືອຢູ່ເປັນຄໍາສຸດທ້າຍກໍຕາມ
ຖ້າປະຕິຄາຫົກຂອງເຂົາຍັງມີຢູ່
ຫາກສັຕເຫຼົ່ານັ້ນຍັງບໍ່ໄດ້ແບ່ງຄຳເຂົ້າຄຳສຸດທ້າຍແມ່ນວ່ານັ້ນ ກໍຈະບໍ່ບໍຣິໂພກ.
ພິກຂຸທັງຫຼາຍ ! ແຕ່ເພາະສັຕທັງຫຼາຍ ບໍ່ຮູ້ຜົລແຫ່ງການຈຳແນກທານ ເໝືອນຢ່າງທີ່ເຮົາຮູ້ ສະນັ້ນສັຕເຫຼົ່ານັ້ນ ຈຶ່ງບໍ່ໄດ້ໃຫ້ທານກ່ອນບໍຣິໂພກ ອັນໜຶ່ງ ມົນທິນຄືຄວາມຂີ້ຖີ່ ຈຶ່ງຍັງຄອບງຳຈິຕຂອງສັຕເຫຼົ່ານັ້ນ.
- ບາລີ ຂຸ. ຂຸ. ໒໕/໒໔໓/໒໐໔.
ອັກສອຣຫຍໍ້
(ເພື່ອຄວາມສະດວກແກ່ຜູ້ທີ່ຍັງບໍ່ເຂົ້າໃຈເລື່ອງອັກສອນຫຍໍ້ທີ່ໃຊ້ໝາຍແທນຊື່ຄັມພີຣ໌ຊຶ່ງມີຢູ່ໂດຍສ່ວນຫຼາຍ)
ມຫາວິ. ວິ. ມະຫາວິພັງຄ໌ ວິນັຍປິດົກ.
ພິກຂຸນີ. ວິ. ພິກຂຸນີວິພັງຄ໌ ”
ມຫາ. ວິ. ມະຫາວັຄ ”
ຈຸລລ. ວິ. ຈຸລລະວັຄ ”
ປຣິວາຣ. ວິ. ປະຣິວາຣະວັຄ ”
ສີ. ທີ. ສີລັກຂັນທະວັຄ ທີຄະນິກາຍ
ມຫາ. ທີ. ມະຫາວັຄ ”
ປາ. ທີ. ປາຕິວັຄ ”
ມູ. ມ. ມູລະປັນນາສ ມັຊຊິມະນິກາຍ
ມ. ມ. ມັຊຊິມະປັນນາສ ”
ອຸປຣິ. ມ. ອຸປະຣິປັນນາສ ”
ສຄາ.ສັງ. ສະຄາຖະວັຄ ສັງຍຸຕຕະນິກາຍ
ນິທານ. ສັງ. ນິທານວັຄ ”
ຂັນທ. ສັງ. ຂັນທະວາຣະວັຄ ”
ສລາ. ສັງ. ສະລາຍະຕະນະວັຄ ”
ມຫາວາຣ. ສັງ. ມະຫາວາຣະວັຄ ”
ເອກ.ອັງ. ເອກະນິບາຕ ອັງຄຸຕຕຣະນິກາຍ
ທຸກ. ອັງ. ທຸກະນິບາຕ ”
ຕິກ. ອັງ. ຕິກະນິບາຕ ”
ຈຕຸກກ. ອັງ. ຈະຕຸກກະນິບາຕ ”
ປັນຈກ. ອັງ. ປັນຈະກະນິບາຕ ”
ສັກກ.ອັງ.ສັກກະນິບາຕ ອັງຄຸຕຕຣະນິກາຍ
ສັຕຕກ. ອັງ. ສັຕຕະກະນິບາຕ ”
ອັຕຖກ. ອັງ. ອັຕຖະກະນິບາຕ ”
ນວກ. ອັງ. ນະວະກະນິບາຕ ”
ທສກ. ອັງ. ທະສະກະນິບາຕ ”
ເອກາທສກ.ອັງ. ເອກາທະສະກະນິບາຕ ”
ຂຸ. ຂຸ. ຂຸດທະກະປາຖະ ຂຸດທະກະນິກາຍ
ທ. ຂຸ. ທັມມະບົດ ”
ອຸ. ຂຸ. ອຸທານ ”
ອິຕິວຸ. ຂຸ. ອິຕິວຸຕຕະກະ ”
ສຸ. ຂຸ. ສຸຕຕະນິບາຕ ”
ວິມານ. ຂຸ. ວິມານວັຕຖຸ ”
ເປຕ. ຂຸ. ເປຕະວັຕຖຸ ”
ເຖຣ. ຂຸ. ເຖຣະຄາຖາ ”
ເຖຣີ. ຂຸ. ເຖຣີຄາຖາ ”
ຊາ. ຂຸ. ຊາດົກ ”
ມຫານິ. ຂຸ. ມະຫານິດເທສ ”
ຈູລນິ. ຂຸ. ຈູລະນິດເທສ ”
ປຕິສັມ. ຂຸ. ປະຕິສັມພິທາມັຄ ”
ອປທ. ຂຸ. ອະປະທານ ”
ພຸດທວ. ຂຸ. ພຸດທະວົງສ໌ ”
ຈະຣິຍາ. ຂຸ. ຈະຣິຍາປິດົກ ”
ຕົວຢ່າງຄໍາຫຍໍ້ : ໑໔/໑໗໑/໒໔໕ ໃຫ້ອ່ານວ່າ ໄຕຣປິດົກເຫຼັ້ມ ໑໔ ໜ້າ ໑໗໑ ຂໍ້ທີ່ ໒໔໕
ສາຣະບານ
ຄວາມໝາຍຂອງທານ
໐໑. ທານະ (ການໃຫ້) ເປັນແນວໃດ
໐໒. ຈາຄະ (ການບໍຣິຈາກ) ເປັນແນວໃດ
ເປັນຫຍັງຈຶ່ງຄວນໃຫ້ທານ
໐໓. ຜົລແຫ່ງທານໃນປັຈຈຸບັນແລະສັມປະຣາຍະ
໐໔. ອານິສົງສ໌ແຫ່ງການໃຫ້ທານ
໐໕. ຜູ້ໃຫ້ໂພຊະນະ ຊື່ວ່າໃຫ້ອາຍຸ ວັນນະ ສຸຂະ
ພະລະ ແລະປະຕິພານ
໐໖. ຜູ້ໃຫ້ເຂົ້າຍາຄູ ກໍຊື່ວ່າ ໃຫ້ອາຍຸ ວັນນະ ສຸຂະ
ພະລະ ແລະປະຕິພານ
໐໗. ຜູ້ໃຫ້ຂອງທີ່ພໍໃຈຍ່ອມໄດ້ຂອງທີ່ພໍໃຈ
໐໘. ການໃຫ້ທານເປັນເຫຕໃຫ້ເກີດຊັພ
໐໙. ຄວາມຕ່າງກັນລະຫວ່າງຜູ້ໃຫ້ແລະຜູ້ບໍ່ໃຫ້
໑໐. ຫາກສັຕທັງຫຼາຍຮູ້ຜົລແຫ່ງການຈຳແນກທານ
໑໑. ສັງຄະຫະວັຕຖຸ (ທັມເປັນທີ່ຕັ້ງແຫ່ງການສົງເຄາະ)
໑໒. ທັມທີ່ບັນດິຕບັນຍັຕໄວ້








