ຄູ່ມືກາຣຈະເຣີນເມຕຕາ
ໜ້າ/ 63
ຢ່າເລີຍ ພິກຂຸທັງຫລາຍ ພວກເຈົ້າທັງຫລາຍຢ່າບາດ ໝາງ ຢ່າຜິດຖຽງ ຢ່າແຢ້ງຊິງ ຢ່າວິວາທກັນເລີຍ.
ພິກຂຸອະທັມມະວາທີນັ້ນໄດ້ກຣາບທູລຄຳນີ້ແດ່ພຣະຜູ້ມີພຣະພາຄເປັນຄັ້ງທີສາມວ່າ:
ຂ້າແຕ່ພຣະອົງຄ໌ຜູ້ຈະເຣີນ! ຂໍພຣະຜູ້ມີພຣະພາຄຜູ້ເປັນເຈົ້າຂອງແຫ່ງທັມ ຈົ່ງຊົງກະຣຸນາລໍກ່ອນ ຂໍພຣະຜູ້ມີພຣະພາຄຈົ່ງຊົງມີຄວາມຂົນຂວາຍນ້ອຍ ປະກອບສຸຂະວິຫາຣໃນປັຈຈຸບັນຢູ່ເຖີດ ພວກຂ້ານ້ອຍຈັກປາກົຕດ້ວຍຄວາມບາດໝາງ ດ້ວຍຄວາມຜິດຖຽງ ດ້ວຍຄວາມແຢ້ງຊິງ ດ້ວຍກາຣວິວາທນັ້ນ.
ພຣະຜູ້ມີພຣະພາຄຈິ່ງຊົງດຳຣິວ່າ:
ໂມຄະບຸຣຸສເຫລົ່ານີ້ຫົວດື້ຫລາຍແລ ເຮົາຈະໃຫ້ໂມຄະບຸຣຸສເຫລົ່ານີ້ເຂົ້າໃຈກັນ ກະທຳບໍ່ໄດ້ງ່າຍເລີຍ ແລ້ວສະເດັຈລຸກຈາກອາສະນະກັບໄປ.
ວິນັຍປິດົກ ມະຫາວັຄ ພາຄ ໒ ເຫລັ້ມ ໕/໒໕໑-໒໖໒/໒໔໒-໒໔໕
ທັມປະຣິຍາຍທີ່ຄວນນ້ອມເຂົ້າມາໃນຕົນ
ສມັຍໜຶ່ງ ພຣະຜູ້ມີພຣະພາຄສະເດັຈທ່ຽວຈາຣິກໄປໃນໂກສົລຊົນບົທພ້ອມດ້ວຍພິກຂຸສົງຄ໌ໝູ່ໃຫຍ່ ສະເດັຈເຖິງພຣາມມະນະຄາມຂອງຊາວໂກສົລຊື່ ເວລຸທະວາຣະ.
ພຣາມແລະຄະຫະບໍດີຊາວເວລຸທະວາຣະໄດ້ສະດັບຂ່າວວ່າ ພຣະສະມະນະໂຄດົມຜູ້ເປັນໂອຣົສຂອງເຈົ້າສາກະຍະ ສະເດັຈອອກຜະນວດຈາກສາກະຍະສະກຸລ ສະເດັຈທ່ຽວຈາຣິກໄປໃນໂກສົລຊົນບົທພ້ອມດ້ວຍພິກຂຸສົງຄ໌ໝູ່ໃຫຍ່ ສະເດັຈເຖິງເວລຸທະວາຣະຄາມແລ້ວ ກໍກິຕຕິສັພອັນງາມຂອງທ່ານພຣະໂຄດົມພຣະອົງຄ໌ນັ້ນຂະຈອຣໄປຢ່າງນີ້ວ່າ:
ເພາະເຫຕຢ່າງນີ້ໆ ພຣະຜູ້ມີພຣະພາຄພຣະອົງຄ໌ນັ້ນ ເປັນພຣະອະຣະຫັນຕ໌ ຕຣັສຮູ້ເອງໂດຍຊອບ ເຖິງພ້ອມດ້ວຍວິຊຊາແລະຈະຣະນະ ສະເດັຈໄປດີແລ້ວ ຊົງຮູ້ແຈ້ງໂລກ ເປັນສາຣະຖີຝຶກບຸຣຸສທີ່ຄວນຝຶກບໍ່ມີໃຜຍິ່ງກວ່າ ເປັນສາສດາຂອງເທວະດາແລະມະນຸສທັງຫລາຍ ເປັນຜູ້ເບີກບານແລ້ວ ເປັນຜູ້ຈຳແນກທັມ. ພຣະສະມະນະໂຄດົມພຣະອົງຄ໌ນັ້ນ ຊົງກະທຳໂລກນີ້ພ້ອມທັງເທວະໂລກ ມາຣໂລກ ພຣົມມະໂລກໃຫ້ແຈ້ງຊັດດ້ວຍພຣະປັນຍາອັນຍິ່ງເອງແລ້ວ ຊົງສອນໝູ່ສັຕ ພ້ອມທັງສະມະນະພຣາມ ເທວະດາແລະມະນຸສໃຫ້ຮູ້ຕາມ ພຣະອົງຄ໌ຊົງສະແດງທັມງາມໃນເບື້ອງຕົ້ນ ງາມໃນທ່າມກາງ ງາມໃນທີ່ສຸດ ຊົງປະກາສພຣົມມະຈັນຍ໌ພ້ອມທັງອັຕຖະ ພ້ອມທັງພະຍັນຊະນະ ບໍຣິສຸທ ບໍຣິບູນສິ້ນເຊິງ ກໍກາຣໄດ້ເຫັນພຣະອະຣະຫັນຕ໌ເຫັນປານນັ້ນເປັນກາຣດີ.
ຄັ້ງນັ້ນ ພຣາມແລະຄະຫະບໍດີຊາວເວລຸທະວາຣະຄາມໄດ້ເຂົ້າໄປເຝົ້າພຣະຜູ້ມີພຣະພາຄເຖິງທີ່ປະທັບ ບາງພວກອະພິວາທພຣະຜູ້ມີພຣະພາຄ ບາງພວກໄດ້ປາສັຍກັບພຣະຜູ້ມີພຣະພາຄ ບາງພວກປະນົມມືອັນຊະລີໄປທາງພຣະຜູ້ມີພຣະພາຄ ບາງພວກປະກາສຊື່ແລະໂຄຕໃນສຳນັກຂອງພຣະຜູ້ມີພຣະພາຄແລ້ວນັ່ງໃນທີ່ຄວນສ່ວນຂ້າງໜຶ່ງ ຄັນແລ້ວໄດ້ກຣາບທູລພຣະຜູ້ມີພຣະພາຄວ່າ:
ຂ້າແຕ່ພຣະໂຄດົມຜູ້ຈະເຣີນ! ພວກຂ້ານ້ອຍທັງຫລາຍມີຄວາມປາຖນາ ມີຄວາມພໍໃຈ ມີຄວາມປະສົງຢ່າງນີ້ໆວ່າ ຂໍເຮົາທັງຫລາຍຈົ່ງແອອັດໄປດ້ວຍບຸຕຢູ່ຄອງເຮືອນ ໄດ້ລູບທາແກ່ນຈັນທີ່ເຂົານຳມາຈາກແຄວ້ນກາສີ ໄດ້ປະດັບມາລາຂອງຫອມແລະເຄື່ອງລູບທາ ມີຄວາມຍິນດີເງິນແລະຄຳ ເມື່ອແຕກກາຍຕາຍໄປ ຂໍໄດ້ເຂົ້າເຖິງສຸຄະຕິໂລກສວັນ. ພວກຂ້ານ້ອຍທັງຫລາຍຈະແອອັດໄປດ້ວຍບຸຕຢູ່ຄອງເຮືອນ ໄດ້ລູບທາແກ່ນຈັນທີ່ເຂົານຳມາຈາກແຄວ້ນກາສີ ໄດ້ປະດັບມາລາຂອງຫອມແລະເຄື່ອງລູບທາ ຍິນດີເງິນແລະຄຳ ເມື່ອແຕກກາຍຕາຍໄປ ຍ່ອມເຂົ້າເຖິງສຸຄະຕິໂລກສວັນໄດ້ດ້ວຍປະກາຣໃດ ຂໍທ່ານພຣະໂຄດົມໂປດຊົງສະແດງທັມດ້ວຍປະກາຣນັ້ນແກ່ພວກຂ້ານ້ອຍທັງຫລາຍຜູ້ມີຄວາມປາຖນາ ມີຄວາມພໍໃຈ ມີຄວາມປະສົງຢ່າງນັ້ນໆເຖີດ.
ພຣາມແລະຄະຫະບໍດີທັງຫລາຍ! ເຮົາຈັກສະແດງທັມປະຣິຍາຍທີ່ຄວນນ້ອມເຂົ້າມາໃນຕົນແກ່ທ່ານທັງຫລາຍ ທ່ານທັງຫລາຍຈົ່ງຟັງທັມປະຣິຍາຍນັ້ນ ຈົ່ງໃສ່ໃຈໃຫ້ດີ ເຮົາຈັກກ່າວ.
ພຣາມແລະຄະຫະບໍດີຊາວເວລຸທະວາຣະຄາມທູລຮັບພຣະດຳຣັສພຣະຜູ້ມີພຣະພາຄແລ້ວ ພຣະຜູ້ມີພຣະພາຄໄດ້ຕຣັສວ່າ:
ພຣາມແລະຄະຫະບໍດີທັງຫລາຍ! ທັມປະຣິຍາຍທີ່ຄວນນ້ອມເຂົ້າມາໃນຕົນເປັນຢ່າງໃດ?








