ຄູ່ມືກາຣຈະເຣີນເມຕຕາ
ໜ້າ/ 63
ພິກຂຸທັງຫລາຍ! ພວກອັນຍະເດຍຣະຖີປະຣິພາຊົກມີວາທະຢ່າງນີ້ ພວກເຈົ້າທັງຫລາຍຄວນຖາມຢ່າງນີ້ວ່າ ອາວຸໂສທັງຫລາຍ ກໍເມຕຕາເຈໂຕວິມຸຕທີ່ບຸຄຄົລຈະເຣີນແລ້ວຢ່າງໃດ ມີອັນໃດເປັນຄະຕິ ມີອັນໃດເປັນຢ່າງຍິ່ງ ມີອັນໃດເປັນຜົລ ມີອັນໃດເປັນທີ່ສຸດ?
ກະຣຸນາເຈໂຕວິມຸຕທີ່ບຸຄຄົລຈະເຣີນແລ້ວຢ່າງໃດ ມີອັນໃດເປັນຄະຕິ ມີອັນໃດເປັນຢ່າງຍິ່ງ ມີອັນໃດເປັນຜົລ ມີອັນໃດເປັນທີ່ສຸດ?
ມຸທິຕາເຈໂຕວິມຸຕທີ່ບຸຄຄົລຈະເຣີນແລ້ວຢ່າງໃດ ມີອັນໃດເປັນຄະຕິ ມີອັນໃດເປັນຢ່າງຍິ່ງ ມີອັນໃດເປັນຜົລ ມີອັນໃດເປັນທີ່ສຸດ?
ອຸເປກຂາເຈໂຕວິມຸຕທີ່ບຸຄຄົລຈະເຣີນແລ້ວຢ່າງໃດ ມີອັນໃດເປັນຄະຕິ ມີອັນໃດເປັນຢ່າງຍິ່ງ ມີອັນໃດເປັນຜົລ ມີອັນໃດເປັນທີ່ສຸດ?
ເມື່ອພວກອັນຍະເດຍຣະຖີປະຣິພາຊົກຖືກຖາມຢ່າງນີ້ແລ້ວຈັກບໍ່ສາມາດຕອບໄດ້ ຈັກເຖິງຄວາມອຶດອັດຢ່າງຍິ່ງ ຂໍ້ນັ້ນເພາະເຫຕໃດ? ເພາະເປັນບັນຫາທີ່ຖາມໃນຖານະທີ່ບໍ່ແມ່ນວິສັຍ.
ພິກຂຸທັງຫລາຍ! ເຮົາຍັງບໍ່ແລເຫັນບຸຄຄົລໃນໂລກ ພ້ອມທັງເທວະໂລກ ມາຣໂລກ ພຣົມມະໂລກ ໃນໝູ່ສັຕພ້ອມທັງສະມະນະພຣາມ ເທວະດາແລະມະນຸສທີ່ຈະຍັງຈິຕໃຫ້ຍິນດີໃນກາຣແກ້ບັນຫາເຫລົ່ານີ້ ເວັ້ນເສຍຈາກຕະຖາຄົຕ ສາວົກຂອງຕະຖາຄົຕ ຫລືຜູ້ທີ່ຟັງຈາກຕະຖາຄົຕຫລືຟັງຈາກສາວົກຂອງຕະຖາຄົຕ.
ພິກຂຸທັງຫລາຍ! ກໍເມຕຕາເຈໂຕວິມຸຕທີ່ບຸຄຄົລຈະເຣີນແລ້ວຢ່າງໃດ ມີອັນໃດເປັນຄະຕິ ມີອັນໃດເປັນຢ່າງຍິ່ງ ມີອັນໃດເປັນຜົລ ມີອັນໃດເປັນທີ່ສຸດ?
ພິກຂຸທັງຫລາຍ! ພິກຂຸໃນທັມວິນັຍນີ້ ຍ່ອມຈະເຣີນສະຕິສັມໂພຊຊົງທີ່ປະກອບດ້ວຍເມຕຕາ ອັນອາສັຍວິເວກ ອາສັຍວິຣາຄະ ອາສັຍນິໂຣທ ນ້ອມໄປໃນກາຣສະລະ.
ຍ່ອມຈະເຣີນທັມມະວິຈະຍະສັມໂພຊຊົງທີ່ປະກອບດ້ວຍເມຕຕາ ອັນອາສັຍວິເວກ ອາສັຍວິຣາຄະ ອາສັຍນິໂຣທ ນ້ອມໄປໃນກາຣສະລະ.
ຍ່ອມຈະເຣີນວິຣິຍະສັມໂພຊຊົງທີ່ປະກອບດ້ວຍເມຕຕາ ອັນອາສັຍວິເວກ ອາສັຍວິຣາຄະ ອາສັຍນິໂຣທ ນ້ອມໄປໃນກາຣສະລະ.
ຍ່ອມຈະເຣີນປີຕິສັມໂພຊຊົງທີ່ປະກອບດ້ວຍເມຕຕາ ອັນອາສັຍວິເວກ ອາສັຍວິຣາຄະ ອາສັຍນິໂຣທ ນ້ອມໄປໃນກາຣສະລະ.
ຍ່ອມຈະເຣີນປັສສັທທິສັມໂພຊຊົງທີ່ປະກອບດ້ວຍເມຕຕາ ອັນອາສັຍວິເວກ ອາສັຍວິຣາຄະ ອາສັຍນິໂຣທ ນ້ອມໄປໃນກາຣສະລະ.
ຍ່ອມຈະເຣີນສະມາທິສັມໂພຊຊົງທີ່ປະກອບດ້ວຍເມຕຕາ ອັນອາສັຍວິເວກ ອາສັຍວິຣາຄະ ອາສັຍນິໂຣທ ນ້ອມໄປໃນກາຣສະລະ.
ຍ່ອມຈະເຣີນອຸເປກຂາສັມໂພຊຊົງທີ່ປະກອບດ້ວຍເມຕຕາ ອັນອາສັຍວິເວກ ອາສັຍວິຣາຄະ ອາສັຍນິໂຣທ ນ້ອມໄປໃນກາຣສະລະ.
ຖ້າເຂົາຫວັງຢູ່ວ່າ ຂໍເຮົາມີສັນຍາວ່າ ເປັນປະຕິກູລໃນສິ່ງທີ່ບໍ່ປະຕິກູລ ເຂົາກໍຍ່ອມມີສັນຍາວ່າ ເປັນປະຕິກູລໃນສິ່ງທີ່ບໍ່ປະຕິກູລນັ້ນຢູ່.
(If he wishes: ‘May I dwell perceiving the repulsive in the unrepulsive,’ he dwells perceiving the repulsive therein.) |Translated by Bhikkhu Bodhi / Source: https://suttacentral.net/sn46.54
ຖ້າເຂົາຫວັງຢູ່ວ່າ ຂໍເຮົາມີສັນຍາວ່າ ບໍ່ປະຕິກູລໃນສິ່ງທີ່ປະຕິກູລ ເຂົາກໍຍ່ອມມີສັນຍາວ່າ ບໍ່ປະຕິກູລໃນສິ່ງທີ່ປະຕິກູລນັ້ນຢູ່.
ຖ້າເຂົາຫວັງຢູ່ວ່າ ຂໍເຮົາມີສັນຍາວ່າ ເປັນປະຕິກູລໃນສິ່ງທີ່ບໍ່ປະຕິກູລແລະປະຕິກູລຢູ່ ເຂົາກໍຍ່ອມມີສັນຍາວ່າ ເປັນປະຕິກູລໃນສິ່ງທີ່ບໍ່ປະຕິກູລແລະປະຕິກູລນັ້ນຢູ່.
ຖ້າເຂົາຫວັງຢູ່ວ່າ ຂໍເຮົາມີສັນຍາວ່າ ບໍ່ປະຕິກູລໃນສິ່ງທີ່ປະຕິກູລແລະບໍ່ປະຕິກູລຢູ່ ເຂົາກໍຍ່ອມມີສັນຍາວ່າ ບໍ່ປະຕິກູລໃນສິ່ງທີ່ປະຕິກູລແລະບໍ່ປະຕິກູລນັ້ນຢູ່.
ຖ້າເຂົາຫວັງຢູ່ວ່າ ເຮົາຄວນເວັ້ນສິ່ງທັງສອງນັ້ນຄື ສິ່ງບໍ່ປະຕິກູລແລະສິ່ງທີ່ປະຕິກູລ ແລ້ວເປັນຜູ້ມີອຸເປກຂາ ມີສະຕິສັມປະຊັນຍະຢູ່ ກໍຍ່ອມເປັນຜູ້ມີອຸເປກຂາ ມີສະຕິ ສັມປະຊັນຍະໃນສິ່ງທັງສອງນັ້ນຢູ່ ຫລືອີກຢ່າງໜຶ່ງ ຍ່ອມເຂົ້າເຖິງສຸພະວິໂມກຂ໌ຢູ່.
ພິກຂຸທັງຫລາຍ! ເຮົາກ່າວເມຕຕາເຈໂຕວິມຸຕວ່າ ມີສຸພະວິໂມກຂ໌ເປັນຢ່າງຍິ່ງ ສຳຫລັບພິກຂຸຜູ້ມີປັນຍາຍັງບໍ່ແທງຕະຫລອດເຊິ່ງວິມຸຕອັນຍິ່ງໃນທັມວິນັຍນີ້ (ສຸພະປະຣະມາຫັງ ພິກຂະເວ ເມຕຕາເຈໂຕວິມຸຕຕິງ ວະທາມິ ໆ ອິທະ ປັນຍັສສະ ພິກຂຸໂນ ອຸຕຕະຣິວິມຸຕຕິງ ອັປປະຕິວິຊຊະໂຕ).








